| ນັກສຶກສາຫວຽດນາມຢູ່ໂອຕຣິດ ສົ່ງເສີມບົດບາດເຊື່ອມໂຍງຊຸມຊົນ ເວທີປຶກສາຫາລືການທ່ອງທ່ຽວ ຫວຽດນາມ - ອາໂອຕຣິດ: ສ້າງຂົວຕໍ່ເຊື່ອມໂຍງຈຸດໝາຍປາຍທາງ |
ການສຳມະນາມີການເຂົ້າຮ່ວມຂອງບັນດາອະດີດເອກອັກຄະລັດຖະທູດໂອຕຣິດປະຈຳຫວຽດນາມໃນແຕ່ລະໄລຍະ, ນັກວິຊາການ, ນັກການທູດ, ຜູ້ຕາງໜ້າວິສາຫະກິດ, ອົງການສັງຄົມ, ສະມາຄົມຕ່າງໆ ແລະ ຊຸມຊົນຊາວຫວຽດນາມຢູ່ໂອຕຣິດ.
ກ່າວຄຳເຫັນໃນລາຍການ, ທ່ານ ຫວູ ເລ ຖາຍ ຮວ່າງ, ເອກອັກຄະລັດຖະທູດຫວຽດນາມປະຈຳໂອຕຣິດ, ໄດ້ຕີລາຄາສູງບັນດາການປະກອບສ່ວນຂອງສະມາຄົມໂອຕຣິດ - ຫວຽດນາມ ນັບແຕ່ສ້າງຕັ້ງໃນປີ 1976. ສະມາຄົມໄດ້ຄຽງຂ້າງຫວຽດນາມໃນການຕໍ່ສູ້ຕ້ານການປິດລ້ອມ ແລະ ການຂວ້ຳບາດ, ດຳເນີນບັນດາໂຄງການມະນຸດສະທຳ, ແກ້ໄຂຜົນກະທົບຈາກສົງຄາມ, ຊ່ວຍເຫຼືອຜູ້ເຄາະຮ້າຍຈາກສານພິດສີສົ້ມ ແລະ ເດັກກຳພ້າຢູ່ນະຄອນໂຮ່ຈີມິນ ແລະ ເຂດທົ່ງພຽງແມ່ນ້ຳຂອງ.
![]() |
| ບັນດາຜູ້ແທນທີ່ເຂົ້າຮ່ວມການສຳມະນາເນື່ອງໃນໂອກາດສະຫຼອງຄົບຮອບ 50 ປີແຫ່ງການສ້າງຕັ້ງສະມາຄົມໂອຕຣິດ - ຫວຽດນາມ ຖ່າຍຮູບຮ່ວມກັນເປັນທີ່ລະນຶກ. |
ທ່ານເອກອັກຄະລັດຖະທູດໄດ້ກ່າວເຖິງທ່ານ Georges Wächter, ນັກຮົບຫວຽດມິງຊາວເອີຣົບ ທີ່ມີຊື່ຫວຽດນາມວ່າ ໂຮ່ ຈີ ທໍ້, ຜູ້ເຄີຍດຳລົງຊີວິດ ແລະ ເຮັດວຽກຢູ່ຫວຽດນາມເປັນເວລາ 10 ປີ ເພື່ອຕ້ານພະຍາດໄຂ້ກັບຄືນ, ພ້ອມທັງເປັນໜຶ່ງໃນຊາວຕ່າງປະເທດຈຳນວນບໍ່ຫຼາຍທີ່ມີສາຍພົວພັນມິດຕະພາບອັນສະໜິດສະໜົມກັບປະທານໂຮ່ຈີມິນ.
ຕາມທ່ານເອກອັກຄະລັດຖະທູດແລ້ວ, ບັນດາກິດຈະກຳແລກປ່ຽນ, ສົນທະນາ ແລະ ເຊື່ອມຕໍ່ຂອງສະມາຄົມ ໄດ້ປະກອບສ່ວນເພີ່ມທະວີຄວາມເຂົ້າໃຈ, ສ້າງຄວາມໄວ້ເນື້ອເຊື່ອໃຈລະຫວ່າງປະຊາຊົນສອງປະເທດ, ເສີມສ້າງສາຍພົວພັນລະຫວ່າງສອງລັດ, ໂດຍສະເພາະໃນຂະນະທີ່ຫວຽດນາມ ແລະ ໂອຕຣິດ ພວມກະກຽມສະຫຼອງຄົບຮອບ 55 ປີແຫ່ງການສ້າງຕັ້ງສາຍພົວພັນການທູດ.
