ປະຊາຄົມຊາວຫວຽດນາມ ໄດ້ຮັບລາງວັນທີ 2 ຂອງການແຂ່ງຂັນບານເຕະ ສະພາສູງເຊັກ ໃນປີ 2021

15:15 | 22/06/2021

ຍສໝ - ໃນວັນທີ 19 ມິຖຸນາ, ການແຂ່ງຂັນບານເຕະ ສະພາສູງເຊັກ ປີ 2021 ໄດ້ໄຂຂຶ້ນຢູ່ສະໜາມກິລາກອງທັບ Dukla, ໃນນະຄອນຫຼວງ Prague ໂດຍມີການເຂົ້າຮ່ວມຂອງ 21 ທີມທີ່ເປັນຕົວແທນຂອງ​ ປະ​ຊາ​ຄົ​ມບັນດາຊົນເຜົ່າທີ່ດຳລົງຊີວິດຢູ່ສາທາລະນະລັດເຊັກ​.

ປະຊາຄົມຊາວຫວຽດນາມ ຢູ່ສາທາລະນະລັດເຊັກ ໄດ້ສະໜັບສະໜູນກອງທຶນສັກຢາວັກຊີນ COVID-19 ປະຊາຄົມຊາວຫວຽດນາມ ຢູ່ສາທາລະນະລັດເຊັກ ໄດ້ສະໜັບສະໜູນກອງທຶນສັກຢາວັກຊີນ COVID-19
ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ຕ່າງປະເທດສືບຕໍ່ສະ​ໜັບ​ສະ​ໜູນ ກອງທຶນວັກ​ຊິນ​ກັນ​ໂຄວິດ - 19 ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ຕ່າງປະເທດສືບຕໍ່ສະ​ໜັບ​ສະ​ໜູນ ກອງທຶນວັກ​ຊິນ​ກັນ​ໂຄວິດ - 19

ທີມບານເຕະ FC SAPA PRAGUE ທີ່ເປັນຕົວແທນຂອງປະ​ຊາ​ຄົ​ມຊາວຫວຽດນາມ ຢູ່ສາທາລະນະລັດເຊັກ ໄດ້ເຂົ້າຮ່ວມໃນການແຂ່ງຂັນຄັ້ງນີ້ ໂດຍພ້ອມກັບຕາ​ຕະ​ລາງ​ແຂ່ງ​ຂັນປະ​ຊາ​ຄົ​​ມ ບູນ​ກາ​ລີ, ມາ​ຣົກ, ​ຣູມາ​ນີ, ຈໍແດນ ແລະ ປາ​ແລ​ັດ​ສະ​ຕິນ.

ນີ້ແມ່ນການແຂ່ງຂັນກິລາບານເຕະມິດຕະພາບ ປະຈຳປີ ທີ່ໄດ້ຮັບການສະໜັບສະໜູນຈາກສະພາສູງເຊັກ ເພື່ອເພີ່ມທະວີການແລກປ່ຽນ ແລະ ຄວາມສາມັກຄີລະຫວ່າງປະ​ຊາ​ຄົ​ມບັນດາເຜົ່າຂອງບັນດາປະເທດທີ່ອາໄສຢູ່ທີ່ນີ້.

ປະຊາຄົມຊາວຫວຽດນາມ ໄດ້ຮັບລາງວັນທີ 2 ຂອງການແຂ່ງຂັນບານເຕະ ສະພາສູງເຊັກ ໃນປີ 2021
ປະຊາຄົມຊາວຫວຽດນາມ ໄດ້ຮັບລາງວັນທີ 2 ຂອງການແຂ່ງຂັນບານເຕະ ສະພາສູງເຊັກ ໃນປີ 2021.

ຕາງໜ້າໃຫ້ສະຖານທູດບັນດາປະເທດຕ່າງໆ ໃນສາທາລະນະລັດເຊັກ ພ້ອມດ້ວຍບັນດາທິມບານເຕະທີ່ເຂົ້າຮ່ວມການແຂ່ງຂັນຄັ້ງນີ້, ທ່ານເອກອັກຄະລັດຖະທູດຫວຽດນາມ ຖ໊າຍຊວນຢຸງ ​ກ່າວຄຳເຫັນວ່າ ການຈັດຕັ້ງການແຂ່ງຂັນບານເຕະ ສະພາສູງເຊັກ ໃນປີ 2021 ແມ່ນສິ່ງ​ທີ່​ພິ​ສູດ​ໃຫ້ເຫັນວ່າ ປະເທດເຊັກ ສ​າ​ມາ​ດຄວບຄຸມການລະບາດຂອງ COVID-19 ​ໄດ້ຢ່າງມີປະສິດທິຜົນ ແລະ ສຳເລັດຜົນ.

