ຍສໝ - ການປະຕິວັດເດືອນສິງຫາ ຫຼື ເອີ້ນວ່າ ການລຸກຮືຂຶ້ນເດືອນສິງຫາ ໄດ້ສະແດງໃຫ້ເຫັນເຖິງຄວາມກ້າຫານຂອງພັກກອມມູນິດອິນດູຈີນ ໃນສະໄໝນັ້ນ, ປະຈຸບັນນີ້ແມ່ນພັກກອມມູນິດຫວຽດນາມ, ຂອງປະທານ ໂຮ່ຈີມິນ ແລະ ບັນດາຜູ້ນຳອື່ນໆ.
ຍສໝ - ເພື່ອຕອບສະໜອງຄວາມເສຍຫາຍຢ່າງໜັກໜ່ວງຈາກໄພນ້ຳຖ້ວມ ແລະ ດິນເຈື່ອນຢູ່ບັນດາແຂວງເຂດພູດອຍພາກເໜືອ ແລະ ພາກກາງເໜືອ, ກອງທຶນເດັກສະຫະປະຊາຊາດ (UNICEF) ປະຈຳ ຫວຽດນາມ ໄດ້ສົມທົບກັບບັນດາຄູ່ຮ່ວມມືຜັນຂະຫຍາຍການໜູນຊ່ວຍສຸກເສີນນ້ຳສະອາດ ແລະ ອະນາໄມໃຫ້ເຖິງບັນດາຄອບຄົວທີ່ໄດ້ຮັບຜົນກະທົບຢູ່ ດ້ຽນບຽນ, ເຊີນລາ ແລະ ເຫງ້ອານ.
ຍສໝ - ແຕ່ວັນທີ 2-6 ສິງຫາ 2025, ຜູ້ຕາງໜ້າຄະນະກຳມະການສັນຕິພາບຫວຽດນາມ (ອົງການສະມາຊິກສະຫະພັນບັນດາອົງການມິດຕະພາບຫວຽດນາມ) ໄດ້ເຂົ້າຮ່ວມກອງປະຊຸມໂລກຕ້ານລະເບີດປະລະມານູ ແລະ ອາຍຮີໂດຣແຊນ (World Conference against A&H Bombs 2025) ຢູ່ Hiroshima (ຍີ່ປຸ່ນ). ນະທີ່ນີ້, ຫວຽດນາມ ສືບຕໍ່ຢືນຢັນຫຼັກໝັ້ນຂອງຕົນໃນການສະໜັບສະໜູນການປົດອາວຸດປະລະມານູ, ເພື່ອໂລກສັນຕິພາບ, ຍຸຕິທຳ ແລະ ບໍ່ມີສົງຄາມ.
ຍສໝ - ປະເຊີນໜ້າກັບຄວາມເຄັ່ງຕຶງຂຶ້ນຢູ່ຊາຍແດນໄທ - ກຳປູເຈຍ, ສະຫະປະຊາຊາດ, ອາເມລິກາ, EU ແລະ ຫຼາຍປະເທດໃນພາກພື້ນໄດ້ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງ, ຮຽກຮ້ອງໃຫ້ສອງຝ່າຍຈຳກັດ, ປົກປ້ອງສາມັນຊົນ ແລະ ແກ້ໄຂການຂັດແຍ້ງດ້ວຍການເຈລະຈາໂດຍສັນຕິວິທີ, ເໝາະສົມຕາມກົດໝາຍສາກົນ.
ຍສໝ - ກອງບັນຊາການກອງທັບເຮືອເຂດ 1 ໄດ້ຊີ້ນຳ ແລະ ຜັນຂະຫຍາຍຫຼາຍມາດຕະການຢ່າງຕັ້ງໜ້າ ເປັນເຈົ້າການໃນການປ້ອງກັນຕ້ານ ພາຍຸເລກທີ 3 (ວິຟາ), ພິເສດແມ່ນບັນດາໜ່ວຍງານຢູ່ເຂດ ຫາຍຟ່ອງ ແລະ ກວາງນິງ.
