![]() |
| ທ່ານນາງ ໂຄສົກກະຊວງການຕ່າງປະເທດ ຜ່າມທູຮັ່ງ ຕອບຫຼາຍບັນຫາທີ່ສື່ມວນຊົນ ແລະ ຫາງສຽງໃຫ້ຄວາມສົນໃຈ ພາຍໃນຕອນບ່າຍວັນທີ 23/7. |
ໃຫ້ຄຳຄິດເຫັນກ່ຽວກັບຂໍ້ມູນທີ່ວ່າ ກຳລັງຕຳຫຼວດທະເລ ຈີນ ແລະ ກອງທັບເຮືອ ຟີລິບປິນ ໄດ້ປະທະກັນຢູ່ທີ່ ດອນຫີນ ກໍໄມ ພາຍໃນຕົ້ນອາທິດນີ້ (20/7), ທ່ານນາງ ໂຄສົກກະຊວງການຕ່າງປະເທດ ຜ່າມທູຮັ່ງ ເນັ້ນໜັກວ່າ:
ຫວຽດນາມ ສະເໜີໃຫ້ບັນດາຝ່າຍທີ່ກ່ຽວຂ້ອງ ມີຄວາມອົດກັ້ນ, ປະພຶດໃຫ້ສອດຄ່ອງກັບກົດໝາຍສາກົນ, ເຄົາລົບອຳນາດອະທິປະໄຕ ແລະ ສິດໄອຍະການຕາລາງ ຕໍ່ກັບເຂດເສດຖະກິດພິເສດ ແລະ ໄຫຼ່ທະວີບ ຂອງປະເທດແຄມຝັ່ງທະເລ ທີ່ໄດ້ຮັບການສ້າງຕັ້ງຂຶ້ນຢ່າງສອດຄ່ອງກັບ ອົງການສະຫະລັດຊາດ ກ່ຽວກັບກົດໝາຍທະເລ ປີ 1982 (UNCLOS 1982); ປະຕິບັດຢ່າງເຂັ້ມງວດ ແລະ ຄົບຖ້ວນ ຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຈີນໃຕ້ (DOC), ສ້າງສະພາບແວດລ້ອມທີ່ສະດວກ ໃຫ້ແກ່ການເຈລະຈາ ປະມວນກົດໝາຍວ່າດ້ວຍການປະພຶດຢູ່ທະເລຈີນໃຕ້ (COC) ແລະ ປະຕິບັດຕາມບັນດາກົດລະບຽບສາກົນ ກ່ຽວກັບຄວາມປອດໄພທາງທະເລ, ທາງອາກາດ, ແກ້ໄຂບັນດາຄວາມຂັດແຍ່ງ ແລະ ຄວາມແຕກຕ່າງກັນ ດ້ວຍວິທີການໂດຍສັນຕິ, ບໍ່ນຳໃຊ້ກຳລັງອາວຸດ ແລະ ບໍ່ຂົ່ມຂູ່ນຳໃຊ້ກຳລັງອາວຸດ, ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການຮັກສາສັນຕິພາບ ແລະ ຄວາມສະຫງົບ ຢູ່ທີ່ພູມິພາກ.
ກ່ຽວກັບຄວາມຫວັງຕໍ່ຜົນງານ ຢູ່ທີ່ ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ ຄັ້ງທີ 59 (AMM-59) ຢູ່ທີ່ ຟີລິບປິນ, ທ່ານນາງ ຜ່າມທູຮັ່ງ ແບ່ງປັນວ່າ, ຢູ່ທີ່ບັນດາກອງປະຊຸມ, ບັນດາປະເທດ ອາຊຽນ ແລະ ບັນດາຄູ່ຮ່ວມມື ເນັ້ນໜັກບຸລິມະສິດຮັບປະກັນໃຫ້ ອາຊຽນ ມີຄວາມສາມັກຄີ, ຕ້ານທານໄດ້ດີ, ເສີມຂະຫຍາຍປະສິດທິຜົນບົດບາດສູນກາງ ພາຍໃນຕາໜ່າງສາຍພົວພັນຄູ່ຮ່ວມມື ທີ່ນັບມື້ນັບແທດຕົວຈິງ ແລະ ກວ້າງຂວາງ; ຢັ້ງຢືນສືບຕໍ່ສຸມໃສ່ປະຕິບັດບັນດາຄຳມັ້ນສັນຍາ ຂອງ ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 48; ເລ່ງຮັດກ້າວຂະໜານການຜັນຂະຫຍາຍສ້າງສັນ ປະຊາຄົມ ອາຊຽນ; ປະຕິບັດບັນດາບຸລິມະສິດ ຂອງ ປີປະທານ ອາຊຽນ 2026 ໃຫ້ເປັນຈິງ ກໍຄືການແລກປ່ຽນ ກ່ຽວກັບບັນດາວຽກງານສາກົນ, ພູມິພາກ ທີ່ໃຫ້ຄວາມສົນໃຈຮ່ວມກັນ, ພາຍໃນນັ້ນມີວຽກງານທະເລຈີນໃຕ້.
