ທິດທາງການພັດທະນາ ສູນກາງການເງິນສາກົນ ຢູ່ທີ່ ຫວຽດນາມ ຮອດປີ 2035

12:51 | 24/07/2026

ຍສໝ​ - ທ່ານ ຮອງນາຍົກລັດຖະມົນຕີ - ປະທານສະພາຄະນະບໍລິຫານ ສູນກາງການເງິນສາກົນ ຢູ່ທີ່ ຫວຽດນາມ ເຫງວຽນວັນຖັງ ໄດ້ເຊັນຂໍ້ຕົກລົງ ເລກທີ 04/QĐ-HĐĐHTTTC ວັນທີ 22/7/2026 ອະນຸມັດຜ່ານ ແຜນການພັດທະນາ ສູນກາງນີ້ ຮອດປີ 2035 (ແຜນການ).

ຫວຽດນາມ ຮຽກຮ້ອງໃຫ້ມີຄວາມອົດກັ້ນ, ເຄົາລົບກົດໝາຍສາກົນ ງານມະໂຫລານດົນຕີ “ມໍລະດົກຕື່ນຕົວ” ເຮັດໃຫ້ ເຫ້ວ ຄຶກຄື້ນ
ທິດທາງການພັດທະນາ ສູນກາງການເງິນສາກົນ ຢູ່ທີ່ ຫວຽດນາມ ຮອດປີ 2035
ອາຄານ ສູນກາງການເງິນສາກົນ ຫວຽດນາມ (ເລກທີ 8 ຖະໜົນ ເຫງວຽນເຫ້ວ, ເມືອງ ໄຊງ່ອນ).

ຄາດໝາຍຂອງແຜນການ ແມ່ນແນ່ງໃສ່ສ້າງສັນສູນກາງການເງິນສາກົນ ໃຫ້ກາຍເປັນກຳລັງຊຸກຍູ້ອັນສຳຄັນ ພາຍໃນການລະດົມ, ຈັດສັນ ແລະ ນຳໃຊ້ບັນດາແຫຼ່ງກຳລັງການເງິນພາຍໃນ ແລະ ຕ່າງປະເທດ ຢ່າງມີປະສິດທິຜົນ, ປະກອບສ່ວນຊຸກຍູ້ການເຕີບໂຕຢ່າງໄວວາ, ຍືນຍົງ, ຍົກສູງຄຸນນະພາບ, ປະສິດທິຜົນຂອງພື້ນຖານເສດຖະກິດ; ພ້ອມດຽວກັນນັ້ນ ກໍກ້າວໄປເທື່ອລະບາດກ້າວໃນການຍົກສູງທີ່ຕັ້ງ ແລະ ບົດບາດຂອງ ຫວຽດນາມ ພາຍໃນຕາໜ່າງການເງິນພູມິພາກ ແລະ ທົ່ວໂລກ.

ປັບປຸງລະບອບການປົກຄອງທີ່ມີລັກສະນະສະເພາະ, ຮູບແບບ, ກົນໄກສູນກາງການເງິນສາກົນ ໃຫ້ສົມບູນຢ່າງຄົບຊຸດ

ຄາດໝາຍໄລຍະປີ 2026 – 2030: ປັບປຸງຂອບລະບອບນິຕິກຳທີ່ມີລັກສະນະສະເພາະ, ຮູບແບບ, ກົນໄກການຄຸ້ມຄອງ, ການບໍລິຫານ ແລະ ການຕິດຕາມກວດກາສູນກາງການເງິນສາກົນ ໃຫ້ສົມບູນຢ່າງຄົບຊຸດ ຕາມທິດທາງເຂົ້າໃກ້ມາດຕະຖານສາກົນ, ຮັບປະກັນຄວາມໂປ່ງໃສ, ປອດໄພ ແລະ ມີປະສິດທິຜົນ; ຜັນຂະຫຍາຍທົດລອງ ແລະ ເປີດນຳໃຊ້ບັນດາຜະລິດຕະພັນ, ບໍລິການດ້ານການເງິນບຸລິມະສິດ ພາຍໃນໄລຍະທຳອິດ.

