ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XV ແລະສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021-2026 ຢູ່ຫວຽດນາມ ຈະປະສົບຜົນສໍາເລັດຢ່າງຈົບງາມ

10:30 | 22/05/2021

ຍສໝ - ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດລາວ ປະຈໍາ ຫວຽດນາມ ໄດ້ເນັ້ນໜັກວ່າ: ພາຍໃຕ້ການນໍາພາຂອງພັກກອມມູນິດຫວຽດນາມ, ສະພາແຫ່ງຊາດ, ລັດຖະບານ ແລະສະພາປະຊາຊົນທຸກຂັ້ນໄດ້ມີມາດຕະການຮັບມືຢ່າງມີໄຫວພິບ, ເໝາະສົມກັບສະພາບການຂອງພະຍາດ. ບັນດາການພົບປະແລກປ່ຽນກັບຜູ້ມີສິດເລືອກຕັ້ງໄດ້ດໍາເນີນບົນພື້ນຖານຮັບປະກັນຄວາມປອດໄພສຸຂະພາບໃຫ້ແກ່ຜູ້ສະໝັກເລືອກຕັ້ງ ແລະຜູ້ມີສິດເລືອກຕັ້ງໝົດທຸກຄົນ, ຮັບປະກັນໃຫ້ການເລືອກຕັ້ງສາມາດໄດ້ຈັດຕັ້ງຖືກຕາມແຜນການທີ່ໄດ້ວາງອອກ.

ຈຳນວນຜູ້ມີສິດເລືອກຕັ້ງໃນທົ່ວປະເທດກວ່າ 69 ລ້ານຄົນຈະປະຕິບັດສິດໄປປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ແລະສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2021-2026 ຈຳນວນຜູ້ມີສິດເລືອກຕັ້ງໃນທົ່ວປະເທດກວ່າ 69 ລ້ານຄົນຈະປະຕິບັດສິດໄປປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ແລະສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2021-2026
ຫຼາຍຮູບການໂຄສະນາທີ່ອຸດົມສົມບູນກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XV ຫຼາຍຮູບການໂຄສະນາທີ່ອຸດົມສົມບູນກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XV

ທ່ານທູດມີຄວາມປະທັບໃຈແນວໃດຕໍ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ທີ່ຈະໄດ້ດຳເນີນໃນມໍ່ໆນີ້? ການປ່ອນເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນຕ່າງໆ ຢູ່ຫວຽດນາມ ໄດ້ປະຕິບັດສິດຜົນປະໂຫຍດຂອງຜູ້ມີສິດປ່ອນບັດ ຢູ່ບ່ອນໃດ?

ກ່ອນອື່ນຂ້າພະເຈົ້າ ຂໍສະແດງຄວາມຂອບໃຈຕໍ່ ວາລະສານຍຸກສະໄໝ ທີ່ໄດ້ໃຫ້ຂ້າພະເຈົ້າມີໂອກາດສະແດງຄວາມຮູ້ສຶກຂອງຕົນ ຕໍ່ການກະກຽມດຳເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ 15 ແລະ ສະພາປະຊາຊົນຂັ້ນຕ່າງໆ ສະໄໝ 2021-2026 ຂອງ ສສ ຫວຽດນາມ ຊຶ່ງຈະໄດ້ຈັດຕັ້ງການປ່ອນບັດ ໃນວັນທີ 23 ພຶດສະພາ 2021 ໃນຂອບເຂດທົ່ວປະເທດ.

ການດຳເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ 15 ແລະ ສະພາປະຊາຊົນຂັ້ນຕ່າງໆ ສະໄໝ 2021-2026 ຂອງ ສສ ຫວຽດນາມ ເປັນວັນບຸນໃຫຍ່ຂອງທົ່ວປວງຊົນ, ເປັນການເຄື່ອນໄຫວທີ່ມີປະຊາທິປະໄຕຢ່າງເລິກເຊິ່ງ ແລະ ໂດຍກົງໃນການເລືອກເອົາບັນດາຜູ້ແທນທີ່ດີເດັ່ນ ຖືກຕາມຄວາມມຸ່ງໝາດປາຖະໜາຂອງຜູ້ປ່ອນບັດເລືອກຕັ້ງ ເຂົ້າໄປນັ່ງໃນບັນດາອົງການທີ່ມີສິດອຳນາດສູງສຸດ ແລະ ອົງການທີ່ມີສິດອຳນາດຢູ່ບັນດາທ້ອງຖິ່ນຕ່າງໆ.

ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ  XV ແລະສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021-2026 ຢູ່ຫວຽດນາມ ຈະປະສົບຜົນສໍາເລັດຢ່າງຈົບງາມ
ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດລາວ ປະຈໍາ ຫວຽດນາມ

ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນຕ່າງໆ ຢູ່ ຫວຽດນາມ ສະແດງອອກໃຫ້ເຫັນທາດແທ້ປະຊາທິປະໄຕຂອງລະບອບສັງຄົມນິຍົມຢູ່ຫວຽດນາມ, ລັກສະນະປະຊາທິປະໄຕຂອງລັດຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ ໂດຍຜ່ານການຮັບຮອງເອົາການພົວພັນຢ່າງ ແໜ້ນແຟ້ນ ລະຫວ່າງ ປະຊາຊົນ ກັບ ລັດ. ພະນັກງານ, ສະມາຊິກພັກ ແລະ ປະຊາຊົນທຸກຊັ້ນຄົນໃນຂອບເຂດທົ່ວປະເທດ ເອົາໃຈໃສ່ກະກຽມ ແລະ ດຳເນີນການປ່ອນບັດເລືອກຕັ້ງ, ເປັນຕົ້ນແມ່ນການປະຕິບັດສິດຂອງພົນລະເມືອງ, ຮັບປະກັນໃຫ້ການເລືອກຕັ້ງ ໄດ້ດຳເນີນໄປແບບມີປະຊາທິປະໄຕ, ຍຸຕິທຳຢ່າງແທ້ຈິງ ໂດຍຖືກຕ້ອງຕາມກົດໝາຍ, ມີຄວາມສະຫງົບ, ປອດໄພ, ປະຢັດມັດທະຍັດ ແລະ ເປັນວັນບຸນໃຫຍ່ຂອງທົ່ວປວງຊົນຢ່າງແທ້ຈິງ.

ທ່ານທູດ ຕີລາຄາແນວໃດ ຕໍ່ວິທີການຈັດຕັ້ງ ແລະ ດຳເນີນການປ່ອນບັດເລືອກຕັ້ງຂອງຫວຽດນາມ? ສົມທຽບການເລືອກຕັ້ງຢູ່ລາວ, ການເລືອກຕັ້ງຢູ່ຫວຽດນາມ ມີຈຸດທີ່ຄືກັນ ແລະ ຈຸດທີ່ແຕກຕ່າງກັນ ແນວໃດ?

ການປ່ອນບັດເລືອກຕັ້ງຂອງຫວຽດນາມແຕ່ລະຄັ້ງ ເປັນເຫດການການເມືອງທີ່ມີຄວາມ ໝາຍປະຫວັດສາດທັງເປັນໂອກາດທີ່ດີເພື່ອໃຫ້ປະຊາຊົນໄດ້ໃຊ້ສິດປະຊາທິປະໄຕຂອງຕົນຢ່າງເຕັມສ່ວນຕາມທີ່ໄດ້ກຳນົດໄວ້ໃນລັດຖະທຳມະນູນຂອງຫວຽດນາມໃນແຕ່ລະໄລຍະ. ສຳລັບການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ 15 ແລະ ສະພາປະຊາຊົນຂັ້ນຕ່າງໆ ສະໄໝ 2021-2026 ກໍ່ໄດ້ດຳເນີນໄປຕາມລັດຖະທຳມະນູນ ປີ 2013, ກົດໝາຍວ່າດ້ວຍການເລືອກສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນທ້ອງຖິ່ນຂອງຫວຽດນາມ ປີ 2015.

