ເປີດ​ກ້​ວາງ​ການ​ຮ່ວມ​ມື​ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ​ຜະ​ລິດ​ວັກ​ຊິນ​ກັນ​ໂຄວິດ - 19

06:38 | 17/06/2021

ຍ​ສ​ໝ - ຄາດ​ວ່າ Nanogen ຈະມີ​ຂອບ​ຂະ​ໜາດ​ການ​ຜະ​ລິດ​ວັກ​ຊິນປະ​ມານ 20 – 30 ລ້ານ​ໂດ​ສ/ປີ ແລະ ອາດ​ຈະ​ຍົກ​ສະ​ມັດ​ຕະ​ພາບ​ຂຶ້ນ​ເມື່ອ​ໄດ້​ຮັບ​ການ​ລົງ​ທຶນ.

UNICEF ຜັນ​ຂະ​ຫຍາຍ​ໂຄງ​ການ​ຊຸກ​ຍູ້​ການ​ບຳ​ລຸງ​ຄວາມ​ຮູ້ ແລະ ທັກ​ສະ​ເຕັກ​ນິກ​ດີ​ຈີ​ຕອນໃຫ່​ແກ່​ເດັກ ຫວຽດ​ນາມ UNICEF ຜັນ​ຂະ​ຫຍາຍ​ໂຄງ​ການ​ຊຸກ​ຍູ້​ການ​ບຳ​ລຸງ​ຄວາມ​ຮູ້ ແລະ ທັກ​ສະ​ເຕັກ​ນິກ​ດີ​ຈີ​ຕອນໃຫ່​ແກ່​ເດັກ ຫວຽດ​ນາມ
ປ່ຽນຍຸດ​ທະ​ສາດ​ຂອງຫວ​ຽດ​ນາມໃນ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດໂຄວິດ - 19 ປ່ຽນຍຸດ​ທະ​ສາດ​ຂອງຫວ​ຽດ​ນາມໃນ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດໂຄວິດ - 19
ເປີດ​ກ້​ວາງ​ການ​ຮ່ວມ​ມື​ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ​ຜະ​ລິດ​ວັກ​ຊິນ​ກັນ​ໂຄວິດ - 19
​ສັກ​ວັກ​ຊິກ​ກັນ​ໂຄວິດ - 19 (ພາບ: ກະ​ຊວງ​ສາ​ທາ​ລະ​ນະ​ສຸກ)

ຫວຽດ​ນາມ ພວມ​ເປີດ​ກ້​ວາງ​ການ​ຊອກ​ຫາ​ຄູ່​ຮ່ວມ​ມື, ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ​ຜະ​ລິ​ດ​ວັກ​ຊິນ​ກັນ​ໂຄວິດ - 19 ຈາກ​ຕ່າງ​ປະ​ເທດເພື່ອ​ມີຄວາມ​ເປັນ​ເຈົ້າ​ການ​ໃນ​ການ​ສະ​ໜອງວັກ​ຊິນ​ກັນ​ໂຄວິດ - 19.

ກົມ​ວິ​ທະ​ຍາ​ສາດ ເຕັກ​ໂນ​ໂລ​ຢີ ແລະ ບຳ​ລຸງ​ສ້າງ (ກະ​ຊວງ​ສາ​ທາ​ລະ​ນະ​ສຸກ) ໃນ​ວັນ​ທີ 12 ມິ​ຖຸ​ນາ ໃຫ້​ຮູ້​ວ່າ, ຫວຽດ​ນາມ ມີ​ວັກ​ຊິນທີ່​ໄດ້​ຮັບ​ການ​ທົດ​ລອງ​ສັກຕໍ່ຄົນ​ໄລ​ຍະ​ທີ 3 ແມ່​ນ​ວັກ​ຊິນ Nanocovax ຂອງ ບໍ​ລິ​ສັດ​ຫຸ້ນ​ສ່ວນ​ເຕັກ​ໂນ​ໂລ​ຢີ​ຊີ​ວະ​ສາດ​ການ​ຢາ Nanogen. ວັນ​ທີ 11 ມິ​ຖຸ​ນາ 2021, ກະ​ຊວງ​ສາ​ທ​າ​ລະ​ນະ​ສຸກ ໄດ້​ມີ​ຂໍ້​ຕົກ​ລົງ​ສະບັບເລກ​ທິ 2899/ QĐ-BYT ກ່ຽວ​ກັບ​ການ​ອະ​ນຸ​ມັດ​ຜ່ານ​ແຜນ​ຮ່າງການ​ຄົ້ນ​ຄ້​ວາ​ທົດ​ລອງ​ສັກ​ວັກ​ຊິນ Nanocovax ​ຕໍ່​ຄົນ​ໄລ​ຍະ​ທີ 3.

