ຫວຽດນາມ - ໂອຕຣິດ ຊຸກຍູ້ການຮ່ວມມືຢ່າງແທດຕົວຈິງໃນຂົງເຂດຄວາມໝັ້ນຄົງທາງໄຊເບີ

14:02 | 07/05/2026

ຍສໝ - ວັນທີ 5/5 ຢູ່ທີ່ນະຄອນຫຼວງ ວຽນນາ (ໂອຕຣິດ), ສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໂອຕຣິດ ໄດ້ປະສານສົມທົບກັບ ສະພາການຄ້າສະຫະພັນໂອຕຣິດ, ສະຖາບັນເຕັກໂນໂລຊີໂອຕຣິດ ແລະ ບໍລິສັດ FPT ຮ່ວມກັນຈັດເວທີປຶກສາຫາລືຄວາມໝັ້ນຄົງທາງໄຊເບີ ໂອຕຣິດ - ຫວຽດນາມ ໃນຮູບແບບເຊິ່ງໜ້າສົມທົບກັບທາງອອນລາຍ. ກິດຈະກຳນີ້ມຸ່ງໄປສູ່ເປົ້າໝາຍເພີ່ມທະວີການຮ່ວມມືສອງຝ່າຍ, ປັບປຸງຂີດຄວາມສາມາດດ້ານສະຖາບັນ ແລະ ເຕັກໂນໂລຊີ, ທັງເປີດໂອກາດການລົງທຶນ ແລະ ທຸລະກິດໃໝ່ໆໃນຂົງເຂດຄວາມໝັ້ນຄົງທາງໄຊເບີ ແລະ ການຫັນເປັນດີຈີຕອນ.

ໂອຕຣິດ (Austria) ພ້ອມແລ້ວທີ່ຈະຮ່ວມມືກັບ ຫວຽດນາມ (VietNam) ເພື່ອຍົກສູງຂີດຄວາມສາມາດໃຫ້ແກ່ກຳລັງຮັກສາສັນຕິພາບ ສປຊ
ເຜີຍແຜ່ມູນເຊື້ອວັດທະນະທຳຂອງຊາດ ແລະ ພາສາ ຫວຽດນາມ ໃນປະຊາຄົມຊາວຫວຽດນາມ ຢູ່ ໂອຕຣິດ
ຫວຽດນາມ - ໂອຕຣິດ ຊຸກຍູ້ການຮ່ວມມືຢ່າງແທດຕົວຈິງໃນຂົງເຂດຄວາມໝັ້ນຄົງທາງໄຊເບີ
ບັນດາຜູ້ແທນສົນທະນາຢູ່ທີ່ເວທີປຶກສາຫາລື. (ພາບ: VOV)

ເວທີປຶກສາຫາລືໄດ້ເຕົ້າໂຮມບັນດານັກວາງນະໂຍບາຍ, ວິສາຫະກິດ ແລະ ຊ່ຽວຊານເຕັກໂນໂລຊີຂອງສອງປະເທດ ແນໃສ່ຊຸກຍູ້ການສົນທະນານະໂຍບາຍ, ເພີ່ມທະວີການເຊື່ອມຕໍ່ ແລະ ຊອກຫາໂອກາດການຮ່ວມມືຕົວຈິງໃນຂົງເຂດຄວາມໝັ້ນຄົງທາງໄຊເບີ.

ຕາມບົດລາຍງານໃນເວທີປຶກສາຫາລື, ປັດຈຸບັນບັນດາໄພຂົ່ມຂູ່ດ້ານຄວາມໝັ້ນຄົງທາງໄຊເບີຢູ່ ຫວຽດນາມ ຍັງສືບຕໍ່ເພີ່ມຂຶ້ນທັງຂະໜາດ ແລະ ລະດັບຄວາມຊັບຊ້ອນ. ພຽງແຕ່ໃນປີ 2024, ຫວຽດນາມ ໄດ້ບັນທຶກເຫດການໂຈມຕີທາງໄຊເບີຫຼາຍກວ່າ 13.000 ຄັ້ງ, ກໍ່ໃຫ້ເກີດຄວາມເສຍຫາຍຫຼາຍກວ່າ 800 ລ້ານ USD. ກ້າວເຂົ້າສູ່ປີ 2025, ມີການໂຈມຕີຫຼາຍພັນຄັ້ງຍັງສືບຕໍ່ແນໃສ່ລະບົບຂໍ້ມູນຂ່າວສານຂອງອົງການຈັດຕັ້ງລັດ, ການຈັດຕັ້ງ ແລະ ວິສາຫະກິດ, ໃນນັ້ນການໂຈມຕີດ້ວຍລະຫັດລັບຮຽກຄ່າໄຖ່ (ransomware) ເພີ່ມຂຶ້ນຢ່າງແຂງແຮງ, ສົ່ງຜົນກະທົບຕໍ່ວິສາຫະກິດຫຼາຍກວ່າ 3.000 ແຫ່ງ. ບໍ່ພຽງແຕ່ບັນດາກຸ່ມບໍລິສັດໃຫຍ່ເທົ່ານັ້ນ, ວິສາຫະກິດຂະໜາດນ້ອຍ ແລະ ກາງ, ຜູ້ສະໜອງການບໍລິການ ແລະ ຕ່ອງໂສ້ອຸປະທານທີ່ກ່ຽວຂ້ອງ ກໍຕົກເປັນເປົ້າໝາຍຂອງອາດຊະຍາກຳທາງໄຊເບີເຊັ່ນກັນ.