ສົມທຽບໃສ່ການເລືອກຕັ້ງຢູ່ລາວ, ການເລືອກຕັ້ງຢູ່ຫວຽດນາມກໍ່ມີຫລາຍຈຸດທີ່ຄ້າຍຄືກັນເປັນຕົ້ນແມ່ນບ່ອນອີງຕົ້ນຕໍໃນການດຳເນີນການເລືອກຕັ້ງ ກໍ່ແມ່ນລະບົບກົດໝາຍ, ນິຕິກຳກ່ຽວກັບການເລືອກຕັ້ງ, ຂັ້ນຕອນການກະກຽມຮອບດ້ານໃຫ້ແກ່ການເລືອກຕັ້ງ ຄື: ໂຄງປະກອບດ້ານບຸກຄະລາກອນ, ຄາດຄະເນ ຜູ້ສະໝັກເຂົ້າເປັນສະມາຊິກຜູ້ແທນສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນຕ່າງໆ, ການສ້າງໜ່ວຍປ່ອນບັດ, ການກະກຽມໜ່ວຍປ່ອນບັດ, ການລົງໂຄສະນາຫາສຽງຂອງຜູ້ລົງສະໝັກ, ການນຳສະເໜີລາຍລະອຽດດ້ານຊີວະປະຫວັດ, ການເຄື່ອນໄຫວ, ຄວາມຮູ້ຄວາມສາມາດ, ຜົນງານຂອງຜູ້ລົງສະໝັກເປັນສະມາຊິກສະພາແຫ່ງຊາດ ແລະ ສະພາຂັ້ນຕ່າງໆ ນັບທັງການກວດນັບຄະແນນ, ການຕິດຕາມກວດກາ, ການລາຍງານຜົນ. ນອກຈາກນັ້ນ, ທັງລາວ ແລະ ຫວຽດນາມ ຍັງໄດ້ມີການກຳນົດເອົາອັດສ່ວນຜູ້ສະໝັກທີ່ເປັນຊົນເຜົ່າ, ເພດ ແລະ ອາຍຸ ເພື່ອໃຫ້ສົມສ່ວນ ແລະ ມີຄວາມຍຸຕິທຳຂອງພົນລະເມືອງທີ່ປະກອບມີຫລາຍຊົນເຜົ່າຄືລາວ ແລະ ຫວຽດນາມ.

ແຕ່ເຖິງຢ່າງໃດກໍ່ຕາມ, ການເລືອກຕັ້ງຢູ່ລາວ ແລະ ຫວຽດນາມ ກໍ່ມີບາງຈຸດທີ່ແຕກຕ່າງກັນ ເປັນຕົ້ນແມ່ນໂຄງປະກອບຂອງສະມາຊິກຜູ້ແທນສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນຕ່າງໆ ກໍ່ມີຈຳນວນທີ່ແຕກຕ່າງກັນ, ການກຳນົດຈຸດບ່ອນບັດກໍ່ມີອັນແຕກຕ່າງກັນ ເນື່ອງຈາກປັດໄຈທາງດ້ານພົນລະເມືອງຂອງສອງປະເທດມີຄວາມແຕກຕ່າາງກັນ.

ຄືດັ່ງທີ່ທ່ານທູດຮູ້ແລ້ວວ່າ, ການຈັດຕັ້ງການປ່ອນບັດເລືອກຕັ້ງຄັ້ງນີ້ມີຂຶ້ນໃນສະພາບການທີ່ເຊື້ອພະຍາດໂຄວິດ-19 ຍັງສືບຕໍ່ລະບາດຢ່າງສັບສົນ. ດັ່ງນັ້ນ, ທ່ານທູດຕີລາຄາແນວໃດ ການທີ່ຫວຽດນາມມີໄຫວພິກ (ຮູບແບບການທີ່ເໝາະສົມ) ໃນການປ່ອນບັດເລືອກຕັ້ງ ໃນໄລຍະທີ່ມີການລະບາດຂອງເຊື້ອພະຍາດທີ່ສັບສົນແບບນີ້?

