ຕ້ອງການຄວາມເຂົ້າໃຈສຳລັບຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຫຼາຍກວ່າອີກ

16:54 | 22/06/2021

ຍສໝ - ໃນໄລຍະສົງຄາມ ແລະ ຫຼັງສົງຄາມ, ທາດພິດສີສົ້ມໄດ້ກໍ່ຜົນກະທົບຢ່າງຮ້າຍແຮງຕໍ່ສິ່ງແວດລ້ອມ ກໍ່ຄື ສຸຂະພາບຂອງຄົນຫວຽດນາມຫລາຍລຸ້ນຄົນ. ເຖິງຢ່າງໃດກໍ່ຕາມ, ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຂອງຫວຽດນາມ ຍັງຄົງຢຶດໝັ້ນ, ບືນຕົວຜ່ານຜ່າສະພາບການ ເພື່ອດຳລົງຊີວິດຢ່າງມີຄວາມສຸກ ແລະ ມີອຸດົມການ, ຍິ່ງໄປກວ່ານັ້ນ ກໍ່ໄດ້ຊ່ວຍຜູ້ເຄາະຮ້າຍຄົນອື່ນນຳອີກ.

ຂ້າພະເຈົ້າຍັງເຊື່ອວ່າ ຄວາມຍຸຕິທຳ ຈະມາເຖິງຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ຢູ່ ຫວຽດນາມ ຂ້າພະເຈົ້າຍັງເຊື່ອວ່າ ຄວາມຍຸຕິທຳ ຈະມາເຖິງຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ຢູ່ ຫວຽດນາມ
ພັກກອມມູນິດເຢຍລະມັນ (DKP) ສະໜັບສະໜູນຄະດີຮ້ອງຟ້ອງ ຂອງຜູ້ປະສົບເຄາະຮ້າຍທາດພິດສີສົ້ມ - ດີໂອຊີນຫວຽດນາມ ພັກກອມມູນິດເຢຍລະມັນ (DKP) ສະໜັບສະໜູນຄະດີຮ້ອງຟ້ອງ ຂອງຜູ້ປະສົບເຄາະຮ້າຍທາດພິດສີສົ້ມ - ດີໂອຊີນຫວຽດນາມ

ນັກດົນຕີ ຫງວຽນແທັງຕູງ, ເກີດໃນປີ 1979, ໄດ້ຮັບຜົນກະທົບຈາກທາດພິດສີສົ້ມ, ເຮັດໃຫ້ລາວພິການທາງສາຍຕາ. ໃນໄລຍະສົງຄາມຕໍ່ຕ້ານກັບອາເມລິກາ ໃນສະໜາມຮົບພາກໃຕ້ ຫວຽດນາມ, ພໍ່ຂອງນັກດົນຕີ ຫງວຽນແທັງຕູງ - ທ່ານ ຫງວຽນແທັງເຊີນ ຖືກຕິດທາດພິດສີສົ້ມ, ເຮັດໃຫ້ລູກທັງສອງຄົນຂອງລາວມີບັນຫາສຸຂະພາບ. ລູກສາວ ຫງວຽນເຟື່ອງຖູຍ ມີບັນຫາຫຼາຍຢ່າງ ເຊັ່ນ: ເປັນໄບ້, ຫູໜວກ, ຕາບອດ, ມີບັນຫາທາງລະບົບປະສາດ ແລະ ປັນຍາອ່ອນ.

ຕ້ອງການຄວາມເຂົ້າໃຈສຳລັບຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຫຼາຍກວ່າອີກ
ນັກດົນຕີ ຫງວຽນແທັງຕູງ.

ແຕ່ຄາວຍັງນ້ອຍ, ຫງວຽນແທັງຕູງ ມັກຮັກໃນດົນຕີຫຼາຍ, ແຕ່ເກີດໃນຄອບຄົວທີ່ພໍ່ເຖົ້າ ແລະ ພໍ່ລ້ວນແຕ່ເປັນນັກຮົບເກົ່າ, ບໍ່ມີໃຜໃນຄອບຄົວເປັນນັກສິລະປິນ, ສະນັ້ນ ເສັ້ນທາງໃນການກາຍເປັນນັກດົນຕີຂອງລາວ ກໍ່ໄດ້ຜ່ານຜ່າຄວາມຫຍຸ້ງຍາກຫຼາຍຢ່າງ.

