| ດານັງ ນຳໜ້າດ້ານຈຳນວນການຄົ້ນຫາ ພາຍໃດບັນດາຈຸດໝາຍປາຍທາງຢູ່ພາກກາງ | |
| ຄວາມສາມັກຄີ, ຄວາມຜູກພັນລະຫວ່າງ ຫວຽດນາມ ແລະ ເວເນຊູເອລາ ແມ່ນຫຼັກຖານອັນມີຊີວິດຊີວາໃຫ້ແກ່ແນວຄິດໂຮ່ຈີມິນ ພາຍໃດສັງກາດໃໝ່ |
![]() |
| ທ່ານຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຮ່າທິຫງາ ກ່າວປາໄສຢູ່ພາຍໃດກອງປະຊຸມ. ພາບ: ຮວ່າງຫງອກ/TTXVN |
ໃນວັນທີ 24 ມິຖຸນາ, ຢູ່ທີ່ສູນກາງກອງປະຊຸມ - ການສະແດງ, ນະຄອນ ຫາຍຟ່ອງ, ຄະນະປະຈຳຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ຈັດກອງປະຊຸມຄົ້ນຄວ້າ, ຮ່ຳຮຽນ, ກໍາແໜ້ນ, ຜັນຂະຫຍາຍຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດຫວຽດນາມ ຄັ້ງທີ XI, ອາຍຸການ 2026 - 2031 ສຳລັບກຸ່ມແຂ່ງຂັນບັນດາຈັງຫວັດ, ນະຄອນ ຂຶ້ນກັບສູນກາງ. ກອງປະຊຸມໄດ້ຮັບການຈັດຕັ້ງຂຶ້ນຕາມຮູບແບບເຊິ່ງໜ້າ ປະສົມປະສານກັບທາງອອນລາຍ ໂດຍມີ 548 ຈຸດເຊື່ອມຕໍ່ຢູ່ບັນດາຕາແສງ, ແຂວງ, ເຂດພິເສດ.
ນີ້ແມ່ນໜຶ່ງໃນ 5 ກອງປະຊຸມ ທີ່ໄດ້ຮັບການຈັດຕັ້ງຂຶ້ນຕາມວິທີການເຮັດແບບໃໝ່ ຕາມກຸ່ມແຂ່ງຂັນ ດ້ວຍຮູບແບບເຊິ່ງໜ້າ ແລະ ອອນລາຍ ໄປຮອດຂັ້ນຕາແສງ. ກ່ອນໜ້ານັ້ນ, ກອງປະຊຸມໄດ້ຮັບການຈັດຕັ້ງຂຶ້ນຢູ່ ກຸ່ມແຂ່ງຂັນບັນດາຈັງຫວັດ ໄຕງວຽນ ແລະ ເຂດແຄມທະເລພາກກາງ ກໍຄືກຸ່ມແຂ່ງຂັນບັນດາຈັງຫວັດພາກໃຕ້.
