ຍສໝ - ມຸ່ງໜ້າໄປເຖິງ ກອງປະຊຸມການທູດ ຄັ້ງທີ 33 ແລະ ກອງປະຊຸມການຕ່າງປະເທດທົ່ວປະເທດ ຄັ້ງທີ 22 ທີ່ກຳລັງຈະມາເຖິງ, ທ່ານ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໂງເລວັນ ໄດ້ມີບົດຂຽນ ກ່ຽວກັບວຽກງານການຕ່າງປະເທດປະຊາຊົນ: "ນະວັດຕະກຳວຽກງານການຕ່າງປະເທດປະຊາຊົນ, ປະກອບສ່ວນສ້າງສັນພະລັງແຮງລວມ ຂອງພື້ນຖານການທູດ ຫວຽດນາມ".
ຍສໝ - ວັນທີ 23/7, 100 ເຍົາວະຊົນ, ນັກສຶກສາ ຫວຽດນາມ ຢູ່ຕ່າງປະເທດ ທີ່ດີເລີ່ມ ເຂົ້າຮ່ວມ ຄ້າຍຮ້ອນ ຫວຽດນາມ 2026 ໄດ້ມາຢ້ຽມຢາມ, ແລກປ່ຽນ ຢູ່ທີ່ ສະຖາບັນກອງທັບເຮືອ, ແຂວງ ແຄັງຮວ່າ.
ຍສໝ - Plan International ຫວຽດນາມ ຫາເກີດມີຄຳມັ້ນສັນຍາ ບ່ວງງົບປະມານສະໜັບສະໜູນສຸກເສີນ ມູນຄ່າ 350 ລ້ານດົ່ງ ໃຫ້ແກ່ນັກຮຽນ ໂຮງຮຽນປະຖົມ ຟຸກທານ ແລະ ໂຮງຮຽນລ້ຽງເດັກກ່ອນໄວຮຽນ ຟຸກທານ, ຕຳບົນ ເມືອງທານ, ແຂວງ ໄລເຈົາ, ພາຍຫຼັງເຫດການນ້ຳຊ່າມໄຫຼຊົ່ວຄາວ ສ້າງຄວາມເສຍຫາຍຢ່າງໜັກໜ່ວງ.
ຍສໝ - ວັນທີ 23/7, ຕາໜ່າງປັນຍາຊົນ ຫວຽດນາມ ຢູ່ທີ່ ນູແວນເຊລັງ (VietKnowledge NZ - VKNZ) ໄດ້ເປີດໂຕຢ່າງເປັນທາງການ ໂດຍມີການເຂົ້າຮ່ວມຂອງຕົວແທນ ບັນດາກຸ່ມຊຸມຊົນຄົນ ຫວຽດນາມ ພ້ອມດ້ວຍປະຊາຊົນ ຫວຽດນາມ ຢູ່ຕ່າງປະເທດ, ຜູ້ອອກແຮງງານ, ຊ່ຽວຊານ, ນັກວິຊາການ, ນັກທຸລະກິດ, ນັກສຶກສາປະລິນຍາໂທ-ເອກ ແລະ ນັກສຶກສາ ທີ່ພວມດຳລົງຊີວິດ, ຮ່ຳຮຽນ ແລະ ປະຕິບັດງານ ຢູ່ທົ່ວ ນິວຊີແລນ ເປັນຈຳນວນຫຼາຍ.
ຍສໝ - ວັນທີ 23/7, ຢູ່ທີ່ ສຳນັກງານໃຫຍ່ ກະຊວງການຕ່າງປະເທດ, ທ່ານນາງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫງວຽນມິງຮັ່ງ ໄດ້ຕ້ອນຮັບ ທ່ານນາງ ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ Jennifer Wicks ພາຍໃນໂອກາດ ທ່ານນາງ ເອກອັກຄະລັດຖະທູດ ເລີ່ມຕົ້ນອາຍຸການປະຕິບັດງານ ຢູ່ທີ່ ຫວຽດນາມ.
