ນັກສຶກສາໂມຊຳບິກ 15 ຄົນ ໄດ້ຮັບທຶນການສຶກສາຈາກລັດຖະບານຫວຽດນາມ ໃນສົກຮຽນ 2026-2027

14:31 | 24/10/2026

ຍສໝ​​ - ວັນທີ 22/10, ຢູ່ສຳນັກງານສະຖານທູດຫວຽດນາມປະຈຳໂມຊຳບິກ, ທ່ານນາງ ເຈິ່ນ ທິ ທູ ຖິ່ນ, ເອກອັກຄະລັດຖະທູດຫວຽດນາມ, ໄດ້ພົບປະກັບນັກສຶກສາໂມຊຳບິກ 15 ຄົນ ທີ່ໄດ້ຮັບທຶນການສຶກສາຈາກລັດຖະບານຫວຽດນາມ ກ່ອນເດີນທາງໄປເຂົ້າຮຽນໃນສົກຮຽນ 2026-2027, ປະກອບສ່ວນຊຸກຍູ້ການຮ່ວມມືດ້ານການສຶກສາ ແລະ ການຝຶກອົບຮົມຊັບພະຍາກອນມະນຸດລະຫວ່າງສອງປະເທດ.

ຫວຽດນາມ ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອປະຊາຊົນໂມຊຳບິກ ໃນການແກ້ໄຂບັນຫານ້ຳຖ້ວມ ແລະ ຝົນຕົກໜັກ ເພີ່ມທະວີການຮັບຮູ້ແບຣນກາເຟ ຫວຽດນາມ ຢູ່ຕະຫຼາດ ໂມຊຳບິກ ແລະ ອາຟຣິກາ

ເຂົ້າຮ່ວມການພົບປະຄັ້ງນີ້ ມີທ່ານນາງ Carla Caomba, ຫົວໜ້າສະຖາບັນທຶນການສຶກສາໂມຊຳບິກ.

ໃນໂອກາດສະແດງຄວາມຊົມເຊີຍຕໍ່ນັກສຶກສາໃໝ່ທັງ 15 ຄົນ, ທ່ານນາງ ເຈິ່ນ ທິ ທູ ຖິ່ນ ໄດ້ຮັບຮູ້ເຖິງຄວາມພະຍາຍາມຂອງນັກສຶກສາ ພ້ອມທັງການຄຽງຂ້າງສະໜັບສະໜູນຈາກຄອບຄົວ ແລະ ຄູອາຈານ. ທ່ານນາງເນັ້ນໜັກວ່າ ໂຄງການທຶນການສຶກສາບໍ່ພຽງແຕ່ຊຸກຍູ້ການຮ່ວມມືດ້ານການສຶກສາເທົ່ານັ້ນ, ແຕ່ຍັງປະກອບສ່ວນລົງທຶນໃຫ້ແກ່ຄົນຮຸ່ນໜຸ່ມ ແລະ ເສີມສ້າງສາຍພົວພັນມິດຕະພາບຫວຽດນາມ - ໂມຊຳບິກ.

ນັກສຶກສາໂມຊຳບິກ 15 ຄົນ ໄດ້ຮັບທຶນການສຶກສາຈາກລັດຖະບານຫວຽດນາມ ໃນສົກຮຽນ 2026-2027
ທ່ານນາງ ເຈິ່ນ ທິ ທູ ຖິ່ນ, ເອກອັກຄະລັດຖະທູດຫວຽດນາມປະຈຳໂມຊຳບິກ, ໃນການພົບປະກັບບັນດານັກສຶກສາໂມຊຳບິກທີ່ກຳລັງກະກຽມເດີນທາງໄປສຶກສາຢູ່ຫວຽດນາມໃນສົກຮຽນ 2026-2027.

ນີ້ແມ່ນນັກສຶກສາຊຸດທຳອິດທີ່ໄດ້ຮັບສິດຕາມຈຳນວນທຶນການສຶກສາໃໝ່ ພາຍໃຕ້ສັນຍາຮ່ວມມືດ້ານການສຶກສາຂັ້ນອຸດົມສຶກສາ ທີ່ໄດ້ລົງນາມໃນເດືອນ 1/2026, ໂດຍເພີ່ມຈຳນວນທຶນການສຶກສາປະຈຳປີຈາກ 10 ທຶນ ຂຶ້ນເປັນ 15 ທຶນ.

ທ່ານນາງເອກອັກຄະລັດຖະທູດໄດ້ແນະນຳກ່ຽວກັບປະຫວັດສາດ, ວັດທະນະທຳ, ມູນເຊື້ອການຕ້ອນຮັບແຂກຢ່າງອົບອຸ່ນ ແລະ ບັນດາຜົນສຳເລັດດ້ານການພັດທະນາເສດຖະກິດ, ວິທະຍາສາດ - ເຕັກໂນໂລຊີຂອງຫວຽດນາມ; ພ້ອມທັງປາຖະໜາໃຫ້ຫວຽດນາມກາຍເປັນບ້ານຫຼັງທີສອງຂອງນັກສຶກສາ.