ສ້າງຕັ້ງ ແລະ ນຳເຂົ້າສູ່ການນຳໃຊ້ ພື້ນຖານໂຄງລ່າງການເງິນ, ພື້ນຖານໂຄງລ່າງດິຈິຕອນ, ພື້ນຖານໂຄງລ່າງສັງຄົມ ແລະ ພື້ນຖານໂຄງລ່າງນິຕິກຳຫຼັກແຫຼ່ງ ເພື່ອຮັບໃຊ້ການເຄື່ອນໄຫວຂອງສູນກາງການເງິນສາກົນ.

ດຶງດູດບັນດາອົງການ, ສະຖາບັນການເງິນ, ກອງທຶນການລົງທຶນ, ທະນາຄານສາກົນຂະໜາດໃຫຍ່, ບັນດາພາກສ່ວນຕະຫຼາດມືອາຊີບ ແລະ ແຫຼ່ງຊັບພະຍາກອນມະນຸດດ້ານການເງິນຄຸນນະພາບສູງ; ສ້າງພື້ນຖານໃຫ້ແກ່ການພັດທະນາຢ່າງຍືນຍົງ ແລະ ການເຊື່ອມໂຍງຂອງສູນກາງການເງິນສາກົນ ພາຍໃນບັນດາໄລຍະຕໍ່ໄປ.

ຫວຽດນາມ ສູ້ຊົນນອນຢູ່ໃນກຸ່ມ 75 ສູນກາງການເງິນແຖວໜ້າຂອງໂລກ

ສູ້ຊົນພາຍໃນໄລຍະປີ 2031 – 2035, ຂະຫຍາຍ ແລະ ປັບປຸງລະບົບນິເວດການເງິນທັນສະໄໝໃຫ້ສົມບູນ, ລວມມີ ຕະຫຼາດທຶນ, ການເງິນສີຂຽວ, ການເງິນດິຈິຕອນ, ການເງິນໝູນໃຊ້ເຕັກໂນໂລຊີ (fintech), ຍົກສູງລະດັບຄວາມຫຼາກຫຼາຍ, ຄວາມເລິກເຊິ່ງ ແລະ ຄວາມສາມາດເຊື່ອມຕໍ່ ຂອງສູນກາງການເງິນສາກົນ.

ພັດທະນາໃຫ້ກາຍເປັນສູນກາງການເງິນ ທີ່ມີບົດບາດໃຈກາງເຊື່ອມຕໍ່ກະແສທຶນ ແລະ ມີທີ່ຕັ້ງຢ່າງຊັດເຈນ ພາຍໃນຕາໜ່າງການເງິນ ອາຊີ - ປາຊີຟິກ ແລະ ທົ່ວໂລກ. ສູ້ຊົນນອນຢູ່ໃນກຸ່ມ 75 ສູນກາງການເງິນແຖວໜ້າຂອງໂລກ, ກຸ່ມ 25 ສູນກາງການເງິນພູມິພາກອາຊີ - ປາຊີຟິກ ແລະ ອັນດັບທີ 3 ພາຍໃນພູມິພາກ ອາຊຽນ ຕາມດັດຊະນີສູນກາງການເງິນທົ່ວໂລກ (GFCI) ຫຼື ຊຸດດັດຊະນີສາກົນທີ່ທຽບເທົ່າ (ສະບັບປະກາດເປັນໄລຍະ), ປະກອບສ່ວນຍົກສູງຄວາມສາມາດໃນການລະດົມ ແລະ ຈັດສັນແຫຼ່ງກຳລັງການເງິນໃຫ້ແກ່ພື້ນຖານເສດຖະກິດ, ປະກອບສ່ວນເຂົ້າໃນຄາດໝາຍການພັດທະນາຢ່າງໄວວາ ແລະ ຍືນຍົງຂອງປະເທດຊາດ.