ອົງ​ການ​ຮັບ​ໜ້າ​ທີ່​ທົດ​ລອງ​ດັ່ງ​ກ່າວ​ແມ່ນ​ວິ​ທະ​ຍາ​ຄານ​ເສ​ນາ​ຮັກ ແລະ ສະ​ຖາ​ບັນ Pasteur ນະ​ຄອນ​ໂຮ່​ຈີ​ມິນ. ສະ​ຖານ​ທີ່​ຜັນ​ຂະ​ຫຍາຍ​ລວມ​ມີ​ວິ​ທະ​ນາ​ຄານ​ເສ​ນາ​ຮັກ, ແຂວງ​ຮຶງ​ອຽນ, ສະ​ຖາ​ບັນ Pasteur ນະ​ຄອນ​ໂຮ່​ຈີ​ມິນ, ແຂວ​ງ​ລອງ​ອານ, ແຂວງ​ຕຽນ​ຢາງ ແລະ ບາງ​ຫົວ​ໜ່ວຍ​ທີ່​ມີ​ເງື່ອນ​ໄຂ​ຢ່າງ​ຄົບ​ຖ້ວນ​ຕາມ​ຂໍ້​ກຳ​ນົດ​ຢູ່​ບັນ​ດາ​ແຂວງ​ທີ່ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຄົ້ນ​ຄວ້າ.

ຄາດ​ວ່າ Nanogen ຈະມີ​ຂອບ​ຂະ​ໜາດ​ການ​ຜະ​ລິດ​ວັກ​ຊິນປະ​ມານ 20 – 30 ລ້ານ​ໂດ​ສ/ປີ ແລະ ອາດ​ຈະ​ຍົກ​ສະ​ມັດ​ຕະ​ພາບ​ຂຶ້ນ​ເມື່ອ​ໄດ້​ຮັບ​ການ​ລົງ​ທຶນ.

ວັກ​ຊິນ​ຊະ​ນິດ​ທີ 2 ແມ່ນວັກ​ຊິນ COVIVAC ຂອງ​ສະ​ຖາ​ບັນ ວັກ​ຊິນ ແລະ ຜະລິດຕະພັນຊີວະພາບ ຍາ​ຈາງ. ປັດ​ຈຸ​ບັນ, ວັກ​ຊິນ​ຊະ​ນິດ​ນີ້ ພວມ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ສັກ​ທົດ​ລອງ​ຕໍ່​ຄົນ​ໄລ​ຍະ​ທີ 1.

ຕາມ​ກົ​ມ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ ແລະ ບຳ​ລຸງ​ສ້າງ​ແລ້ວ, ວັນ​ທີ 7 ພຶດ​ສະ​ພາ 2021, ລັດ​ຖະ​ມົນ​ຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ໄດ້​ປະ​ກາດ​ໃຊ້​ຂໍ້​ຕົກ​ລົງສະບັບ​ເລກ​ທີ 2301/ QĐ-BYT ວ່າດ້ວຍການສ້າງ​ຕັ້ງຄະ​ນະ​ຊີ້​ນຳ​ໂຄງ​ກາ​ນ​ຄົ້ນ​ຄວ້າ​ການ​ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ ແລະ ຜະ​ລິດ​ວັກ​ຊິນ​ປ້ອງ​ກັນ​ໂຄວິດ - 19.

