ວິສາຫະກິດຝລັ່ງ ເລັ່ງແຜນການນຳເຂົ້າໝາກລິ້ນຈີ່ແກ່ນນ້ອຍຂອງຫວຽດນາມ

12:13 | 17/06/2021

ຍສໝ - ວັນທີ 16 ມິຖຸນາ, ກົມສົ່ງເສີມການຄ້າ ຫວຽດນາມ ໃຫ້ຮູ້ວ່າ, ບັນດາວິສາຫະກິດຝລັ່ງ ໄດ້ຕັດສິນໃຈເລັ່ງແຜນການນຳ ເຂົ້າໝາກລິ້ນຈີ່ແກ່ນນ້ອຍຫວຽດນາມ ເພື່ອຕອບສະໜອງຄວາມຕ້ອງການຂອງຕະຫຼາດ ແລະຈະນຳ ເຂົ້າໝາກລິ້ນຈີ່ແກ່ນນ້ອຍ ງວດທີສອງໃນອາທິດນີ້.

ຊາວຫວຽດນາມຢູ່ອາເມລິກາຮ່ວມແຮງຮ່ວມໃຈພ້ອມກັບພໍ່ແມ່ປະຊາຊົນພາຍໃນປະເທດ ປ້ອງກັນ ແລະ ຕ້ານການລະບາດຂອງພະຍາດ Covid-19 ຊາວຫວຽດນາມຢູ່ອາເມລິກາຮ່ວມແຮງຮ່ວມໃຈພ້ອມກັບພໍ່ແມ່ປະຊາຊົນພາຍໃນປະເທດ ປ້ອງກັນ ແລະ ຕ້ານການລະບາດຂອງພະຍາດ Covid-19
ຍີ່ປຸ່ນ ອຸປະຖຳວັກຊີນ Covid-19 ໜຶ່ງຕື້ ໂດສໃຫ້ຫວຽດນາມ ຍີ່ປຸ່ນ ອຸປະຖຳວັກຊີນ Covid-19 ໜຶ່ງຕື້ ໂດສໃຫ້ຫວຽດນາມ
ວິສາຫະກິດຝລັ່ງ ເລັ່ງແຜນການນຳເຂົ້າໝາກລິ້ນຈີ່ແກ່ນນ້ອຍຂອງຫວຽດນາມ
ໝາກລິ້ນຈີ່ແກ່ນນ້ອຍ ແທງຮ່າ ຊຸດ ທຳອິດ ທີ່ນຳເຂົ້າມາຝຣັ່ງ ໄດ້ຂາຍອອກຢ່າງໄວວາ. ດ້ວຍລາຄາຂາຍ 18 ເອີໂຣ/1 ກິໂລ, ລູກຄ້າຫຼາຍຄົນໄດ້ຊື້ເຖິງ 5 ກິໂລ/ຄັ້ງ. ພາບ: doanhnghiepvn.vn

ພາຍຫຼັງວາງຂາຍໃນລະບົບສັບພະສິນຄ້າອາຊີ ທີ່ປາຣີ ໄດ້ພຽງ 3 ວັນ, ໝາກລິ້ນຈີ່ແກ່ນນ້ອຍ ແທງຮ່າ ຊຸດ ທຳອິດ ທີ່ນຳເຂົ້າມາຝຣັ່ງ ໄດ້ຂາຍອອກຢ່າງໄວວາ. ດ້ວຍລາຄາຂາຍ 18 ເອີໂຣ/1 ກິໂລ, ລູກຄ້າຫຼາຍຄົນໄດ້ຊື້ເຖິງ 5 ກິໂລ/ຄັ້ງ.

ຄາດວ່າ, ຫ້ອງການການຄ້າ, ສະຖານທູດຫວຽດນາມ ປະຈຳ ຝະລັ່ງ ຈະຈັດຮ້ານວາງສະແດງເພື່ອໂຄສະນາກ່ຽວກັບໝາກລິ້ນຈີ່ແກ່ນນ້ອຍ ຫວຽດນາມ ໃນງານເທດສະການອາຫານຫວຽດນາມ 2021 (ເຊິ່ງຈະຈັດຂຶ້ນໃນວັນທີ 19 ມິຖຸນາ 2021 ຢູ່ທີ່ ສະໜາມຫຼວງ Monge Square).

