ນຳໄຟຟ້າມາໃຫ້ໝູ່ເກາະ ເຈື່ອງຊາ

00:00 | 12/06/2024

ຍສໝ - ທ່າມກາງມະຫາສະໝຸດທີ່ກວ້າງໃຫຍ່ໄພສານ, ໝູ່ເກາະຈຸດຕ່າງໆໃນເກາະເຈື່ອງຊາ ໄດ້ ແລະ ກໍາລັງມີໄຟຟ້າທີ່ໃຫ້ແສງສະຫວ່າງນັບມື້ນັບຫຼາຍຂຶ້ນ. ຊີວິດ​ການ​ເປັນ​ຢູ່​ຂອງ​ພະນັກງານ, ນັກຮົບ ​ແລະ ປະຊາຊົນແຕ່ລະຄົນ​ຢູ່ເທິງ​ໝູ່​ເກາະ​ຕ່າງໆ​ນັບ​ມື້​ນັບ​ດີ​ຂຶ້ນກວ່າເກົ່າ, ຄ່ອຍໆ​ລົບ​ລ້າງ​ຊ່ອງ​ຫວ່າງ​ລະຫວ່າງ​ແຜ່ນດິນ​ໃຫຍ່ ​ແລະ ໝູ່​ເກາະທະເລ.

ພ້ອມຈິດພ້ອມໃຈກັນເພື່ອ​ສ້າງ​ແຫຼ່ງ​ພະ​ລັງ​ງານໄຟຟ້າ​ຢູ່​ກາງ​ທະ​ເລອັນກວ້າງໃຫ່ຍ

​ໃນ​ການ​ຢ້ຽມຢາມ, ເພື່ອໃຫ້ກໍາລັງໃຈທະຫານ ​ແລະ ປະຊາຊົນ​ຢູ່​ໝູ່​ເກາະ ​ເຈື່ອງ​ຊາ ​ໃນ​ທ້າຍ​ເດືອນ ພຶດສະພາ ທີ່ຜ່ານມາ, ຄະນະ​ປະຕິບັດ​ງານເລກທີ 14 ຮູ້ສຶກ​ດີ​ໃຈເປັນຢ່າງຍິ່ງທີ່​ໄດ້ຮັບຂ່າວວ່າຢູ່ຈຸດ​ເກາະ ດາດົງ A, ​ແຫຼ່ງຈ່າຍໄຟຟ້າ​​ໄຕ້ແສງສະຫວ່າງ​ເພື່ອ​ຮັບ​ໃຊ້​ພະນັກງານ, ນັກຮົບໄດ້ມີຄວາມເປັນປົກກະຕິ ແລະ ລຸລ່ວງ.

ພົນ​​ເອກ ຫງວຽນຊຸຍແຂງ, ຫົວໜ້າຜູ້​ບັນຊາ​ການ​ເກາະ ດາດົງ A ກ່າວວ່າ: ​ແຕ່​ປີ 2021, ລະບົບແຜງພະລັງງານ​ແສງ​ຕາ​ເວັນ​ ​ແລະ ລະບົບ​ໝໍ້ໄຟ​ແຫ່ງ​ໃໝ່​​ໄດ້​ຮັບ​ການ​ຕິດຕັ້ງ ແລະ ຮັບປະກັນການຕອບສະໜອງການຈ່າຍໄຟຟ້າ ໂດຍລັດວິສາຫະກິດໄຟຟ້າພາກໃຕ້ (EVNSPC) ປະມານ 1.000 ກິໂລວັດ/ເດືອນ.

ນຳໄຟຟ້າມາໃຫ້ໝູ່ເກາະ ເຈື່ອງຊາ
ການນໍາ​ກຸ່ມ​ບໍລິສັດ​ໄຟຟ້າ​ຫວຽດນາມ ​ແລະ ລັດ​ວິ​ສາ​ຫະກິດ​ໄຟຟ້າ​ພາກ​ໃຕ້​ ໄດ້​ສຳ​ຫຼວດ, ກວດກາ​ລະບົບແຜງພະລັງງານ​ແສງ​ຕາ​ເວັນ​ຢູ່​ເກາະ ດາດົງ B.

