ເຝີຖ້ວຍໃຫຍ່ ປານໝໍ້ຊີ້ນຈຸ່ມ ແຫ່ງເມືອງ ຊາແດ໊ກ ຫວຽດນາມ

00:54 | 13/05/2019

ຍສໝ - ຮ້ານອາຫານເຝີນ້ອຍໆ ຂາຍທັງຊີ້ນຈຸ່ມ ຂອງຄອບຄົວ ຮາຍຫ້ຽນ ຕັ້ງຢູ່ແຄມແມ່ນໍ້າຂອງແຂວງ ດົ່ງທາບ, ເປີດກິດຈະການມາໄດ້ເກືອບ 50 ປີແລ້ວ.

ເຝີຖ້ວຍໃຫຍ່ ປານໝໍ້ຊີ້ນຈຸ່ມ ແຫ່ງເມືອງ ຊາແດ໊ກ ຫວຽດນາມ

ແຕ່ອາດີດເຖິງປະຈຸບັນ ເມືອງຊາແດ໊ກ ມີອາຫານທີ່່ເປັນເອກກະລັກ ແລະ ມີຊື່ສຽງ ແມ່ນ “ຫູ໋ຕ໊ຽວ” (ເຝີ). ແຕ່ວ່າ, ແຂກທ່ອງທ່ຽວທີ່ມາຢ້ຽມຢາມ ອາດຈະປ່ຽນມາກິນ ເຝີງົວ 43ປີ ຂອງ ຮ້ານ ຮາຍຫ້ຽນ.

ເຝີຖ້ວຍໃຫຍ່ ປານໝໍ້ຊີ້ນຈຸ່ມ ແຫ່ງເມືອງ ຊາແດ໊ກ ຫວຽດນາມ

ຮ້ານເຝີ ແຫ່ງໄດ້ເປີດຂາຍແຕ່ປີ 1976 ໂດຍ ປ້າ ເຈິນ ຖິທູມາຍ (ຫຼືເອີ້ນອີກຊື່ໜຶ່ງວ່າ ປ້າ ຮາຍ, ອາຍຸ 76 ປີ). ຊື່ທີ່ເປັນເຄື່ອງໝາຍການຄ້າຂອງຮ້ານ “ຮາຍຫ້ຽນ” ແມ່ນ ຊື່ທີ່ແຂກມັກເອີ້ນ ແລ້ວມາບວກໃສ່ ຊື່ຜູ້ເປັນຜົວ “ຫ໋ຽນ” ເລີຍກາຍມາເປັນ “ຮາຍຫ້ຽນ”.

ເຝີຖ້ວຍໃຫຍ່ ປານໝໍ້ຊີ້ນຈຸ່ມ ແຫ່ງເມືອງ ຊາແດ໊ກ ຫວຽດນາມ

ນໍ້າຊຸບຂອງຮ້ານແມ່ນຖືກປຸງແຕ່ງຫຼາຍຊົ່ວໂມງ, ວັດຖຸດິບທີ່ໃຊ້ແມ່ນກະດູກງົວເປັນຫຼັກ ດັ່ງນັ້ນຈິ່ງເຮັດໃຫ້ນໍ້າຊຸບມີລົດຊາດນົວ-ແຊບ. ທັງຂາຍເຝີ ແລະ ຊີ້ນຈຸ່ມ ດັ່ງນັ້ນຮ້ານໃຊ້ໝໍ້ຍັກ ຕົ້ມນ້ຳຊຸມເພື່ອໃຫ້ພໍກັບການຂາຍໃນໜຶ່ງມື້.

ເຝີຖ້ວຍໃຫຍ່ ປານໝໍ້ຊີ້ນຈຸ່ມ ແຫ່ງເມືອງ ຊາແດ໊ກ ຫວຽດນາມ

ກະດູກຕິດຊີ້ນ ຫຼັງຈາກຕົ້ມເອົານ້ຳນົວ ຖືກແຍກໄວ້ຕ່າງຫາກ ສຳລັບແຂກທ່ານໃດຕ້ອງການສັ່ງກິນເພີ່ມ.