ການກະກຽມໃຫ້ແກ່ການປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ 15 ແລະ ສະພາປະຊາຊົນ ແຕ່ລະຂັ້ນ ສະໄໝ 2021-2026 ຄັ້ງນີ້ ມີຄວາມແຕກຕ່າງຈາກການກະກຽມໃຫ້ແກ່ການປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນແຕ່ລະຂັ້ນ ໃນຄັ້ງຜ່ານໆມາ ເນື່ອງຈາກປັດຈຸບັນຢູ່ໃນໄລຍະການລະບາດເຊື້ອພະຍາດໂຄວິດ-19 ທີ່ໄດ້ແຜ່ລາມໄປທົ່ວໂລກ ລວມທັງ ຢູ່ ສສ ຫວຽດນາມ ຊຶ່ງເປັນການລະບາດຮອບທີ 4 ເຖິງຢ່າງໃດກໍຕາມພາຍໃຕ້ການຊີ້ນໍາ, ນໍາພາຂອງພັກກອມມູນິດຫວຽດນາມ, ລັດຖະບານ, ສະພາແຫ່ງຊາດ ແລະ ສະພາປະຊາຊົນທ້ອງຖິ່ນແຕ່ລະຂັ້ນ ທີ່ມີໄຫວພິກ ແລະ ວິທີການທີ່ເໝາະສົມຮັບມມືກັບສະພາບການໃນປັດຈຸບັນ. ເຖິງວ່າມີການລະບາດເຊື້ອພະຍາດໂຄວິດ-19 ກໍຕາມ ແຕ່ຜູ້ແທນລົງສະໝັກຮັບເລືອກຕັ້ງສືບຕໍ່ລົງຮາກຖານພົບປະ, ແນະນຳປະຫວັດ ແລະ ຜົນງານຂອງຕົນ, ແຜນພັດທະນາເສດຖະກິດ-ສັງຄົມ ກໍຄືຄວາມໝາຍຄວາມສຳຄັນໃນການອອກໄປໃຊ້ສິດ, ໃຊ້ສຽງຂອງຜູ້ທີ່ມີສິດປ່ອນບັດເລືອກຕັ້ງ ບົນພື້ນຖານ: ໜຶ່ງແມ່ນ ຮັບປະກັນຄວາມປອດໄພທາງດ້ານສຸຂະພາບຂອງຜູ້ຮັບສະໝັກເລືອກຕັ້ງ, ຜູ້ປ່ອນບັດເລືອກຕັ້ງ ແລະ ສອງແມ່ນ ຮັບປະກັນຄຸນນະພາບການປ່ອນບັດເລືອກຕັ້ງຄັ້ງນີ້ ເພື່ອເຮັດໃຫ້ການປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ 15 ແລະ ສະພາປະຊາຊົນແຕ່ລະຂັ້ນ ສະໄໝ 2021-2026 ສາມາດດຳເນີນຕາມແຜນການທີ່ກຳນົດໄວ້.

(Video: ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດລາວ ປະຈໍາ ຫວຽດນາມ ຕອບສໍາພາດຕໍ່ນັກຂ່າວ ວາລະສານຍຸກສະໄໝ)

ທ່ານທູດມີຄວາມຄາດຫວັງແນວໃດໃນການພັດທະນາຂອງຫວຽດນາມ ພາຍຫລັງການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 15 ນີ້?

ພາຍຫລັງການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 15 ນີ້ ສຳເລັດຢ່າງຈົບງາມ, ຂ້າພະເຈົ້າ ຫວັງວ່າ ຜູ້ແທນສະພາແຫ່ງຊາດຊຸດທີ 15 ນີ້ ຈະລ້ວນແລ້ວແຕ່ແມ່ນໄດ້ຜູ້ທີ່ມີຄວາມຮູ້, ຄວາມສາມາດ ແລະ ມີປະສົບການໃນການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການສ້າງກົດໝາຍ ຂອງ ສສ ຫວຽດນາມ ​​ຊຶ່ງຈະເປັນການສ້າງໃຫ້ການພັດທະນາເສດຖະກິດ-ສັງຄົມ ຢູ່ ຫວຽດນາມ ມີຄວາມຍຸຕິທຳ ແລະ ມີປະຊາທິປະໄຕຍິ່ງໆຂຶ້ນ, ທັງເປັນການປະກອບສ່ວນເຮັດໃຫ້ປະຊາຊົນມີຄວາມຮັ່ງມີ, ປະເທດຊາດເຂັ້ມແຂງ, ສັງຄົມສາມັກຄີປອງດອງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ ແລະ ເປັນພື້ນຖານໃຫ້ແກ່ການບັນລຸບັນດາເປົ້າໝາຍຍຸດທະສາດຮອດປີ 2030 - ເປັນໄລຍະເວລາຄົບຮອບ 100 ປີ ແຫ່ງການສ້ງຕັ້ງພັກກອມ​ມູນິດຫວຽດນາມ ໂດຍການພັດທະນາປະເທດຫວຽດນາມໃຫ້ກາຍເປັນປະເທດທີ່ມີລາຍຮັບປານກາງສູງ ແລະ ວິໄສທັດການພັດທະນາປະເທດຫວຽດນາມ ຮອດປີ 2045 - ເປັນໄລຍະເວລາຄົບຮອບ 100 ປີ ແຫ່ງການສ້າງຕັ້ງ ສາທາລະນະ​ລັດ ສັງຄົມນິຍົມ ຫວຽດນາມ ໂດຍການພັດທະນາປະເທດຫວຽດນາມໃຫ້ກາຍເປັນປະເທດພັດທະນາທີ່ມີລາຍຮັບສູງ.

ໃນໂອກາດນີ້, ຂ້າພະເຈົ້າ ຂໍສົ່ງພອນໄຊອັນປະເສີດໄປຍັງການນຳຂອງພັກ, ລັດຫວຽດນາມ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ເຮັດສຳເລັດໜ້າທີ່ອັນສູງສົ່ງຂອງຕົນ. ອວຍພອນໃຫ້ການດຳເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ 15 ແລະ ສະພາປະຊາຊົນຂັ້ນຕ່າງໆ ສະໄໝ 2021-2026 ຂອງ ສສ ຫວຽດນາມ ປະສົບຜົນສຳເລັດຢ່າງຈົບງາມ.

ຂໍຂອບໃຈ!

ການເລືອກຕັ້ງຢູ່ຫວຽດນາມໃນຄວາມຮູ້ສຶກໄດ້ຂອງເພື່ອນມິດສາກົນ: ຫຼາຍກວ່າຄວາມເຊື່ອໝັ້ນ ການເລືອກຕັ້ງຢູ່ຫວຽດນາມໃນຄວາມຮູ້ສຶກໄດ້ຂອງເພື່ອນມິດສາກົນ: ຫຼາຍກວ່າຄວາມເຊື່ອໝັ້ນ

