ຫວຽດນາມ ຊຸກຍູ້ການຮ່ວມມືສາກົນ ກ່ຽວກັບການປົກປັກຮັກສາມໍລະດົກ, ເຊື່ອມໂຍງວັດທະນະທຳ ຢູ່ທີ່ກອງປະຊຸມຄັ້ງທີ 48 ຂອງຄະນະກຳມະການມໍລະດົກໂລກ

02:32 | 24/07/2026

ຍສໝ - ແຕ່ວັນທີ 19-29 ກໍລະກົດ, ຢູ່ທີ່ນະຄອນ ປູຊານ, ສ.ເກົາຫຼີ ໄດ້ຈັດກອງປະຊຸມຄັ້ງທີ 48 ຂອງຄະນະກຳມະການມໍລະດົກໂລກ ໂດຍມີຜູ້ແທນເຂົ້າຮ່ວມເກືອບ 3.000 ທ່ານ ທີ່ມາຈາກ 21 ປະເທດສະມາຊິກຄະນະກຳມະການ ແລະ ຜູ້ສັງເກດການຫຼາຍກວ່າ 100 ທ່ານ. ທ່ານ ໂງ ເລ ວັນ (Ngô Lê Văn), ຮອງລັດຖະມົນຕີກະຊວງການຕ່າງປະເທດ, ປະທານຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ ໄດ້ນຳພາຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ.

ຊຸກຍູ້ການຮ່ວມມືຮອບດ້ານ ແລະ ແທ້ຈິງ ລະຫວ່າງ ຫວຽດນາມ ແລະ ໂມຣິຕານີ ຫວຽດນາມ - ເກຣັກ ຊຸກຍູ້ການຮ່ວມມືໃຫ້ນັບມື້ນັບມີຄວາມແທດຕົວຈິງ ແລະ ມີປະສິດທິຜົນ

ຫວຽດນາມ ຊຸກຍູ້ການຮ່ວມມືສາກົນ ກ່ຽວກັບການປົກປັກຮັກສາມໍລະດົກ, ເຊື່ອມໂຍງວັດທະນະທຳ ຢູ່ທີ່ກອງປະຊຸມຄັ້ງທີ 48 ຂອງຄະນະກຳມະການມໍລະດົກໂລກ

ທ່ານ ໂງເລວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ປະທານຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ ກ່າວປາໄສໃນກອງປະຊຸມຄັ້ງທີ 48 ຂອງຄະນະກຳມະການມໍລະດົກໂລກ ແຕ່ວັນທີ 19-29 ກໍລະກົດ.

ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ຍັງມີຮອງປະທານຄະນະກຳມະການປະຊາຊົນ ນະຄອນຮາໂນ້ຍ, ໄຮຟອງ, ເຫວ້, ບັນດາແຂວງ ກວ້າງນິງ ແລະ ນິງບິ່ງ; ເອກອັກຄະລັດຖະທູດຫວຽດນາມ ປະຈຳ UNESCO, ເລຂາທິການໃຫຍ່ຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ, ຫົວໜ້າກົມມໍລະດົກວັດທະນະທຳ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ; ບັນດາທ່ານການນຳພະແນກ, ຂະແໜງການທ້ອງຖິ່ນ, ຄະນະຄຸ້ມຄອງເຂດມໍລະດົກໂລກ ນະຄອນ ດານັງ, ກວ້າງຈິ, ຄະນະເລຂາທິການຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ ພ້ອມດ້ວຍທີມງານຊ່ຽວຊານຂອງຫວຽດນາມ.