ກ່ຽວກັບທິດທາງການພັດທະນາ, ແຜນການໄດ້ລະບຸແຈ້ງວ່າ: ສູນກາງການເງິນສາກົນ ຫວຽດນາມ ຢູ່ທີ່ ນະຄອນໂຮ່ຈີມິນ ມີທິດທາງພັດທະນາໃຫ້ກາຍເປັນສູນກາງການເງິນສາກົນ ທີ່ມີລະບົບນິເວດການເງິນຮອບດ້ານ ແລະ ຫຼາກຫຼາຍ, ໂດຍສຸມໃສ່: (1) ການພັດທະນາຕະຫຼາດທຶນ, ສະໜອງບັນດາບໍລິການດ້ານການເງິນແບບດັ້ງເດີມ ແລະ ເລິກເຊິ່ງ, ຂຸດຄົ້ນຜົນກະທົບແບບສະທ້ອນ, ຊ່ວຍເຫຼືອເຊິ່ງກັນແລະກັນ ຂອງບັນດາບໍລິການດ້ານການເງິນ ເຊັ່ນ: ການລະດົມທຶນ, ການລົງທຶນ, ການຊຳລະເງິນ, ການອອກຈຳໜ່າຍ ແລະ ການຊື້ຂາຍຜະລິດຕະພັນການເງິນ; (2) ການຄຸ້ມຄອງຊັບສິນ, ການຄຸ້ມຄອງກອງທຶນ, ການເງິນສີຂຽວ ແລະ ການເງິນດິຈິຕອນ; (3) ຕະຫຼາດສິນຄ້າ ແລະ ບັນດາຜະລິດຕະພັນອະນຸພັນສິນຄ້າ ທີ່ຕິດພັນກັບການຄ້າ ແລະ ໂລຈິສຕິກສາກົນ.

ສູນກາງການເງິນສາກົນ ຫວຽດນາມ ຢູ່ທີ່ ນະຄອນດານັງ ມີທິດທາງພັດທະນາໃຫ້ກາຍເປັນສູນກາງການເງິນສາກົນ ທີ່ປ່ຽນແປງໃໝ່ປະດິດສ້າງ ແລະ ເຕັກໂນໂລຊີການເງິນ, ໂດຍສຸມໃສ່: (1) ຊັບສິນດິຈິຕອນ, ການຊຳລະເງິນດິຈິຕອນ, ການເຂົ້າລະຫັດຊັບສິນ; (2) ການສ້າງຕັ້ງ ແລະ ເປີດນຳໃຊ້ບັນດາພື້ນຖານ, ຕະຫຼາດຊື້ຂາຍສະເພາະດ້ານ; (3) ບໍລິການດ້ານການເງິນ ທີ່ຕິດພັນກັບການປ່ຽນແປງໃໝ່ປະດິດສ້າງ, ສ້າງຕັ້ງທຸລະກິດ, ການເງິນການຄ້າ, ການສະໜັບສະໜູນຕ່ອງໂສ້ອຸປະທານ ແລະ ການເງິນຍືນຍົງ; (4) ການທົດລອງແບບມີການຄວບຄຸມ ສຳລັບບັນດາເຕັກໂນໂລຊີ, ຜະລິດຕະພັນ, ບໍລິການ, ຮູບແບບການດຳເນີນທຸລະກິດ ພາຍໃນຂົງເຂດການເງິນ.

ສ້າງສັນບັນດາກົນໄກ, ນະໂຍບາຍບຸລິມະສິດ, ສ້າງສະພາບແວດລ້ອມທີ່ສະດວກໃຫ້ແກ່ນັກລົງທຶນ

ສະພາຄະນະບໍລິຫານ ສູນກາງການເງິນສາກົນ ກຳນົດທິດທາງພັດທະນາ ສູນກາງການເງິນສາກົນ ໃຫ້ມີຄວາມເປັນເອກະພາບທາງດ້ານລະບອບ, ການຄຸ້ມຄອງ ແລະ ມາດຕະຖານການຕິດຕາມກວດກາ; ເສີມຂະຫຍາຍຈຸດແຂງປຽບທຽບຂອງແຕ່ລະທ້ອງຖິ່ນ, ເພີ່ມທະວີລັກສະນະການເຊື່ອມໂຍງ, ການຊ່ວຍເຫຼືອເຊິ່ງກັນແລະກັນ; ຮັບປະກັນການພັດທະນາຢ່າງຄົບຊຸດ ລະຫວ່າງ ລະບອບ, ຕະຫຼາດ, ພື້ນຖານໂຄງລ່າງ ແລະ ແຫຼ່ງຊັບພະຍາກອນມະນຸດ. ພາຍໃນນັ້ນ, ສຸມໃສ່ບາງໜ້າທີ່ດັ່ງຕໍ່ໄປນີ້:

ສືບຕໍ່ປັບປຸງລະບອບ, ຂອບນິຕິກຳທີ່ມີລັກສະນະສະເພາະ, ໂດດເດັ່ນ, ມີລັກສະນະແຂ່ງຂັນລະດັບສາກົນສູງ ໃຫ້ສົມບູນ; ຂະຫຍາຍພື້ນທີ່ທາງລະບອບໃຫ້ແກ່ບັນດາເຕັກໂນໂລຊີ, ຜະລິດຕະພັນ, ບໍລິການ, ຮູບແບບການດຳເນີນທຸລະກິດໃໝ່ ພາຍໃນຂົງເຂດການເງິນ; ຮັບປະກັນຄວາມຄົບຊຸດ, ໂປ່ງໃສ, ໝັ້ນຄົງ, ສອດຄ່ອງກັບທຳນຽມປະຕິບັດສາກົນ ແລະ ເງື່ອນໄຂຕົວຈິງຂອງ ຫວຽດນາມ; ມີກົນໄກແກ້ໄຂຂໍ້ຂັດແຍ່ງທີ່ໄດ້ຮັບການຍອມຮັບ ແລະ ປະຕິບັດຕາມຄຳຕັດສິນສາກົນ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ແກ່ນັກລົງທຶນ. ປະຕິບັດການກວດກາ, ປັບປຸງ ແລະ ເຮັດໃຫ້ນະໂຍບາຍສົມບູນ ຕາມແຜນການພັດທະນາຂອງສູນກາງການເງິນສາກົນ, ຮັບປະກັນລັກສະນະຄວາມໝັ້ນຄົງ, ເປັນເອກະພາບ ແຕ່ມີຄວາມຍືດຫຍຸ່ນພຽງພໍ ເພື່ອຮັບມືກັບການພັດທະນາຂອງຕະຫຼາດ ແລະ ບັນດາຮູບແບບການດຳເນີນທຸລະກິດໃໝ່.

ສ້າງສັນບັນດາກົນໄກ, ນະໂຍບາຍບຸລິມະສິດທີ່ແຂ່ງຂັນ, ເງື່ອນໄຂການເຂົ້າເຖິງພື້ນຖານໂຄງລ່າງເພື່ອຮັບໃຊ້ສູນກາງການເງິນສາກົນ; ຫັນຂັ້ນຕອນການບໍລິຫານເປັນມາດຕະຖານ, ເປັນດິຈິຕອນ, ຫຍໍ້ເວລາການແກ້ໄຂເອກະສານ, ຍົກສູງຄຸນນະພາບການບໍລິການສາທາລະນະ, ສ້າງສະພາບແວດລ້ອມການດຳເນີນທຸລະກິດທີ່ສະດວກໃຫ້ແກ່ນັກລົງທຶນ ແລະ ສະມາຊິກສູນກາງການເງິນສາກົນ.

ພ້ອມດຽວກັນນັ້ນ, ປັບປຸງຮູບແບບການຄຸ້ມຄອງ, ການບໍລິຫານ ແລະ ການຕິດຕາມກວດກາສູນກາງການເງິນສາກົນ ໃຫ້ສົມບູນຕາມທິດທາງກະທັດຮັດ, ມີປະສິດທິຜົນ, ແບ່ງຂັ້ນຢ່າງຊັດເຈນ, ຮັບປະກັນການນຳພາ, ການຊີ້ນຳຢ່າງເປັນເອກະພາບຈາກສູນກາງ, ພ້ອມທັງເສີມຂະຫຍາຍລັກສະນະເຈົ້າການ, ປະດິດສ້າງຂອງທ້ອງຖິ່ນ. ປັບປຸງກົນໄກ, ຂັ້ນຕອນການຕິດຕາມກວດກາ ໃຫ້ສົມບູນ, ສົມທົບການຕິດຕາມກວດກາແບບມະຫາພາກ ແລະ ຈຸລະພາກ; ເພີ່ມທະວີຄວາມຮັບຜິດຊອບໃນການຊີ້ແຈງ, ລະບອບການລາຍງານເປັນໄລຍະ ແລະ ການປະເມີນຜົນກາງສະໄໝ; ຮັບປະກັນການຄວບຄຸມຄວາມສ່ຽງ, ການເປີດນຳໃຊ້ທີ່ປອດໄພ, ໂປ່ງໃສ.