ກ່າວປາໄສໃນເວທີປຶກສາຫາລື, ທ່ານ ຮ່າວັນບັກ (Hà Văn Bắc), ຮອງກົມໃຫຍ່ ກົມຄວາມໝັ້ນຄົງທາງໄຊເບີ ແລະ ປ້ອງກັນຕ້ານອາດຊະຍາກຳເຕັກໂນໂລຊີສູງ ໃຫ້ຮູ້ວ່າ, ບັນດາໄພຂົ່ມຂູ່ບົນເຄືອຂ່າຍອິນເຕີເນັດພວມເພີ່ມຂຶ້ນຢ່າງວ່ອງໄວທັງຂະໜາດ ແລະ ຄວາມຫຍຸ້ງຍາກ. ນັບຮອດເດືອນມັງກອນ 2026, ຫວຽດນາມ ມີຜູ້ໃຊ້ງານອິນເຕີເນັດຫຼາຍກວ່າ 85,6 ລ້ານຄົນ, ກວມເອົາປະມານ 84,2% ຂອງປະຊາກອນ, ຢືນອັນດັບທີ 12 ຂອງໂລກ. ຕາມທ່ານແລ້ວ, ນີ້ທັງແມ່ນທ່າແຮງອັນໃຫຍ່ຫຼວງໃຫ້ແກ່ການພັດທະນາເສດຖະກິດດີຈີຕອນ, ທັງວາງອອກຄວາມຮຽກຮ້ອງຕ້ອງການທີ່ຮີບດ່ວນກວ່າເກົ່າຕໍ່ກັບວຽກງານຮັບປະກັນຄວາມໝັ້ນຄົງທາງໄຊເບີແຫ່ງຊາດ.

ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໂອຕຣິດ ຫວູເລໄທຮວ່າງ (Vũ Lê Thái Hoàng) ເນັ້ນໜັກວ່າ ຫວຽດນາມ ພວມກ້າວເຂົ້າສູ່ໄລຍະການພັດທະນາຢ່າງວ່ອງໄວ ແລະ ຍືນຍົງ ໂດຍອີງໃສ່ວິທະຍາສາດເຕັກໂນໂລຊີ, ໃນນັ້ນການຫັນເປັນດີຈີຕອນ ແລະ ການປ່ຽນແປງໃໝ່ປະດິດສ້າງແມ່ນກຳລັງຊຸກຍູ້ການເຕີບໂຕທີ່ສຳຄັນ. ທ່ານຢືນຢັນວ່າ: “ເຕັກໂນໂລຊີຈະຍືນຍົງໄດ້ແທ້ຈິງກໍຕໍ່ເມື່ອຖືກວາງໄວ້ບົນພື້ນຖານຂອງຄວາມເຊື່ອໝັ້ນ, ແລະ ຄວາມເຊື່ອໝັ້ນນັ້ນແມ່ນເລີ່ມຕົ້ນຈາກຄວາມໝັ້ນຄົງ”.