ສະຫາຍ ຮ່າທິຫງາ, ກຳມະການຄະນະບໍລິຫານງານສູນກາງພັກ, ຮອງປະທານ - ເລຂາທິການໃຫຍ່ ຄະນະກຳມະການສູນກາງແນວໂຮມປະទេຊາດຫວຽດນາມ ໃຫ້ຮູ້ວ່າ, ກອງປະຊຸມໃຫຍ່ ແມ່ນເຫດການການເມືອງ - ສັງຄົມ ທີ່ມີຄວາມໝາຍສຳຄັນເປັນຢ່າງຍິ່ງ, ເປັນຂີດໝາຍໄລຍະແຫ່ງການພັດທະນາໃໝ່ ຂອງແນວໂຮມປະເທດຊາດຫວຽດນາມ. ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ (TôLâm) ໄດ້ຊີ້ນຳໂດຍເນັ້ນຢ້ຳ 5 ກຸ່ມໜ້າທີ່ຈຸດສຸມ ທີ່ແນວໂຮມປະເທດຊາດ, ບັນດາອົງການຈັດຕັ້ງສະມາຊິກ ຈຳເປັນຕ້ອງຜັນຂະຫຍາຍພາຍໃດອາຍຸການຕໍ່ໜ້າ. ກອງປະຊຸມຄົ້ນຄວ້າ, ຮ່ຳຮຽນ, ກໍາແໜ້ນມະຕິ ທີ່ຈັດຂຶ້ນຕາມ 5 ກຸ່ມແຂ່ງຂັນ ແມ່ນແນໃສ່ຜັນຂະຫຍາຍບັນດາທິດທາງ, ການຊີ້ນຳຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ຢູ່ພາຍໃດກອງປະຊຸມໃຫຍ່; ແມ່ນບາດກ້າວໜຶ່ງແຫ່ງການຫັນເປັນອັນລະອຽດ ຕໍ່ກັບມະຕິ, ລາຍການເຄື່ອນໄຫວຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່, ຈາກນັ້ນ, ສ້າງຄວາມເປັນເອກະພາບທາງດ້ານຄວາມຮັບຮູ້ ແລະ ການເຄື່ອນໄຫວ ຢູ່ພາຍໃດທົ່ວລະບົບແນວໂຮມປະເທດຊາດ ແລະ ບັນດາອົງການຈັດຕັ້ງສະມາຊິກ.
ທ່ານຮອງເລຂາຄະນະພັກນະຄອນ, ປະທານຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນ ຫາຍຟ່ອງ ຟ້າມວັນເລິບ ໃຫ້ຮູ້ວ່າ: ຢູ່ທີ່ ຫາຍຟ່ອງ, ພາຍໃດໄລຍະຜ່ານມາ, ແນວໂຮມປະເທດຊາດ ແລະ ບັນດາອົງການຈັດຕັ້ງສະມາຊິກ ໄດ້ເສີມຂະຫຍາຍເປັນຢ່າງດີ ຕໍ່ກັບບົດບາດເປັນແກນກາງພາຍໃດການສ້າງສາໝວດມະຫາສາມັກຄີທົ່ວປວງຊົນທັງຊາດ, ປະກອບສ່ວນອັນສຳຄັນເຂົ້າພາຍໃດການພັດທະນາຂອງນະຄອນ. ລະບົບແນວໂຮມແຕ່ລະຂັ້ນ ໄດ້ເປັນເຈົ້າການປ່ຽນແປງໃໝ່ເນື້ອໃນ, ວິທີການເຄື່ອນໄຫວ, ເສີມຂະຫຍາຍເປັນຢ່າງດີ ຕໍ່ກັບບົດບາດເປັນແກນກາງພາຍໃດການສ້າງສາໝວດມະຫາສາມັກຄີທົ່ວປວງຊົນທັງຊາດ ປະກອບສ່ວນອັນສຳຄັນເຂົ້າພາຍໃດພາລະກິດແຫ່ງການພັດທະນາລວມຂອງນະຄອນ. ກອງປະຊຸມແມ່ນໂອກາດ ເພື່ອໃຫ້ບັນດາທ້ອງຖິ່ນໄດ້ພົບປະ, ແລກປ່ຽນບົດຮຽນ, ແບ່ງປັນບັນດາວິທີການເຮັດອັນດີ, ຮູບແບບທີ່ມີປະສິດທິຜົນ, ປະກອບສ່ວນຍົກສູງຄຸນນະພາບ, ປະສິດທິຜົນການເຄື່ອນໄຫວຂອງລະບົບແນວໂຮມພາຍໃດໄລຍະໃໝ່. ນະຄອນ ຫາຍຟ່ອງ ມີຄວາມມຸ່ງມາດປາດຖະໜາທີ່ຈະສືບຕໍ່ໄດ້ຮັບການຮ່ຳຮຽນ, ແລກປ່ຽນບັນດາບົດຮຽນອັນລ້ຳຄ່າຈາກບັນດາທ້ອງຖິ່ນ, ເປັນພິເສດແມ່ນພາຍໃດວຽກງານການຈັດຕັ້ງ ແລະ ຜັນຂະຫຍາຍວຽກງານແນວໂຮມ.
