ນາຍົກລັດຖະມົນຕີ ຫວຽດນາມ: ສະເໜີໃຫ້ບັນດາຂະແໜງການ, ທ້ອງຖິ່ນຕ້ານໂລກລະບາດຢ່າງທັນການ, ມີປະສິດທິຜົນ

15:01 | 01/02/2021

ຍສໝ - ທ່ານນາຍົກລັດຖະມົນຕີໃຫ້ຮູ້ວ່າ ຜູ້ນຳບາງທ່ານທີ່ເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກຢູ່ຮ່າໂນ້ຍ ກໍ່ໄດ້ກັບຄືນສູ່ທ້ອງຖິ່ນຂອງພວກເຂົາ ເພື່ອຊີ້ນຳ ຫຼື ກຳກັບບັນຊາກອງປະຊຸມຖ່າຍທອດສົດ ກັບບັນດາທ້ອງຖິ່ນກ່ຽວກັບການປ້ອງກັນ ແລະ ສະກັດກັ້ນການລະບາດຂອງພະຍາດ COVID-19.

ນາຍ ກລ ດຖະມ ນຕ ຫວຽດນາມ ສະເໜ ໃຫ ບ ນດາຂະແໜງການ ທ ອງຖ ນຕ ານໂລກລະບາດຢ າງທ ນການ ມ ປະສ ດທ ຜ ນ ໂລກລະບາດ ໂຄວິດ - 19: ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຮຽກຮ້ອງໃຫ້ມີການຮັບມືໂດຍດ່ວນເພື່ອຄວບຄຸມໂລກລະບາດໂຄວິດ - 19
ນາຍ ກລ ດຖະມ ນຕ ຫວຽດນາມ ສະເໜ ໃຫ ບ ນດາຂະແໜງການ ທ ອງຖ ນຕ ານໂລກລະບາດຢ າງທ ນການ ມ ປະສ ດທ ຜ ນ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ: “ປີ 2020 ແມ່ນປີທີ່ປະສົບຜົນສຳເລັດທີ່ສຸດຂອງ ຫວຽດນາມໃນ 5 ປີຜ່ານມາ”

ໂດຍປະເຊີນໜ້າກັບການຜັນແປທີ່ສັບສົນຂອງການລະບາດພະຍາດ COVID-19, ຢູ່ນອກກອງປະຊຸມໃຫຍ່ຂອງພັກຄັ້ງທີ XIII, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສືບຕໍ່ເປັນປະທານການເຮັດວຽກຂອງລັດຖະບານ ເພື່ອຕີລາຄາສະພາບການປະຕິບັດງານຂີດແບ່ງເຂດ ແລະ ແກ້ໄຂກໍລະນີຄົ້ນພົບຕິດ​ເຊື້ອພະຍາດ COVID-19.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ໄດ້ຍ້ອງຍໍບັນດາທ້ອງຖິ່ນ ແລະ ຂະແໜງການທີ່ໄດ້ຕັ້ງໜ້າປະຕິບັດການສະກັດກັ້ນການແຜ່ລະບາດຂອງພະຍາດ COVID-19 ຢ່າງໄວວາຢູ່ແຂວງຫາຍເຢືອງ, ແຂວງກວາງນິງ.

ນາຍ ກລ ດຖະມ ນຕ ຫວຽດນາມ ສະເໜ ໃຫ ບ ນດາຂະແໜງການ ທ ອງຖ ນຕ ານໂລກລະບາດຢ າງທ ນການ ມ ປະສ ດທ ຜ ນ
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ (ພາບ: vietnamplus)

ຕໍ່ໜ້າກັບສະພາບການຜັນແປທີ່ສັບສົນໃໝ່ ຂອງສະພາບການລະບາດຢູ່ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າຄຳຂວັນ “ຕ້ານໂລກລະບາດຄືຕ້ານສັດຕູ” ຍັງມີຜົນບັງຄັບໃຊ້ແຕ່ “ຕໍ່ສູ້ກັບການລະບາດໃນສະພາບປົກກະຕິໃໝ່.”

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ໄດ້ເນັ້ນໜັກວ່າ ເຊື້ອໄວຣັດຊະນິດໃໝ່ແຜ່ລາມຢ່າງໄວວາ, ພວກເຮົາຕ້ອງໄດ້ປະຕິບັດໃຫ້ໄວກວ່າເກົ່າ, ທົດສອບຊອກຫາເຊື້ອພະຍາດຢ່າງໄວວາ ໃນຂອບເຂດຂະໜາດໃຫຍ່, ເລັ່ງຕິດຕາມເພື່ອປ້ອງກັນພະຍາດດັ່ງກ່າວໃຫ້ທັນເວລາ ແລະ ມີປະສິດຕິຜົນຢູ່ບັນດາແຂວງ, ນະຄອນ.

ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ທຸກຂັ້ນ, ສາຂາ ແລະ ທ້ອງຖິ່ນຕ່າງໆບໍ່ໃຫ້ມີການປະໝາດ. ຕ້ອງມີຄວາມເປັນເອກະພາບກັນ; ເລັ່ງການທົດສອບວິເຄາະ, ຕິດຕາມເປັນຫຼາຍໆຄັ້ງ. ທ່ານນາຍົກລັດຖະມົນຕີ ກໍ່ໄດ້ຮຽກຮ້ອງໃຫ້ຄະນະຊີ້ນຳລະດັບຊາດທຸກຂັ້ນ, ສາຂາ ແລະ ທ້ອງຖິ່ນຕ່າງໆຍົກສູງສະຕິລະວັງຕົວ, ບໍ່ຄວນລະເລີຍ ແລະ ບໍ່ໃຫ້ມີການປະໝາດໃນການປ້ອງກັນ ແລະ ຄວບຄຸມການລະບາດ.

