| ແກ້ໄຂ "ບັດເຫຼືອງ" IUU: ນະຄອນໂຮ່ຈີມິນ ເຮັດໃຫ້ຂໍ້ມູນມີຄວາມໂປ່ງໃສ, ຄວບຄຸມການຂຸດຄົ້ນ | |
| ເລັ່ງລັດການແກ້ໄຂ "ບັດເຫຼືອງ" IUU: ການກະທຳຢ່າງເດັດຂາດ, ແກ້ໄຂບັນດາຂໍ້ສະເໜີແນະຂອງ EC ຢ່າງສິ້ນເຊີງ |
ຈາກມະຕິ ກ້າວສູ່ຕົວຈິງ
ວັນທີ 25 ກຸມພາ ປີ 2026, ສະພາປະຊາຊົນແຂວງ ກ່າເມົາ ໄດ້ປະກາດໃຊ້ ມະຕິທີ່ກຳນົດນະໂຍບາຍ ຊ່ວຍເຫຼືອຍົກລະດັບ, ປ່ຽນແທນອຸປະກອນ ແລະ ຄ່າບໍລິການລາຍເດືອນ ສຳລັບລະບົບຕິດຕາມການເດີນເຮືອຂອງເຮືອຫາປາ ຢູ່ພາຍໃນທ້ອງຖິ່ນ.
ນະໂຍບາຍດັ່ງກ່າວ ໄດ້ຮັບການສ້າງຕັ້ງຂຶ້ນບົນພື້ນຖານການສະເໜີຂອງ ຄະນະກຳມະການປະຊາຊົນແຂວງ, ຜ່ານການກວດກາຂອງ ຄະນະເສດຖະກິດ - ງົບປະມານ ແລະ ຄຳຄິດຄຳເຫັນສົນທະນາຂອງບັນດາຜູ້ແທນ ໃນກອງປະຊຸມສະພາປະຊາຊົນແຂວງ. ເນື້ອໃນແມ່ນສຸມໃສ່ຊ່ວຍເຫຼືອຄ່າໃຊ້ຈ່າຍໃນການຍົກລະດັບ, ປ່ຽນແທນອຸປະກອນ ແລະ ຄ່າບໍລິການລາຍເດືອນ ເພື່ອຮັກສາການເຊື່ອມຕໍ່ລະບົບຕິດຕາມການເດີນເຮືອຂອງເຮືອຫາປາ.
![]() |
| ພະນັກງານ-ລັດຖະກອນ ຂອງສູນບໍລິການບໍລິຫານພາກລັດແບບເບັດເສັດ ເມືອງ ຊົງດົກ ຢາຍໃບປິວໃຫ້ປະຊາຊົນ ກ່ຽວກັບບັນດາຂໍ້ກຳນົດຂອງກົດໝາຍ ທີ່ກ່ຽວຂ້ອງກັບການຕ້ານການຫາປາແບບ IUU. |
ເປົ້າໝາຍທີ່ໄດ້ຮັບການຊ່ວຍເຫຼືອ ແມ່ນບັນດາການຈັດຕັ້ງ, ບຸກຄົນ ທີ່ເປັນເຈົ້າຂອງເຮືອຫາປາ ຫຼື ເຮືອບໍລິການພະລາທິການປະມົງ ທີ່ມີຄວາມຍາວແຕ່ 15 ແມັດຂຶ້ນໄປ, ຈົດທະບຽນຢູ່ແຂວງ ກ່າເມົາ ແລະ ໄດ້ຕິດຕັ້ງອຸປະກອນຕິດຕາມການເດີນເຮືອຕາມຂໍ້ກຳນົດ. ເຮືອແຕ່ລະລຳ ຈະໄດ້ຮັບການຊ່ວຍເຫຼືອຄ່າໃຊ້ຈ່າຍໃນການຍົກລະດັບ ຫຼື ປ່ຽນແທນອຸປະກອນ 1 ຄັ້ງ, ພ້ອມທັງໄດ້ຮັບການຊ່ວຍເຫຼືອຄ່າບໍລິການລາຍເດືອນ 100%. ໃນກໍລະນີເຮືອຕິດຕັ້ງ 2 ອຸປະກອນ, ແມ່ນຈະຊ່ວຍເຫຼືອພຽງແຕ່ 1 ອຸປະກອນເທົ່ານັ້ນ.