ອາຊຽນ ພ້ອມກັບບັນດາປະເທດຄູ່ຮ່ວມມື ล้วນແຕ່ເນັ້ນໜັກເຖິງຄວາມສຳຄັນ ຂອງເສລີພາບທາງທະເລ ແລະ ທາງອາກາດ ຢູ່ທີ່ທະເລຈີນໃຕ້, ການເຄົາລົບກົດໝາຍສາກົນ, ການແກ້ໄຂບັນດາຄວາມຂັດແຍ່ງ ໂດຍສັນຕິ ຢູ່ເທິງພື້ນຖານກົດໝາຍສາກົນ, ໂດຍສະເພາະແມ່ນ ອົງການສະຫະລັດຊາດ ກ່ຽວກັບກົດໝາຍທະເລ ປີ 1982.
ຕາມ ທ່ານນາງ ຜ່າມທູຮັ່ງ, ບັນດາປະເທດ ອາຊຽນ ແລະ ຈີນ ກໍໄດ້ຢັ້ງຢືນຄວາມພະຍາຍາມ ພາຍໃນປີ 2026 ຈະສະຫຼຸບການເຈລະຈາ ກ່ຽວກັບ ປະມວນກົດໝາຍວ່າດ້ວຍການປະພຶດຢູ່ທະເລຈີນໃຕ້ (COC) ໃຫ້ມີຄວາມແທດຕົວຈິງ ແລະ ມີປະສິດທິຜົນ, ສອດຄ່ອງກັບກົດໝາຍສາກົນ, ໂດຍສະເພາະແມ່ນ ອົງການສະຫະລັດຊາດ ກົດໝາຍທະເລ ປີ 1982.
ຍສໝ - ພາຍໃນໄລຍະຫຼາຍປີທີ່ຜ່ານມາ, ອົງການກາແດງຫວຽດນາມ ສືບຕໍ່ຢັ້ງຢືນບົດບາດເປັນອົງການມະນຸດສະທຳຮັບຜິດຊອບສະເພາະ, ເປັນແກນນຳ, ເປັນຂົວຕໍ່ ແລະ ປະສານງານ ພາຍໃນວຽກງານມະນຸດສະທຳ. ໂດຍຜ່ານນັ້ນ ໄດ້ລະດົມທຶນໄດ້ກວ່າ 21.000 ຕື້ດົ່ງ, ໃຫ້ການຊ່ວຍເຫຼືອປະຊາຊົນທີ່ມີເງື່ອນໄຂຫຍຸ້ງຍາກ ກວ່າ 52 ລ້ານເທື່ອຄົນ. |
ຍສໝ - ຢູ່ທີ່ການພົບປະກັບ ລັດຖະມົນຕີກະຊວງການຕ່າງປະເທດ ຈີນ ຫວ່າງອີ ໃນວັນທີ 22/7 ຢູ່ທີ່ ມາໂນລາ (ຟີລິບປິນ), ລັດຖະມົນຕີກະຊວງການຕ່າງປະເທດ ເລຮວ່າຍຈຸງ ໄດ້ສະເໜີໃຫ້ ຈີນ ສືບຕໍ່ຂະຫຍາຍຕະຫຼາດໃຫ້ແກ່ສິນຄ້າ, ໂດຍສະເພາະແມ່ນ ຜະລິດຕະພັນກະສິກຳຂອງ ຫວຽດນາມ; ພ້ອມດຽວກັນນັ້ນກໍສ້າງເງື່ອນໄຂໃຫ້ ຫວຽດນາມ ເປັນປະເທດຫົວຂໍ້ຫຼັກຂອງເຄື່ອນໄຫວ “ແບ່ງປັນຕະຫຼາດໃຫຍ່: ສ່ງອອກໄປ ຈີນ”. |
ມີງດຶກ
