| ຮັດແໜ້ນການຄຸ້ມຄອງເຮືອຫາປາ, ແຂວງດົ່ງທັບ ສະກັດກັ້ນການລະເມີດ IUU ຈາກຕົ້ນເຫດ | |
| ເລັ່ງລັດການແກ້ໄຂ "ບັດເຫຼືອງ" IUU ໃຫ້ໄດ້ໂດຍໄວພາຍໃນປີ 2026 |
![]() |
| ທະຫານຊາຍແດນແຂວງ ດົ່ງທັບ ມອບຂອງຂວັນ ແລະ ໂຄສະນາເຜີຍແຜ່ກ່ຽວກັບການປ້ອງກັນ ແລະ ຕ້ານການຫາປາແບບ IUU ໃຫ້ແກ່ຊາວປະມົງຢູ່ທ່າເຮືອຫາປາ ວາມລ້າງ (Vàm Láng), ຕາແສງ ຢາທ້ວນ (Gia Thuận), ແຂວງ ດົ່ງທັບ. (ພາບ: TTXVN) |
ປະຕິບັດບັນດາມາດຕະການຕ້ານການເຮັດການປະມົງແບບຜິດກົດໝາຍ, ຂາດການລາຍງານ ແລະ ບໍ່ມີລະບຽບການ (IUU), ແຂວງ ດົ່ງທາບ ພວມຮຽກຮ້ອງໃຫ້ບັນດາກົມກອງທີ່ມີສິດອຳນາດ ແລະ ທ້ອງຖິ່ນ ເພີ່ມທະວີການຄຸ້ມຄອງກອງກຳປັ່ນຫາປາ, ເປັນເຈົ້າການໃນການກວດພົບ ແລະ ສະກັດກັ້ນຄວາມສ່ຽງຂອງການລະເມີດຕັ້ງແຕ່ຫົວທີ.
ຕາມນັ້ນແລ້ວ, ວຽກງານການກວດກາຄືນ, ອັບເດດຂໍ້ມູນກຳປັ່ນຫາປາ ແມ່ນຍັງຄົງໄດ້ຮັບການຜັນຂະຫຍາຍຢ່າງເປັນລະບົບ ເພື່ອຄຸ້ມຄອງຈຳນວນພາຫະນະທີ່ຍັງເຄື່ອນໄຫວຢູ່ຢ່າງຮັດກຸມ, ລວມທັງກຳປັ່ນທີ່ໝົດກຳນົດການກວດກາເຕັກນິກ, ໝົດອາຍຸໃບອະນຸຍາດຂຸດຄົ້ນ ຫຼື ຍັງບໍ່ທັນໄດ້ສຳເລັດເອກະສານຕາມລະບຽບການ. ບັນດາກໍລະນີກຳປັ່ນຫາປາທີ່ຕົກຢູ່ໃນສະພາບ “3 ບໍ່” (ບໍ່ມີທະບຽນ, ບໍ່ມີໃບອະນຸຍາດ, ບໍ່ມີການກວດກາເຕັກນິກ) ກໍໄດ້ຖືກຈັດເຂົ້າໃນບັນຊີການຕິດຕາມ ແລະ ແກ້ໄຂ.
ໄປຄວບຄູ່ກັບການຄຸ້ມຄອງເອກະສານພາຫະນະ, ກຳລັງທີ່ມີສິດອຳນາດໄດ້ສຸມໃສ່ການກວດກາການເຄື່ອນໄຫວຂອງອຸປະກອນຕິດຕາມການເດີນເຮືອ (VMS), ໂດຍສະເພາະແມ່ນຕໍ່ກັບບັນດາກຳປັ່ນທີ່ຂາດການເຊື່ອມຕໍ່ເປັນເວລາດົນ ຫຼື ມີສັນຍານວ່າຈະລ່ວງລ້ຳເຂດແດນທີ່ໄດ້ຮັບອະນຸຍາດໃນຂະນະທີ່ຂຸດຄົ້ນຢູ່ທະເລ. ບັນດາກໍລະນີທີ່ເຈດຕະນາຕັດການເຊື່ອມຕໍ່ອຸປະກອນ ຫຼື ບໍ່ຮັກສາສັນຍານຕາມລະບຽບການ ຈະຖືກດຳເນີນຄະດີຢ່າງເຂັ້ມງວດ.
ບັນດາກຳລັງທະຫານຊາຍແດນ, ຂະແໜງການສັດນ້ຳ ແລະ ອຳນາດການປົກຄອງຮາກຖານ ໄດ້ຮັບການຮຽກຮ້ອງໃຫ້ປະສານງານກັນຢ່າງແໜ້ນແຟ້ນໃນວຽກງານກວດກາກຳປັ່ນເຂົ້າ-ອອກທ່າ; ຕິດຕາມປະລິມານການຂຸດຄົ້ນ; ກວດກາເອກະສານ, ປຶ້ມບັນທຶກການຂຸດຄົ້ນ ກໍຄືເງື່ອນໄຂການເຄື່ອນໄຫວຂອງພາຫະນະກ່ອນທີ່ຈະອອກສູ່ທະເລ.
ຄຽງຄູ່ກັນນັ້ນ, ທ້ອງຖິ່ນຍັງໄດ້ເພີ່ມທະວີການເປີດເຜີຍລາຍຊື່ກຳປັ່ນຫາປາທີ່ລະເມີດ ຫຼື ບໍ່ມີເງື່ອນໄຂພຽງພໍໃນການເຄື່ອນໄຫວ ເພື່ອຍົກສູງຄວາມຮັບຜິດຊອບຂອງເຈົ້າຂອງກຳປັ່ນ ແລະ ຊາວປະມົງ ໃນການປະຕິບັດຕາມລະບຽບການຕ້ານການຂຸດຄົ້ນ IUU.
| ຫວຽດນາມ ສະເໜີບັນດາບຸລິມະສິດໃນການຮັບມືກັບວິກິດການ ຢູ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 48 ຍສໝ - ບັນດາຂໍ້ສະເໜີຂອງ ຫວຽດນາມ ກ່ຽວກັບການເພີ່ມທະວີຄວາມສາມາດໃນການເພິ່ງຕົນເອງ, ຄວາມໝັ້ນຄົງດ້ານພະລັງງານ ແລະ ການຍົກສູງຂີດຄວາມສາມາດໃນການປັບຕົວຂອງພາກພື້ນ ໄດ້ຮັບການຕ້ອນຮັບ ແລະ ຕີລາຄາສູງຈາກບັນດາຜູ້ນຳອາຊຽນ (ASEAN) ທັງທາງດ້ານເນື້ອໃນ ແລະ ຄວາມເໝາະສົມກັບສະພາບການ. |
| ຂໍ້ມູນກ່ຽວກັບໝາກຜົນຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ແລະ ການເລືອກຕັ້ງສະພາແຫ່ງຊາດ ຊຸດທີ XVI ຢູ່ ລາວ ຍສໝ - ວັນທີ 8 ພຶດສະພາ 2026, ສະຖານທູດ ຫວຽດນາມ ປະຈຳ ລາວ ໄດ້ຈັດກອງປະຊຸມເຜີຍແຜ່ຂໍ້ມູນກ່ຽວກັບໝາກຜົນຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ; ໝາກຜົນຂອງການເລືອກຕັ້ງສະພາແຫ່ງຊາດ ຊຸດທີ XVI ແລະ ສະເຫຼີມສະຫຼອງວັນຄ້າຍວັນເກີດ ປະທານ ໂຮ່ຈີມິນ ຄົບຮອບ 136 ປີ (19/5/1890 ... |