![]() |
| ທ່ານ ຟ້າມວັນເລິບ, ປະທານແນວໂຮມປະເທດຊາດຫວຽດນາມ ນະຄອນ ຫາຍຟ່ອງ, ກ່າວປາໄສຢູ່ພາຍໃດກອງປະຊຸມ. ພາບ: ຮວ່າງຫງອກ/TTXVN |
ຢູ່ພາຍໃດລາຍການ, ບັນດາຜູ້ແທນໄດ້ຮັບການກຳແໜ້ນບັນດາເນື້ອໃນພື້ນຖານ, ແກນກາງ, ຈຸດໃໝ່ ຂອງເອກະສານ ກໍຄືທິດທາງ, ເປົ້າໝາຍ, ໜ້າທີ່ຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່; ຮັບຟັງການເຜີຍແຜ່ກ່ຽວກັບເນື້ອໃນພື້ນຖານ ແລະ ໜ້າທີ່, ວິທີແກ້ໄຂ ຂອງ 7 ລາຍການເຄື່ອນໄຫວ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ທີ່ໄດ້ຮັບການຜ່ານການເຫັນດີຢູ່ພາຍໃດກອງປະຊຸມໃຫຍ່; ເປັນຕົວແທນ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ, ຖືກຕ້ອງຕາມກົດໝາຍ ຂອງປະຊາຊົນ, ຍົກສູງຄຸນນະພາບ, ປະສິດທິຜົນວຽກງານຕິດຕາມກວດກາ ແລະ ວິພາກວິຈານສັງຄົມ, ປະຕິບັດປະຊາທິປະໄຕ, ຕັ້ງໜ້າເຂົ້າຮ່ວມການສ້າງສາພັກ, ລັດ ແລະ ລະບົບການເມືອງ.
ຄຽງຄູ່ກັນນັ້ນ, ບັນດາຜູ້ແທນຍັງໄດ້ຮັບການແນະນຳການນຳໃຊ້ບາງແພລດຟອມດີຈີຕອນ ຂອງແນວໂຮມປະເທດຊາດຫວຽດນາມ ເພື່ອຍົກສູງປະສິດທິຜົນວຽກງານຊີ້ນຳ, ບໍລິຫານ, ເພີ່ມທະວີການປະຍຸກໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການຫັນເປັນດີຈີຕອນ ຢູ່ພາຍໃດລະບົບແນວໂຮມແຕ່ລະຂັ້ນ.
ສະຫາຍ ຮ່າທິຫງາ ມີຄວາມມຸ່ງມາດປາດຖະໜາວ່າຍັງຜ່ານກອງປະຊຸມນີ້, ຄະນະປະຈຳແນວໂຮມປະເທດຊາດຫວຽດນາມ ບັນດາຕົວເມືອງ ຈະສືບຕໍ່ຫັນເປັນອັນລະອຽດ ທາງດ້ານຈິດໃຈ, ໜ້າທີ່, ວິທີແກ້ໄຂ ທີ່ໄດ້ຮັບການກຳນົດໄວ້ ເພື່ອປ່ຽນແປງໃໝ່ຢ່າງແຂງແຮງ ຕໍ່ກັບການເຄື່ອນໄຫວຂອງແນວໂຮມປະເທດຊາດຫວຽດນາມ, ບັນດາອົງການຈັດຕັ້ງການເມືອງ - ສັງຄົມ ແລະ ບັນດາອົງການຈັດຕັ້ງສະມາຊິກ ເພື່ອເຮັດໃຫ້ “ຢູ່ພາຍໃດຮູບແບບໃໝ່, ອົງການຈັດຕັ້ງອາດຈະມີຄວາມກະທັດຮັດກວ່າເກົ່າ, ແຕ່ກຳລັງແຮງແຫ່ງການເຕົ້າໂຮມຕ້ອງກວ້າງຂວາງກວ່າເກົ່າ; ກົນໄກກົມກອງອາດຈະມີຂັ້ນຕອນໜ້ອຍກວ່າເກົ່າ, ແຕ່ການເຄື່ອນໄຫວຕ້ອງໃກ້ຊິດຕິດແທດກັບປະຊາຊົນກວ່າເກົ່າ” ຄືດັ່ງການຊີ້ນຳຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ. ສະຫາຍຍັງໄດ້ເນັ້ນຢ້ຳວ່າ, ເພື່ອຜັນຂະຫຍາຍມະຕິກອງປະຊຸມໃຫຍ່ໃຫ້ມີປະສິດທິຜົນນັ້ນ ແມ່ນຮຽກຮ້ອງໃຫ້ພະນັກງານແນວໂຮມປະເທດຊາດຫວຽດນາມ ແຕ່ລະຄົນ ຕ້ອງຄົ້ນຄວ້າຢ່າງເລິກເຊິ່ງ, ກໍາແໜ້ນເອກະສານຢ່າງລະອຽດ ເພື່ອໝູນໃຊ້ຢ່າງປະດິດສ້າງ, ສອດຄ່ອງທີ່ສຸດກັບສະພາບການຕົວຈິງ ຂອງແຕ່ລະທ້ອງຖິ່ນ, ຮາກຖານ.