ຕາມທ່ານເອກອັກຄະລັດຖະທູດ ຫວູເລໄທຮວ່າງ ແລ້ວ, ໂອຕຣິດ ມີຈຸດແຂງທາງດ້ານວິຊາສະເພາະຫຼາຍຢ່າງໃນຂົງເຂດຄວາມໝັ້ນຄົງທາງໄຊເບີ, ໂດຍມີສະຖາບັນເຕັກໂນໂລຊີໂອຕຣິດ ເຮັດບົດບາດເປັນຜູ້ນຳພາຕາໜ່າງຄວາມສາມາດດ້ານຄວາມໝັ້ນຄົງທາງໄຊເບີຂະໜາດໃຫຍ່ຂອງສະຫະພາບເອີຣົບ, ທັງຮ່ວມມືຢ່າງໃກ້ຊິດກັບອົງການພະລັງງານປະລະມະນູສາກົນ ໃນຂົງເຂດຄວາມໝັ້ນຄົງທາງໄຊເບີດ້ານນິວເຄຼຍ. ໃນຂະນະດຽວກັນ, ຫວຽດນາມ ກໍມີພື້ນຖານເສດຖະກິດດີຈີຕອນທີ່ຂະຫຍັນຂັນເຄື່ອນ ພ້ອມກັບຄຳໝັ້ນສັນຍາທາງດ້ານການເມືອງທີ່ແຂງແຮງໃນການຊຸກຍູ້ການຫັນເປັນດີຈີຕອນ. ສິ່ງນີ້ຖືວ່າແມ່ນພື້ນຖານສຳຄັນເພື່ອໃຫ້ສອງປະເທດກ້າວຈາກການສົນທະນາໄປສູ່ການຈັດຕັ້ງປະຕິບັດບັນດາການຮ່ວມມືຕົວຈິງ.

ຫວຽດນາມ - ໂອຕຣິດ ຊຸກຍູ້ການຮ່ວມມືຢ່າງແທດຕົວຈິງໃນຂົງເຂດຄວາມໝັ້ນຄົງທາງໄຊເບີ
ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໂອຕຣິດ ຫວູເລໄທຮວ່າງ ກ່າວປາໄສ. (ພາບ: ໜັງສືພິມ ເຍີນເຢີນ)

ທ່ານ ເອກອັກຄະລັດຖະທູດ ໂອຕຣິດ ປະຈຳ ຫວຽດນາມ Philipp Agathonos ຢືນຢັນວ່າ ຄວາມໝັ້ນຄົງທາງໄຊເບີ ໃນປັດຈຸບັນແມ່ນໜຶ່ງໃນບັນດາບຸລິມະສິດແຖວໜ້າຂອງປະເທດນີ້, ເຊິ່ງໄປຄຽງຄູ່ກັບການປ່ຽນແປງໃໝ່ປະດິດສ້າງ ແລະ ການພັດທະນາເຕັກໂນໂລຊີ. ທ່ານເຫັນວ່າ ສະພາບແວດລ້ອມດີຈີຕອນທີ່ປອດໄພ ແມ່ນພື້ນຖານທີ່ຈຳເປັນໃຫ້ແກ່ການເຕີບໂຕເສດຖະກິດ ແລະ ສະຖຽນລະພາບຂອງສັງຄົມ, ທັງຕີລາຄາສູງຕໍ່ບັນດາຂໍ້ລິເລີ່ມ ເຊັ່ນ: ເວທີປຶກສາຫາລືຄວາມໝັ້ນຄົງດີຈີຕອນສາກົນ (IDSF) ແລະ ບັນດາໂຄງການຮ່ວມມືຂອງສະຫະພາບເອີຣົບ ໃນຂອບຂອງ Horizon ໃນການຊຸກຍູ້ການຮ່ວມມືສາກົນກ່ຽວກັບຄວາມໝັ້ນຄົງທາງໄຊເບີ.

ທ່ານ Dieter Hempel, ຫົວໜ້າອົງການຮ່ວມມື ແລະ ພັດທະນາເສດຖະກິດ ໂອຕຣິດ (AED) ໃຫ້ຮູ້ວ່າ ຝ່າຍໂອຕຣິດ ຫາກໍໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືກັບ ສະມາຄົມຄວາມໝັ້ນຄົງທາງໄຊເບີແຫ່ງຊາດ ຫວຽດນາມ, ເພື່ອສ້າງພື້ນຖານໃຫ້ແກ່ບັນດາການເຄື່ອນໄຫວຮ່ວມມືຕົວຈິງ ເຊັ່ນ: ການບຳລຸງສ້າງຊັບພະຍາກອນມະນຸດ, ການແລກປ່ຽນເຕັກນິກ ແລະ ການຈັດຕັ້ງປະຕິບັດບັນດາໂຄງການຮ່ວມກັນ. ທ່ານໄດ້ເນັ້ນໜັກເຖິງເປົ້າໝາຍຂອງ ໂອຕຣິດ ແມ່ນການແບ່ງປັນບັນດາບົດຮຽນ ແລະ ຮູບແບບທີ່ດີທີ່ສຸດກັບບັນດາຄູ່ຮ່ວມມື, ທັງປະສານສົມທົບໂດຍກົງກັບຖັນແຖວຊ່ຽວຊານ ເພື່ອສ້າງໃຫ້ເກີດໝາກຜົນຕົວຈິງ.