ຍສໝ - ໃນ 6 ເດືອນຕົ້ນປີນີ້, ຈຳນວນນັກທ່ອງທ່ຽວເຂົ້າ-ອອກຜ່ານດ່ານຊາຍແດນສາກົນມິດຕະພາບ
(ແຂວງ ລ້າງເຊີນ) ເພີ່ມຂຶ້ນ 16% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ສິ່ງດັ່ງກ່າວສະແດງໃຫ້ເຫັນຢ່າງຈະແຈ້ງເຖິງຄວາມຕ້ອງການດ້ານການຄ້າຊາຍແດນ ແລະ ການທ່ອງທ່ຽວຜ່ານດ່ານຊາຍແດນສາກົນ ມິດຕະພາບ ໄດ້ເພີ່ມຂຶ້ນ.
ຍສໝ - ບັນດາທ້ອງຖິ່ນທັງໝົດໄດ້ກວດກາຄືນ ແລະ ກຳນົດຄວາມຄືບໜ້າຂອງການລົບລ້າງເຮືອນຊົ່ວຄາວ, ເຮືອນຮົ່ວເພ. ໃນຕົ້ນເດືອນກໍລະກົດ, ທົ່ວປະເທດໄດ້ສະຫນັບສະຫນູນເຮືອນ 262,000 ຫຼັງ ແລະ ບັນດາທ້ອງຖິ່ນທີ່ຍັງເຫຼືອພະຍາຍາມເພື່ອໃຫ້ສໍາເລັດໃນເດືອນສິງຫານີ້.
ຍສໝ - ໃນລະຫວ່າງ 2 ວັນ (7-8 ກໍລະກົດ 2025), ຢູ່ນະຄອນ Geneva, ສະວິດ, ຄະນະກຳມະການສິດທິມະນຸດຂອງສະຫະປະຊາຊາດ ໄດ້ຈັດຕັ້ງກອງປະຊຸມຕີລາຄາບົດລາຍງານແຫ່ງຊາດຄັ້ງທີ 4 ຂອງຫວຽດນາມ ກ່ຽວກັບການປະຕິບັດສົນທິສັນຍາສາກົນກ່ຽວກັບບັນດາສິດທິພົນລະເຮືອນ ແລະ ການເມືອງ (ຕໍ່ໄປນີ້ເອີ້ນວ່າ ສົນທິສັນຍາ ICCPR).
ຍສໝ - ໃນລະດູຮ້ອນປີ 2025, ນັກສຶກສາອາເມລິກາ 31 ຄົນທີ່ເຂົ້າຮ່ວມໂຄງການອາສາສະໝັກສາກົນໄດ້ປະກອບສ່ວນກໍ່ສ້າງເຮືອນການກຸສົນ 6 ຫຼັງໃຫ້ແກ່ປະຊາຊົນແຂວງ ກວາງຫງາຍ. ວຽກງານຂອງເຂົາເຈົ້າບໍ່ພຽງແຕ່ໄດ້ສ້າງເຄື່ອງໝາຍອັນດີງາມຢູ່ທ້ອງຖິ່ນເທົ່ານັ້ນ, ຫາກຍັງປະກອບສ່ວນຢ່າງແທດຈິງເຂົ້າໃນການເພີ່ມພູນຄູນສ້າງມິດຕະພາບຫວຽດນາມ - ອາເມລິກາ.