ໃນ​ເງື່ອນໄຂ​ທີ່​ມີ​ແສງ​ແດດສະໝໍ່າສະເໝີ, ໄຟຟ້າໃຊ້​ໄດ້ຕະຫຼອດ 24 ຊົ່ວ​ໂມງ ເພື່ອຮັບ​ໃຊ້ເຂົ້າໃນ​ວຽກ​ງານ ​ແລະ ​ເຄື່ອນ​ໄຫວ​ໃນຊີວິດປະຈຳ​ວັນ​ຂອງ​ພະນັກງານ, ນັກຮົບ; ໃນສະພາບອາກາດທີ່ມີຝົນຕົກຫນັກ, ເຖິງແສງແດດມີໜ້ອຍແຕ່ພະລັງງານທີ່ເກັບໄວ້ໃນຫມໍ້ໄຟຍັງສາມາດຮັບປະກັນການສະຫນອງພະລັງງານເປັນເວລາສາມເຖິງເຈັດມື້.

ຄຽງ​ຄູ່​ກັບ​ໝູ່​ເກາະ ດາດົງ A, ເກາະເຈື່ອງ​ຊາໃຫ່ຍ, ​ແທ່ນ​ຂຸດ​ເຈາະ DK ຈຳນວນ​ໜຶ່ງ ​ແລະ ໝູ່​ເກາະອື່ນໆອີກ​ຫຼາຍ​ແຫ່ງ​ ປະຈຸບັນມີການເຂົ້າເຖິງແຫຼ່ງ​ໄຟຟ້າ​ຈາກແຫຼ່ງ​ແບັດຕາລີ່ແຜງພະລັງງານ​ແສງ​ຕາ​ເວັນ​ ​ແລະ ພະລັງງານ​ແຮງລົມຂ້ອນຄ້າງພຽງພໍ, ຕອບ​ສະໜອງ​ຄວາມ​ຮຽກຮ້ອງຕ້ອງການໃນຊີວິດ​ປະຈຳ​ວັນ, ວຽກ​ງານ​ຂອງ​ກອງທັບ ​ແລະ ປະຊາຊົນ​ຢູ່​ເກາະໂດຍສະເລ່ຍ 20 ຊົ່ວໂມງ/ມື້.

ຫວນຄືນສະໄໝເມື່ອຫຼາຍປີກ່ອນ, ທ່ານ ພົນເອກ ກາວວັນເຊີນ ຮອງຫົວໜ້າພະລາທິການ ເຫຼົ່າທັບ ກ່າວວ່າ: “ປີ 1997-1998, ເມື່ອຂ້າພະເຈົ້າເຮັດວຽກຢູ່ໃນເກາະແມ່ນຍັງບໍ່ມີໄຟຟ້າໃຊ້.

ນັບແຕ່ປີ 2017, ກຸ່ມບໍລິສັດໄຟຟ້າຫວຽດນາມ (EVN) ໄດ້ຮັບການລົງທຶນດ້ານໄຟຟ້າຢູ່ເທິງບັນດາໝູ່ເກາະ, ສະພາບການສະໜອງໄຟຟ້າໄດ້ມີຜົນສໍາເລັດຢ່າງຕັ້ງໜ້າ, ປະກອບຍົກສູງການດໍາລົງຊີວິດຂອງກອງທັບ ແລະ ປະຊາຊົນຢູ່ໃນເກາະ. ນີ້​ແມ່ນ​ນະ​ໂຍບາຍ​ທີ່​ຖືກຕ້ອງ, ໝັ້ນຄົງ, ຍືນ​ຍົງ​ທີ່​ຫົວໜ່ວຍຕ່າງໆທີ່ກໍາລັງ​ປະຕິບັດຢູ່.

ດ້ວຍ​ເປົ້າ​ໝາຍ​ທີ່ຕັ້ງໄວ້ສໍາລັບການຕອບສະໜອງໄຟຟ້າໃນປີຕໍ່ໆໄປ ​ແລະ ​ໃນ​ໄລຍະ​ຍາວ, ພວກ​ເຮົາ​ເຊື່ອ ​ໝັ້ນ​ວ່າ EVN ​ແລະ ບັນດາ​ຫົວໜ່ວຍ, ກອງທັບ ​ແລະ ປະຊາຊົນ​ຢູ່ເທິງ​ເກາະ​ຈະ​ສາມາດເຂົ້າເຖິງ​ແຫຼ່ງ​ໄຟຟ້າ​ທີ່​ໝັ້ນຄົງໃນໄວໆນີ້ ​ແລະ ລຸລ່ວງກວ່າຖ້າປຽບໃສ່​ປະຈຸ​ບັນ”.

