ຫວຽດນາມ ສະເໜີບັນດາບູລິມະສິດໃໝ່ສຳລັບການຮ່ວມມືອະນຸພາກພື້ນແມ່ນ້ຳຂອງ

09:36 | 02/10/2026

ຍສໝ - ວັນທີ 30/9 ທີ່ ກວາງນິງ, ທ່ານນາງ ຫງວຽນມິງຮັ່ງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ເປັນປະທານບັນດາກອງປະຊຸມເຈົ້າໜ້າທີ່ອາວຸໂສ (SOM) ໃນຂອບການຮ່ວມມື CLMV ແລະ ແມ່ນ້ຳຂອງ - ຍີ່ປຸ່ນ, ສະເໜີຊຸກຍູ້ການເຊື່ອມຕໍ່ເສດຖະກິດ, ຕ່ອງໂສ້ສະໜອງອັດສະລິຍະ, ພະລັງງານທົດແທນ, ປັນຍາປະດິດ ແລະ ບັນດາເຕັກໂນໂລຊີເກີດໃໝ່.

APEC 2027: ເພີ່ມທະວີຄວາມສາມາດດ້ານການຈັດຕັ້ງ, ປັບປຸງກົນໄກການປະສານສົມທົບ ສວນສາທາລະນະ ເລທິຣຽງ: ເຕົ້າໂຮມອັດຖິນັກຮົບຜູ້ເສຍສະລະຊີວິດເພື່ອຊາດ 682 ຊຸດ
ຫວຽດນາມ ສະເໜີບັນດາບູລິມະສິດໃໝ່ສຳລັບການຮ່ວມມືອະນຸພາກພື້ນແມ່ນ້ຳຂອງ
ທ່ານນາງ ຫງວຽນມິງຮັ່ງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍຫົວໜ້າເຈົ້າໜ້າທີ່ອາວຸໂສ ແລະ ຜູ້ແທນກະຊວງການຕ່າງປະເທດ, ບາງກະຊວງ, ຂະແໜງການຂອງ ກຳປູເຈຍ, ລາວ, ມຽນມາ, ໄທ, ຫວຽດນາມ ແລະ ຍີ່ປຸ່ນ.

ເຂົ້າຮ່ວມບັນດາກອງປະຊຸມມີຫົວໜ້າເຈົ້າໜ້າທີ່ອາວຸໂສ ແລະ ຜູ້ແທນກະຊວງການຕ່າງປະເທດ ພ້ອມດ້ວຍບາງກະຊວງ, ຂະແໜງການຂອງ ກຳປູເຈຍ, ລາວ, ມຽນມາ, ໄທ, ຫວຽດນາມ ແລະ ຍີ່ປຸ່ນ.

ທີ່ກອງປະຊຸມ SOM CLMV, ທ່ານນາງ ຫງວຽນມິງຮັ່ງ ເນັ້ນໜັກວ່າ ບັນດາການຜັນແປໃນໄລຍະ 5 ປີຜ່ານມາ ສືບຕໍ່ສະແດງໃຫ້ເຫັນຄຸນຄ່າຂອງການຮ່ວມມື ກຳປູເຈຍ - ລາວ - ມຽນມາ - ຫວຽດນາມ ໃນການຫຼຸດຜ່ອນຊ່ອງຫວ່າງການພັດທະນາ, ເພີ່ມທະວີການເຊື່ອມຕໍ່ເສດຖະກິດ ແລະ ຮັບປະກັນໃຫ້ຂະບວນການເຊື່ອມໂຍງ ASEAN ນຳມາເຊິ່ງໂອກາດໃຫ້ແກ່ທຸກປະເທດສະມາຊິກ.

ທ່ານນາງຮອງລັດຖະມົນຕີໃຫ້ຮູ້ວ່າ ຫວຽດນາມຈະປະສານສົມທົບກັບບັນດາປະເທດສະມາຊິກ ແລະ ກອງເລຂາ ASEAN ເພື່ອຊຸກຍູ້ການເຂົ້າຮ່ວມ, ການສະໜັບສະໜູນຂອງບັນດາຄູ່ຮ່ວມພັດທະນາ ແລະ ພາກເອກະຊົນ ຕໍ່ບັນດາໂຄງການຮ່ວມມື.

ທີ່ກອງປະຊຸມ SOM ແມ່ນ້ຳຂອງ - ຍີ່ປຸ່ນ, ທ່ານນາງ ຫງວຽນມິງຮັ່ງ ສະເໜີໃຫ້ບັນດາເຈົ້າໜ້າທີ່ອາວຸໂສແມ່ນ້ຳຂອງ ແລະ ຍີ່ປຸ່ນ ກຳນົດບາງຈຸດສຸມການຮ່ວມມືປະຈຳປີ ເພື່ອລາຍງານ, ສະເໜີແນະໃຫ້ບັນດາຜູ້ນຳພິຈາລະນາຮັບຮອງ.