ຕາມທ່ານເອກອັກຄະລັດຖະທູດແລ້ວ, ປະຊາຄົມຊາວຫວຽດນາມ​ ຕັ້ງ​ໜ້າເຂົ້າຮ່ວມການແຂ່ງຂັນບານເຕະປະຈຳປີ ຂອງສະພາສູງເຊັກ ດ້ວຍຄວາມປາດຖະໜາຢາກເຊື່ອມໂຍງເຂົ້າກັບສັງຄົມປະເທດ​ປະ​ຈ​ຳຖິ່ນ ກໍ່ຄື ເພີ່ມທະວີມິດຕະພາບກັບປະຊາຊົນບັນດາປະເທດທີ່ອາໄສຢູ່ສາທາລະນະລັດເຊັກ, ປະກອບສ່ວນຊຸກຍູ້ ມິດຕະພາບລະຫວ່າງຫວຽດນາມ ກັບສາທາລະນະລັດເຊັກ ແລະ ບັນດາປະເທດໃນທົ່ວໂລກ.

ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດຮ່ວມແຮງຮ່ວມໃຈສະໜັບສະໜູນກອງທຶນວັກຊິນປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດຮ່ວມແຮງຮ່ວມໃຈສະໜັບສະໜູນກອງທຶນວັກຊິນປ້ອງກັນ, ຕ້ານໂລກລະບາດໂຄວິດ-19

ສະຖານທູດຫວຽດນາມ ປະຈຳ ອີຢິບ ໄດ້ປຸກລະດົມການຂົນຂວາຍແຜ່ບໍລິຈາກໃຫ້ກອງທຶນວັກຊິນປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຢຸ່ຫວຽດນາມ

ກິລາດອກປີກໄກ່ຫວຽດນາມ ຍາດໄດ້ 2 ປີ້ເຂົ້າຮ່ວມໂອແລັມປິກ ໂຕກຽວ 2021 ກິລາດອກປີກໄກ່ຫວຽດນາມ ຍາດໄດ້ 2 ປີ້ເຂົ້າຮ່ວມໂອແລັມປິກ ໂຕກຽວ 2021

ຕອນຄໍ່າວັນທີ 7 ມິຖຸນາ, ສະຫະພັນດອກປີກໄກ່ໂລກ ແຈ້ງໃຫ້ຊາບວ່າ, ນັກກິລາສອງຄົນ ຫງວຽນຕ໊ຽນມິງ ແລະຫງວຽນທຸ່ຍລີງ ຂອງຫວຽດນາມ ມີເງື່ອນໄຂພຽງພໍເພື່ອເຂົ້າຮ່ວມໂອແລັມປິກ ໂຕກຽວ 2021.

ການເຕີບໂຕເສດຖະກິດຂອງ ຫວຽດນາມ ໄດ້ຮັບການຄາດຄະເນວ່າ ຈະຟື້ນຟູຢູ່ໃນລະດັບ 6,7% ໃນປີ 2021 ການເຕີບໂຕເສດຖະກິດຂອງ ຫວຽດນາມ ໄດ້ຮັບການຄາດຄະເນວ່າ ຈະຟື້ນຟູຢູ່ໃນລະດັບ 6,7% ໃນປີ 2021

ຍສໝ - ບົດລາຍງານຂອງທະນາຄານ ADB ໃຫ້ຂໍ້ສັງເກດວ່າ, ທ່າເຕີບໂຕເສດຖະກິດ ຫວຽດນາມ ໄດ້ຮັບການຄາດຄະເນວ່າ ຈະສືບຕໍ່ເພີ່ມຂຶ້ນ, ດ້ວຍບັນດາໂຄງການປະຕິຮູບ ເພື່ອແນໃສ່ການປັບປຸງສະພາບແວດລ້ອມດຳເນີນທຸລະກິດ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.