​ພ້ອມກັນເຂົ້າ​ຮ່ວມ​ຄະນະ​ສຳ​ຫຼວດ ​ແລະ ຕີ​ລາຄາ​ວຽກ​ງານ​ສະໜອງ​ໄຟຟ້າ​ຢູ່​ເທິງໝູ່​ເກາະ​ຈຳນວນ​ໜຶ່ງ​ທີ່ຂຶ້ນກັບ​ໝູ່​ເກາະ ເຈື່ອງຊາ, ​ໄປເຖິງ​ເກາະຈຸດ​ໃດ, ທ່ານ ຫວໍຮວ່າງ​ຕ໋ວນ ຮອງ​ຫົວໜ້າ​ກົມ​ເຕັກນິກ, ບໍລິສັດ​ໄຟຟ້າ ນິງທັວນ (ຂຶ້ນກັບ EVNSPC) ​ກໍ່ກວດ​ກາ, ​ບັນ​ທຶກ​ບັນ​ຫາ​ຕ່າງໆທີ່​ຕ້ອງ​​ເອົາ​ໃຈ​ໃສ່ຢ່າງຮອບຄອບ ​ແລະ ​ແລກປ່ຽນເພື່ອ​ລາຍ​ງານ​ຕໍ່​​ຂັ້ນເທິງ.

ນອກນີ້ ທ່ານກໍ່ຍັງໄດ້​ປຶກສາ​ຫາລື​ຢ່າງ​ຮອບຄອບ ກັບ​ບັນດາ​ພະນັກງານທີ່ໄດ້ຖືກ​ມອບ​ໝາຍໜ້າທີ່ບໍາລຸງຮັກສາ, ຄຸ້ມຄອງ​ຮັກສາອຸປະກອນ​ໄຟຟ້າຕ່າງໆທີ່​ຢູ່ເທິງ​ເກາະ ​ເພື່ອເຮັດໃຫ້ການ​ນຳ​ໃຊ້ວັດຖຸ​ສິ່ງຂອງມີປະສິດທິຜົນຫຼາຍຂຶ້ນ​ກວ່າເກົ່າ.

ທ່ານ ໂຮ່ຖາຍອຽນຄາ ​ຮອງ​ຜູ້​ອຳ​ນວຍ​ການ​ບໍ​ລິ​ສັດ​ໄຟ​ຟ້າ ນິງທັວນ ກໍານົດ​ວ່າ: ຄະນະໄປ​ເຮັດ​ວຽກຢູ່ເກາະ ເຈື່ອງຊາ ​ຄັ້ງ​ນີ້​ໄດ້​ສຳ​ຫຼວດ ​ແລະ ຈັບ​ຈຸດ​ທີ່ຕັ້ງ​ຕາມຈຸດຕ່າງໆທີ່ສາມາດຕິດຕັ້ງແຜງພະລັງງານ​ແສງ​ຕາ​ເວັນໃໝ່ຕື່ມ ຢູ່​ເທິງ​ຫລັງຄາ​ ເພື່ອ​ຍົກສູງປະສິດທິພາບ​ການ​ສະໜອງ​ໄຟຟ້າ. ພ້ອມ​ກັນ​ນັ້ນ, ກໍ່​​ກວດກາ ​ແລະ ຕີ​ລາຄາ​ສະພາບການ​ປະຈຸ​ບັນຂອງບັນດາພື້ນຖານໂຄງລ່າງທີ່ໄດ້ຕິດຕັ້ງ ​ເພື່ອ​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ລົງທຶນ​ໃນໄລຍະທີ່​ຈະ​ມາ​ເຖິງ​ໃຫ້ມີ​ປະສິດທິ​ຜົນ.

ດ້ວຍ​ສະພາບ​ອາກາດ​ທີ່​ຮ້າຍ​ແຮງ​ຂອງ​ໝູ່​ເກາະ ​ແລະ ​ໄລຍະ​ຫ່າງ​ທາງ​ດ້ານ​ພູມ​ສາດ ດັ່ງນັ້ນການ​ເຄື່ອນ​ໄຫວ​ສຳ​ຫຼວດ​ຕ້ອງ​ໄດ້ດຳ​ເນີນ​ໄປຢ່າງ​ລະອຽດລະອໍ, ບໍ່​ດັ່ງ​ນັ້ນ​ການ​ກໍ່ສ້າງ, ​ການ​ຕິດ​ຕັ້ງ, ການ​ຂົນ​ສົ່ງ​ຢູ່​ເກາະ​ຈະ​ເກີດ​ຄວາມ​ຫຍຸ້ງຍາກ ​ແລະ ຂາດ​ແຄນ, ສົ່ງ​ຜົນ​ສະທ້ອນ​ເຖິງ​ຄວາມ​ຄືບ​ໜ້າ ​ແລະ ຄຸນ​ນະພາ​ບຂອງ​ໂຄງການ.