ຍສໝ - ພາຍໃນຕອນຄ່ຳວັນທີ 23/7, ຢູ່ທີ່ ຮ່າໂນ້ຍ, ສະຖານທູດ ອີຢິບ ປະຈຳ ຫວຽດນາມ ໄດ້ຈັດຕັ້ງ ພິທີສະຫຼອງວັນຊາດ ອີຢິບ ຄົບຮອບ 74 ປີ (23/7/1952 - 23/7/2026) ຢ່າງສົມກຽດ, ທ່ານນາງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ເຫງວຽນມິນຮັ່ງ ເຂົ້າຮ່ວມ ແລະ ກ່າວຄຳເຫັນ ຢູ່ທີ່ພິທີ.
ຍສໝ - ວັນທີ 22/7, ຢູ່ທີ່ ສຳນັກງານໃຫຍ່ ອົງການສະຫະລັດຊາດ ຢູ່ທີ່ ນິວຢອກ, ສະພາຄວາມໝັ້ນຄົງ ອົງການສະຫະລັດຊາດ ໄດ້ຈັດຕັ້ງ ວາລະປຶກສາຫາລືເປີດ ຂັ້ນສູງ ດ້ວຍຫົວຂໍ້ "ການຄຸ້ມຄອງຊັບພະຍາກອນທຳມະຊາດ: ພື້ນຖານຂອງສັນຕິພາບ, ຄວາມສະຫງົບ ແລະ ຄວາມຈະເລີນຮຸ່ງເຮືອງ", ພາຍໃຕ້ການເປັນປະທານຂອງ ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ສາທາລະນະລັດ ປະຊາທິປະໄຕ ກົງໂກ (ປະເທດປະທານສະພາຄວາມໝັ້ນຄົງ ປະຈຳເດືອນ 7/2026).
ຍສໝ - ທ່ານ ຮອງນາຍົກລັດຖະມົນຕີ - ປະທານສະພາຄະນະບໍລິຫານ ສູນກາງການເງິນສາກົນ ຢູ່ທີ່ ຫວຽດນາມ ເຫງວຽນວັນຖັງ ໄດ້ເຊັນຂໍ້ຕົກລົງ ເລກທີ 04/QĐ-HĐĐHTTTC ວັນທີ 22/7/2026 ອະນຸມັດຜ່ານ ແຜນການພັດທະນາ ສູນກາງນີ້ ຮອດປີ 2035 (ແຜນການ).
ຍສໝ - ງານບຸນມໍລະດົກ ແລະ ດົນຕີສາກົນ ເຫ້ວ - Huế Wonderverse Music Fest 2026 ບໍ່ພຽງແຕ່ແມ່ນເຫດການວັດທະນະທຳ - ບັນເທີງ ທີ່ມີຂະໜາດໃຫຍ່ ເທົ່ານັ້ນ ແຕ່ຍັງແມ່ນບາດກ້າວຍຸດທະສາດ ພາຍໃນການເດີນທາງຫັນເອົາຄາດໝາຍ ພັດທະນາອຸດສາຫະກຳວັດທະນະທຳ, ເສດຖະກິດປະດິດສ້າງ ແລະ ການໂຄສະນາຮູບພາບຂອງ ເມືອງເຫ້ວ ໃຫ້ກ້າວໄກໄປເຖິງລະດັບພູມິພາກ ແລະ ສາກົນ ໃຫ້ກາຍເປັນຈິງ.
ຍສໝ - ຢູ່ທີ່ການຖະແຫຼງຂ່າວຂອງ ກະຊວງການຕ່າງປະເທດ ພາຍໃນຕອນບ່າຍວັນທີ 23/7, ທ່ານນາງ ໂຄສົກກະຊວງການຕ່າງປະເທດ ຜ່າມທູຮັ່ງ ໄດ້ຕອບຫຼາຍບັນຫາທີ່ສື່ມວນຊົນ ແລະ ຫາງສຽງໃຫ້ຄວາມສົນໃຈ.
ຍສໝ - ວັນທີ 23/7, ກຳມະການກົມການເມືອງ, ລັດຖະມົນຕີກະຊວງການຕ່າງປະເທດ ເລຮວ່າຍຈຸງ ໄດ້ມີການພົບປະກັບ ລັດຖະມົນຕີກະຊວງການຕ່າງປະເທດ ສະຫະລັດ ອາເມລິກາ Marco Rubio ຢູ່ທີ່ນອກກອງປະຊຸມ ລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ ຄັ້ງທີ 59 (AMM-59) ຢູ່ທີ່ ມາໂນລາ, ຟີລິບປິນ.