ຍສໝ - ໃນລະຫວ່າງວັນທີ 7 – 8 ກໍລະກົດ, ຄະນະຜູ້ແທນຫວຽດນາມ ໂດຍມີຜູ້ຕາງໜ້າຈາກ 9 ອົງການ ລວມມີ ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ, ກະຊວງຍຸຕິທຳ, ກະຊວງການຕ່າງປະເທດ, ກະຊວງຕຳຫຼວດ, ກະຊວງພາຍໃນ, ກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວ, ກະຊວງຊົນເຜົ່າ ແລະສາສະໜາ, ຫ້ອງວ່າການລັດຖະບານ, ໂດຍທ່ານຮອງລັດຖະມົນຕີກະຊວງຍຸຕິທຳ ຫງວຽນແທ່ງຕິ້ງ ເປັນນຳໜ້າ ຈະເຂົ້າຮ່ວມວາລະປະຊຸມສົນທະນາກ່ຽວກັບບົດລາຍງານແຫ່ງຊາດກ່ຽວກັບການປະຕິບັດພັນທະສັນຍາສາກົນກ່ຽວກັບສິດທິພົນລະເມືອງ ແລະ ການເມືອງ (ICCPR) ທີ່ວາລະປະຊຸມຄັ້ງທີ 144 ຂອງຄະນະກຳມະການສິດທິມະນຸດສະຫະປະຊາຊາດທີ່ Geneve, ສະວິດ. ພວກຂ້າພະເຈົ້າໄດ້ໃຫ້ສຳພາດທ່ານຮອງລັດຖະມົນຕີກະຊວງຍຸຕິທຳ ຫງວຽນແທ່ງຕິ້ງ ກ່ຽວກັບເຫດການສຳຄັນນີ້.
ຍສໝ - ຄວາມຮຸນແຮງພາຍໃນຄອບຄົວບໍ່ແມ່ນເລື່ອງສ່ວນຕົວພາຍຫຼັງປະຕູວົງປິດ. ຈາກບັນດາກໍລະນີທີ່ໂສກເສົ້າດັ່ງກ່າວ, ຫວຽດນາມ ໄດ້ມີຄວາມມານະພະຍາຍາມຮອບດ້ານ, ນັບແຕ່ສ້າງກົດໝາຍໃຫ້ສົມບູນແບບ, ຊຸກຍູ້ການສື່ສານຢ່າງກວ້າງຂວາງເຖິງການກໍ່ສ້າງເຄືອຂ່າຍໜູນຊ່ວຍເພື່ອ ປົກປັກຮັກສາຜູ້ປະສົບເຄາະຮ້າຍ ແລະ ກ້າວໄປສູ່ສັງຄົມປອດໄພ, ມີມະນຸດສະທຳ ແລະ ພົນລະເຮືອນ.
ຍສໝ - ດ້ວຍຫົວຂໍ້ “ກອງປະຊຸມສໍາມະນາພາກພື້ນ ອາຊຽນ ກ່ຽວກັບທັດສະນະຄວາມສະເໝີພາບລະຫວ່າງຍິງ-ຊາຍໃນການດຳເນີນທຸລະກິດ ແລະ ສິດທິມະນຸດ”, ບັນດາຜູ້ແທນໄດ້ສຸມໃສ່ການສ້າງຂອບເຂດການແກ້ໄຂບັນດາສິ່ງທ້າທາຍກ່ຽວກັບເພດ ແລະ ການປະພຶດກ່ຽວກັບດ້ານໂຄງສ້າງ ແລະ ວັດທະນະທຳ, ພ້ອມທັງເພີ່ມທະວີການປົກປ້ອງສິດໃຫ້ແກ່ແມ່ຍິງ ແລະ ເດັກນ້ອຍ.
ຍສໝ - ວັນທີ 12 ມິຖຸນາ ຢູ່ນະຄອນ ດ່າໜັງ, World Vision International ປະຈຳ ຫວຽດນາມ ໄດ້ສົມທົບກັບ ສະຫະພາບ ເອີຣົບ (EU) ໄດ້ໄຂໂຄງການ “ຍົກສູງຄວາມສາມາດໃນການເຊື່ອມໂຍງສັງຄົມສຳລັບເດັກອໍທິດສະຕິກ ແລະ ພິການທີ່ສະຕິປັນຍາ” (ECAID) ຢ່າງເປັນທາງການ, ມຸ່ງໄປເຖິງຊຸກຍູ້ການມີສ່ວນຮ່ວມຢ່າງສະເໝີພາບ ແລະ ຄົບຖ້ວນຂອງກຸ່ມດ້ອຍຖືກເສຍຫາຍນີ້ໃນຊີວິດຊຸມຊົນ.