ລະອຽດແມ່ນ, ຊ່ວຍເຫຼືອການຍົກລະດັບອຸປະກອນ: ສູງສຸດບໍ່ເກີນ 6 ລ້ານກີບ/ອຸປະກອນ/ລຳ; ຊ່ວຍເຫຼືອການປ່ຽນແທນອຸປະກອນ: 50% ຂອງຄ່າໃຊ້ຈ່າຍ, ສູງສຸດບໍ່ເກີນ 12 ລ້ານກີບ/ອຸປະກອນ/ລຳ; ຊ່ວຍເຫຼືອ 100% ຄ່າບໍລິການລາຍເດືອນຕາມສັນຍາ (ບໍ່ລວມເອົາບັນດາການບໍລິການອື່ນໆທີ່ເກີດຂຶ້ນ), ຊຳລະເປັນແຕ່ລະໄຕມາດ. ນະໂຍບາຍນີ້ ມີຜົນສັກສິດນັບແຕ່ວັນທີ 1 ເມສາ ປີ 2026 ຈົນເຖິງໝົດວັນທີ 31 ທັນວາ ປີ 2028.
ເພີ່ມທະວີຄວາມຕັດສິນໃຈ ເພື່ອແກ້ໄຂ "ບັດເຫຼືອງ" IUU
ນັບມາຮອດວັນທີ 31 ມີນາ ປີ 2026, ແຂວງ ກ່າເມົາ ມີເຮືອຫາປາທັງໝົດ 5.164 ລຳ (ໃນນັ້ນມີ 1.919ເຮືອຫາປາທີ່ມີຄວາມຍາວແຕ່ 15 ແມັດຂຶ້ນໄປ). ສິ່ງທີ່ໜ້າເອົາໃຈໃສ່ແມ່ນ, 100% ຂອງເຮືອຫາປາທີ່ເຄື່ອນໄຫວຫາປາຢູ່ທະເລ ແມ່ນໄດ້ຮັບການຕິດຕັ້ງອຸປະກອນຕິດຕາມການເດີນເຮືອເປັນທີ່ຮຽບຮ້ອຍແລ້ວ.
ການຈັດຕັ້ງປະຕິບັດ ມະຕິເລກທີ 03 ບໍ່ພຽງແຕ່ຊ່ວຍຫຼຸດຜ່ອນພາລະຄ່າໃຊ້ຈ່າຍໃຫ້ແກ່ຊາວປະມົງເທົ່ານັ້ນ, ແຕ່ຍັງປະກອບສ່ວນສຳຄັນເຂົ້າໃນການຄຸ້ມຄອງອາຊີບການປະມົງ. ຜ່ານລະບົບຕິດຕາມການເດີນເຮືອ, ຂະແໜງການທີ່ກ່ຽວຂ້ອງ ສາມາດຕິດຕາມຕຳແໜ່ງ ແລະ ເສັ້ນທາງການເດີນເຮືອຫາປາ, ກວດພົບ ແລະ ສະກັດກັ້ນບັນດາການກະທຳທີ່ລະເມີດໄດ້ທັນການ, ໂດຍສະເພາະແມ່ນການຫາປາແບບຜິດກົດໝາຍຢູ່ເຂດທະເລຕ່າງປະເທດ. ນອກຈາກນັ້ນ, ອຸປະກອນນີ້ຍັງມີບົດບາດໃນການຮັບປະກັນຄວາມປອດໄພໃຫ້ແກ່ຊາວປະມົງ. ເມື່ອມີເຫດການເກີດຂຶ້ນຢູ່ທະເລ, ກໍາລັງທີ່ມີໜ້າທີ່ຮັບຜິດຊອບ ສາມາດກຳນົດຕຳແໜ່ງໄດ້ຢ່າງວ່ອງໄວ ເພື່ອຈັດຕັ້ງການຊ່ວຍເຫຼືອ ແລະ ກູ້ໄພໄດ້ທັນທ່ວງທີ.
![]() |
| ສານຕັດສິນຄະດີບັນດາຈຳເລີຍ ທີ່ລະເມີດເຂດທະເລຕ່າງປະເທດ ໃນເວລາກຳລັງຫາປາ (ການເຊື່ອມຕໍ່ສັນຍານຂາດຫາຍ, ລະເມີດນ່ານນ້ຳຕ່າງປະເທດ) ຢູ່ທີ່ເມືອງ ຊົງດົກ. |
ຕາມຂໍ້ມູນຈາກ ສາຂາກົມທະເລ, ເກາະດອນ ແລະ ກວດກາການປະມົງ ແຂວງ ກ່າເມົາ, ນີ້ແມ່ນນະໂຍບາຍຊ່ວຍເຫຼືອຕົວຈິງ, ນຳມາຊຶ່ງຜົນປະໂຫຍດໂດຍກົງໃຫ້ແກ່ປະຊາຊົນ. ໃນສະພາບການທີ່ຄ່າໃຊ້ຈ່າຍໃນການອອກທະເລນັບມື້ນັບເພີ່ມສູງຂຶ້ນ, ໂດຍສະເພາະແມ່ນລາຄານ້ຳມັນ, ການທີ່ໄດ້ຮັບການຊ່ວຍເຫຼືອດ້ານອຸປະກອນ ແລະ ຄ່າບໍລິການລາຍເດືອນທັງໝົດ ຈະຊ່ວຍໃຫ້ຊາວປະມົງຫຼຸດຜ່ອນຄວາມກົດດັນດ້ານການເງິນ, ອຸ່ນອ່ຽນໃຈອອກຫາປາຢູ່ທະເລ.
