| ເຫວ້: ຢ້ຽມຢາມ ແລະ ອວຍພອນປີໃໝ່ໃນງານບຸນປີໃໝ່ລາວ ແລະ ມອບຂອງຂວັນໃຫ້ແກ່ປະຊາຊົນໃນເຂດຊາຍແດນລາວ ເຫ້ວ ຊຸກຍູ້ການຫັນປ່ຽນເປັນດິຈິຕອນ, ຍົກສູງປະສົບການຂອງນັກທ່ອງທ່ຽວ |
![]() |
| ທ່ານ ເຈີນຮືວຖຸຍຢາງ, ຮອງປະທານຄະນະກຳມະການປະຊາຊົນ ນະຄອນ ເຫ້ວ ໃຫ້ຂໍ້ມູນກ່ຽວກັບ Huế Wonderverse Music Fest 2026. |
ພາຍໃນຕອນບ່າຍວັນທີ 23/7, ຄະນະຈັດຕັ້ງ ງານບຸນ ເຫ້ວ (Festival Huế) ໄດ້ປະກາດຢ່າງເປັນທາງການ ງານບຸນມໍລະດົກ ແລະ ດົນຕີສາກົນ ເມືອງເຫ້ວ - Huế Wonderverse Music Fest 2026.
ເຫດການ ໄດ້ຈັດຕັ້ງຂຶ້ນ ແນ່ງໃສ່ຫັນເອົານະໂຍບາຍ ພັດທະນາອຸດສາຫະກຳວັດທະນະທຳ ຂອງ ຣັດຖະບານ ແລະ ທິດທາງການສ້າງສັນ ເຫ້ວ ໃຫ້ກາຍເປັນ ນະຄອນ Festival ທີ່ມີລັກສະນະສະເພາະ ຂອງ ຫວຽດນາມ, ພ້ອມທັງເປັນສູນກາງວັດທະນະທຳ ຂອງພູມິພາກ ໃຫ້ກາຍເປັນຈິງ.
ທ່ານ ເຈີນຮືວຖຸຍຢາງ, ຮອງປະທານຄະນະກຳມະການປະຊາຊົນ ນະຄອນ ເຫ້ວ ໃຫ້ຮູ້ວ່າ, Huế Wonderverse Music Fest 2026 ຈະດຳເນີນຂຶ້ນ ຕັ້ງແຕ່ວັນທີ 30/8 ຫາ 1/9 ຢູ່ທີ່ ເລີ່ນກວ້າງສູນກາງກິລາ ນະຄອນ, ຮັບໃຊ້ໂດຍບໍ່ເສຍຄ່າ ໃຫ້ແກ່ປະຊາຊົນ ແລະ ນັກທ່ອງທ່ຽວ ພາຍໃນໂອກາດ ວັນຊາດ 2/9.
Huế Wonderverse Music Fest ໄດ້ຮັບການກຳນົດທິດທາງພັດທະນາ ໃຫ້ກາຍເປັນ IP (Intellectual Property) – ເຄື່ອງໝາຍການຄ້າ ງານບຸນວັດທະນະທຳ, ດົນຕີສາກົນ ຂອງ ເຫ້ວ ດ້ວຍຍຸດທະສາດການຈັດຕັ້ງປະຈຳປີ ພາຍໃນໄລຍະ 2026 – 2030. ນີ້ແມ່ນຮູບແບບການພັດທະນາວັດທະນະທຳ ທີ່ມີລັກສະນະຍຸດທະສາດ, ມຸ່ງໜ້າໄປເຖິງການສ້າງສັນ ຜະລິດຕະພັນວັດທະນະທຳ – ການທ່ອງທ່ຽວ ທີ່ມີລັກສະນະສະເພາະ ຂອງທ້ອງຖິ່ນ, ປະກອບສ່ວນຊຸກຍູ້ອຸດສາຫະກຳວັດທະນະທຳ, ເສດຖະກິດຍາມກາງຄືນ, ດຶງດູດການລົງທຶນ ແລະ ຂະຫຍາຍການແລກປ່ຽນ, ການຮ່ວມມືສາກົນ.
ດ້ວຍຫົວຂໍ້ “City Awakening - ປຸກມໍລະດົກໃຫ້ຕື່ນຕົວ”, Huế Wonderverse Music Fest 2026 ໄດ້ສ້າງສັນ ລະບົບນິເວດການປະເຊີນປະສົບການຫຼາຍມິຕິ, ສະຖານທີ່ທີ່ມໍລະດົກເຊື່ອມໂຍງກັບດົນຕີ, ສິລະປະຮ່ວມສະໄໝ ແລະ ເຕັກໂນໂລຊີການສະແດງທັນສະໄໝ.
ເປັນຄັ້ງທຳອິດຢູ່ທີ່ ເຫ້ວ, ເວທີການສະແດງຫຼາຍປະສາທະສຳພັດ ທີ່ບັນລຸມາດຕະຖານສາກົນ ຈະໄດ້ຮັບການຕິດຕັ້ງ ດ້ວຍລະບົບໜ້າຈໍ LED ຂະໜາດໃຫຍ່, ເຕັກໂນໂລຊີການສາຍ visual media, ເທັກນິກ laser ພ້ອມກັບກົນອຸບາຍການສະແດງທັນສະໄໝຫຼາຍຢ່າງ, ມຸ່ງໜ້າໄປເຖິງການສ້າງສັນສະຖິຕິ ຫວຽດນາມ.
