ກອງປະຊຸມສະໄໝສາມັນຄັ້ງປະຖົມມະເລິກ, ສະພາແຫ່ງຊາດຫວຽດນາມ ຊຸດທີ XV, ຄາດວ່າຈະໄລຂຶ້ນໃນວັນທີ 20 ກໍລະກົດ

13:15 | 16/06/2021

ກອງປະຊຸມສະໄໝສາມັນຄັ້ງປະຖົມມະເລິກ, ສະພາແຫ່ງຊາດຫວຽດນາມ ຊຸດທີ XV, ຄາດວ່າຈະໄລຂຶ້ນໃນວັນທີ 20 ກໍລະກົດ

ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ  XV ແລະສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021-2026 ຢູ່ຫວຽດນາມ ຈະປະສົບຜົນສໍາເລັດຢ່າງຈົບງາມ ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XV ແລະສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021-2026 ຢູ່ຫວຽດນາມ ຈະປະສົບຜົນສໍາເລັດຢ່າງຈົບງາມ
ຈຳນວນຜູ້ມີສິດເລືອກຕັ້ງໃນທົ່ວປະເທດກວ່າ 69 ລ້ານຄົນຈະປະຕິບັດສິດໄປປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ແລະສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2021-2026 ຈຳນວນຜູ້ມີສິດເລືອກຕັ້ງໃນທົ່ວປະເທດກວ່າ 69 ລ້ານຄົນຈະປະຕິບັດສິດໄປປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ແລະສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2021-2026
ກອງປະຊຸມສະໄໝສາມັນຄັ້ງປະຖົມມະເລິກ, ສະພາແຫ່ງຊາດຫວຽດນາມ ຊຸດທີ XV, ຄາດວ່າຈະໄລຂຶ້ນໃນວັນທີ 20 ກໍລະກົດ
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ (ພາບ: TTXVN)

ຕອນເຊົ້າວັນທີ 15 ມິຖຸນາ, ຢູ່ຫໍສະພາແຫ່ງຊາດ, ດ້ວຍການບໍລິຫານຂອງທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ, ຄະນະປະຈຳສະພາແຫ່ງຊາດໄດ້ຈັດພິທີອັດວາລະປະຊຸມຄັ້ງທີ 57. ກ່າວຄຳເຫັນທີ່ພິທີອັດ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ເນັ້ນໜັກວ່າ, ພາຍຫຼັງເຮັດວຽກເປັນເວລາ 1 ມື້ເຄິ່ງ, ຄະນະປະຈຳສະພາແຫ່ງຊາດໄດ້ສຳເລັດທຸກລາຍການກອງປະຊຸມ; ໃນນັ້ນໄດ້ພິຈາລະນາ, ປະກອບຄຳເຫັນໃສ່ 6 ເນື້ອໃນ ແລະ ຮັບຮອງເອົາມະຕິສະບັບ 1 ວ່າດ້ວຍວຽກງານບຸກຄະລາກອນ. ພາຍຫຼັງວາລະປະຊຸມ, ທ່ານປະທານສະພາແຫ່ງຊາດສະເໜີໃຫ້ບັນດາອົງການຈັດຕັ້ງທີ່ກ່ຽວຂ້ອງ ແລະ ບັນດາສ່ວນບຸກຄົນທີ່ກ່ຽວຂ້ອງ ຈົ່ງຮີບເຮັ່ງຄົ້ນຄວ້າ, ຮັບເອົາຄຳເຫັນທີ່ບັນດາວາລະປະຊຸມ, ບັນດາຂໍ້ສະຫຼຸບຂອງຄະນະປະຈຳສະພາແຫ່ງຊາດສຳລັບແຕ່ລະເນື້ອໃນຢ່າງເຂັ້ມງວດ ເພື່ອສ້າງເອກະສານໃຫ້ສົມບູນແບບເພື່ອຍື່ນສະເໜີຕໍ່ສະພາແຫ່ງຊາດທີ່ກອງປະຊຸມຄັ້ງປະຖົມມະເລິກ, ສະພາແຫ່ງຊາດຫວຽດນາມ ຊຸດທີ XV.

