ປົກ​ປັກ​ຮັກ​ສາ​ມະ​ຫາ​ສະ​ໝຸດ ແລະ ພັດ​ທະ​ນາ​ການ​ຫາ​ເງິນ​ລ້ຽງ​ຊີບ​ແບບ​ຍືນ​ຍົງ​ຢູ່ ຫວຽດ​ນາມ

08:48 | 04/06/2021

ຍ​ສ​ໝ -ຫວຽດ​ນາມ ໄດ້, ພວມ ແລະ ຈະ​ສຳ​ຜັດ​ກັບ​ທ່າ​ອ່ຽງ​ພັດ​ທະ​ນາ​ຂອງ​ສາ​ກົນ ເພື່​ອ​ຮັບ​ປະ​ກັນ​ການ​ພັດ​ທະ​ນາ​ແບບ​ຍື​ນ​ຍົງ.

ດົ່ງ​ທາບມອບ​ເຄື່ອງ​ບັນ​ເທົາ​ທຸກ​ທີ່​ຈຳ​ເປັນ​ໃຫ້​ແກ່​ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ເຂດ​ໜອງ​ທະ​ເລ (ກຳ​ປູ​ເຈຍ) ດົ່ງ​ທາບມອບ​ເຄື່ອງ​ບັນ​ເທົາ​ທຸກ​ທີ່​ຈຳ​ເປັນ​ໃຫ້​ແກ່​ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ເຂດ​ໜອງ​ທະ​ເລ (ກຳ​ປູ​ເຈຍ)
ລາວ​ເປີດ​ກ້​ວາງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ສິນ​ທະ​ເລໃນນໍ້າ​ກັບ​ບັນ​ດາ​ປະ​ເທດ ລາວ​ເປີດ​ກ້​ວາງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ສິນ​ທະ​ເລໃນນໍ້າ​ກັບ​ບັນ​ດາ​ປະ​ເທດ
ປົກ​ປັກ​ຮັກ​ສາ​ມະ​ຫາ​ສະ​ໝຸດ ແລະ ພັດ​ທະ​ນາ​ການ​ຫາ​ເງິນ​ລ້ຽງ​ຊີບ​ແບບ​ຍືນ​ຍົງ​ຢູ່ ຫວຽດ​ນາມ
ພາບ​ປະ​ກອບ: TTXVN

ຫວຽດ​ນາມ ພວມ​ຜັນ​ຂະ​ຫຍາຍ​ບັນ​ດາ​ການ​ເຄື່ອນ​ໄຫວ​ໃນ​ສັບ​ປະ​ດາ​ທະ​ເລ ແລະ ໝູ່​ເກາະ ຫວຽດ​ນາມ (ວັນ​ທີ 1 – 15 ມິ​ຖຸ​ນາ) ແລະ ຕອບ​ສະ​ໜອງວັນ​ມະ​ຫາ​ສະ​ໝຸດ ໂລກ ປີ 2021 ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ. ສັບ​ປະ​ດາ​ມີ​ຫົວ​ຂໍ້​ວ່າ “ປົ​ກ​ປັກ​ຮັກ​ສາ ມະ​ຫາ​ສະ​ໝຸດ ແລະ ພັດ​ທະ​ນາ​ການ​ຫາ​ເງິນ​ລ້ຽງ​ຊີບ​ແບບ​ຍືນ​ຍົງ ຢູ່ ຫວຽດ​ນາມ”. ຫົວ​ຂໍ້​ນີ້ ກໍ່​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ເປົ້າໝາຍ ເພື່ອ​ແນ​ໃສ່​ຫັນ​ຍຸດ​ທະ​ສາດ​ພັດ​ທະ​ນາ​ເສດ​ຖະ​ກິດ​ທະ​ເລແບບ​ຍືນ​ຍົງ​ເປັນອັນ​ລະ​ອຽດ ຕະຫຼອດ​ຮອດ​ປີ 2030, ວິ​ໄສ​ທັດ​ຮອດ​ປີ 2045.