ໃນການກ່າວຄຳປາໄສຢູ່ທີ່ກອງປະຊຸມຄົບຄະນະ, ທ່ານຮອງລັດຖະມົນຕີ ໂງເລວັນ ໄດ້ຕີລາຄາສູງຕໍ່ຄວາມພະຍາຍາມຂອງ ສູນມໍລະດົກໂລກ ແລະ ບັນດາປະເທດສະມາຊິກ ໃນການຜັນຂະຫຍາຍສົນທິສັນຍາມໍລະດົກໂລກ. ຕໍ່ໜ້າສິ່ງທ້າທາຍທົ່ວໂລກ ເຊັ່ນ: ຂໍ້ຂັດແຍ່ງ, ການປ່ຽນແປງດິນຟ້າອາການ, ໄພທຳມະຊາດ, ການຫຼຸດລົງຂອງຄວາມຫຼາກຫຼາຍທາງຊີວະພາບ ແລະ ການຂະຫຍາຍໂຕຢ່າງວ່ອງໄວຂອງເຕັກໂນໂລຊີ, ທ່ານຮອງລັດຖະມົນຕີ ໄດ້ເນັ້ນໜັກເຖິງຄວາມຈຳເປັນໃນການເພີ່ມທະວີການຮ່ວມມືສາກົນ ເຂົ້າໃນວຽກງານການປົກປັກຮັກສາມໍລະດົກ. ຫວຽດນາມ ຍິນດີຕ້ອນຮັບຈິດໃຈຂອງ ຖະແຫຼງການ ປູຊານ ທີ່ເນັ້ນໜັກເຖິງປັດໄຈ “ການຮ່ວມມື” ຢູ່ພາຍໃນລະບົບມໍລະດົກໂລກ.

ຫວຽດນາມ ຊຸກຍູ້ການຮ່ວມມືສາກົນ ກ່ຽວກັບການປົກປັກຮັກສາມໍລະດົກ, ເຊື່ອມໂຍງວັດທະນະທຳ ຢູ່ທີ່ກອງປະຊຸມຄັ້ງທີ 48 ຂອງຄະນະກຳມະການມໍລະດົກໂລກ

ບັນດາຜູ້ແທນຫວຽດນາມ ຢູ່ທີ່ກອງປະຊຸມ.

ທ່ານຮອງລັດຖະມົນຕີ ໄດ້ສະເໜີ 3 ບຸລິມະສິດ ໂດຍສຸມໃສ່: ການເພີ່ມທະວີການຮ່ວມມືສາກົນ ແລະ ຍົກສູງຄວາມສາມາດໃຫ້ແກ່ບັນດາປະເທດສະມາຊິກ, ໂດຍສະເພາະແມ່ນບັນດາປະເທດພັດທະນາ; ຊຸກຍູ້ວຽກງານການປົກປັກຮັກສາ ບົນພື້ນຖານວິທະຍາສາດ, ຮັບປະກັນຄວາມກົມກຽວກັນ ລະຫວ່າງການປົກປັກຮັກສາ ແລະ ການພັດທະນາ ໂດຍມີປະຊາຄົມທ້ອງຖິ່ນເປັນສູນກາງ; ເພີ່ມທະວີການປະສານງານ ລະຫວ່າງບັນດາສົນທິສັນຍາ ແລະ ໂຄງການທີ່ກ່ຽວຂ້ອງ, ພ້ອມທັງປະຍຸກໃຊ້ເຕັກໂນໂລຊີດິຈິຕອນ ແລະ ປັນຍາປະທານ (AI) ເຂົ້າໃນການປົກປັກຮັກສາມໍລະດົກຢ່າງມີຄວາມຮັບຜິດຊອບ.

ໂດຍຢືນຢັນວ່າ ວັດທະນະທຳ ແລະ ມໍລະດົກ ແມ່ນພື້ນຖານທາງດ້ານຈິດໃຈຂອງສັງຄົມ, ແມ່ນແຫຼ່ງທຶນພາຍໃນ ແລະ ເປັນກຳລັງຂັບເຄື່ອນອັນສຳຄັນ ໃຫ້ແກ່ການພັດທະນາຢ່າງຍືນຍົງ, ທ່ານປະທານຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ ໄດ້ແຈ້ງໃຫ້ຮູ້ວ່າ ຫວຽດນາມ ຈະເປັນເຈົ້າພາບຈັດ “ການເຈລະຈາ ອາຊີ - ປາຊີຟິກ ກ່ຽວກັບມໍລະດົກ ແລະ ຄວາມທ່ຽງແທ້” ຢູ່ທີ່ນະຄອນຮາໂນ້ຍ ແຕ່ວັນທີ 27 ຫາ 30 ສິງຫາ 2026.