ຍສໝ - ຫຼາຍມື້ຜ່ານມາ, ເພື່ອນມິດໃນທົ່ວໂລກ ເມື່ອສົນໃຈເຖິງການເລືອກຕັ້ງປີນີ້ຢູ່ຫວຽດນາມ ມັກມີຄວາມຮູ້ສຶກວ່າການເລືອກຕັ້ງ ຈະປະສົບຜົນສຳເລັດຢ່າງຈົບງາມ. ພ້ອມກັນນັ້ນກໍ່ເຊື່ອວ່າຈະແມ່ນບາດກ້າວໃໝ່ ຂອງການພັດທະນາທີ່ເຂັ້ມແຂງ ແລະຍືນຍົງຂອງຫວຽດນາມ. ຄວາມເຊື່ອນັ້ນຖືກສ້າງຕັ້ງຂື້ນຈາກການສັງເກດ, ການຄົ້ນຄ້ວາ ແລະອື່ນໆ ເຖິງຄວາມເປັນຈິງທີ່ມີຊີວິດຊີວາຂອງຊີວິດຢູ່ຫວຽດນາມ.

ເອກອັກຄະລັດຖະທູດປາແລັສຕິນ: ຢູ່ຫວຽດນາມ, ຜູ້ໃດກໍ່ຕາມແມ່ນສະມາຊິກສະພາແຫ່ງຊາດ ກໍ່ຖືເອົາຈິດໃຈຮັບໃຊ້ປະຊາຊົນ ແລະ ປະເທດເປັນເປົ້າໝາຍຕົ້ນຕໍ ເອກອັກຄະລັດຖະທູດປາແລັສຕິນ: ຢູ່ຫວຽດນາມ, ຜູ້ໃດກໍ່ຕາມແມ່ນສະມາຊິກສະພາແຫ່ງຊາດ ກໍ່ຖືເອົາຈິດໃຈຮັບໃຊ້ປະຊາຊົນ ແລະ ປະເທດເປັນເປົ້າໝາຍຕົ້ນຕໍ

ຍສໝ - ທ່ານ Saadi Salam - ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງລັດປາແລດສະຕິນ ປະຈຳ ຫວຽດນາມ ໄດ້ເຊື່ອໝັ້ນວ່າ ຫວຽດນາມຈະຈັດຕັ້ງການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV, ເລືອກຕັ້ງສະພາປະຊາຊົນທຸກຂັ້ນໃນໄລຍະ 2021-2026 ຢ່າງສຳເລັດຜົນ. ທ່ານ Saadi Salam ໄດ້ກ່າວວ່າ, ຜູ້ມີສິດເລືອກຕັ້ງເມື່ອໄປປ່ອນບັດ ຈະເລືອກເອົາຜູ້ຮັກຊາດ ແລະ ເປັນຜູ້ທີ່ມີຄວາມຮັບຜິດຊອບຕໍ່ປະຊາຊົນ.

ການເລືອກຕັ້ງຢູ່ຫວຽດນາມໃນຄວາມຮູ້ສຶກໄດ້ ຂອງເພື່ອນມິດສາກົນ: ແມ່ນວັນບຸນການເມືອງພິເສດ ການເລືອກຕັ້ງຢູ່ຫວຽດນາມໃນຄວາມຮູ້ສຶກໄດ້ ຂອງເພື່ອນມິດສາກົນ: ແມ່ນວັນບຸນການເມືອງພິເສດ

ຍສໝ - ສິ່ງທີ່ໜ້າສົນໃຈ, ກິດຈະກຳການເມືອງນີ້ບໍ່ພຽງແຕ່ມີຄວາມສຳຄັນ ໃນດ້ານການເມືອງເທົ່ານັ້ນ, ແຕ່ຍັງມີຄວາມກະຕືລືລົ້ນ, ມີຄວາມກົມກຽວ, ມີຄວາມເບີກບານມ່ວນຊື່ນ ໃນຊີວິດຂອງທຸກຊັ້ນຄົນ...ນັ້ນແມ່ນຄວາມຮູ້ສຶກທົ່ວໄປຂອງເພື່ອນມິດທົ່ວໂລກ ເຊິ່ງໄດ້ແບ່ງປັນກັບນັກຂ່າວ ວາລະສານຍຸກສະໄໝ.

ໄຊພອນ

ເຫດການ
302 Found

Found

The document has moved here.