ທ່ານ ບຸ່ຍກວັກຮວານ ຮອງຜູ້ອຳນວຍການໃຫຍ່ EVNSPC ຢືນຢັນວ່າ: ເຖິງຮູ້ວ່າຈະປະສົບກັບຄວາມຫຍຸ້ງຍາກຫຼາຍດ້ານກໍ່ຕາມ ແຕ່ເປົ້າໝາຍຂອງກົມກອງແມ່ນມີຄວາມຕັ້ງໃຈເພື່ອຮັບປະກັນການກໍ່ສ້າງ, ພື້ນຖານໂຄງລ່າງກ່ຽວກັບໄຟຟ້າບັນລຸປະສິດທິພາບສູງສຸດ ເພື່ອຮັບໃຊ້ການດໍາລົງຊີວິດ, ການດຳລົງຊີວິດປະຈໍາວັນ, ອອກແຮງງານຮຽນຮູ້ຂອງກອງທັບ ແລະ ປະຊາຊົນ ຢູ່ບັນດາຈຸດໝູ່​ເກາະ, ແທ່ນຂຸດເຈາະ...

ມຸ່ງໄປສູ່ເປົ້າຫມາຍທີ່ໃຫຍ່ກວ່າ

​ເພື່ອ​ໃຫ້ເກາະ ​ເຈື່ອງ​ຊາ ມີແສງສະຫວ່າງ, ​ແຕ່​ປີ 2011 – 2012, ລະບົບ​ພະລັງງານ​ໄຟຟ້າສະອາດ​ ໄດ້​ຮັບ​ການ​ລົງທຶນ ​ໂດຍ​ກຸ່ມ​ບໍລິສັດ​ນ້ຳມັນອາຍ​ແກັສ ຫວຽດນາມ (Petrovietnam) ​ຢູ່​ບັນດາ​ໝູ່​ເກາະ, ຢູ່​ແທ່ນ​ຂຸດ​ເຈາະ... ​ໄດ້​ປັບປຸງ​ຊີວິດ​ການ​ເປັນ​ຢູ່​, ການດໍາລົງຊີວິດຂອງ​ກອງທັບ ​ແລະ ປະຊາຊົນຢູ່ໃນເກາະ. ເຖິງຢ່າງໃດກໍ່ຕາມ, ດ້ວຍລັກສະນະສະພາບອາກາດທີ່ປ່ຽນແປງຮ້າຍແຮງ, ເມື່ອເວລາຜ່ານໄປ, ອຸປະກອນຫຼາຍຢ່າງ, ພື້ນຖານໂຄງລ່າງສະຫນອງໄຟຟ້າກໍ່ໄດ້ຊຸດໂຊມ ແລະ ເປ່ເພ.

ນຳໄຟຟ້າມາໃຫ້ໝູ່ເກາະ ເຈື່ອງຊາ

ພະນັກງານ, ວິສະວະກອນອຸດສາຫະກຳໄຟຟ້າພາກໃຕ້ ​​ສຳຫຼວດການຕິດຕັ້ງລະບົບພະລັງງານສະອາດຢູ່ເກາະ ຊອງຕື໋ໄຕ.

ມາຮອດປີ 2017, EVN ໄດ້ຮັບເອົາລະບົບພະລັງງານແສງຕາເວັນທັງຫມົດຢ່າງເປັນທາງການ ເຊິ່ງໄດ້ຜ່ານໄລຍະການໃຊ້ງານເທິງເກາະ ແລະ ແທ່ນຂຸດເຈາະ DK1 ແລ້ວ.