ວິ​ສາ​ຫະ​ກິດ​ໄດ້​ປຶກ​ສາ​ຫາ​ລື, ເຈ​ລະ​ຈາ​ກັບ​ນັກ​ຜະ​ລິດ​ອາ​ເມ​ລິ​ກາ ກ່ຽວ​ກັ​ບ​ເງື່ອນ​ໄຂ​ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ​ຜະ​ລິດ​ວັກ​ຊິນກັນ​ໂຄວິດ - 19 ຈາກ ທາດ mRNA. ປັດ​ຈຸ​ບັນ​ໄດ້​ສິ້ນ​ສຸດການທົດລອງ​ໄລ​ຍະ​​ທີ 1 ແລະ 2 ແລ້ວ.

ໂຮງ​ງານທີ່​ໄດ້​ຮັບ​ການ​ລົງ​ທຶນ​ຕາມ​ມາດ​ຖານ​ເຕັກ​ໂນ​ໂລ​ຢີ​ຂອງ​ນັກ​ຜະ​ລິດ​ທີ່​ມີ​ສະ​ມັດ​ຕະ​ພາບຜະ​ລິດ​ວັກ​ຊິນ​ໄດ້ 100 – 200 ລ້ານ​ໂດ​ສ/ປີ, ຄາດ​ວ່າ​ຈະ​ເລີ່ມ​ຜະ​ລິດ​ແຕ່​ໄຕ​ມາດ​ທີ 4/2021 ຫຼື ໄຕ​ມາດ1/2022.

ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ຕ່າງປະເທດສືບຕໍ່ສະ​ໜັບ​ສະ​ໜູນ ກອງທຶນວັກ​ຊິນ​ກັນ​ໂຄວິດ - 19 ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ຕ່າງປະເທດສືບຕໍ່ສະ​ໜັບ​ສະ​ໜູນ ກອງທຶນວັກ​ຊິນ​ກັນ​ໂຄວິດ - 19

ທ່ານ ຟ້າມກວາງຫ້ຽວ ຮອງລັດຖະມົນຕີ, ຫົວໜ້າຄະນະກຳມະການແຫ່ງລັດກ່ຽວກັບ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ສະແດງຄວາມຕື້ນຕັນໃຈ ແລະ ຄວາມເຄົາລົບນັບຖືຕໍ່ບັນດານ້ຳໃຈອັນດີງາມ, ການໜູນຊ່ວຍ, ຮ່ວມເດີນທາງ, ການແບ່ງປັນຂອງພໍ່ແມ່ປະຊາຊົນ ຊາວຫວຽດນາມ ອາໄສຢູ່ ສ.ເຊັກໂກ.

ຊາວ ຫວຽດ​ນາມ ອາ​ໄສ ຢູ່​ຕ່າງ​ປະ​ເທດ ໃຫ້​ການ​ບໍ​ລິ​ຈາກ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ກອງ​ທຶນ​ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ຫວຽດ​ນາມ ຊາວ ຫວຽດ​ນາມ ອາ​ໄສ ຢູ່​ຕ່າງ​ປະ​ເທດ ໃຫ້​ການ​ບໍ​ລິ​ຈາກ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ກອງ​ທຶນ​ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ຫວຽດ​ນາມ

ບັນດາຫົວໜ່ວຍດັ່ງກ່າວ ໄດ້ມອບເງິນສົດໃຫ້ຄະນະກຳມະການແຫ່ງລັດ ກ່ຽວກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ 50 ລ້ານດົ່ງ ເພື່ອປະກອບສ່ວນເຂົ້າໃນກອງທຶນວັກຊິນກັນພະຍາດໂຄວິດ - 19 ແລະ ວັດຖຸເຄື່ອງຂອງຈຳນວນໜຶ່ງທີ່ມີມູນຄ່າເກືອບ 230 ລ້ານດົ່ງ ເພື່ອຊ່ວຍເຫຼືອໃຫ້ບັນດາແພດໝໍ, ພະຍາບານທີ່ພວມປະຕິບັດໜ້າທີ່ຕ້ານໂລກລະບາດໂຄວິດ - 19 ຢູ່ແຂວງ ບັກຢາງ ແລະ ບັກນິງ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.