ສິ່ງທີ່ສຳຄັນກວ່າຊັ້ນ, ນະໂຍບາຍນີ້ຍັງປະກອບສ່ວນຍົກສູງສະຕິການປະຕິບັດຕາມກົດໝາຍ, ຈຳກັດສະພາບການລະເມີດເຂດທະເລຕ່າງປະເທດ, ຜ່ານນັ້ນ ກໍໄດ້ຮ່ວມກັບທ້ອງຖິ່ນຈັດຕັ້ງປະຕິບັດວຽກງານຕ້ານການຫາປາແບບ IUU ໃຫ້ມີປະສິດທິຜົນ.
ບໍ່ພຽງແຕ່ມີຄວາມໝາຍໃນການຊ່ວຍເຫຼືອດ້ານເສດຖະກິດເທົ່ານັ້ນ, ແຕ່ມະຕິດັ່ງກ່າວຍັງສະແດງໃຫ້ເຫັນເຖິງການຮ່ວມເດີນທາງຂອງອຳນາດການປົກຄອງ ກັບຊາວປະມົງ ໃນຂະບວນການຫັນປ່ຽນໄປສູ່ອາຊີບການປະມົງທີ່ມີຄວາມຮັບຜິດຊອບ, ທັນສະໄໝ ແລະ ຍືນຍົງ.
ຫຼັງຈາກມະຕິໄດ້ປະກາດໃຊ້, ຄະນະກຳມະການປະຊາຊົນແຂວງ ໄດ້ຜັນຂະຫຍາຍແຜນການຈັດຕັ້ງປະຕິບັດ, ມອບໃຫ້ພະແນກກະສິກຳ ແລະ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເປັນເຈົ້າການປະສານສົມທົບກັບບັນດາພາກສ່ວນທີ່ກ່ຽວຂ້ອງ ເພື່ອກວດກາຄືນ ແລະ ແນະນຳຊາວປະມົງໃນການເຮັດເອກະສານໃຫ້ຄົບຖ້ວນ ເພື່ອເຂົ້າເຖິງນະໂຍບາຍດັ່ງກ່າວ. ໄປຄຽງຄູ່ກັນນັ້ນ, ວຽກງານໂຄສະນາເຜີຍແຜ່ກໍໄດ້ຮັບການຊຸກຍູ້ຢ່າງແຂງແຮງ, ເພື່ອຊ່ວຍໃຫ້ຊາວປະມົງເຂົ້າໃຈແຈ້ງກ່ຽວກັບບົດບາດຂອງອຸປະກອນຕິດຕາມການເດີນເຮືອ, ຈາກນັ້ນກໍຍົກສູງສະຕິໃນການປະຕິບັດຕາມບັນດາຂໍ້ກຳນົດໃນການຂຸດຄົ້ນສັດນ້ຳ.
| ຍົກເລີກ 'ບັດເຫຼືອງ' ຂອງ IUU: ອານຢາງ ມຸ່ງໝັ້ນທີ່ຈະຮັບປະກັນວ່າບໍ່ມີເຮືອປະມົງທີ່ມີ "ສາມຂໍ້ບໍ່" ໄດ້ອອກທະເລ. ຍສໝ - ອີງຕາມທ່ານ ເລຮຶວຕວານ, ຜູ້ອຳນວຍການພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ອານຢາງ, ແຂວງກຳລັງເຂັ້ມງວດການຄຸ້ມຄອງກອງເຮືອຫາປາໂດຍໃຊ້ເຕັກໂນໂລຢີດີຈີຕອນ, ກຳຈັດສະຖານະການເຮືອຫາປາ “ສາມຂໍ້ບໍ່” ທີ່ດຳເນີນງານຢູ່ໃນບໍລິເວນຫາປາ. |
| ນາຍົກລັດຖະມົນຕີຮຽກຮ້ອງໃຫ້ມີຄວາມພະຍາຍາມທີ່ຕັ້ງໃຈເພື່ອຍົກເລີກ "ບັດເຫຼືອງ" IUU ໃນເດືອນເມສາ 2026. ຍສໝ - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮຽກຮ້ອງໃຫ້ກະຊວງກະສິກຳ ແລະ ສິ່ງແວດລ້ອມພ້ອມກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ສຸມໃສ່ຊຸກຍູ້ການຜະລິດ, ຮັບປະກັນຄວາມໝັ້ນຄົງສະບຽງອາຫານແຫ່ງຊາດ, ເດັດດ່ຽວຍົກອອກ “ບັດເຫຼືອງ” ຂອງຄະນະກຳມະການເອີລົບ (EC) ໃນເດືອນ ເມສາ 2026. |
ແທັງຮັ່ງ