ປະຈຸບັນ, ຫ້ອງການສົ່ງເສີມການຄ້າແລະຫ້ອງການການຄ້າຫວຽດນາມຢູ່ຝລັ່ງ ພວມສືບຕໍ່ຊຸກຍູ້ການຄົ້ນຫາແຫຼ່ງນຳ ເຂົ້າໝາກລິ້ນຈີ່ແກ່ນນ້ອຍແຫ່ງໃໝ່ ຂອງຝຣັ່ງ ຕື່ມອີກ, ຄັດເລືອກ ແລະ ໜູນ ຊ່ວຍບັນດາວິສາຫະກິດທີ່ມີກຳລັງຄວາມສາມາດສົ່ງອອກໄປຍັງອີຢູ ເພື່ອເຊື່ອມຕໍ່ບັນດາການສັ່ງສິນຄ້າສົ່ງອອກສຳ ລັບຜະລິດຕະພັນກະເສດເວົ້າລວມ ແລະເວົ້າສະເພາະແມ່ນໝາກລິ້ນຈີ່ແກ່ນນ້ອຍ ໃຫ້ຫຼາຍກວ່າອີກ, ຊອກຄົ້ນຫາຜົນປະໂຫຍດຈາກສັນຍາ EVFTA ໃຫ້ໄດ້ຫຼາຍທີ່ສຸດ.

ທິມບານເຕະຫວຽດນາມ ສ້າງປະຫວັດສາດ ເມື່ອເປັນຄັ້ງທຳອິດສາມາດເຂົ້າແຂ່ງຂັນຮອບຄັດເລືອກທີ 3 World Cup 2022 ທິມບານເຕະຫວຽດນາມ ສ້າງປະຫວັດສາດ ເມື່ອເປັນຄັ້ງທຳອິດສາມາດເຂົ້າແຂ່ງຂັນຮອບຄັດເລືອກທີ 3 World Cup 2022

ກາຍເປັນ 1 ໃນຈຳນວນ 12 ທິມບານເຕະແຂງແຮງທີ່ສຸດຂອງອາຊີ. ທິມຊາດຫວຽດນາມ ໂດຍຄູຝຶກແມ່ນ Park Hang Seo ສືບຕໍ່ແຂ່ງຂັນດ້ວຍຖານະແມ່ນໜຶ່ງໃນຈຳນວນ 5 ທິມຢືນອັນດັບທີ 2 ມີຜົນງານດີທີ່ສຸດ (ດ້ວຍ 17 ຄະແນນ) ຢູ່ຮອບຄັດເລືອກທີ 3.

ມອບວັດຖຸອຸປະກອນການແພດໃຫ້ປະເທດລາວ ມອບວັດຖຸອຸປະກອນການແພດໃຫ້ປະເທດລາວ

ອຸປະກອນການແພດໂດຍແຂວງເງະອານ ມອບໃຫ້ແຂວງຫົວພັນ ລວມມູນຄ່າ 250 ລ້ານດົ່ງ. ກອງບັນຊາການຕໍາຫຼວດແຂວງເງະອານ ມອບສະບຽງອາຫານ, ວັດຖຸອຸປະກອນການແພດປ້ອງກັນ, ຕ້ານພະຍາດໂຄວິດ-19 ໃຫ້ກອງບັນຊາການປ້ອງກັນຄວາມສະຫງົບແຂວງຫົວພັນ ລວມມູນຄ່າ 100 ລ້ານດົ່ງ.

ໝາກລິ້ນຈີ່ແກ່ນນ້ອຍຫວຽດນາມ ສືບຕໍ່ພິຊິດທ້ອງຕະຫຼາດສິງກະໂປ ໝາກລິ້ນຈີ່ແກ່ນນ້ອຍຫວຽດນາມ ສືບຕໍ່ພິຊິດທ້ອງຕະຫຼາດສິງກະໂປ

ຍສໝ - ຮອດທ້າຍເດືອນກໍລະກົດປີ 2021, ຄາດວ່າ ປະລິມານໝາກລິ້ນຈີ່ແກ່ນນ້ອຍທີ່ນຳເຂົ້າຈາກຫວຽດນາມ ຈະສູງເຖິງ 100 ໂຕນ.

ໄຊພອນ

ເຫດການ
302 Found

Found

The document has moved here.