ພັດທະນາລະບົບນິເວດຕະຫຼາດການເງິນ; ແຫຼ່ງຊັບພະຍາກອນມະນຸດຄຸນນະພາບສູງ

ພັດທະນາລະບົບນິເວດຕະຫຼາດການເງິນ, ຕະຫຼາດສິນຄ້າທີ່ຫຼາກຫຼາຍ, ມີຄວາມເລິກເຊິ່ງ, ໂດຍຖືເອົາຄຸນນະພາບ, ປະສິດທິຜົນ ແລະ ຄວາມສາມາດໃນການເຊື່ອມໂຍງສາກົນ ເປັນມາດຖານຕົ້ນຕໍ. ບຸລິມະສິດການດຶງດູດແບບມີການຄັດເລືອກ ສຳລັບບັນດາສະຖາບັນການເງິນທີ່ມີບົດບາດນຳໜ້າ, ບັນດາອົງການກາງ ແລະ ກອງທຶນການລົງທຶນຂະໜາດໃຫຍ່ຂອງພູມິພາກ ແລະ ໂລກ ເຂົ້າສູ່ບັນດາພາກສ່ວນຕະຫຼາດ ແລະ ຜະລິດຕະພັນການເງິນຫຼັກແຫຼ່ງ, ສຳຄັນ. ເຊື່ອມໂຍງລະຫວ່າງ ການເງິນ - ເຕັກໂນໂລຊີ - ຂໍ້ມູນ - ການປ່ຽນແປງໃໝ່ປະດິດສ້າງ; ກ້າວໄປເທື່ອລະບາດກ້າວເພື່ອນຳເອົາສູນກາງການເງິນສາກົນ ເຂົ້າຮ່ວມຢ່າງເລິກເຊິ່ງໃນຕ່ອງໂສ້ມູນຄ່າການເງິນທົ່ວໂລກ.

ຄຽງຄູ່ກັນນັ້ນ, ພັດທະນາຢ່າງຄົບຊຸດ ພື້ນຖານໂຄງລ່າງການເງິນ, ພື້ນຖານໂຄງລ່າງດິຈິຕອນ, ພື້ນຖານໂຄງລ່າງຂໍ້ມູນ, ພື້ນຖານໂຄງລ່າງການຄົມມະນາຄົມ ແລະ ພື້ນຖານໂຄງລ່າງຕົວເມືອງຄຸນນະພາບສູງ, ຮັບປະກັນຄວາມສາມາດໃນການເຊື່ອມຕໍ່ພາຍໃນ ແລະ ຕ່າງປະເທດ, ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການເຄື່ອນໄຫວຢ່າງຕໍ່ເນື່ອງ, ປອດໄພ, ໂລ່ງລ່ຽນ ຂອງສູນກາງການເງິນສາກົນ.

ພັດທະນາແຫຼ່ງຊັບພະຍາກອນມະນຸດຄຸນນະພາບສູງ ໃຫ້ແກ່ສູນກາງການເງິນສາກົນ; ມີກົນໄກ, ນະໂຍບາຍທີ່ມີລັກສະນະສະເພາະກ່ຽວກັບ ວີຊາ, ການພັກເຊົາ, ການຕອບແທນ ເພື່ອດຶງດູດຊ່ຽວຊານດ້ານການເງິນ, ເຕັກໂນໂລຊີ, ນິຕິກຳສາກົນ; ຝຶກອົບຮົມ, ບຳລຸງສ້າງເພື່ອຍົກສູງຄວາມສາມາດໃນການວາງແຜນ, ການຄຸ້ມຄອງຄວາມສ່ຽງ ແລະ ການເຊື່ອມໂຍງສາກົນ ຂອງຖັນແຖວພະນັກງານຄຸ້ມຄອງ; ພັດທະນາ, ເຊື່ອມໂຍງລະບົບນິເວດການຝຶກອົບຮົມ, ການຄົ້ນຄວ້າ, ການປະຕິບັດ ທີ່ຕິດພັນກັບຄວາມຕ້ອງການຕົວຈິງ.