ໃນໄລຍະສະເພາະໜ້າ, ບັນດາປະເທດແມ່ນ້ຳຂອງ ແລະ ຍີ່ປຸ່ນ ໄດ້ຮັບການສະເໜີໃຫ້ສຸມໃສ່ພັດທະນາຕ່ອງໂສ້ສະໜອງອັດສະລິຍະ, ພະລັງງານທົດແທນ, ເພີ່ມທະວີການນຳໃຊ້ປັນຍາປະດິດ ແລະ ບັນດາເຕັກໂນໂລຊີເກີດໃໝ່, ພ້ອມທັງຊຸກຍູ້ການຮ່ວມມືປ້ອງກັນ, ຕ້ານອາຊະຍາກຳຂ້າມຊາດ.

ບັນດາເຈົ້າໜ້າທີ່ອາວຸໂສຂອງບັນດາປະເທດ ສະໜັບສະໜູນບັນດາຂໍ້ສະເໜີກ່ຽວກັບຂົງເຂດບູລິມະສິດ ແລະ ບັນດາຂໍ້ລິເລີ່ມທີ່ຫວຽດນາມຄາດວ່າຈະສະເໜີ ເພື່ອລາຍງານຕໍ່ກອງປະຊຸມສຸດຍອດ CLMV ຄັ້ງທີ 12 ແລະ ກອງປະຊຸມສຸດຍອດ MJC ຄັ້ງທີ 13.

ບັນດາກອງປະຊຸມ SOM CLMV ແລະ ແມ່ນ້ຳຂອງ - ຍີ່ປຸ່ນ ສືບຕໍ່ສະແດງເຖິງຄວາມພະຍາຍາມຂອງຫວຽດນາມໃນການເປັນເຈົ້າການປະກອບສ່ວນຍົກສູງປະສິດທິຜົນການຮ່ວມມືອະນຸພາກພື້ນ, ພ້ອມທັງຊຸກຍູ້ສາຍພົວພັນລະຫວ່າງບັນດາປະເທດແມ່ນ້ຳຂອງ ແລະ ຍີ່ປຸ່ນ.

ປະສານສົມທົບບໍລິຫານໂຮງຮຽນມິດຕະພາບລາວ - ຫວຽດນາມ ແຂວງສາລະວັນ ໃຫ້ມີປະສິດທິຜົນ ປະສານສົມທົບບໍລິຫານໂຮງຮຽນມິດຕະພາບລາວ - ຫວຽດນາມ ແຂວງສາລະວັນ ໃຫ້ມີປະສິດທິຜົນ
ຍສໝ - ວັນທີ 29/9, ຄະນະປະຕິບັດງານຂອງສະຖານກົງສຸນໃຫຍ່ຫວຽດນາມປະຈຳປາກເຊ ນຳໂດຍທ່ານນາງ ຕະເຟືອງຢຸງ, ກົງສຸນໃຫຍ່, ໄດ້ໄປຢ້ຽມຢາມ, ເຮັດວຽກຢູ່ໂຮງຮຽນມິດຕະພາບລາວ - ຫວຽດນາມ ແຂວງສາລະວັນ, ແລກປ່ຽນບັນດາວິທີແກ້ໄຂເພື່ອປັບປຸງເງື່ອນໄຂການຮ່ຳຮຽນ, ການດຳລົງຊີວິດ ແລະ ຍົກສູງປະສິດທິຜົນການບໍລິຫານໂຮງຮຽນໃນສົກຮຽນທຳອິດ.
ຜະລິດຕະພັນຫວຽດນາມ - ລາວ ຫຼາຍກວ່າ 100 ລາຍການ ມາລວມຕົວກັນທີ່ ຮ່າໂນ້ຍ ຜະລິດຕະພັນຫວຽດນາມ - ລາວ ຫຼາຍກວ່າ 100 ລາຍການ ມາລວມຕົວກັນທີ່ ຮ່າໂນ້ຍ
ຍສໝ - ແຕ່ວັນທີ 1-4/10/2026, ຜະລິດຕະພັນອັນເປັນເອກະລັກຂອງຫວຽດນາມ ແລະ ລາວ ຫຼາຍກວ່າ 100 ລາຍການ ໄດ້ຮັບການແນະນຳ, ວາງສະແດງ ແລະ ຈຳໜ່າຍໂດຍກົງ ຢູ່ເລກທີ 93 ຖະໜົນ ດິງຕຽນຮວ່າງ, ຮ່າໂນ້ຍ ໃນຂອບ “ສັບປະດາຜະລິດຕະພັນຫວຽດນາມ - ລາວ”.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