ປະຊາຄົມຊາວຫວຽດນາມ ຢູ່ສາທາລະນະລັດເຊັກ ໄດ້ສະໜັບສະໜູນກອງທຶນສັກຢາວັກຊີນ COVID-19

15:49 | 13/06/2021

ຍສໝ - ຫວ່າງແລ້ວນີ້, ຄະນະກຳມະການແຫ່ງລັດ ສຳລັບຊາວຕ່າງປະເທດຫວຽດນາມ ແລະ ກະຊວງການຕ່າງປະເທດຫວຽດນາມ ໄດ້ຈັດພິທີຮັບເງິນຊ່ວຍເຫຼືອ 500 ລ້ານດົງ ຈາກປະຊາຄົມຊາວຫວຽດນາມຢູ່ສາທາລະນະລັດເຊັກ ເພື່ອສະໜັບສະໜູນກອງທຶນສຳສັກຢາວັກຊີນ COVID-19.

ຫວຽດນາມໄດ້ກາຍເປັນປະເທດທຳອິດໃນພາກພື້ນ ອາຊຽນ ທີ່ສຳຜັດກັບວັກຊິນກັນພະຍາດໂຄວິດ - 19 ຂອງ Astrazeneca ຫວຽດນາມໄດ້ກາຍເປັນປະເທດທຳອິດໃນພາກພື້ນ ອາຊຽນ ທີ່ສຳຜັດກັບວັກຊິນກັນພະຍາດໂຄວິດ - 19 ຂອງ Astrazeneca
ກະຊວງການຕ່າງປະເທດ ໃຫ້ຖະແຫຼງຂ່າວກ່ຽວກັບແຜນການສັກຢາວັກຊີນປ້ອງກັນ COVID-19 ຂອງຫວຽດນາມ ກະຊວງການຕ່າງປະເທດ ໃຫ້ຖະແຫຼງຂ່າວກ່ຽວກັບແຜນການສັກຢາວັກຊີນປ້ອງກັນ COVID-19 ຂອງຫວຽດນາມ

ກ່າວຄຳເຫັນທີ່ພິທີ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ - ປະທານຄະນະກຳມະການແຫ່ງລັດສຳລັບຊາວຕ່າງປະເທດຫວຽດນາມ ຟ້າມກ່ວາງຫ້ຽວ ໄດ້ສະແດງຄວາມຂອບອົກຂອບໃຈ ແລະ ຮູ້ບຸນຄຸນຕໍ່ຄວາມຮູ້ສຶກທາງໃຈທີ່ດີ, ການສະໜັບສະໜູນຂອງຍາດຕິພີ່ນ້ອງ ຊາວຫວຽດນາມຢູ່ສາທາລະນະລັດເຊັກ ໃນການພ້ອມຈິດພ້ອມໃຈກັນ ກັບພີ່ນ້ອງຮ່ວມຊາດໃນປະເທດ ເພື່ອຕໍ່ສູ້ກັບການລະບາດຂອງພະຍາດ COVID-19. ທ່ານຟ້າມກ່ວາງຫ້ຽວ ໄດ້ຢືນຢັນວ່າ ຄະນະກຳມະການແຫ່ງລັດ ສຳລັບຊາວຕ່າງປະເທດຫວຽດນາມ ຈະໂອນຈຳນວນເງິນທັງໝົດ ຂ້າງເທິງນີ້ໂດຍກົງ ເຂົ້າກອງທຶນສັກຢາວັກຊີນ COVID-19 ໂດຍໄວ.

ປະຊາຄົມຊາວຫວຽດນາມ ຢູ່ສາທາລະນະລັດເຊັກ ໄດ້ສະໜັບສະໜູນກອງທຶນສັກຢາວັກຊີນ COVID-19
ປະຊາຄົມຊາວຫວຽດນາມ ຢູ່ສາທາລະນະລັດເຊັກ ໄດ້ສະໜັບສະໜູນກອງທຶນສັກຢາວັກຊີນ COVID-19.

ທ່ານຮອງລັດຖະມົນຕີ ຟ້າມກ່ວາງຫ້ຽວ ໄດ້ສະແດງຄວາມຂອບອົກຂອບໃຈ ຄະນະກຳມະການສູນກາງສະມາຄົມຊາວຫວຽດນາມ ຢູ່ສາທາລະນະລັດເຊັກ ແລະ ສະຫະພັນແມ່ຍິງຫວຽດນາມຢູ່ສາທາລະນະລັດເຊັກ ທີ່ໄດ້ປະກອບສ່ວນສຳຄັນເຂົ້າໃນການຕອບສະໜອງ ແລະ ສະໜັບສະໜູນວຽກງານພາຍໃນປະເທດ ແລະ ບັນດາການເຄື່ອນໄຫວຂອງຄະນະກຳມະການແຫ່ງລັດ ສຳລັບຊາວຕ່າງປະເທດຫວຽດນາມ.