ທ່ານຮອງລັດຖະມົນຕີ ຍັງໄດ້ເນັ້ນໜັກອີກວ່າ, ຫວຽດນາມ ໃຫ້ຄວາມສຳຄັນຕໍ່ການຮ່ວມມືຢ່າງແໜ້ນແຟ້ນກັບ ສູນມໍລະດົກໂລກ, ICOMOS, IUCN ແລະ ICCROM; ໂດຍຢືນຢັນວ່າ ໂຄງການປົກປັກຮັກສາ ແລະ ບູລະນະເຂດສູນກາງພະລາຊະວັງ ຮ່າງທັງ (Hoàng Thành Thăng Long), ເຊິ່ງເປັນບ່ອນເກັບຮັກສາປະຫວັດສາດຫຼາຍກວ່າ 1.300 ປີ ແລະ ບັນດາຊັ້ນວັດທະນະທຳທີ່ໂດດເດັ່ນ, ແມ່ນຫຼັກຖານຕົວແບບໃຫ້ແກ່ການຮ່ວມມືຢ່າງມີປະສິດທິຜົນນີ້, ຮັບປະກັນຄວາມທ່ຽງແທ້, ຄວາມສົມບູນແບບ ແລະ ວິທີການປົກປັກຮັກສາ ບົນພື້ນຖານວິທະຍາສາດ.

ຫວຽດນາມ ຊຸກຍູ້ການຮ່ວມມືສາກົນ ກ່ຽວກັບການປົກປັກຮັກສາມໍລະດົກ, ເຊື່ອມໂຍງວັດທະນະທຳ ຢູ່ທີ່ກອງປະຊຸມຄັ້ງທີ 48 ຂອງຄະນະກຳມະການມໍລະດົກໂລກ

ທ່ານ ໂງເລວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ປະທານຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ ນຳພາຄະນະຜູ້ແທນເຂົ້າຮ່ວມກອງປະຊຸມຄັ້ງທີ 48 ຂອງຄະນະກຳມະການມໍລະດົກໂລກ ແຕ່ວັນທີ 19-29 ກໍລະກົດ

ເນື່ອງໃນໂອກາດນີ້, ຄະນະຜູ້ແທນ ໄດ້ເຂົ້າຮ່ວມໂຄງການ Roadshow ແນະນຳວັດທະນະທຳ, ການທ່ອງທ່ຽວ, ອາຫານ ແລະ ໝູ່ບ້ານຫັດຖະກຳເຫວ້ ເຊິ່ງຈັດຂຶ້ນໂດຍ ຄະນະກຳມະການປະຊາຊົນ ນະຄອນ ເຫວ້ ຢູ່ທີ່ ປູຊານ. ໃນການກ່າວປາໄສທີ່ງານ, ທ່ານຮອງລັດຖະມົນຕີ ໂງ ເລ ວັນ ໄດ້ເນັ້ນໜັກວ່າ ການຈັດໂຄງການຢູ່ທີ່ ປູຊານ - ເຈົ້າພາບກອງປະຊຸມຄັ້ງທີ 48 ຂອງຄະນະກຳມະການມໍລະດົກໂລກ - ມີຄວາມໝາຍພິເສດ, ບໍ່ພຽງແຕ່ແນະນຳບັນດາຄຸນຄ່າທີ່ໂດດເດັ່ນຂອງເມືອງເກົ່າເຫວ້ເທົ່ານັ້ນ ແຕ່ຍັງຢືນຢັນບົດບາດຂອງວັດທະນະທຳ, ມໍລະດົກ ເຊິ່ງເປັນຄືນ້ຳແຈ່ງເຊື່ອມໂຍງບັນດາປະຊາຊາດ, ປະກອບສ່ວນເຮັດໃຫ້ສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ ຫວຽດນາມ - ເກົາຫຼີ ເລິກເຊິ່ງຍິ່ງໆຂຶ້ນ. ທ່ານຮອງລັດຖະມົນຕີ ໄດ້ສະແດງຄວາມເຊື່ອໝັ້ນວ່າ ງານໃນຄັ້ງນີ້ຈະເປີດການເຊື່ອມໂຍງໃໝ່ໆ ເຂົ້າໃນການປົກປັກຮັກສາ ແລະ ເສີມຂະຫຍາຍມໍລະດົກ, ການພັດທະນາການທ່ອງທ່ຽວ, ອຸດສາຫະກຳວັດທະນະທຳ ແລະ ການແລກປ່ຽນລະຫວ່າງປະຊາຊົນ.