ໂດຍມີ​ຝັ່ງ​ທະ​ລ​ຍາວ​ກ່​ວາ 3.200 ກິ​ໂລ​ແມັດ, ເນື້ອ​ທີ່​ທະ​ເລຂຶ້ນ​ກັບ​ສິດ​ອະ​ທິ​ປະ​ໄຕ ແລະ ສິດ​​ອຳ​ນາດ​ສານ ກວ້າງ​ທົບ 3 ເທົ່າ​ເມື່ອ​ທຽບ​ໃສ່​ກັບ​ເນື້ອ​ທີ່​ດິນ​ຕໍ່​ແຜ່ນ, ຫວຽດ​ນາມ ມີ​ທ່າ​ໄດ້​ປຽບຫຼາຍ​ຢ່າງ ເພື່ອ​ຍູ້​ແຮງ​ການ​ພັດ​ທະ​ນາ​ກ່ຽວ​ກັບ​ທະ​ເລ. ເພື່ອ​ກາຍ​ເປັນ​ປະ​ເທດ​ທີ່ມີ​ຄວາມ​ເຂັ້​ມ​ແຂງ​ທາງ​ທະ​ເລ, ພັກ ແລ​ະ ລັດ​ ຫວຽດ​ນາມ ໄດ້​ປະ​ກາດ​ໃຊ້​ຜັນ​ນະ​ໂຍ​ບາຍ, ແນວ​ທາງຫຼາຍ​ຢ່າງ, ຫັນ​ບັນ​ດາ​ເນື້ອ​ໃນ​ດັ່ງ​ກ່າວ​ເປັນ​ລະ​ອຽດ ແລະ ເປັນ​ລະ​ບອບ​ລະ​ບຽບ​ການ. ສູນ​ກາງ​ຊຸດ​ທີ XII ຢູ່ກອງ​ປະ​ຊຸມ​ຄັ້ງ​ທີ 8 ໄດ້​ຮັບ​ຮ​ອງ​ເອົາ ມະ​ຕິ​ເລກ​ທີ 36 ກ່ຽວ​ກັບ​ຍຸດ​ທະ​ສາດ​ພັດ​ທະ​ນາ​ເສດ​ຖະ​ກິດ​ທະ​ເລ ຫວຽດ​ນາມ ແບບ​ຍືນ​ຍົງ​ຈົນ​ຮອດ​ປີ 2030, ວິ​ໄສ​ທັດ ຮອດ​ປີ 2045.

ປົກປັກຮັກສາມະຫາສະໝຸດ ແລະ ພັດທະນາການຫາເງິນລ້ຽງຊີບແບບຍືນຍົງ

ສັບ​ປະ​ດາ ທະ​ເລ ແລະ ໝູ່​ເກາະ ຫວຽດ​ນາມ ປີ 2021 ສຸມ​ໃສ່​ເຂົ້າ​ໃນການ​ສື່​ສານ, ໂຄ​ສະ​ນາ​​ເຜີຍ​ແຜ່​ບັນ​ຫາ​ທີ່ ​ກ່​ຽວ​ຂ້ອງ​ເຖິງ ທະ​ເລ, ໝູ່​ເກາະ​ຢ່າງ​ຮອບ​ດ້ານຄື ໂຄ​ສະ​ນາເຜີຍ​ແຜ່ ​ສິດ ແລະ ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳຂອງ ຫວຽດ​ນາມ ຢູ່​ທະ​ເລຕາມ​ກົດ​ໝາຍ​ສາ​ກົນ; ປົກ​ປັກ​ຮັກ​ສາ​ສິ່ງ​ແວ​ດ​ລ້ອມ, ອະ​ນຸ​ລັກ​ຮັກ​ສາ, ພັດ​ທະ​ນາ​ຊີ​ວະ​ນາ​ໆ​ພັນທາງ​ທະ​ເລແບບ​ຍືນ​ຍົງ, ເປັນ​ເຈົ້າ​ການ​ໃນ​ການ​ຮັບ​ມື​ກັບ​ການ​ປ່ຽ​ນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ນ້ຳທະ​ເລຂຶ້ນ​ສູງ ແລະ ປ້ອງ​ກັນ, ຕ້ານ​ໄພ​ທຳ​ມະ​ຊາດ, ກູ້​ໄພ​ກູ້​ຊີບ​ຢູ່​ທະ​ເລ.