ຍສໝ - ຫວຽດນາມ ພວມຢູ່ໃນສັບປະດາທະເລ ແລະ ໝູ່ເກາະ (01- 08 ມິຖຸນາ). ນີ້ແມ່ນໂອກາດເພື່ອໃຫ້ຫວຽດນາມ ຢັ້ງຢືນແຫລ່ງກຳລັງໃຫຍ່ກ່ຽວກັບເສດຖະກິດທະເລ ແລະ ສະແດງໃຫ້ເຫັນຄວາມຕັດສິນໃຈພັດທະນາຮອບດ້ານຂະແຫນງອາຊີບທາງທະເລ, ປົກປັກຮັກສາສິ່ງແວດລ້ອມເຂດທະເລ, ໝູ່ເກາະແບບຍືນຍົງ. ສັບປະດາໄດ້ດຳເນີນໃນສະພາວະຫວຽດນາມ ພວມສູ້ຊົນສຳເລັດການໂຮມແຂວງກ່ອນວັນທີ 15 ສິງຫາຈະມາເຖິງ. ນີ້ບໍ່ພຽງແຕ່ແມ່ນ “ການສ້າງອົງປະກອບຄືນໃຫມ່”ເຂດແດນການປົກຄອງເທົ່ານັ້ນ ຫາກຍັງແມ່ນກາລະໂອກາດດີທີ່ສຸດເພື່ອກໍ່ສ້າງບັນດາພື້ນທີ່ພັດທະນາໃຫມ່, ຕາມທິດທະເລ.
ຍສໝ - ຕອນເຊົ້າວັນທີ 3 ມິຖຸນາ 2025, ຢູ່ຕາແສງ ຊວນຮ່ວາ (ເມືອງ ບ໋າວອ່ຽນ, ແຂວງ ລາວກາຍ), ອົງການເຄື່ອນຍ້າຍຖິ່ນຖານສາກົນ (IOM) ສົມທົບກັບອົງການກາແດງ ແລະ ຫ້ອງການໄປສະນີແຂວງ ລາວກາຍ ໄດ້ມອບເງິນຊ່ວຍເຫຼືອເພື່ອໜູນຊ່ວຍກໍ່ສ້າງ ແລະ ສ້ອມແປງເຮືອນຢູ່ໄລຍະທຳອິດໃຫ້ 32 ຄອບຄົວທີ່ໄດ້ຮັບຄວາມເສຍຫາຍຢ່າງໜັກໜ່ວງຈາກພາຍຸ Yagi ເມື່ອເດືອນກັນຍາ ທີ່ຜ່ານມາ.
ຍສໝ - ຕອນບ່າຍວັນທີ 1 ມິຖຸນາ, ຢູ່ເມືອງ ເທືອງຊ່ວນ (ແຂວງ ແທັງຮວ່າ), ອົງການ World Vision International ປະຈໍາ ຫວຽດນາມ ໄດ້ສົມທົບກັບສະຖາບັນໂພຊະນາຫານແຫ່ງຊາດ ແລະ ຄະນະກໍາມະການປະຊາຊົນເມືອງ ເທືອງຊ່ວນ ໄດ້ຈັດຕັ້ງວັນບຸນຊຸມຊົນ “ບໍາລຸງລ້ຽງດ້ວຍຄວາມຮັກ”. ກິດຈະກໍາດັ່ງກ່າວແມ່ນເພື່ອຕອບສະຫນອງເດືອນຂອງການປະຕິບັດສໍາລັບເດັກນ້ອຍ ແລະວັນທາດບຳລຸງໂພຊະນາການ.