ນອກຈາກນັ້ນ, ສ້າງສັນເຄື່ອງໝາຍການຄ້າ ແລະ ຊຸກຍູ້ການເຊື່ອມໂຍງສາກົນ; ພ້ອມດຽວກັນນັ້ນ, ເຈົ້າການຮ່ວມມືກັບບັນດາສູນກາງການເງິນສາກົນ, ອົງການການເງິນ, ອົງການຄຸ້ມຄອງ ແລະ ບັນດາອົງການກຳນົດມາດຕະຖານສາກົນ ແນ່ງໃສ່ຍົກສູງຄວາມສາມາດໃນການຄຸ້ມຄອງ, ການເຂົ້າເຖິງທຳນຽມປະຕິບັດສາກົນ, ເພີ່ມທະວີການເຊື່ອມຕໍ່ຕະຫຼາດ ແລະ ຍົກສູງທີ່ຕັ້ງຂອງສູນກາງການເງິນສາກົນ ຫວຽດນາມ.

ຫວຽດນາມ ຊຸກຍູ້ການຮ່ວມມືສາກົນ ກ່ຽວກັບການປົກປັກຮັກສາມໍລະດົກ, ເຊື່ອມໂຍງວັດທະນະທຳ ຢູ່ທີ່ກອງປະຊຸມຄັ້ງທີ 48 ຂອງຄະນະກຳມະການມໍລະດົກໂລກ ຫວຽດນາມ ຊຸກຍູ້ການຮ່ວມມືສາກົນ ກ່ຽວກັບການປົກປັກຮັກສາມໍລະດົກ, ເຊື່ອມໂຍງວັດທະນະທຳ ຢູ່ທີ່ກອງປະຊຸມຄັ້ງທີ 48 ຂອງຄະນະກຳມະການມໍລະດົກໂລກ
ຍສໝ - ແຕ່ວັນທີ 19-29 ກໍລະກົດ, ຢູ່ທີ່ນະຄອນ ປູຊານ, ສ.ເກົາຫຼີ ໄດ້ຈັດກອງປະຊຸມຄັ້ງທີ 48 ຂອງຄະນະກຳມະການມໍລະດົກໂລກ ໂດຍມີຜູ້ແທນເຂົ້າຮ່ວມເກືອບ 3.000 ທ່ານ ທີ່ມາຈາກ 21 ປະເທດສະມາຊິກຄະນະກຳມະການ ແລະ ຜູ້ສັງເກດການຫຼາຍກວ່າ 100 ທ່ານ. ທ່ານ ໂງ ເລ ວັນ (Ngô Lê Văn), ຮອງລັດຖະມົນຕີກະຊວງການຕ່າງປະເທດ, ປະທານຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ ໄດ້ນຳພາຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ.
ລັດຖະມົນຕີ ເລຮວ່າຍຈຸງ ແລະ ລັດຖະມົນຕີກະຊວງການຕ່າງປະເທດ Marco Rubio ແລກປ່ຽນກ່ຽວກັບສາຍພົວພັນ ຫວຽດນາມ - ອາເມລິກາ ລັດຖະມົນຕີ ເລຮວ່າຍຈຸງ ແລະ ລັດຖະມົນຕີກະຊວງການຕ່າງປະເທດ Marco Rubio ແລກປ່ຽນກ່ຽວກັບສາຍພົວພັນ ຫວຽດນາມ - ອາເມລິກາ
ຍສໝ - ວັນທີ 23/7, ກຳມະການກົມການເມືອງ, ລັດຖະມົນຕີກະຊວງການຕ່າງປະເທດ ເລຮວ່າຍຈຸງ ໄດ້ມີການພົບປະກັບ ລັດຖະມົນຕີກະຊວງການຕ່າງປະເທດ ສະຫະລັດ ອາເມລິກາ Marco Rubio ຢູ່ທີ່ນອກກອງປະຊຸມ ລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ ຄັ້ງທີ 59 (AMM-59) ຢູ່ທີ່ ມາໂນລາ, ຟີລິບປິນ.

ມີງດຶກ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