ສາດສະດາຈານ Alfred Gerstl, ປະທານສະມາຄົມໂອຕຣິດ - ຫວຽດນາມ, ໄດ້ທົບທວນຄືນໄລຍະທາງ 50 ປີແຫ່ງການເຄື່ອນໄຫວ ແລະ ສະແດງຄວາມຂອບໃຈຕໍ່ປະທານປະເທດຫວຽດນາມ ທີ່ໄດ້ມອບຫຼຽນໄຊມິດຕະພາບໃຫ້ແກ່ທ່ານ Peter Jankowitsch, ປະທານກິດຕິມະສັກຂອງສະມາຄົມ, ອະດີດລັດຖະມົນຕີການຕ່າງປະເທດໂອຕຣິດ, ພ້ອມທັງຄະນະສະມາຄົມ.
ທ່ານ Markus Hass, ຜູ້ຕາງໜ້າສະພາເສດຖະກິດສະຫະພັນໂອຕຣິດ (WKÖ), ໄດ້ຕີລາຄາສູງທ່າແຮງຂອງຕະຫຼາດຫວຽດນາມໃນການດຶງດູດການລົງທຶນຄຸນນະພາບສູງ ແລະ ເຕັກໂນໂລຊີສູງຈາກບັນດາວິສາຫະກິດໂອຕຣິດ, ພ້ອມທັງເນັ້ນໜັກສາມບຸລິມະສິດໃນການຮ່ວມມື ຄື ຄວາມໄວ້ວາງໃຈ, ການຄ້າ ແລະ ເຕັກໂນໂລຊີ.
ໃນການສຳມະນາ, ຜູ້ຕາງໜ້າວິສາຫະກິດ, ອົງການບໍ່ຂຶ້ນກັບລັດຖະບານ ແລະ ຄົນຮຸ່ນໜຸ່ມຊາວຫວຽດນາມຢູ່ໂອຕຣິດ ໄດ້ແບ່ງປັນບັນດາເລື່ອງລາວ, ຄວາມຮູ້ສຶກທີ່ມີຕໍ່ຫວຽດນາມ ພ້ອມທັງທ່າແຮງ ແລະ ແຜນການຮ່ວມມື.
ໃນໄລຍະຕໍ່ໜ້າ, ຄາດຫວັງວ່າ ສະມາຄົມໂອຕຣິດ - ຫວຽດນາມ ຈະສືບຕໍ່ປະສານສົມທົບກັບສະມາຄົມມິດຕະພາບຫວຽດນາມ - ໂອຕຣິດ, ຂະຫຍາຍຈຳນວນສະມາຊິກ, ເຊື່ອມຕໍ່ບັນດາປັນຍາຊົນ, ວິສາຫະກິດ, ຊາວໜຸ່ມ, ອົງການສັງຄົມ ແລະ ຊຸມຊົນຊາວຫວຽດນາມ, ປະກອບສ່ວນນຳພາສາຍພົວພັນສອງປະເທດໃຫ້ພັດທະນາຢ່າງຍືນຍົງ.
ຍສໝ - ບໍ່ດົນນານມານີ້, ສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໂອຕຣິດ ໄດ້ປະສານງານກັບ ສະມາຄົມມິດຕະພາບ ຫວຽດນາມ-ໂອຕຣິດ ຈັດຕັ້ງພິທີມອບ-ຮັບຫຼຽນໄຊມິດຕະພາບ ຂອງປະທານປະເທດ ໃຫ້ແກ່ ສະມາຄົມ ໂອຕຣິດ-ຫວຽດນາມ ແລະ ທ່ານ Peter Jankowitsch - ປະທານກິດຕິມະສັກ ສະມາຄົມ ໂອຕຣິດ-ຫວຽດນາມ, ຍ້ອນໄດ້ມີການປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການປັບປຸງ, ພັດທະນາສາຍພົວພັນມິດຕະພາບ ລະຫວ່າງ ປະຊາຊົນສອງປະເທດ ຫວຽດນາມ - ໂອຕຣິດ. |
ຍສໝ - ແຕ່ວັນທີ 19-23/7, ພາຍໃນການປະຕິບັດວຽກງານ ຢູ່ທີ່ ສາທາລະນະລັດ ໂອຕຣິດ, ຄະນະປະຕິບັດວຽກງານ ຂອງສະຖາບັນບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ໄດ້ຜັນຂະຫຍາຍຫຼາຍການເຄື່ອນໄຫວ ການທູດວິທະຍາສາດ ແລະ ການທູດປະຊາຊົນ, ຂະຫຍາຍການຮ່ວມມືສາກົນ, ເຊື່ອມໂຍງວົງການວິທະຍາສາດ ແລະ ປະຊາຄົມປັນຍາຊົນ ຫວຽດນາມ ຢູ່ຕ່າງປະເທດ. |
ດວງດີ