ບັນ​ດາ​ແຂວງ, ນະ​ຄອນ ​ກໍ່​ເອົາ​ໃຈ​ໃສ່​ເປັນ​ພິ​ເສດເຖິງ​ການ​ເຜີຍ​ແຜ່ໂຄ​ສະ​ນາໄປ​ຍັງ​ປະ​ຊາ​ຊົນກ່ຽວ​ກັບ​ການກໍ່​ສ້າງວັດ​ທະ​ນະ​ທຳ​ທະ​ເລ, ສັງ​ຄົມ​ທີ່​ສະ​ໜິດ​ຕິດ​ພັນ ແລະ ເປັນ​ມິດ​ກັບ​ທະ​ເລ; ຕ້ານ​ການ​ຂຸດ​ຄົ້ນ​ສິນ​ທະ​ເລ​ແບບ​ຜິດ​ກົດ​ໝາຍ, ບໍ່​ລາຍ​ງານ, ບໍ່​ປະ​ຕິ​ບັດ​ຕາມ​ຂໍ້​ກຳ​ນົດ, ການ​ຮ່ວມ​ມື​ສາ​ກົນກ່ຽວ​ກັບ​ບັນ​ດາ​ຂົງ​ເຂດ​ທີ່​ກ່ຽວ​ຂ້ອງ​ເຖິງ​ທະ​ເລ, ໝູ່​ເກາະ.

ພ້ອມ​ກັນ​ນັ້ນ ແມ່ນ​ເພີ່ມ​ທະ​ວີ​ການ​ຄວບ​ຄຸມ​ການເກັບ​ກຳ, ຂົນ​ສົ່ງ, ບຳ​ບັດ​ສິ່ງເສດເຫຼືອ, ຂີ້​ເຫຍື້ອ, ຂີ້​ເຫຍື້ອຢາງ​ປຼາດ​ສະຕິກ ຢູ່ແຄມ​ທະ​ເລ ແລະ ໃນ​ບັນ​ດາ​ໝູ່​ເກາະ, ສົ່ງ​ເສີມ​ຈັດ​ຕັ້ງ​ການ​ເລີ່ມ​ກໍ່​ສ້າງ, ມອບ​ຮັບ​ບັນ​ດາ​ໂຄງ​ການ​ປົກ​ປັກ​ຮັກ​ສາ ສິ່ງ​ແວ​ດ​ລ້ອມ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ຜົນ​ປ​ະ​ໂຫຍດ​ຂອງວົງ​ຄະ​ນະ​ຍາດ.