ຄາດວ່າ, ກອງປະຊຸມຄັ້ງປະຖົມມະເລິກ, ສະພາແຫ່ງຊາດຫວຽດນາມ ຊຸດທີ XV ຈະໄຂຂຶ້ນໃນວັນທີ 20 ກໍລະກົດ ຈະມາເຖິງ. ລາຍການຂອງກອງປະຊຸມຄັ້ງນີ້ ຈະດຳເນີນຕາມຮູບແບບສຸມໃສ່ສ້າງວຽກງານບຸກຄະລາກອນໃຫ້ສົມບູນແບບແລ້ວຈຶ່ງດຳເນີນບັນດາເນື້ອໃນກ່ຽວກັບເສດຖະກິດ, ສັງຄົມ ແລະ ບັນດາເນື້ອໃນອື່ນໆອີກ.

ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ  XV ແລະສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021-2026 ຢູ່ຫວຽດນາມ ຈະປະສົບຜົນສໍາເລັດຢ່າງຈົບງາມ ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XV ແລະສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021-2026 ຢູ່ຫວຽດນາມ ຈະປະສົບຜົນສໍາເລັດຢ່າງຈົບງາມ

ຍສໝ - ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດລາວ ປະຈໍາ ຫວຽດນາມ ໄດ້ເນັ້ນໜັກວ່າ: ພາຍໃຕ້ການນໍາພາຂອງພັກກອມມູນິດຫວຽດນາມ, ສະພາແຫ່ງຊາດ, ລັດຖະບານ ແລະສະພາປະຊາຊົນທຸກຂັ້ນໄດ້ມີມາດຕະການຮັບມືຢ່າງມີໄຫວພິບ, ເໝາະສົມກັບສະພາບການຂອງພະຍາດ. ບັນດາການພົບປະແລກປ່ຽນກັບຜູ້ມີສິດເລືອກຕັ້ງໄດ້ດໍາເນີນບົນພື້ນຖານຮັບປະກັນຄວາມປອດໄພສຸຂະພາບໃຫ້ແກ່ຜູ້ສະໝັກເລືອກຕັ້ງ ແລະຜູ້ມີສິດເລືອກຕັ້ງໝົດທຸກຄົນ, ຮັບປະກັນໃຫ້ການເລືອກຕັ້ງສາມາດໄດ້ຈັດຕັ້ງຖືກຕາມແຜນການທີ່ໄດ້ວາງອອກ.

ຈຳນວນຜູ້ມີສິດເລືອກຕັ້ງໃນທົ່ວປະເທດກວ່າ 69 ລ້ານຄົນຈະປະຕິບັດສິດໄປປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ແລະສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2021-2026 ຈຳນວນຜູ້ມີສິດເລືອກຕັ້ງໃນທົ່ວປະເທດກວ່າ 69 ລ້ານຄົນຈະປະຕິບັດສິດໄປປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ແລະສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2021-2026

ຍສໝ - ທົ່ວປະເທດໄດ້ມີຮ່າງບັນຊີລາຍຊື່ 866 ຄົນທີ່ມີມາດຕະຖານຢ່າງພຽງພໍເພື່ອອອກສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ XV.

ຫຼາຍຮູບການໂຄສະນາທີ່ອຸດົມສົມບູນກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XV ຫຼາຍຮູບການໂຄສະນາທີ່ອຸດົມສົມບູນກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XV

ຜ່ານຫຼາຍຮູບການໂຄສະນາທີ່ອຸດົມສົມບູນ ຄື: ພາບໂຄສະນາ, ປ້າຍໂຄສະນາ-ຄໍາຂວັນ, ແຜງໂຄສະນາ, ລົດໂຄສະນາເຄື່ອນທີ່, ງານວາງສະແດງພາບໂຄສະນາຂະໜາດໃຫຍ່... ນີ້ແມ່ນວຽກງານໂຄສະນາການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ແລະສະມາຊິກສະພາປະຊາຊົນ ທຸກຂັ້ນ ອາຍຸການ 2021-2026 ເຊິ່ງທຸກຂະແໜງການ, ທຸກຂັ້ນ ແລະທ້ອງຖິ່ນຕ່າງໆ ຈັດຕັ້ງປະຕິບັດ.

vovworld.vn

ເຫດການ
302 Found

Found

The document has moved here.