ຍສໝ - ແຕ່ວັນທີ 19-29 ກໍລະກົດ, ຢູ່ທີ່ນະຄອນ ປູຊານ, ສ.ເກົາຫຼີ ໄດ້ຈັດກອງປະຊຸມຄັ້ງທີ 48 ຂອງຄະນະກຳມະການມໍລະດົກໂລກ ໂດຍມີຜູ້ແທນເຂົ້າຮ່ວມເກືອບ 3.000 ທ່ານ ທີ່ມາຈາກ 21 ປະເທດສະມາຊິກຄະນະກຳມະການ ແລະ ຜູ້ສັງເກດການຫຼາຍກວ່າ 100 ທ່ານ. ທ່ານ ໂງ ເລ ວັນ (Ngô Lê Văn), ຮອງລັດຖະມົນຕີກະຊວງການຕ່າງປະເທດ, ປະທານຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ ໄດ້ນຳພາຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ.
ຍສໝ - ຢູ່ທີ່ການພົບປະກັບ ລັດຖະມົນຕີກະຊວງການຕ່າງປະເທດ ຈີນ ຫວ່າງອີ ໃນວັນທີ 22/7 ຢູ່ທີ່ ມາໂນລາ (ຟີລິບປິນ), ລັດຖະມົນຕີກະຊວງການຕ່າງປະເທດ ເລຮວ່າຍຈຸງ ໄດ້ສະເໜີໃຫ້ ຈີນ ສືບຕໍ່ຂະຫຍາຍຕະຫຼາດໃຫ້ແກ່ສິນຄ້າ, ໂດຍສະເພາະແມ່ນ ຜະລິດຕະພັນກະສິກຳຂອງ ຫວຽດນາມ; ພ້ອມດຽວກັນນັ້ນກໍສ້າງເງື່ອນໄຂໃຫ້ ຫວຽດນາມ ເປັນປະເທດຫົວຂໍ້ຫຼັກຂອງເຄື່ອນໄຫວ "ແບ່ງປັນຕະຫຼາດໃຫຍ່: ສ່ງອອກໄປ ຈີນ".
ຍສໝ - ພາຍໃນໄລຍະຫຼາຍປີທີ່ຜ່ານມາ, ອົງການກາແດງຫວຽດນາມ ສືບຕໍ່ຢັ້ງຢືນບົດບາດເປັນອົງການມະນຸດສະທຳຮັບຜິດຊອບສະເພາະ, ເປັນແກນນຳ, ເປັນຂົວຕໍ່ ແລະ ປະສານງານ ພາຍໃນວຽກງານມະນຸດສະທຳ. ໂດຍຜ່ານນັ້ນ ໄດ້ລະດົມທຶນໄດ້ກວ່າ 21.000 ຕື້ດົ່ງ, ໃຫ້ການຊ່ວຍເຫຼືອປະຊາຊົນທີ່ມີເງື່ອນໄຂຫຍຸ້ງຍາກ ກວ່າ 52 ລ້ານເທື່ອຄົນ.
ຍສໝ - ຢູ່ທີ່ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ການຮ່ວມມື ແມ່ນ້ຳຂອງ - ຍີ່ປຸ່ນ ຄັ້ງທີ 17 ໃນວັນທີ 22/7 ຢູ່ທີ່ ມາໂນລາ (ຟີລິບປິນ), ທ່ານ ກຳມະການກົມການເມືອງ, ລັດຖະມົນຕີກະຊວງການຕ່າງປະເທດ ເລຮວ່າຍຈຸງ ໄດ້ສະເໜີເອົາຈິດໃຈ "ຮ່ວມກັນສ້າງສັນ" ເປັນທິດທາງ, ສຸມໃສ່ 5 ຂົງເຂດ ແຕ່ການເຊື່ອມໂຍງພື້ນຖານໂຄງລ່າງ, ຫ່ວງໂສ້ການສະໜອງ ຈົນເຖິງການຫັນເປັນດິຈິທັອນ, ການຄຸ້ມຄອງແຫຼ່ງນ້ຳ ແລະ ຄວາມໝັ້ນຄົງທາງໄຊເບີ.