ພັດທະນາ​​ບົນພື້ນຖານການເຕີບໂຕສີຂຽວ

ຫວຽດ​ນາມ ມີ​ແຜນ​ນະ​ໂຍ​ບາຍ​ພັດ​ທະ​ນາ​ເສດ​ຖະ​ກິດ​ທະ​ເລ​ແບບ​ຍືນ​ຍົງ ​ບົນ​ພື້ນ​ຖານ​ການ​ເຕີບ​ໂຕສີ​ຂຽວ, ຮັກສາຊີວະນາໆພັນ, ລະ​ບົບ​ຊີ​ວະ​ພາບ​ທາງ​ທະ​ເລ; ຮັບ​ປະ​ກັນ​ຄວາມ​ກົມ​ກຽວ​ກັນລະ​ຫວ່າງ​ບັນ​ດາ​ລະ​ບົບ​ຊີ​ວະ​ພາບ​ເສດ​ຖະ​ກິດ ແລະ ທຳ​ມະ​ຊາດ, ລະ​ຫວ່າງ​ການອະນຸລັກ​ຮັກ​ສາ ແລະ ພັດ​ທະ​ນາ, ລະ​ຫວ່າງ​ຜົນ​ປະ​ໂຫຍດ​ຂອງ​ທ້ອງ​ຖິ່ນທີ່​ມີ​ທະ​ເລ ແລະ ທ້ອງ​ຖິ່ນ​ບໍ່​ມີ​ທະ​ເລ; ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່, ສ້າງ​ໂຄງ​ປະ​ກອບ​​ບັນ​ດາ​ຂະ​ແໜງ, ຂົງ​ເຂດ​ຄືນ​ໃໝ່ຕາມ​ທິດ​ຍົກ​ສູງ​ສະ​ມັດ​ຕະ​ພາບ, ຄຸນ​ນະ​ພາບ, ປະ​ສິດ​ທິ​ຜົນ ແລະ ກຳ​ລັງ​ແກ້ງ​ແຍ່ງ; ເສີມ​ຂະ​ຫຍາຍ​ກຳ​ລັງ​ຄວາມ​ສາ​ມາດ, ທ່າ​ໄດ້​ປຽບ​ຂອງ​ທະ​ເລ, ສ້າງ​ກຳ​ລັງ​ໜູນ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ປະ​ເທດ​ຊາດ. ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ທະ​ເລ​ຂອງ​ຫວຽດ​ນາມ ກໍ່​ເໝາະ​ສົມ​ກັບ​ບັນ​ດາ​ມາດ​ຖານ​ສາ​ກົນ, ຄ​ວບ​ຄຸມ​ການຂຸດ​ຄົ້ນຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ, ຟື້ນ​ຟູ​ລະ​ບົບ​ຊີ​ວະ​ພາບ​ທາງ​ທະ​ເລ, ຕິດ​ພັນ​ກັບ​ການ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົ​ບ ແລະ ຍົກ​ສູງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ ເຂດ​ທະ​ເລ​ໝູ່​ເກາະ. ສູ້​ຊົນ​ຮອດ​ປີ 2030, ຂອບ​ຂະ​ໜາດ​ເສດ​ຖະ​ກິດ​ຂອງ 28 ແຂວງ, ນະ​ຄອນ ​ຢູ່ແຄມ​ທະ​ເລ​ຈະ​ເທົ່າ​ກັບ 65 – 70% GDP ໃນ​ທົ່ວ​ປະ​ເທດ.

ທ່ານ ປ.ອ ຕະ​ດິ່ງ​ທີ, ຫົວ​ໜ້າ​ກົມ​ໃຫຍ່ ທະ​ເລ ແລະ ໝູ່​ເກາະ ຫວຽດ​ນາມ ໃຫ້​ຮູ້​ວ່າ: ວິ​ທີ​ການ​ສຳ​ຜັດ​ຂອງ​ພວກ​ເຮົາ​ແມ່ນ​​ຮອບ​ດ້ານ ແລະ ສັງ​ລວມ​ທີ່​ສຸດ. ເປົ້າ​ໝາຍ​ໄດ້​​ຍົກ​ອອກ​ມານັ້ນ​ແມ່ນ ຕ້ອງ​ສຸມ​ໃສ່​ເຂົ້າ​ການ​ຈັດ​ຕັ້ງ​ຢ່າງ​ມີ​ແບບ​ມີ​ແຜນ ແລະ ມີ​ລະ​ບົບ, ບຸກ​ທະ​ລຸ​ກ່ຽວ​ກັບ​ລະ​ບອບ​ລະ​ບຽບ​ການ, ກ່ຽວ​ກັບ​ວິ​ທະ​ຍາ​ສາດ, ຊັບ​ພະ​ຍາ​ກອນ​ມະ​ນຸດ, ພື້ນ​ຖານ​ໂຄງ​ລ່າງ… ເພື່ອ​ແນ​ໃສ່​ນຳມາ​ເຊິ່ງ​ປະ​ສິດ​ທິ​ຜົນ​​ໃຫ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ທະ​ເລ​ແບບ​ຍືນ​ຍົງ.