ທ່ານນາຍົກລັດຖະມົນຕີ ໄດ້ຕົກລົງຢຸດຕິບັນດາການເຄື່ອນໄຫວທີ່ບໍ່ຈຳເປັນ, ເຕົ້າໂຮມປະຊາຊົນເປັນ ຈຳນວນຫລວງຫລາຍ; ງານສະເຫຼີມສະຫຼອງ; ກິດຈະກຳທີ່ແອອັດ, ງານແຕ່ງດອງ ແລະ ອື່ນໆ. ໂດຍສະເພາະທ່ານນາຍົກລັດຖະມົນຕີຊີ້ນຳປ້ອງກັນການສໍ້ລາດບັງຫຼວງ ແລະ ປະກົດການຫຍໍ້ທໍ້ຕ່າງໆ, ແຕ່ບໍ່ຕ້ອງກີດກັ້ນວຽກງານປ້ອງກັນ ແລະ ຄວບຄຸມການລະບາດ; ເປີດເຜີຍລາຄາ, ຊື້ ແລະ ຂາຍອຸປະກອນຕ່າງໆໃຫ້ທັນເວລາ, ເພື່ອຮັບປະກັນສຸຂະພາບຂອງປະຊາຊົນ ແລະ ປ້ອງກັນສະກັດກັ້ນການລະບາດຂອງພະຍາດ COVID-19.

ທ່ານນາຍົກລັດຖະມົນຕີ ໄດ້ກ່າວວ່າ ປະທານຄະນະກຳມະການປະຊາຊົນບັນດາທ້ອງຖິ່ນ ມີສິດອຳນາດເຕັມທີ່ໃນການຈັດການແກ້ໄຂມາດຕະການ, ລວມທັງບັນຫາການຊື້ອຸປະກອນສຸກເສີນສຳລັບການຕ້ານໂລກລະບາດ. ທຸກລະດັບ ແລະ ສາຂາຈຳເປັນຕ້ອງຕ້ານການເພີ່ມລາຄາລາຄາ, ການລັກລອບສິນຄ້າ ແລະ ຈັດການແກ້ໄຂການລະເມີດຢ່າງເຂັ້ມງວດ; ເພີ່ມທະວີການປ້ອງກັນການເຂົ້າ - ອອກເມືອງທີ່ຜິດກົດໝາຍ ແລະ ຈັດການແກ້ໄຂການລະເມີດຢ່າງເຂັ້ມງວດ.

ນາຍ ກລ ດຖະມ ນຕ ຫວຽດນາມ ສະເໜ ໃຫ ບ ນດາຂະແໜງການ ທ ອງຖ ນຕ ານໂລກລະບາດຢ າງທ ນການ ມ ປະສ ດທ ຜ ນ IMF ຍ້ອງຍໍຜົນງານຂອງຫວຽດນາມ ໃນການປ້ອງກັນ ແລະ ຕ້ານການລະບາດຂອງ COVID-19

ຍສໝ - ບັນດາເຈົ້າໜ້າທີ່ຂອງອົງການ IMF ກ່າວເນັ້ນວ່າ ປະສົບການຕ້ານການລະບາດຂອງຫວຽດນາມ ສາມາດນຳໃຊ້ໄດ້ໃນບັນດາປະເທດທີ່ມີລາຍໄດ້ຕ່ຳ ເຊິ່ງພຽງແຕ່ອີງໃສ່ການສັກຢາວັກຊີນເທົ່ານັ້ນ.

ນາຍ ກລ ດຖະມ ນຕ ຫວຽດນາມ ສະເໜ ໃຫ ບ ນດາຂະແໜງການ ທ ອງຖ ນຕ ານໂລກລະບາດຢ າງທ ນການ ມ ປະສ ດທ ຜ ນ ລາວ ບໍ່ມີຄົນຕິດເຊື້ອໂຄວິດ-19 ເພີ່ມ ແຕ່ຍັງມີຄົນລັກລອບເຂົ້າເມືອງຜິດລະບຽບ

ໃນວັນທີ 13 ມັງກອນ 2021, ທ່ານ ດຣ. ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ໄດ້ລາຍງານໃຫ້ຮູ້ວ່າ: ນັບແຕ່ວັນທີ 1-11 ມັງ ກອນ 2021 ມີລາຍງານກໍລະນີຄົນເຂົ້າມາ ສປປ ລາວ ບໍ່ຖືກລະບຽບ ໂດຍໃຊ້ເຮືອນ້ອຍ ຂ້າມມາຈາກປະເທດເພື່ອບ້ານ ຜ່ານເຂດເມືອງສັງທອງ, ນະຄອນຫລວງວຽງຈັນ, ມີທັງໝົດ ...

ນາຍ ກລ ດຖະມ ນຕ ຫວຽດນາມ ສະເໜ ໃຫ ບ ນດາຂະແໜງການ ທ ອງຖ ນຕ ານໂລກລະບາດຢ າງທ ນການ ມ ປະສ ດທ ຜ ນ ໜັງສືພິມ UAE: ຫວຽດນາມແມ່ນຈຸດພົ້ນເດັ່ນຂອງການເຕີບໂຕເສດຖະກິດ ຍ້ອນການຄວບຄຸມ COVID-19 ຢ່າງສຳເລັດຜົນ

ຍສໝ - ບັນດານັກສັງເກດ ໄດ້ຄາດຄະເນວ່າຫວຽດນາມ ຈະພັດທະນາສູງຂື້ນຖ້າສືບຕໍ່ຄວບຄຸມການລະບາດຂອງພະຍາດ COVID-19, ເຊິ່ງກຳລັງມີການແຜ່ລາມອີກຄັ້ງໃນຫລາຍປະເທດ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.