![]() |
| ທ່ານເອກອັກຄະລັດຖະທູດ ຊູແອດ ປະຈຳ ຫວຽດນາມ Johan Ndisi ກ່າວປາໄສຢູ່ທີ່ພິທີເປີດສາກ. (ພາບ: ສະຖາບັນຮູບເງົາ ຫວຽດນາມ) |
ສັບປະດາຮູບເງົາເດັກນ້ອຍ ຫວຽດນາມ - ຊູແອດ ຈັດຂຶ້ນແຕ່ວັນທີ 1-5/6, ໄດ້ນຳສະເໜີຮູບເງົາຄລາສສິກຂອງຊູແອດ 3 ເລື່ອງ ແລະ ຮູບເງົາກາຕູນອານິເມຊັນຫວຽດນາມ 11 ເລື່ອງ ທີ່ຜະລິດໃນໄລຍະ 6 ທົດສະວັດ, ເພື່ອສົ່ງເສີມການແລກປ່ຽນວັດທະນະທຳ ແລະ ແນະນຳມໍລະດົກຮູບເງົາຂອງສອງປະເທດໃຫ້ແກ່ເດັກນ້ອຍ.
ກິດຈະກຳດັ່ງກ່າວຍັງເຊີດຊູນັກຂຽນຊາວຊູແອດ Astrid Lindgren ແລະ ບັນດານັກສ້າງຮູບເງົາກາຕູນຫວຽດນາມ, ໃນນັ້ນມີສິລະປິນປະຊາຊົນ ໂງ ແມ້ງ ເລີນ.
ກ່າວໃນພິທີເປີດ, ທ່ານ Johan Ndisi, ເອກອັກຄະລັດຖະທູດຊູແອດປະຈຳຫວຽດນາມ, ເນັ້ນໜັກວ່າ ຜົນງານຂອງ Astrid Lindgren ສະທ້ອນຄຸນຄ່າດ້ານຄວາມເປັນເອກະລາດ, ຄວາມສະເໝີພາບ ແລະ ການເຄົາລົບສຽງຂອງເດັກນ້ອຍ, ພ້ອມທັງສະທ້ອນສາຍພົວພັນຮ່ວມມືທາງວັດທະນະທຳອັນຍາວນານລະຫວ່າງສອງປະເທດ.
ທ່ານນາງ ເລ ທິ ຮ່າ, ຜູ້ນຳສະຖາບັນຮູບເງົາຫວຽດນາມ, ຢືນຢັນວ່າ ການສາຍຮູບເງົາເປັນສ່ວນໜຶ່ງຂອງພາລະກິດອະນຸລັກ ແລະ ເຜີຍແຜ່ມໍລະດົກຮູບເງົາ.
ໃນງານ, ເດັກນ້ອຍໄດ້ຊົມຮູບເງົາ “ສົມນ້ຳໜ້າບັກໝາຈອກ” ແລະ “Pippi Longstocking”, ພ້ອມທັງຊົມການວາງສະແດງປຶ້ມຂອງ Astrid Lindgren ທີ່ແປເປັນພາສາຫວຽດນາມ. ບັນດາຜົນງານຮູບເງົາຍັງຊ່ວຍຖ່າຍທອດຄຸນຄ່າແຫ່ງມິດຕະພາບ, ຄວາມກ້າຫານ ແລະ ການແບ່ງປັນໃຫ້ແກ່ເຍົາວະຊົນ.
| ໂຮງຮຽນພາສາຫວຽດ Cay Tre ຈັດງານວັນເດັກນ້ອຍສາກົນ ໃຫ້ແກ່ນັກຮຽນຊາວຫວຽດນາມ ຢູ່ທີ່ປະເທດຍີ່ປຸ່ນ ຍສໝ - ໂຮງຮຽນພາສາຫວຽດ Cay Tre ມີຄວາມມຸ່ງມາດປາດຖະໜາ ບໍ່ພຽງແຕ່ຊ່ວຍໃຫ້ພວກນ້ອງໆໄດ້ຮຽນພາສາຫວຽດເທົ່ານັ້ນ ແຕ່ຍັງເພີ່ມພູນຄູນສ້າງຄວາມຮັກຕໍ່ກັບຮາກເຫງົ້າລາຄີ, ປົກປັກຮັກສາເອກະລັກວັດທະນະທຳຂອງຫວຽດນາມ ໄວ້ໃຫ້ໝັ້ນຄົງ. |
| ປິດສາກເວທີການໂອ້ລົມສົນທະນາ Shangri-La ຄັ້ງທີ 23: ພາບພົດອັນພົ້ນເດັ່ນຂອງ ຫວຽດນາມ ແລະ ສຽງເວົ້າເພື່ອສັນຕິພາບ, ຄວາມໝັ້ນຄົງ, ການຂະຫຍາຍຕົວພັດທະນາ ຍສໝ - ພາຍຫຼັງໄລຍະເວລາ 3 ວັນແຫ່ງການປຶກສາຫາລື ໂດຍມີວາລະກອງປະຊຸມຄົບຄະນະ 6 ວາລະ ແລະ ວາລະກອງປະຊຸມວິສາມັນ 3 ວາລະ, ເວທີການໂອ້ລົມສົນທະນາ Shangri-La ຄັ້ງທີ 23 ໄດ້ປິດສາກລົງແລ້ວ ຢູ່ທີ່ປະເທດສິງກະໂປ, ທ່າມກາງບໍລິບົດສະພາບແວດລ້ອມຄວາມໝັ້ນຄົງສາກົນ ທີ່ຍັງຄົງສືບຕໍ່ປະເຊີນໜ້າກັບສິ່ງທ້າທາຍຫຼາກຫຼາຍປະການ ຈາກການແຂ່ງຂັນທາງດ້ານຍຸດທະສາດລະຫວ່າງບັນດາປະເທດມຫາອຳນາດ, ບັນດາການປະທະກັນທີ່ແກ່ຍາວ ແລະ ບັນດາຄວາມສ່ຽງທາງດ້ານຄວາມໝັ້ນຄົງແບບໃໝ່ (ຄວາມໝັ້ນຄົງອະທິປະໄຕທີ່ບໍ່ແມ່ນການທະຫານ) ... |
ມີງດຶກ