ໃນລະດັບສາກົນ, ຫວຽດນາມ ກໍພວມນັບມື້ນັບຢືນຢັນບົດບາດເປັນເຈົ້າການໃນຂົງເຂດຄວາມໝັ້ນຄົງທາງໄຊເບີ. ການເປັນເຈົ້າພາບຈັດພິທີລົງນາມ ສົນທິສັນຍາສະຫະປະຊາຊາດ ກ່ຽວກັບການປ້ອງກັນ ແລະ ຕ້ານອາດຊະຍາກຳທາງໄຊເບີ ຢູ່ ຮ່າໂນ້ຍ, ຫຼື ເອີ້ນວ່າ “ສົນທິສັນຍາ ຮ່າໂນ້ຍ”, ໄດ້ຮັບການຕີລາຄາວ່າແມ່ນໝຸດໝາຍສຳຄັນໃນຄວາມພະຍາຍາມຊຸກຍູ້ການຮ່ວມມືສາກົນ ກ່ຽວກັບການປ້ອງກັນ ແລະ ຕ້ານອາດຊະຍາກຳທາງໄຊເບີ. ຄຽງຂ້າງນັ້ນ, ຫວຽດນາມ ຍັງໄດ້ເພີ່ມທະວີການປະສານສົມທົບກັບ ສຳນັກງານສະຫະປະຊາຊາດ ວ່າດ້ວຍຢາເສບຕິດ ແລະ ອາດຊະຍາກຳ ແລະ ອົງການພະລັງງານປະລະມະນູສາກົນ ແນໃສ່ຍົກສູງຂີດຄວາມສາມາດໃນການຮັບມືກັບອາດຊະຍາກຳທາງໄຊເບີ ແລະ ບັນດາສິ່ງທ້າທາຍດ້ານຄວາມໝັ້ນຄົງທີ່ບໍ່ແມ່ນແບບດັ້ງເດີມ.

ລາຍການພົບປະແລກປ່ຽນມິດຕະພາບຕ້ອນຮັບປີໃໝ່ຂອງສະມາຄົມມິດຕະພາບ ຫວຽດນາມ - ໂອຕຣິດ ລາຍການພົບປະແລກປ່ຽນມິດຕະພາບຕ້ອນຮັບປີໃໝ່ຂອງສະມາຄົມມິດຕະພາບ ຫວຽດນາມ - ໂອຕຣິດ

ຍສໝ - ວັນທີ 15 ກຸມພາ, ຢູ່ເມືອງ ຫຼາກຖຸຍ, ແຂວງ ຮວ່າບິງ, ສະມາຄົມມິດຕະພາບ ຫວຽດນາມ - ໂອຕຣິດ ໄດ້ຈັດຕັ້ງລາຍການພົບປະແລກປ່ຽນມິດຕະພາບຕ້ອນຮັບປີໃໝ່ ໂດຍມີການເຂົ້າຮ່ວມຂອງຄອບຄົວທ່ານ Philippo Agathonnos ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ໂອຕຣິດ ປະຈໍາ ຫວຽດນາມ ພ້ອມກັບພະນັກງານສະຖານທູດ.

ສະເໜີຊຸກຍູ້ການຮ່ວມມືລະຫວ່າງ ຫວຽດນາມ - ໂອຕຣິດ ໃນ 4 ຂົງເຂດຈຸດສຸມ ສະເໜີຊຸກຍູ້ການຮ່ວມມືລະຫວ່າງ ຫວຽດນາມ - ໂອຕຣິດ ໃນ 4 ຂົງເຂດຈຸດສຸມ

ຍສໝ - ຫວ່າງ​ມໍ່ໆ​ມາ​ນີ້, ຢູ່ ​ຮ່າ​ໂນ້ຍ, ທ່ານ ​ເຈິນ​ຕວ໋ນ​ແອງ, ປະທານ​ສະມາຄົມ​ມິດຕະພາບ ​ຫວຽດນາມ - ໂອຕຣິດ ​ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ສາທາລະນະ​ລັດ ໂອຕຣິດ ປະຈຳ ຫວຽດນາມ Philipp Agathonos ​ເພື່ອແນໃສ່​ປຶກສາ​ຫາລື​ກ່ຽວ​ກັບ​ແຜນການ​ສົມທົບກັນຊຸກຍູ້​ການ​ຮ່ວມ​ມື 2 ຝ່າຍ.

ເບິ່ງເພີ່ມເຕີມໃນ: ສາລະຄະດີ

ເບິ່ງເພີ່ມເຕີມ