ຍສໝ - ຈາກເງິນກູ້ເລີ່ມຕົ້ນພຽງແຕ່ບໍ່ເທົ່າໃດສິບຫາຫຼາຍຮ້ອຍລ້ານດົ່ງ, ໄວໜຸ່ມຫຼາຍຄົນຢູ່ຕາແສງ ໂຣແມນ (ເມືອງ Dam Rong, ແຂວງ ເລີມດົງ) ໄດ້ກາຍເປັນຄົນຮັ່ງມີ ດ້ວຍລາຍຮັບເຖິງເກືອບ 1 ຕື້ດົ່ງຕໍ່ປີ. ແຫຼ່ງນະໂຍບາຍສິນເຊື່ອບຸລິມະສິດຂອງທະນາຄານນະໂຍບາຍສັງຄົມສຳລັບຜູ້ປະກອບການໄວໜຸ່ມ ພວມກາຍເປັນ “ໄມ້ງັດ” ເພື່ອຊ່ວຍໃຫ້ໄວໜຸ່ມປ່ຽນແປງຊີວິດ ແລະ ພັດທະນາສິດທິເສດຖະກິດແບບຍືນຍົງໃນບ້ານເກີດເມືອງນອນ.
ຍສໝ - ການໝູນໃຊ້ເຕັກໂນໂລຢີອັດສະລິຍະ ເພື່ອຫົດແບບອັດຕະໂນມັດໃຫ້ໝາກທຸລຽນ (ຄວບຄຸມໄລຍະໄກດ້ວຍ Remot); ການນໍາໃຊ້ເວທີ, ເຕັກໂນໂລຢີດິຈິຕອນເຊັ່ນ Zalo, Facebook ... ເພື່ອຄ້າຂາຍບັນດາຜະລິດຕະພັນ, ສິນຄ້າທີ່ສໍາຄັນໃນທ້ອງຖິ່ນ; ການນຳໃຊ້ເວທີອອນໄລ ເພື່ອພົວພັນແລກປ່ຽນກັບອຳນາດການປົກຄອງ... ນັ້ນແມ່ນບັນດາການໝູນໃຊ້ທີ່ປະຊາຊົນຢູ່ຕາແສງ Da Rsal, ເມືອງ Dam Rong, ແຂວງ ເລີມດົງ ໄດ້ ແລະ ພວມປະຕິບັດ. ດ້ວຍທິດທາງໃໝ່ນີ້, Da Rsal ໄດ້ປ່ຽນແປງຢ່າງວ່ອງໄວໃນການກໍ່ສ້າງ ແລະ ພັດທະນາທ້ອງຖິ່ນ.
ຍສໝ - ຫວຽດນາມ ໄດ້ສື່ສານ ແລະ ມອບຈົດໝາຍທາງການຄັດຄ້ານບັນດາປະເທດທີ່ກ່ຽວຂ້ອງກ່ຽວກັບບັນດາການເຄື່ອນໄຫວທີ່ລະເມີດອະທິປະໄຕຂອງຫວຽດນາມ ສຳລັບເກາະ ຮ່ວາຍເອີນ ແລະ ບັນດາສິ່ງທີ່ຄົງຕົວເປັນເອກະລາດທີ່ກ່ຽວຂ້ອງຂອງເຈື່ອງຊາ.
ຍສໝ - ຕອນຄ່ຳວັນທີ 3 ພຶດສະພາ, ຢູ່ສຸສານຮ່າງເຢືອງ, ເມືອງໂກນດ໊າວ, ແຂວງບ່າເຣ້ຍ - ຫວູງເຕົ່າ ໄດ້ດໍາເນີນລາຍການສິລະປະສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍໂກນດ໊າວ (1-5-1975 / 1-5-2025) ດ້ວຍຫົວຂໍ້ “ໂກນດ໊າວ - ບົດເພງແຫ່ງເຈດຈໍານົງຫວຽດນາມ”. ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ໄດ້ເຂົ້າຮ່ວມ ແລະກ່າວຄຳເຫັນທີ່ລາຍການ.