ຍສໝ - ຫວ່າງເບື້ອງຕົ້ນນີ້, ຄະນະຜູ້ແທນ ໂດຍທ່ານ Kohdayar Marri ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ອິດສະລາມ ປາກິດສະຖານ ປະຈຳ ຫວຽດນາມ ເປັນຫົວໜ້າຄະນະ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ທີ່ ນະຄອນ ເກີນເທີ, ແລກປ່ຽນກ່ຽວກັບທ່າແຮງການຊຸກຍູ້ການຮ່ວມມືດ້ານການຄ້າ ລະຫວ່າງ ສອງຝ່າຍ ພາຍໃນໄລຍະຈະມາເຖິງ.
ຍສໝ - ຕາມຕົວເລກຂໍ້ມູນ ໂດຍອົງການທ່ອງທ່ຽວ ສ.ເກົາຫຼີ (KTO) ປະກາດໃນເດືອນ 7/2026, ຫວຽດນາມ ຢືນຢູ່ອັນດັບທີສອງ ພາຍໃນລາຍຊື່ບັນດາຈຸດໝາຍປາຍທາງຢູ່ຕ່າງປະເທດ ທີ່ນັກທ່ອງທ່ຽວ ສ.ເກົາຫຼີ ເລືອກໃຊ້ບໍລິການ, ເປັນຮອງພຽງແຕ່ ຍີ່ປຸ່ນ ເທົ່ານັ້ນ.
ຍສໝ - ຫວ່າງເບື້ອງຕົ້ນນີ້, ຢູ່ທີ່ສຳນັກງານສູນກາງພັກ, ທ່ານ ເຈິ່ນເກິມຕູ ຜູ້ປະຈຳການຄະນະເລຂາທິການ ໄດ້ຕ້ອນຮັບຄະນະຜູ້ແທນ ພັກປະຊາທິປະໄຕ ເສລີ ຍີ່ປຸ່ນ (LDP) ໂດຍທ່ານ Hagiuda Koichi ຜູ້ຮັກສາການເລຂາທິການໃຫຍ່ ເປັນຫົວໜ້າຄະນະ, ພວມຢ້ຽມຢາມ ແລະ ເຮັດວຽກຢູ່ທີ່ ຫວຽດນາມ ຕັ້ງແຕ່ວັນທີ 20-23 ກໍລະກົດ ປີ 2026.
ຍສໝ - ຕັ້ງແຕ່ວັນທີ 19-21 ກໍລະກົດ, ຄະນະຜູ້ແທນຂອງ ຄະນະກຳມະການສູນກາງ ແນວໂຮມປະເທດຊາດຫວຽດນາມ ໂດຍທ່ານ ຮວ່າງກົງຖຸຍ, ຮອງປະທານ ເປັນຫົວໜ້າຄະນະ ໄດ້ຢ້ຽມຢາມ ແລະ ເຮັດວຽກຢູ່ທີ່ ສ.ເກົາຫຼີ, ປະກອບສ່ວນຊຸກຍູ້ການຕ່າງປະເທດປະຊາຊົນ, ເພີ່ມທະວີການເຊື່ອມໂຍງຊຸມຊົນນັກທຸລະກິດ, ຜູ້ຊ່ຽວຊານ, ນັກປາດອາຈານ ຊາວຫວຽດນາມ ຢູ່ທີ່ ສ.ເກົາຫຼີ.
ຍສໝ - ໃນ 6 ເດືອນຕົ້ນປີ 2026, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ນະຄອນ ຫາຍຟອງ ໄດ້ລະດົມທຶນຊ່ວຍເຫຼືອຈາກບັນດາອົງການຈັດຕັ້ງທີ່ບໍ່ແມ່ນລັດຖະບານຕ່າງປະເທດ ໄດ້ຫຼາຍກວ່າ 1,36 ລ້ານໂດລາສະຫະລັດ, ໃນນັ້ນ ໄດ້ເບີກຈ່າຍຕົວຈິງແລ້ວຫຼາຍກວ່າ 1,1 ລ້ານໂດລາສະຫະລັດ. ໃນໄລຍະຕໍ່ໜ້ານີ້, ນະຄອນຈະໃຫ້ບຸລິມະສິດໃນການຂະຫຍາຍການຮ່ວມມື ທາງດ້ານການຮັບມືກັບການປ່ຽນແປງດິນຟ້າອາການ, ການລ້ຽງຊີບຢ່າງຍືນຍົງ, ການສຶກສາ, ສາທາລະນະສຸກ ແລະ ການຫັນເປັນດິຈິຕອນ.