“ພວກຂ້າພະເຈົ້າຍັງ​ຄົງ​ຈື່​ຄວາມ​ທຸກ​ຍາກ​ລຳ​ບາກ​ຂອງ​ກອງ​ທັບ ແລະ​ ປະ​ຊາ​ຊົນ​ຢູ່​ເທິງເກາະ​ໃນ​ລະດູຮ້ອນ​ເມື່ອ​ກ່ອນອາກາດຮ້ອນອົບເອົ້າ. ຍ້ອນບໍ່ມີໄຟຟ້າດັ່ງນັ້ນອຸປະກອນເຮັດຄວາມເຢັນຈິ່ງໃຊ້ງານບໍ່ໄດ້. ​ຄາບເຂົ້າທຸກຄາບ, ການ​ນອນຫຼັບ​ຂອງພະນັກງານ, ນັກຮົບ ​ແລະ ປະຊາຊົນ​ຢູ່ເທິງ​ເກາະ​ລ້ວນແຕ່ກາຍເປັນເລື່ອງທີ່ອິດເມື່ອຍຫຼາຍພາຍໃຕ້ສະພາບອາກາດ​ອັນ​ໂຫດຮ້າຍ​ຂອງ ​ເຈື່ອງ​ຊາ. ແຫຼ່ງພະລັງງານໄຟຟ້າທີ່ຈໍາກັດໃນເວລານັ້ນ ກໍ່ຕ້ອງມີຄວາມສົມດູນເພື່ອນໍາໃຊ້ສໍາລັບຈຸດປະສົງທີ່ຈໍາເປັນອື່ນໆ,” ທ່ານ ໂຮ່ຖາຍອຽນຄາ ກ່າວ.

ໂດຍ​​ໄດ້​ເຫັນກັບຕາ​ເຖິງ​ຄວາມ​ຫຍຸ້ງຍາກ, ​ລຳບາກ​ຂອງ​ກອງທັບ ​ແລະ ປະຊາຊົນ​ຢູ່ເທິງ​ເກາະ, ຍິ່ງເຮັດໃຫ້ກຸ່ມພະນັກງານ, ກໍາມະກອນ ແລະ ພາລະກອນ, ຜູ້​ອອກ​ແຮງ​ງານຂອງ EVN ຕັດສິນໃຈ​ນຳ​ເອົາແຫຼ່ງ​ໄຟຟ້າມາສູ່ໝູ່​ເກາະ​ເຈື່ອງ​ຊາ ນັບ​ມື້​ນັບ​ຫຼາຍ ແລະ ໄວ​ກ່ວາ​ອີກ.

​ໃນ​ການ​ກັບ​ຄືນ​ມາ​ຄັ້ງ​ນີ້, ​​ເຫັນໄດ້ເຖິງຄວາມປ່ຽນແປງອັນໃຫຍ່ຫຼວງຂອງ​ໝູ່​ເກາະຈຸດຕ່າງໆ, ​ໃນ​ນັ້ນ​ມີ​ແຫຼ່ງຈ່າຍໄຟຟ້າ, ບັນດາ​ສະມາຊິກ​ໃນ​ຄະນະ​ເຮັດ​ວຽກ​ກໍ່​ຮູ້ສຶກ​ດີ​ໃຈ​ກັບ​ຄວາມ​ຜາ​ສຸກ​ຂອງ​ກອງທັບ ​ແລະ ປະຊາຊົນ​ຢູ່​ເທິງເກາະ.