ຢູ່ພາຍໃດກອງປະຊຸມ, ສະຫາຍ ຮ່າທິຫງາ ກໍໄດ້ຮັບຟັງ, ແລກປ່ຽນຄຳເຫັນ, ຄຳສະເໜີ ຂອງບັນດາຜູ້ແທນ ທີ່ຖອດຖອນມາຈາກພຶດຕິກຳຕົວຈິງ ຂອງວຽກງານແນວໂຮມຢູ່ຮາກຖານ ແລະ ໃຫ້ຮູ້ວ່າ ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ຈະຮັບເອົາ, ຄົ້ນຄວ້າວິທີແກ້ໄຂ ເພື່ອແກ້ໄຂບັນດາຂໍ້ຄົງຄ້າງໃຫ້ໄດ້ໂດຍໄວ ແນໃສ່ຜັນຂະຫຍາຍວຽກງານແນວໂຮມໃຫ້ມີປະສິດທິຜົນ ພາຍໃດໄລຍະຕໍ່ໜ້າ.
| ຜ່ານຜ່ານແຜນການບຸກຄະລາກອນ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສະໄໝທີ XI, ສະໄໝປີ 2026 - 2031 ຍສໝ - ສືບຕໍ່ລາຍການເຮັດວຽກ, ໃນຕອນບ່າຍວັນທີ 12 ພຶດສະພາ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI, ສະໄໝປີ 2026-2031 ໄດ້ຜ່ານແຜນການບຸກຄະລາກອນ ຄະນະກຳມະການສູນກາງ ແນວໂຮມປະເທດຊາດ ຫວຽດນາມ ສະໄໝທີ XI, ສະໄໝປີ 2026-2031; ປຶກສາຫາລືເອກະພາບແຕ່ງຕັ້ງຄະນະກຳມະການສູນກາງ ແນວໂຮມປະເທດຊາດ ຫວຽດນາມ ສະໄໝທີ ... |
| ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI: ເປີດສາກໃຫ້ແກ່ໄລຍະແຫ່ງການພັດທະນາໃໝ່ຢ່າງຮອບດ້ານ ຍສໝ - ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI: ເປີດສາກໃຫ້ແກ່ໄລຍະແຫ່ງການພັດທະນາໃໝ່ຢ່າງຮອບດ້ານ ນີ້ແມ່ນບົດປາໄສຂອງທ່ານນາງ ຮ່າທິຫງາ (Hà Thị Nga), ກຳມະການຄະນະບໍລິຫານງານສູນກາງພັກ, ຮອງປະທານ - ເລຂາໃຫຍ່ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໃນພິທີຖະແຫຼງຂ່າວ ວັນທີ 04 ພຶດສະພາ ຢູ່ ຮ່າໂນ້ຍ ເພື່ອແຈ້ງຂໍ້ມູນ ... |