ເຝີຖ້ວຍໃຫຍ່ ປານໝໍ້ຊີ້ນຈຸ່ມ ແຫ່ງເມືອງ ຊາແດ໊ກ ຫວຽດນາມ

ເສັ້ນເຝີ ຢູ່ຮ້ານແຫ່ງນີ້ ແມ່ນເສັ້ນຈະນ້ອຍ ເຊິ່ງເປັນເອກະລັກຂອງເສັ້ນເຝີພາກໃຕ້ ຫວຽດນາມ, ເສັ້ນຂາວໃສ, ຍາວ ແລະ ອ່ອນນຸ້ມ ຄື ບັນກ໋ວນ, ບໍ່ເລະ, ບໍ່ສົ້ມ. ເຈົ້າຂອງຮ້ານໄດ້ແບ່ງປັນວ່າ: “ຖາມວ່າເຮັດແນວໃດເຝີເສັ້ນເຝີຈິ່ງເປັນແນວນັ້ນກໍ່ຍ້ອນວ່າ: ເສັ້ນເຝີເຮັດຈາກແປ້ງເຂົ້າຕອງລະອຽດ, ເຊິ່ງເປັນສູດພື້ນເມືອງ ຂອງໝູ່ບ້ານວິຊາຊີບເຮັດແປ້ງເຂົ້າ ມີອາຍຸມາຫຼາຍຮ້ອຍປີ ຂອງຊາແດ໊ກ, ມີຊື່ສຽງໂດ່ງດັງທັງໃນ ແລະ ຕ່າງປະເທດ”.

ເຝີຖ້ວຍໃຫຍ່ ປານໝໍ້ຊີ້ນຈຸ່ມ ແຫ່ງເມືອງ ຊາແດ໊ກ ຫວຽດນາມ

ສິ່ງທີ່ເຮັດໃຫ້ແຂກຫຼາຍຄົນ ເທື່ອທຳອິດມາກິນຢູ່ຮ້ານນີ້ ມີຄວາມຕື່ນຕົກໃຈແມ່ນຂະໜາດ ຂອງຖ້ວຍເຝີນັ້ນເອງ, ເຊິ່ງມີຂະໜາດໃຫຍ່ຊ່ຳກັບໝໍ້ຊີ້ນຈຸ່ມ.

ເຝີຖ້ວຍໃຫຍ່ ປານໝໍ້ຊີ້ນຈຸ່ມ ແຫ່ງເມືອງ ຊາແດ໊ກ ຫວຽດນາມ

ນອກຈາກເຝີ, ຮ້ານເລີ່ມຂາຍຊີ້ນຈຸ່ມ ແຕ່ປີ 1990. “ເພາະທາງຮ້ານໄດ້ໝູນໃຊ້ນໍ້າຊຸບເຝີ, ໝໍ້ຊີ້ນຈຸ່ມ ຈະມີຄວາມຫອມ ມາຈາກເຄື່ອງປຸງຫຼາກຫຼາຍຊະນິດ ແລະ ບໍ່ມີກິ່ນຄວາມຂອງຊີ້ນງົວ ຄືກັນກັບນ້ຳຕົ້ມກະດູກ”, ລູກຊາຍຂອງປ້າ ຮາຍ ອາຍຸ 53 ປີ ໄດ້ເລົ່າສູ່ຝັງວ່າ: ຊິ້ນງົວທີ່ເອົາມາຂາຍແມ່ນເລືອກເອົາຈາກສ່ວນທີ່ແຊບສຸດຂອງງົວເຊັ່ນ: ເອັນ, ຫາງ, ຕີນ, ໜັງ, ສະໝອງ, ເຄື່ອງໃນ, ລູກຊີ້ນງົວ.

ເຝີຖ້ວຍໃຫຍ່ ປານໝໍ້ຊີ້ນຈຸ່ມ ແຫ່ງເມືອງ ຊາແດ໊ກ ຫວຽດນາມ

ວັດຖຸດິບທັງໝົດໃນລາຍການຈຸ່ມແມ່ນເຄື່ອງໃນງົວ. ທ່ານສາມາດສັ່ງໄດ້ຕາມໃຈຊອບ.