ຕໍ່ມາ, ທ່ານ ຫງວຽນແທັງຕູງ ສອບເສັງເຂົ້າສະຖາບັນດົນຕີຫວຽດນາມໄດ້ ແລະ ສຶກສາຢູ່ຄະນະດົນຕີພື້ນເມືອງ, ຂະແໜງພິນສາຍດຽວ ແລະ ທິດສະດີປະຕິແຕ່ງບັນຊາ ຂະແໜງປະດິດແຕ່ງ. ທ່ານ ຫງວຽນແທັງຕູງ ເຄີຍນຳເອົາດົນຕີ ແລະ ວັດທະນະທຳພື້ນເມືອງຫວຽດນາມ ພ້ອມດ້ວຍບັນດາການສະແດງ ເພື່ອໄປພົບປະແລກປ່ຽນກັບເພື່ອນມິດສາກົນ ເຊັ່ນ: ສ.ເກົາຫຼີ, ຝລັ່ງ, ສະວິດເຊີແລນ, ເຢຍລະມັນ…ໃນປະຈຸບັນ, ນັກດົນຕີ ຫງວຽນແທັງຕູງ ຍັງໄດ້ເຂົ້າຮ່ວມການສະແດງພາຍໃນປະເທດ ເພື່ອຈຸດປະສົງການກຸສົນ ແລະ ແຕ່ງເພງ.

ນັກດົນຕີຫງວຽນແທັງຕູງ ຖືວ່າ ຈິດໃຈທີ່ເຊື່ອໝັ້ນ ແມ່ນສິ່ງທີ່ຊ່ວຍໃຫ້ລາວຜ່ານຜ່າທຸກຄວາມຫຍຸ້ງຍາກ. ສະນັ້ນ, ລາວໃຊ້ຄວາມຮັກໃນດົນຕີ ແລະ ຈິດໃຈທີ່ເຊື່ອໝັ້ນ, ພ້ອມທັງຄວາມເຊື່ອໝັ້ຈາກທຸກທີ່ສົ່ງໃຫ້ລາວ ເພື່ອສົ່ງຕໍ່ຄວາມເຊື່ອໝັ້ນທີ່ຕັ້ງໜ້າໃນການດຳລົງຊີວິດນັ້ນ ໃຫ້ແກ່ບັນດາເດັກນ້ອຍ, ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ແລະ ບັນດາທ່ານຜູ້ຟັງຂອງຕົນ.

ສານຝລັ່ງພິພາກສາຄະດີຮ້ອງຟ້ອງຂອງຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມດີໂອຊິນໃນສົງຄາມຢູ່ຫວຽດນາມ ສານຝລັ່ງພິພາກສາຄະດີຮ້ອງຟ້ອງຂອງຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມດີໂອຊິນໃນສົງຄາມຢູ່ຫວຽດນາມ

ສານໂທດໜັກຢູ່ນະຄອນ Evry, ຢູ່ຊານນະຄອນຫຼວງປາຣີ, ປະເທດຝລັ່ງ, ໄດ້ດຳເນີນການພິພາກສາຄະດີ ທ່ານນາງ ເຈິ່ນໂຕ໊ງາ ຮ້ອງຟ້ອງ 26 ບໍລິສັດເຄມີນາໆຊາດຂອງອາເມລິກາ.

ຊາວໜຸ່ມຫວຽດນາມ ຢູ່ຝລັ່ງ ໄດ້ໜູນຊ່ວຍຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມດີໂອຊີນ ຊາວໜຸ່ມຫວຽດນາມ ຢູ່ຝລັ່ງ ໄດ້ໜູນຊ່ວຍຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມດີໂອຊີນ

ຍສໝ - ທ່ານເອກອັກຄະລັດຖະທູດ ຫງວຽນທຽບ ເນັ້ນໜັກວ່າ ລັດຖະບານຫວຽດນາມ ຍາມໃດກໍ່ພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອຜ່ານຜ່າຜົນສະທ້ອນຈາກສົງຄາມ, ໃນນັ້ນມີບັນຫາກ່ຽວຂ້ອງເຖິງທາດພິດສີສົ້ມດີໂອຊີນ.

ນັກສິລະປິນ 30 ກວ່າຄົນ ຢູ່ ຝຣັ່ງ ໄດ້ເຂົ້າຮ່ວມໃນການຮຽກຮ້ອງ ນັກສິລະປິນ 30 ກວ່າຄົນ ຢູ່ ຝຣັ່ງ ໄດ້ເຂົ້າຮ່ວມໃນການຮຽກຮ້ອງ "ວັນເພື່ອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ"

ຍສໝ - ເກືອບ 20 ປີທີ່ຜ່ານມາ, ສະມາຄົມຫວຽດນາມດີໂອຊີນ ແລະ ຫລາຍສະມາຄົມ ຝະລັ່ງ - ຫວຽດນາມ ແລະ ຫວຽດນາມ - ຝລັ່ງຢູ່ຝລັ່ງໄດ້ຈັດຕັ້ງບັນດາການເຄື່ອນໄຫວມະນຸດສະທຳ ເພື່ອຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຢູ່ຫວຽດນາມ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.