ກະຊວງອຸດສາຫະກຳ ແລະ ການຄ້າ ຜັນຂະຫຍາຍ 25 “ຮ້ານຄ້າສີຂຽວ - ປະຢັດພະລັງງານ” ໃນທົ່ວປະເທດ

10:26 | 26/06/2026

ຍສໝ - ໃນຕອນເຊົ້າວັນທີ 24 ມິຖຸນາ, ຮ້ານຄ້າທຳອິດ ພາຍໃຕ້ໂຄງການ “ຮ້ານຄ້າສີຂຽວ - ປະຢັດພະລັງງານ” ປະຈຳປີ 2026 ທີ່ຜັນຂະຫຍາຍໂດຍ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ເປີດໂຕຂຶ້ນຢ່າງເປັນທາງການຢູ່ ຮ່າໂນ້ຍ, ເຊິ່ງເປັນການເປີດສາກໃຫ້ແກ່ຊຸດຮ້ານຄ້າທັງໝົດ 25 ແຫ່ງ ທີ່ຈະຖືກຈັດຂຶ້ນພ້ອມກັນໃນທັງສາມພາກ.

ເສດຖະກິດ - ການຄ້າ ສືບຕໍ່ແມ່ນເສົາຄ້ຳພາຍໃດສາຍພົວພັນ ຫວຽດນາມ - ອາຊັງຕິນ
ຜັນຂະຫຍາຍຫຼາກຫຼາຍກິດຈະກຳເບິ່ງແຍງດູແລສຸຂະພາບໃຫ້ແກ່ເດັກນ້ອຍ ແລະ ແມ່ຍິງ ໃນທົ່ວປະເທດ

ກົມນະວັດຕະກຳ, ການຫັນປ່ຽນເປັນສີຂຽວ ແລະ ການສົ່ງເສີມອຸດສາຫະກຳ - ກະຊວງອຸດສາຫະກຳ ແລະ ການຄ້າ ພວມຜັນຂະຫຍາຍໂຄງການ “ຮ້ານຄ້າສີຂຽວ - ປະຢັດພະລັງງານ” ປະຈຳປີ 2026. ນີ້ແມ່ນກິດຈະກຳການສື່ສານ, ການເຊື່ອມຕໍ່ ແລະ ການສຳຜັດປະສົບການ ທີ່ມຸ່ງໄປສູ່ປະຊາຄົມ, ວິສາຫະກິດ, ຜູ້ຈັດຈຳໜ່າຍ ແລະ ຜູ້ບໍລິໂພກ, ໂດຍຜ່ານນັ້ນ ເພື່ອນຳເອົາບັນດາວິທີການແກ້ໄຂບັນຫາການປະຢັດພະລັງງານ ເຂົ້າໃກ້ກັບຊີວິດການເປັນຢູ່ ແລະ ການຜະລິດຫຼາຍຂຶ້ນ.

ກະຊວງອຸດສາຫະກຳ ແລະ ການຄ້າ ຜັນຂະຫຍາຍ 25 “ຮ້ານຄ້າສີຂຽວ - ປະຢັດພະລັງງານ” ໃນທົ່ວປະເທດ

(ຮູບພາບ: ທ່ານນາງ ຫງວຽນ ທິ ເລິມ ຢາງ, ຫົວໜ້າກົມນະວັດຕະກຳ, ການຫັນປ່ຽນເປັນສີຂຽວ ແລະ ການສົ່ງເສີມອຸດສາຫະກຳ - ກະຊວງອຸດສາຫະກຳ ແລະ ການຄ້າ ແນະນຳພື້ນທີ່ຈັດສະແດງ ຮ້ານຄ້າສີຂຽວ. ພາບໂດຍ: ບາຕວ່ານ/VOV)

ຕາມແຜນການແລ້ວ, ໃນປີນີ້, ຮ້ານຄ້າສີຂຽວ ຈຳນວນ 25 ແຫ່ງ ຈະຖືກຈັດຂຶ້ນພ້ອມກັນໃນທັງສາມພາກ, ໂດຍຈະສຸມໃສ່ບັນດາຕົວເມືອງໃຫຍ່ ເຊັ່ນ: ຮ່າໂນ້ຍ, ດານັງ ແລະ ນະຄອນ ໂຮ່ຈີມິນ.

ໃນຕອນເຊົ້າມື້ວານນີ້ (24 ມິຖຸນາ), ຮ້ານຄ້າທຳອິດ ໄດ້ຖືກແນະນຳຂຶ້ນ ໃນງານວາງສະແດງສາກົນ ດ້ານເຕັກໂນໂລຊີພະລັງງານ - ສິ່ງແວດລ້ອມ ຮ່າໂນ້ຍ ປະຈຳປີ 2026 (ENTECH HANOI 2026).

ດັກ​ລັກ ຜັນຂະຫຍາຍ​ໜ້າ​ທີ່​ອັນ​ຮີບ​ດ່ວນ​ເພື່ອ​ຕ້ານ​ການ​ຫາ​ປາ IUU ດັກ​ລັກ ຜັນຂະຫຍາຍ​ໜ້າ​ທີ່​ອັນ​ຮີບ​ດ່ວນ​ເພື່ອ​ຕ້ານ​ການ​ຫາ​ປາ IUU

ຍສໝ - ປະຕິບັດແນວທາງຂອງທ່ານນາຍົກລັດຖະມົນຕີ ກ່ຽວກັບການຕ້ານການຫາປາທີ່ຜິດກົດໝາຍ, ບໍ່ມີການລາຍງານ ແລະ ບໍ່ຖືກຕ້ອງຕາມລະບຽບກົດໝາຍ (IUU), ແຂວງ ດັກລັກ ໄດ້ຊີ້ນຳໃຫ້ສຸມໃສ່ປະຕິບັດຢ່າງເຂັ້ມງວດ ແລະ ເປັນເອກະພາບບັນດາວຽກງານຮີບດ່ວນເພື່ອສົມທົບກັບທົ່ວປະເທດ ມຸ່ງໄປເຖິງເປົ້າໝາຍປົດ “ບັດເຫຼືອງ” ຂອງຄະນະກຳມາທິການເອີຣົບ (EC).

ການຄ້າ ແລະ ການທ່ອງທ່ຽວຊາຍແດນຄຶກຄື້ນຜ່ານດ່ານຊາຍແດນສາກົນ ມິດຕະພາບ ການຄ້າ ແລະ ການທ່ອງທ່ຽວຊາຍແດນຄຶກຄື້ນຜ່ານດ່ານຊາຍແດນສາກົນ ມິດຕະພາບ

ຍສໝ - ​ໃນ 6 ​ເດືອນ​ຕົ້ນ​ປີ​ນີ້, ຈຳນວນ​ນັກ​ທ່ອງ​ທ່ຽວ​ເຂົ້າ-​ອອກ​ຜ່ານ​ດ່ານ​ຊາຍ​ແດນ​ສາກົນ​ມິດຕະພາບ (​ແຂວງ ​ລ້າງເຊີນ) ​ເພີ່ມ​ຂຶ້ນ 16% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ. ສິ່ງ​ດັ່ງ​ກ່າວ​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ເຖິງ​ຄວາມ​ຕ້ອງ​ການ​ດ້ານ​ການ​ຄ້າ​ຊາຍ​ແດນ​ ແລະ​ ການ​ທ່ອງ​ທ່ຽວ​ຜ່ານ​ດ່ານ​ຊາຍ​ແດນ​ສາ​ກົນ ມິດຕະພາບ ໄດ້ເພີ່ມຂຶ້ນ.

ແທັງຮັ່ງ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