ຄຽງຂະໜານກັບບັນດາລາຍການສິລະປະ ແມ່ນຂອບເຂດການປະເຊີນປະສົບການວັດທະນະທຳ, ປະດິດສ້າງ, ເຕັກໂນໂລຊີ, ອາຫານ ແລະ ເຄື່ອນໄຫວໂຕ້ຕອບຊຸມຊົນ, ນຳເອົາມາໃຫ້ປະຊາຊົນ ແລະ ນັກທ່ອງທ່ຽວ ບາດກ້າວການຄົ້ນຫາ ເຫ້ວ ຮູບແບບໃໝ່ຢ່າງຄົບຖ້ວນ, ສະຖານທີ່ທີ່ມູນເຊື້ອ ແລະ ຄວາມທັນສະໄໝ ຮ່ວມກັນກ້າວຂະໜານ, ສ່ອງແສງ.
ຈຸດເດັ່ນອັນສຳຄັນໜຶ່ງ ຂອງງານບຸນ ແມ່ນການປະກົດຕົວຂອງຮູບພາບ ມ້າຮືນ (Long Mã) – ສັດປະເສີດ/ມຸງຄຸນ ຢ່າງເປັນທາງການ ຂອງ Huế Wonderverse Music Fest.
ສູນກາງຂອງ Huế Wonderverse Music Fest 2026 ແມ່ນສາຍ 2 ຄືນງານມະໂຫລານດົນຕີ ທີ່ມີ 2 ຫົວຂໍ້ຕະຫຼອດຄືນ: ຄືນທີ 1 (30/8) - “ມໍລະດົກຕື່ນຕົວ” ເຍີນຍໍຄຸນຄ່າວັດທະນະທຳ ແລະ ເອກະລັກ ຫວຽດນາມ ໂດຍຜ່ານການປະສົມປະສານ ລະຫວ່າງ ດົນຕີຮ່ວມສະໄໝ ແລະ ວັດຖຸດິບມູນເຊື້ອ.
ຄືນທີ 2 (1/9) - “ມໍລະດົກເຊື່ອມໂຍງ” ນຳເອົາມື້ສີດົນຕີເອເລັກໂຕຣນິກສາກົນ, ເຕົ້າໂຮມບັນດານັກສິລະປິນ ຫວຽດນາມ ແລະ ສາກົນ ຢູ່ເທິງເວທີດຽວກັນ. ພ້ອມດຽວກັນນັ້ນ, ຄະນະຈັດຕັ້ງ ກໍໄດ້ແນະນຳທິດທາງການພັດທະນາ International DJ Festival, ກ້າວໄປເທື່ອລະບາດກ້າວ ນຳເອົາ ເຫ້ວ ໃຫ້ກາຍເປັນຈຸດໝາຍປາຍທາງໃໝ່ ຂອງດົນຕີເອເລັກໂຕຣນິກ ພາຍໃນພູມິພາກ.
ທ່ານ ເຈີນຮືວຖຸຍຈ່າງ ຢັ້ງຢືນວ່າ, ດ້ວຍວິໄສທັດຍາວນານ, Huế Wonderverse Music Fest 2026 ບໍ່ພຽງແຕ່ແມ່ນເຫດການວັດທະນະທຳ - ບັນເທີງ ທີ່ມີຂະໜາດໃຫຍ່ ເທົ່ານັ້ນ ແຕ່ຍັງແມ່ນບາດກ້າວຍຸດທະສາດ ພາຍໃນການເດີນທາງຫັນເອົາຄາດໝາຍ ພັດທະນາອຸດສາຫະກຳວັດທະນະທຳ, ເສດຖະກິດປະດິດສ້າງ ແລະ ການໂຄສະນາຮູບພາບຂອງ ເຫ້ວ ໃຫ້ກ້າວໄກໄປເຖິງລະດັບພູມິພາກ ແລະ ສາກົນ ໃຫ້ກາຍເປັນຈິງ.
ໂດຍຜ່ານການປະສົມປະສານຢ່າງກົມກຽວ ລະຫວ່າງ ມໍລະດົກ, ສິລະປະ, ເຕັກໂນໂລຊີ ແລະ ການຮ່ວມມືສາກົນ, ງານບຸນ ມຸ່ງໜ້າໄປເຖິງການກາຍເປັນສັນຍະລັກໃໝ່ ຂອງຂະແໜງອຸດສາຫະກຳວັດທະນະທຳ ຫວຽດນາມ, ພ້ອມທັງປະກອບສ່ວນນຳເອົາ ເຫ້ວ ໃຫ້ກາຍເປັນນະຄອນມໍລະດົກທີ່ຄຶກຄື້ນ, ປະດິດສ້າງ ແລະ ເຊື່ອມໂຍງ, ຢັ້ງຢືນທີຕັ້ງ ຢູ່ເທິງແຜນທີ່ວັດທະນະທຳ ຂອງພູມິພາກອາຊີ.
ມີງດຶກ