ເຝີຖ້ວຍໃຫຍ່ ປານໝໍ້ຊີ້ນຈຸ່ມ ແຫ່ງເມືອງ ຊາແດ໊ກ ຫວຽດນາມ

ເມນູຊີ້ນຈຸ່ມຂອງຮ້ານ ແມ່ນມີເອກະລັກຂອງພາກໃຕ້ ຫວຽດນາມ, ເຊິ່ງເຮົາຈະເຫັນໄດ້ຈາກ ເຕົາໄຟ ແລະ ກະຕ່າຜັກ. ດ້ວຍເຕົາຖ່ານ, ຄວາມຮ້ອນຂອງໄຟອ່ອນໆ ຈະບໍ່ເຮັດໃຫ້ນໍ້າໃນໝໍ້ຟົດລົ້ນອອກມາ,ບໍ່ເຮັດໃຫ້ໝໍ້ແຫ້ງ ແລະ ເຄັມງ່າຍ. ແຕ່ຄວາມຮ້ອນພຽງພໍທີ່ຈະເຮັດໃຫ້ເຄື່ອງຈຸ່ມໃນໝໍ້ສຸກດີແລະແຊບ.

ເຝີຖ້ວຍໃຫຍ່ ປານໝໍ້ຊີ້ນຈຸ່ມ ແຫ່ງເມືອງ ຊາແດ໊ກ ຫວຽດນາມ

ຜັກສົດ ນອກຈາກຜັກກາດຂົມ, ກະລ່ຳ, ຖົ່ວງອກ ແລະຂາດບໍ່ໄດ້ແມ່ນຜັກເຊີນາລີ. ນອກນັ້ນ ທາງຮ້ານຍັງມີຜັກຫອມທີ່ໃຊ້ກິນກັບເຝີອີກດ້ວຍ. ທ່ານສາມາດສັ່ງຜັກເພີ່ມ ໂດຍທີ່ບໍ່ເສຍເງິນເພີ່ມ. ຊີ້ນຈຸ່ມໝໍ້ໜຶ່ງ ລາຄາ 120.000 – 150.000ດົ່ງ.

ເຝີຖ້ວຍໃຫຍ່ ປານໝໍ້ຊີ້ນຈຸ່ມ ແຫ່ງເມືອງ ຊາແດ໊ກ ຫວຽດນາມ

ລຸງ ຮາຍ 55 ປີ ແຂກຂອງຮ້ານ ເວົ້າວ່າ: "ນັ່ງກິນຊິ້ນຈຸ່ມ ລົດຊາດແຊບໆ, ມີຄຸນນະພາບ, ລາຄາຖືກ, ມີເຫລົ້າອີກຈັກໜ່ອຍ, ນັ່ງແຄມຂອງ ເຢັນໆ ຈັ່ງແມ່ນເປັນຕາໜ້າສະອອນ".

ເຝີຖ້ວຍໃຫຍ່ ປານໝໍ້ຊີ້ນຈຸ່ມ ແຫ່ງເມືອງ ຊາແດ໊ກ ຫວຽດນາມ

ຫາກໍ່ສັ່ງສະໝອງງົວແຊບໆຕື່ມອີກຖ້ວຍໜຶ່ງລາຄາ 20,000 ດົ່ງ, ນາງ ຫ່ຽນ (ຢູ່ ກາວແລ໊ງ) ເວົ້າວ່າ: "ບາງຄັ້ງ, ມີຫມູ່ເພື່ອນຈາກຕ່າງແຂວງມາຫລິ້ນນຳ ຂ້ອຍມັກຈະພາມາຮ້ານນີ້. ຮ້ານອາຫານແຫ່ງນີ້ມີ ບັນຍາກາດ ແບບເກົ່າໆເຊິ່ງເປັນເອກະລັກຂອງ ເມືອງຊາແດ໊ກ ຫມູ່ເພື່ອນຂອງຂ້ອຍມັກຫຼາຍ”.

ເຫດການ
302 Found

Found

The document has moved here.