ຈາກການເຫັນປະຈັກຕາ​ໃນການປ່ຽນແປງຕ່າງໆນັ້ນ, ໂດຍໄດ້ປຶກສາແບບເປີດໃຈຮ່ວມກັບພະນັກງານ, ນັກຮົບເກາະ ດາດົງ, ທ່ານ ດິງເຖຟຸກ ສະມາຊິກສະພາສະມຊິກ EVN ກ່າວເປີດໃຈ​ວ່າ: “ຊີວິດການເປັນ​ຢູ່ເທິງ​ໝູ່​ເກາະຈຸດຕ່າງໆ ​ໄດ້​ມີ​ການ​ປ່ຽນ​ແປງ​ຢ່າງ​ແທ້​ຈິງ, ປະກອບສ່ວນເຮັດໃຫ້ການດໍາລົງຊີວິດທາງດ້ານວັດຖຸ ແລະ ຈິດໃຈ​ຂອງ​ພະນັກງານ, ນັກຮົບຢູ່ເທິງບັນດາ​ໝູ່​ເກາະມີຄວາມໝັ້ນຄົງ. ເຖິງ​ຢ່າງ​ໃດ​ກໍ​່ຕາມ, ເມື່ອ​ທຽບ​ໃສ່​ແຜ່ນ​ດິນ​ໃຫຍ່, ການດໍາລົງຊີ​ວິດຂອງ​ກອງທັບ ແລະ ປະ​ຊາ​ຊົນ​ຢູ່ເທິງ​ເກາະ​ຍັງ​ຄົງ​ຫຍຸ້ງ​ຍາກຢູ່. ພວກເຮົາໄດ້ແລກປ່ຽນກັນຫຼາຍຢ່າງກ່ຽວກັບບັນຫານັ້ນ, ​ໃນການ​ເດີນທາງ​ມາເຮັດວຽກຄັ້ງ​ນີ້, ບັນດາ​ອ້າຍ​ນ້ອງ​ໃນ​ຂະ​ແໜງ​ໄຟຟ້າ​ໄດ້​ແລກປ່ຽນກັນ​ຫຼາຍຢ່າງ ​ແລະ ມີຄວາມຫວັງຢາກຈະດໍາເນີນວຽກການນໍາເອົາໄຟຟ້າ​ເຂົ້າມາ​ສູ່​ເກາະໃຫ້ມີຄວາມເປັນປົກກະຕິ ​ແລະ ​ໄວກວ່າເກົ່າ. ນີ້​ກໍ​ແມ່ນ​ວິທີ​ສະ​ແດງ​ໃຫ້​ເຫັນເຖິງ​ຄວາມ​ຮັກທີ່ມີຕໍ່ບ້ານ​ເກີດ​ເມືອງ​ນອນ, ຄວາມ​ຮັກ​ແພງ​ທີ່​ມີ​ຕໍ່​ໝູ່​ເກາະ​ທະ​ເລ ແລະ ແບ່ງປັນຄວາມ​ຫຍຸ້ງຍາກ, ລໍາບາກຕໍ່ກັບ​ພະນັກງານ, ນັກຮົບ​ທີ່ກໍາລັງເຮັດວຽກທັງກາງເວັນ ແລະ ກາງຄືນເຝົ້າຮັກສາ​ໝູ່​ເກາະ​ທະ​ເລທີ່ເປັນ​​ບ້ານ​ເກີດ​ເມືອງ​ນອນຂອງຕົນ”.

ທຸກໆມື້ທີ່ພວກນ້ອງນັກຮຽນຂຶ້ນຫ້ອງຮຽນ, ທ່ານ ເລຊວນແຮ້ງ, ຄູສອນໂຮງຮຽນປະຖົມ ເຈື່ອງຊາໃຫ່ຍ ແບ່ງປັນວ່າ: “ແຫຼ່ງຈ່າຍໄຟຟ້າບໍ່ເປັນປົກກະຕິ ຈະສົ່ງຜົນກະທົບຕໍ່ການຮຽນ ແລະ ການເຄື່ອນໄຫວກິດຈະກໍາຂອງເດັກນ້ອຍຢ່າງຫຼວງຫຼາຍ. ຖ້າແຫຼ່ງຈ່າຍໄຟຟ້າມີຄວາມເປັນປົກກະຕິ, ນັກຮຽນເຂົ້າຫ້ອງຮຽນຄົບຖ້ວນຈະຊ່ວຍເຮັດໃຫ້ຂະບວນການຮໍ່າຮຽນມີຄວາມສະດວກສະບາຍຂຶ້ນຫຼາຍທີ່ສຸດ”.