ຍສໝ - ໃນລະຫວ່າງວັນທີ 15 ເມສາ ຫາວັນທີ 2 ພຶດສະພາ ຢູ່ນະຄອນ ຟູ໋ກວກ (ແຂວງ ກຽນຢາງ), ຫໍສະໝຸດທະຫານເຮືອເຂດ 5 ໄດ້ຈັດຕັ້ງງານວາງສະແດງ, ວາງສະແດງ ແລະ ແນະນຳປຶ້ມ ດ້ວຍຫົວຂໍ້ “ພ້ອມກັບປື້ມກ້າວເຂົ້າສູ່ຍຸກພັດທະນາປະເທດຊາດ”. ການເຄື່ອນໄຫວແມ່ນເພື່ອຕອບສະໜອງວັນປື້ມ ແລະ ວັດທະນະທຳການອ່ານ ຫວຽດນາມ ຄັ້ງທີ 4, ພ້ອມກັນນັ້ນກໍ່ສະເຫຼີມສະຫຼອງວັນບຸນສຳຄັນຂອງປະເທດ ແລະ ທະຫານເຮືອ.
ຍສໝ - ວັນທີ 22 ເມສາ, ຢູ່ຮ່າໂນ້ຍ, ອົງການ Oxfam ໄດ້ຈັດຕັ້ງການສຳມະນາ “ເລີ່ມຕົ້ນ ແລະ ແບ່ງປັນຂໍ້ມູນກ່ຽວກັບການຮຽກຮ້ອງມອບບັດສະເໜີຂໍອຸປະຖຳຄັ້ງທຳອິດ, ໂຄງການໜູນຊ່ວຍບັນດາຂໍ້ລິເລີ່ມກ່ຽວກັບການຫັນເປັນສີຂຽວທີ່ນຳພາໂດຍແມ່ຍິງ (PWG)”. ການສຳມະນາໄດ້ສະໜອງຂໍ້ມູນ, ມາດຖານ ແລະ ວິທີຂຽນຂໍ້ສະເໜີ ເພື່ອເຊື່ອມຕໍ່ບັນດາຂໍ້ລິເລີ່ມການຫັນປ່ຽນສີຂຽວທີ່ນຳພາໂດຍແມ່ຍິງ ດ້ວຍແຫຼ່ງກຳລັງໜູນຈາກ Oxfam.
ຍສໝ - ອົງການ Sunflower Mission (ອາເມລິກາ) ຫາກໍ່ມອບທຶນສຶກສາ 355 ທຶນໃຫ້ນັກຮຽນທຸກຍາກແຕ່ຮຽນເກັ່ງຢູ່ແຂວງ ຝູອຽນ ແລະ ກຽນຢາງ ໃນເດືອນ ມີນາ ແລະ ຕົ້ນເດືອນ ເມສາ 2025..
ຍສໝ - ນັ້ນແມ່ນຂໍ້ມູນຂອງທ່ານເອກອັກຄະລັດຖະທູດ ເມັກຊິໂກ ປະຈຳ ຫວຽດນາມ Alejandro Negrín Munoz ໃນການພົບປະກັບທ່ານ ເຈີນສີແທັງ ຮອງເລຂາພັກນະຄອນ, ປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໃນວັນທີ 8 ເມສາ ຢູ່ ຮ່າໂນ້ຍ. ທ່ານເອກອັກຄະລັດຖະທູດໃຫ້ຮູ້ວ່າ ເພື່ອແນໃສ່ມຸ່ງໄປເຖິງຂີດໝາຍ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, ສະຖານທູດ ເມັກຊິໂກ ປະຈຳ ຫວຽດນາມ ຈະຈັດຕັ້ງບັນດາການເຄື່ອນໄຫວແລກປ່ຽນວັດທະນະທຳທີ່ດີເດັ່ນໃນປີ 2025.
ຍສໝ - ວັນທີ 2 ເມສາ, ຄະນະປະຕິບັດງານກະຊວງການຕ່າງປະເທດ ໂດຍທ່ານຮອງລັດຖະມົນຕີ ໂງ່ຫວຽດຮຸ່ງ ເປັນນຳໜ້າ ພ້ອມກັບທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ Marc E. Knapper ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງ ເຮື໋ອງຮວ໋າ (ແຂວງ ກວາງຈີ້). ກ່າວຄຳປາໄສທີ່ນີ້, ທ່ານເອກອັກຄະລັດຖະທູດ Marc E. Knapper ໃຫ້ຮູ້ວ່າ: ອາເມລິກາ ຈະສືບຕໍ່ໜູນຊ່ວຍ ຫວຽດນາມ, ພິເສດແມ່ນແຂວງ ກວາງຈີ້ ເພື່ອຜ່ານຜ່າຜົນຮ້າຍຢ້ອນຫຼັງຈາກສົງຄາມ.