ທ່ານນາງໄດ້ຊຸກຍູ້ໃຫ້ນັກສຶກສາຕັ້ງໜ້າຮ່ຳຮຽນ, ຝຶກຝົນພາສາຫວຽດນາມ ແລະ ທັກສະວິຊາຊີບ, ເປັນເຈົ້າການປັບຕົວເຂົ້າກັບສັງຄົມ, ເຄົາລົບຄວາມແຕກຕ່າງທາງວັດທະນະທຳ, ປະຕິບັດຕາມກົດໝາຍ ແລະ ລະບຽບຂອງສະຖາບັນການສຶກສາ, ມີຄວາມສາມັກຄີ ແລະ ຊ່ວຍເຫຼືອເຊິ່ງກັນແລະກັນ. ເມື່ອປະສົບຄວາມຫຍຸ້ງຍາກ, ນັກສຶກສາສາມາດຂໍຄວາມຊ່ວຍເຫຼືອຈາກສະຖາບັນການສຶກສາ, ໝູ່ເພື່ອນ ແລະ ສະຖານທູດ.

ທ່ານນາງ Carla Caomba ໄດ້ຂອບໃຈສະຖານທູດທີ່ໃຫ້ການຊ່ວຍເຫຼືອໃນຂະບວນການຄັດເລືອກ ແລະ ດຳເນີນຂັ້ນຕອນການໄປສຶກສາຕໍ່ຕ່າງປະເທດໃຫ້ສຳເລັດ. ທ່ານນາງຕີລາຄາວ່າ ໂຄງການນີ້ມີຄວາມໝາຍຕໍ່ຍຸດທະສາດການຝຶກອົບຮົມຊັບພະຍາກອນມະນຸດຄຸນນະພາບສູງຂອງໂມຊຳບິກ, ໂດຍສະເພາະໃນຂົງເຂດອຸດສາຫະກຳ, ກະສິກຳ, ເຕັກໂນໂລຊີສາລະສົນເທດ ແລະ ການແພດ.

ທ່ານນາງຫົວໜ້າສະຖາບັນຫວັງວ່າ ນັກສຶກສາຈະຝຶກຝົນລະບຽບວິໄນ, ຮຽນຮູ້ຄວາມຮູ້ ແລະ ເຕັກໂນໂລຊີ, ເພື່ອພາຍຫຼັງຮຽນຈົບຈະກັບຄືນໄປປະກອບສ່ວນໃຫ້ແກ່ປະເທດຊາດ ແລະ ທະນຸບຳລຸງສາຍພົວພັນລະຫວ່າງສອງຊາດ.

ໃນການພົບປະຄັ້ງນີ້, ທ່ານນາງເອກອັກຄະລັດຖະທູດໄດ້ຕອບບັນດາຂໍ້ສົງໄສກ່ຽວກັບການຮ່ຳຮຽນ, ການດຳລົງຊີວິດ ແລະ ການປັບຕົວຢູ່ຫວຽດນາມ. ບັນດານັກສຶກສາຍັງໄດ້ລອງຊິມເຝີ, ຊາໝາກນາວ, ກາເຟ ແລະ ເຂົ້າໜົມຖົ່ວດິນເປັນຄັ້ງທຳອິດ, ຜ່ານນັ້ນໄດ້ທຳຄວາມຄຸ້ນເຄີຍກັບວັດທະນະທຳຫວຽດນາມກ່ອນວັນເດີນທາງ.

ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ ໂມຊຳບິກ ເຈີ່ນທິທູຖີນ ຢ້ຽມຂ່ຳນັບ​ທ່ານລັດ​ຖະ​ມົນ​ຕີ​ກະ​ຊວງ​ພາຍ​ໃນ ໂມ​ຊຳ​ບິກ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ ໂມຊຳບິກ ເຈີ່ນທິທູຖີນ ຢ້ຽມຂ່ຳນັບ​ທ່ານລັດ​ຖະ​ມົນ​ຕີ​ກະ​ຊວງ​ພາຍ​ໃນ ໂມ​ຊຳ​ບິກ
ຍສໝ -​ ຕອນ​ບ່າຍ​ວັນ​ທີ 20 ຕຸລາ, ທ່ານນາງ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ ໂມ​ຊຳ​ບິກ ເຈີ່ນ​ທິ​ທູຖີນ ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ Paulo Chachine ລັດ​ຖະ​ມົນ​ຕີ​ກະ​ຊວງ​ພາຍ​ໃນ ໂມ​ຊຳ​ບິກ.
ເພີ່ມທະວີຄວາມພະຍາຍາມສື່ສານກັບພາຍນອກ ແລະ ໂຄສະນາປະເທດ ແລະ ປະຊາຊົນຫວຽດນາມ ແລະ ໂມຊຳບິກ ເພີ່ມທະວີຄວາມພະຍາຍາມສື່ສານກັບພາຍນອກ ແລະ ໂຄສະນາປະເທດ ແລະ ປະຊາຊົນຫວຽດນາມ ແລະ ໂມຊຳບິກ
ຍສໝ - ວັນທີ 12 ກຸມພາ (ຕາມເວລາທ້ອງຖິ່ນ), ສະຖານທູດຫວຽດນາມ ປະຈຳໂມຊຳບິກ ໄດ້ຈັດກອງປະຊຸມກັບບັນດາອົງການສື່ມວນຊົນ ແລະ ສື່ມວນຊົນສຳຄັນປະຈຳໂມຊຳບິກ ເພື່ອເພີ່ມທະວີການຮ່ວມມືລະຫວ່າງສະຖານທູດ ແລະ ສື່ມວນຊົນໂມຊຳບິກ; ຜ່ານນັ້ນເພີ່ມທະວີການເຜີຍແຜ່ຂໍ້ມູນຂ່າວສານພາຍນອກ ແລະ ໂຄສະນາປະເທດ ແລະ ປະຊາຊົນຫວຽດນາມ ແລະ ໂມຊຳບິກ.

ຄຳສີ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