ດົ່ງ​ທາບມອບ​ເຄື່ອງ​ບັນ​ເທົາ​ທຸກ​ທີ່​ຈຳ​ເປັນ​ໃຫ້​ແກ່​ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ເຂດ​ໜອງ​ທະ​ເລ (ກຳ​ປູ​ເຈຍ) ດົ່ງ​ທາບມອບ​ເຄື່ອງ​ບັນ​ເທົາ​ທຸກ​ທີ່​ຈຳ​ເປັນ​ໃຫ້​ແກ່​ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ເຂດ​ໜອງ​ທະ​ເລ (ກຳ​ປູ​ເຈຍ)

ຍ​ສ​ໝ - ຕາມ​ໜັງ​ສື​ພິມ​ປະ​ຊາ​ຊົນ, ບັນ​ດາ​ຂອງ​ຂວັນ​ໄດ້​ມອບ​ລວມ​ມີ: ເຂົ້າ​ສານ 2 ໂຕນ, ໝີ່​ສຳ​ເລັດ​ຮູບ 100 ກອງ ແລະ ຢາ​ປິ່ນ​ປົວ​ພະ​ຍາດ​ຊະ​ນິດ​ຕ່າງ, ຜ່ານ​ນັ້ນ​ຊ່ວຍ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນຊາວ​ຫວຽດ​ນາມ ອ​າ​ໄສ​ຢູ່​ຕ່າງ​ປະ​ເທດ ຫຼຸດ​ຜ່ອນ​ຄວາມ​ຫຍຸ້ງ​ຍາກ​ລຳ​ສ້າງ, ສ້າງ​ຊີ​ວິດ​ການ​ເປັນ​ຢູ່​ເປັນ​ປົກ​ກະ​ຕິ​ໂດຍໄວ ແລະ​ປະ​ຕິ​ບັດ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລ​ະ​ບາດ​ໂຄວິດ - 19 ໃຫ້​ເປັນ​ຢ່າງ​ດີ.

ລາວ​ເປີດ​ກ້​ວາງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ສິນ​ທະ​ເລໃນນໍ້າ​ກັບ​ບັນ​ດາ​ປະ​ເທດ ລາວ​ເປີດ​ກ້​ວາງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ສິນ​ທະ​ເລໃນນໍ້າ​ກັບ​ບັນ​ດາ​ປະ​ເທດ

ຍ​ສ​ໝ - ເຈົ້າ​ໜ້າ​ທີ່ 3 ປະ​ເທດ ລາວ, ຈີນ, ມາ​ເລ​ເຊຍ ຫາ​ກໍ່​ຈັດ​ຕັ້ງກອງ​ປະ​ຊຸ​ມ​ສຳ​ມະ​ນາ​ແລ​ກ​ປ່ຽນ​ບົດ​ຮຽນ​ປະ​ສົບ​ການ​ອາ​ຊີບ​ຫາ​ປາ​ ທັນ​ສະ​ໄໝ​ເພື່ອ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຄວາມ​ສາ​ມາດ​ໃນ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ສິນ​ທະ​ເລ​ລະ​ຫວ່າງ​ບັນ​ດາ​ຝ່າຍ.

ກອງ​ປະ​ຊ​ຸມ​ສຳ​ມະ​ນາ ARF ຄັ້ງ​ທີ 3 ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ປະ​ຕິ​ບັດ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ ກອງ​ປະ​ຊ​ຸມ​ສຳ​ມະ​ນາ ARF ຄັ້ງ​ທີ 3 ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ປະ​ຕິ​ບັດ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ

ທີ່ວາລະໄຂກອງປະຊຸມສຳມະນາ, ໃນຖານະເປັນປະທານຮ່ວມ ແລະ ຫົວໜ້າຂອງຄະນະຜູ້ແທນ ຫວຽດນາມ, ທ່ານ ຫວູໂຮ່, ຫົວໜ້າກົມອາຊຽນ, ກະຊວງການຕ່າງປະເທດ ໄດ້ແບ່ງປັນກ່ຽວກັບຄວາມສຳຄັນຂອງການຮັກສາ ແລະ ຊຸກຍູ້ການໂອ້ລົມສົນທະນາ, ຮ່ວມມືເພື່ອແນໃສ່ຮັບມືກັບບັນດາສິ່ງທ້າທາຍຄວາມໝັ້ນຄົງ ຢູ່ພາກພື້ນ, ໃນນັ້ນມີຄວາມໝັ້ນຄົງທາງທະເລ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.