ຍສໝ - ວັນທີ 4 ເມສານີ້ (ຕາມເວລາທ້ອງຖິ່ນ), ກອງປະຊຸມປະຈຳປີຄັ້ງທີ 58 ຂອງສະພາສິດທິມະນຸດສະຫະປະຊາຊາດ ໄດ້ໄຂຂຶ້ນຢ່າງເປັນທາງການຢູ່ນະຄອນ Geneva (ສະວິດ) ພາຍຫຼັງ 6 ອາທິດໄດ້ດຳເນີນວຽກງານຢ່າງບໍ່ຢຸດຢັ້ງ. ດ້ວຍຄວາມຮັບຜິດຊອບ ແລະ ຂໍ້ລິເລີ່ມ, ຄະນະຜູ້ແທນຫວຽດນາມ ໄດ້ປະກອບສ່ວນຢ່າງແທດຈິງ, ພົ້ນເດັ່ນເຂົ້າໃນບັນດາບັນຫາສິດທິມະນຸດທີ່ເປັນຫ່ວງຂອງປະຊາຄົມໂລກ.
ຍສໝ - ພາຍຫຼັງເຫດແຜ່ນດິນໄຫວຄັ້ງຮ້າຍແຮງທີ່ເກີດຂຶ້ນຢູ່ມຽນມາ ແລະ ໄທໃນວັນທີ 28 ມີນານີ້, ຫຼາຍປະເທດໃນໂລກໄດ້ສົ່ງຄວາມເສົ້າສະຫຼົດໃຈແລະສະແດງຄວາມພ້ອມທີ່ຈະສະໜັບສະໜູນສອງປະເທດຜ່ານຜ່າຜົນຮ້າຍຢ້ອນຫຼັງ.
ຢູ່ນະຄອນ Sagaing ທາງພາກກາງ ມຽນມາ, ມີໂຮງຮຽນແຫ່ງໜຶ່ງຢູ່ນະຄອນ Taungoo, ຖືກລົ້ມພັງທະລາຍ ແລະ ຕາມຊາວທ້ອງຖິ່ນແລ້ວ ມີເດັກນ້ອຍປະມານ 20 ຄົນຖືກຕິດຂ້າງໄວ້ທີ່ຊາກຫັກພັງ
ໂດຍແມ່ນກຳລັງແກ່ນສານ, ຮັບຜິດຊອບໃນການຄຸ້ມຄອງ, ປົກປັກຮັກສາເສັ້ນຊາຍແດນ, ທະຫານຊາຍແດນຍາມໃດກໍ່ມີໜ້າຢູ່ແນວໜ້າ, ຜ່ານຜ່າຄວາມຫຍຸ້ງຍາກ, ລຳບາກ, ຮັກສາຜືນແຜ່ນດິນສັກສິດຂອງປະເທດຊາດ.
ຍສໝ - ເກືອບ 20 ປີທີ່ຜ່ານມານີ້, ຜົວເມຍທ່ານສາດສະດາຈານ Erich Johann Lejeune ໄດ້ຮ່ວມເດີນທາງພ້ອມກັບຂະແໜງແພດສາດ ດານັງ ຢ່າງຕໍ່ເນື່ອງ, ນຳມາເຊິ່ງໂອກາດຊີວິດໃຫ້ແກ່ເດັກນ້ອຍນັບພັນຄົນທີ່ເປັນພະຍາດຫົວໃຈມາແຕ່ກຳເນີດ. ໂດຍໄດ້ຮັບຮູ້ບັນດາການປະກອບສ່ວນຢ່າງບໍ່ຢຸດຢັ້ງ, ນະຄອນ ດານັງ ໄດ້ມອບລາງວັນ “ອຸທິດຕົນໃຫ້ນະຄອນ ດານັງ” ໃນວັນທີ 18 ມີນາ.