ປະຈຸບັນ, ມີຊາວຫວຽດນາມປະມານ 60.000 ຄົນ ພວມດຳລົງຊີວິດຢູ່ສາທາລະນະລັດເຊັກ. ຊາວຫວຽດນາມຢູ່ສາທາລະນະລັດເຊັກ ຍາມໃດກໍ່ເອົາໃຈໃສ່ບ້ານເກີດເມືອງນອນ ດ້ວຍຄວາມຮູ້ສຶກທີ່ດີ. ໃນຈຸດເລີ່ມຕົ້ນຂອງການລະບາດຂອງພະຍາດ COVID-19 ຢູ່ຫວຽດນາມໃນປີ 2020, ປະຊາຄົມຊາວຫວຽດນາມຢູ່ສາທາລະນະລັດເຊັກ ໄດ້ບໍລິຈາກເຄື່ອງຊ່ວຍເຫຼືອຫຼາຍຢ່າງ ເພື່ອໜູນຊ່ວຍບັນດາທ້ອງຖິ່ນ ແລະ ໄດ້ສົ່ງເງິນປະມານ 2 ຕື້ດົ່ງ ເພື່ອໜູນຊ່ວຍບັນດາແຂວງພາກກາງ ເພື່ອແກ້ໄຂຜົນຮ້າຍຈາກໄພນ້ຳຖ້ວມ.

ຫວຽດນາມ ໄດ້ສັ່ງຊື້ວັກຊີນ COVID-19 ຈຳນວນ 170 ລ້ານປະລິມານ ເພື່ອສັກຢາໃຫ້ປະຊາຊົນ ຫວຽດນາມ ໄດ້ສັ່ງຊື້ວັກຊີນ COVID-19 ຈຳນວນ 170 ລ້ານປະລິມານ ເພື່ອສັກຢາໃຫ້ປະຊາຊົນ

ຍສໝ - ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ເຈີນວັນເຊີນ ໄດ້ເປັນປະທານກອງປະຊຸມຖະແຫຼງຂ່າວລັດຖະບານເປັນປະຈຳ ໃນເດືອນພຶດສະພາ. ສັກຢາວັກຊີນ. ໃນກອງປະຊຸມ, ໜຶ່ງໃນບັນຫາທີ່ສະມາຊິກລັດຖະບານສຸມໃສ່ພິຈາລະນາ ແມ່ນກ່ຽວຂ້ອງກັບວັກຊີນປ້ອງກັນ ແລະ ຕ້ານ COVID-19.

ປະເທດລາວ ໄດ້ເລີ່ມຕົ້ົ້ນທົດລອງການສັກວັກຊິນ ຕ້ານພະຍາດ COVID – 19 ປະເທດລາວ ໄດ້ເລີ່ມຕົ້ົ້ນທົດລອງການສັກວັກຊິນ ຕ້ານພະຍາດ COVID – 19

ຍສໝ - ປະເທດລາວ ກຳລັງຈັດຕັ້ງການທົດສອບວັກຊີນ ຕ້ານພະຍາດ COVID – 19 ຄັ້ງທຳອິດ ສຳລັບ ບັນດາຜູ້ອາສາສະໝັກ ແລະ ສືບຕໍ່ຮັບເອົາວັກຊີນທີ່ບໍລິຈາກໂດຍປະເທດອື່ນ ເພື່ອໃຫ້ສາມາດສັກຢາວັກຊີນໃຫ້ແກ່ພົນລະເມືອງ ທີ່ຈະໄດ້ເລີ່ມແຕ່ເດືອນເມສາປີນີ້.

ພະຍາດ COVID -19: ນຳສົ່ງພົນລະເມືອງຫວຽດນາມ ຈາກປະເທດເຢຍລະມັນ ແລະ  ໂຮງລັງ ກັບຄືນບ້ານ ພະຍາດ COVID -19: ນຳສົ່ງພົນລະເມືອງຫວຽດນາມ ຈາກປະເທດເຢຍລະມັນ ແລະ ໂຮງລັງ ກັບຄືນບ້ານ

ຍສໝ - ຜູ້ໂດຍສານໃນຖ້ຽວບິນທີ່ຖືກຕິດຄ້າງຍ້ອນການລະບາດຂອງພະຍາດ COVID-19 ແລະ ກໍລະນີທີ່ປະສົບຄວາມຫຍຸ້ງຍາກໂດຍສະເພາະ, ເຊັ່ນ: ແມ່ຍິງຖືພາ, ເດັກນ້ອຍອາຍຸຕໍ່າກວ່າ 18 ປີ, ຄົນເຈັບປ່ວຍໜັກ, ແລະ ຜູ້ອອກແຮງງານໝົດກຳນົດວີຊາ ຫຼື ສັນຍາແຮງງານ, ນັກຮຽນທີ່ບໍ່ມີບ່ອນຢູ່ອາໄສ ຍ້ອນຫໍພັກອັດປະຕູ.

ຄຳຮຸ່ງ

ເບິ່ງເພີ່ມເຕີມໃນ: ຊາວຫວຽດນາມອາໃສຢູ່ຕ່າງປະເທດ

ຮ່ວມເດີນທາງ, ຮັບ​ຟັງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ດ້ວຍ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຢາກ​ນຳ​ບ້ານ​ເກີດ​ເມືອງ​ນອນ - ປະ​ເທດ​ເຂົ້າ​ສູ່​ຍຸກ​ແຫ່ງ​ການ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ

ເບິ່ງເພີ່ມເຕີມ
ເຫດການ