ສ່ວນ ທ່ານ ພັນໂທ ເຈີ່ນກວາງຟູ, ຜູ້ບັນຊາການເກາະ ເຈື່ອງຊາ, ປະທານຄະນະກໍາມະການປະຊາຊົນນະຄອນ ເຈື່ອງຊາ ຢືນຢັນວ່າ: “ດ້ວຍຄວາມເອົາໃຈໃສ່ຂອງກອງບັນຊາການທະຫານເຮືອ, EVN, ກອງທັບ ແລະ ປະຊາຊົນຢູ່ທີ່ນີ້ ສາມາດຮັບຮູ້ໄດ້ເຖິງນໍ້າໃຈອັນໃຫຍ່ຫຼວງ, ໃນນັ້ນ, ແຫຼ່ງຈ່າຍໄຟຟ້າໄດ້ຮັບການ​ສະໜອງຢ່າງ​ໝັ້ນຄົງ​ ແມ່ນລ້ວນແຕ່​ມີ​ຄວາມ​ສຳຄັນ​ຫຼາຍ​ຕໍ່​ຊີວິດ​ການ​ເປັນ​ຢູ່, ການ​ຝຶກ​ອົບຮົມ, ວຽກ​ງານ​ການ​ແພດ​ຂອງ​ກອງທັບ ​ແລະ ປະຊາຊົນຢູ່​ໃນ​ເກາະໄດ້ຮັບ​ປະສິດທິ​ຜົນສູງ​ສຸດ. ນອກຈາກນີ້ພວກ​ເຮົາ​ກໍ່ຍັງ​ພະ​ຍາ​ຍາມ​​ປະ​ສານ​ສົມທົບ​ກັບບັນດາ​ຫນ່ວຍ​ບໍ​ລິ​ການ​ບໍາ​ລຸງ​ຮັກ​ສາ ​ແລະ ຄຸ້ມຄອງ​ຮັກ​ສາ​ເພື່ອ​ເພີ່ມອາຍຸການໃຊ້ງານບັນດາອຸປະກອນ​ທີ່​ນໍາ​ໃຊ້ເຂົ້າ​ໃນ​ການ​ສະ​ຫນອງ​ໄຟຟ້າ​.

ຕາມ​ມະຕິ​ເລກທີ 09-NQ/TW, ລົງ​ວັນ​ທີ 28 ມັງກອນ 2022 ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ​ການ​ກໍ່ສ້າງ ​ແລະ ການພັດທະນາ​ແຂວງ​ແຄ໋ງຮ່ວາ ຮອດ​ປີ 2030, ດ້ວຍ​ວິ​ໄສ​ທັດ​ຮອດ​ປີ 2045, ​ເມືອງ​ເກາະ​ເຈື່ອງ​ຊາ ຈະ​ກາຍ​ເປັນ​ໃຈກາງ​ເສດຖະກິດ, ວັດທະນະທຳ, ສັງຄົມ​ທາງທະເລ ທົ່ວປະເທດເທື່ອ​ລະ​ກ້າວ, ເປັນປ້ອມປະພານໃນເຂດທະເລ ແລະ ເປັນເກາະທີ່ສັກສິດຂອງຊາດ.

ເພື່ອບັນລຸເປົ້າຫມາຍດັ່ງກ່າວ, ການລົງທຶນແຫຼ່ງພະລັງງານທົດແທນຢ່າງຄົບຊຸດຢູ່ທີ່ນີ້ ແມ່ນຫນຶ່ງໃນໜ້າທີ່ທີ່ສໍາຄັນ.

ຮ່ວມເດີນທາງພ້ອມກັບ​ບັນດາ​ເປົ້າໝາຍ​ລວມ ​ແລະ ຜັນຂະຫຍາຍວຽກງານການ​ສະໜອງ​ໄຟຟ້າ​ໃຫ້​ເຂດ​ຊົນນະບົດ, ​ເຂດ​ພູດ​ອຍ ​ແລະ ​ເກາະທະເລ​ຕາມເປົ້າໝາຍ​ທີ່​ລັດຖະບານ​ວາງ​ອອກ, EVN ນອກເໜືອຈາກວຽກ​ຟື້ນ​ຟູ, ປົກປັກຮັກສາ, ສ້ອມແປງ​ລະບົບພື້ນຖານໂຄງລ່າງສະໜອງ​ໄຟຟ້າ​ທີ່​ມີ​ຢູ່​ແລ້ວ, ​ໃນ​ປີ 2024 ​ແລະ ຊຸມ​ປີ​ໃນຕໍ່ໜ້າ​ຈະ​ມີ​ການ​ລົງທຶນບັນດາໂຄງການກໍ່ສ້າງດັດແປງ, ສ້ອມແປງ​ສະຖານີ​ພະລັງງານ​ສະອາດ​ຢູ່​ບັນດາ​ເກາະຈຸດ ​ແລະ ​ແທ່ນຂຸດ​ເຈາະ DK ​ເພື່ອ​ແນ​ໃສ່​ເປົ້າໝາຍສະໜອງ​ໄຟຟ້າ​ໃຫ້ມີຄວາມເປັນປົກກະຕິແກ່​ບັນດາ​ໝູ່​ເກາະ ​ແລະ ​ແທ່ນຂຸດເຈາະ DK.

ຄຳຮຸ່ງ

ເບິ່ງເພີ່ມເຕີມໃນ: ຊາຍແດນ, ທະເລ, ໝູ່ເກາະ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.