ຫວຽດນາມ ຊຸກຍູ້ການຮ່ວມມືສາກົນ ກ່ຽວກັບການປົກປັກຮັກສາມໍລະດົກ, ເຊື່ອມໂຍງວັດທະນະທຳ ຢູ່ທີ່ກອງປະຊຸມຄັ້ງທີ 48 ຂອງຄະນະກຳມະການມໍລະດົກໂລກ

ທ່ານຮອງລັດຖະມົນຕີ ໂງເລວັນ ກ່າວປາໄສໃນງານ Roadshow ແນະນຳວັດທະນະທຳ, ການທ່ອງທ່ຽວ, ອາຫານ ແລະ ໝູ່ບ້ານຫັດຖະກຳເຫວ້

ກ່າວຄຳປາໄສໃນງານ, ການນຳຄະນະກຳມະການປະຊາຊົນ ນະຄອນ ເຫວ້ ໄດ້ແນະນຳວ່າ ເຫວ້ ແມ່ນນະຄອນທີ່ຄອບຄອງ 8 ນາມມະຍົດ ທີ່ໄດ້ຮັບການຮັບຮອງຈາກ UNESCO, ພວມກຳນົດຕຳແໜ່ງເປັນຈຸດໝາຍປາຍທາງການທ່ອງທ່ຽວສີຂຽວ, ການພັກຜ່ອນທີ່ມີຄຸນນະພາບສູງ ແລະ ເສດຖະກິດໝູນວຽນ. ນະຄອນ ມີຄວາມມຸ່ງມາດປາດຖະໜາ ຢາກຍູ້ຮ່ວມການຮ່ວມມືສະເພາະຕົວຈິງ ກັບບັນດາສາຍການບິນ, ວິສາຫະກິດທ່ອງທ່ຽວ ແລະ ນັກລົງທຶນເກົາຫຼີ, ພ້ອມທັງກຳນົດສ້າງສະພາບແວດລ້ອມການລົງທຶນທີ່ໂປ່ງໃສ, ສະດວກສະບາຍໃຫ້ແກ່ຄູ່ຮ່ວມມືເກົາຫຼີ.

ຫວຽດນາມ ຊຸກຍູ້ການຮ່ວມມືສາກົນ ກ່ຽວກັບການປົກປັກຮັກສາມໍລະດົກ, ເຊື່ອມໂຍງວັດທະນະທຳ ຢູ່ທີ່ກອງປະຊຸມຄັ້ງທີ 48 ຂອງຄະນະກຳມະການມໍລະດົກໂລກ

ຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ.

ຢູ່ທີ່ງານ Roadshow, ໄດ້ມີຫຼາຍກິດຈະກຳຈັດສະແດງ, ສາທິດໝູ່ບ້ານຫັດຖະກຳປະເພນີ, ແນະນຳອາຫານເຫວ້, ການສະແດງດົນຕີພະລາຊະວັງ ແລະ ການເຊື່ອມໂຍງວິສາຫະກິດ ລະຫວ່າງ ເຫວ້ ກັບ ບັນດາຄູ່ຮ່ວມມືເກົາຫຼີ ໃນຂົງເຂດການທ່ອງທ່ຽວ, ສາຍການບິນ, ອຸດສາຫະກຳວັດທະນະທຳ ແລະ ການລົງທຶນ.

ປະເທດລາວ ໄດ້ເຂົ້າຮ່ວມກອງປະຊຸມຖ່າຍທອດສົດລະດັບສູງ ເພື່ອການຮ່ວມມືສາກົນ. ປະເທດລາວ ໄດ້ເຂົ້າຮ່ວມກອງປະຊຸມຖ່າຍທອດສົດລະດັບສູງ ເພື່ອການຮ່ວມມືສາກົນ.
ບັນດາປະເທດແລະພັກການເມືອງເພີ່ມທະວີການຮ່ວມມືສາກົນ, ຮ່ວມແຮງຮ່ວມໃຈຍູ້ໂລກລະບາດໂຄວິດ-19 ໃຫ້ຖອຍໄປ ບັນດາປະເທດແລະພັກການເມືອງເພີ່ມທະວີການຮ່ວມມືສາກົນ, ຮ່ວມແຮງຮ່ວມໃຈຍູ້ໂລກລະບາດໂຄວິດ-19 ໃຫ້ຖອຍໄປ

ແທັງຮັ່ງ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