ສັບປະດາວັດທະນະທຳ - ການທ່ອງທ່ຽວ ເກິ່ນເທີ ສົ່ງເສີມການຮ່ວມມື ແລະ ພັດທະນາຜະລິດຕະພັນໃໝ່

21:03 | 19/06/2026

ຍສໝ - ຕອນຄ່ຳວັນທີ 18 ມິຖຸນາ, ຢູ່ສວນສາທາລະນະທ່າເຮືອ ນິງກ່ຽວ, ສູນສົ່ງເສີມການລົງທຶນ - ການຄ້າ ແລະ ການທ່ອງທ່ຽວນະຄອນ ເກິ່ນເທີ ຮ່ວມກັບບັນດາກົມກອງທີ່ກ່ຽວຂ້ອງ ໄດ້ຈັດພິທີເປີດສັບປະດາວັດທະນະທຳ - ການທ່ອງທ່ຽວ ເກິ່ນເທີ ປະຈຳປີ 2026 ພາຍໃຕ້ຫົວຂໍ້ “ໄຕໂດ ສີສັນແຫ່ງລະດູຮ້ອນ”. ງານດັ່ງກ່າວເປັນກິດຈະກຳທີ່ສະທ້ອນເອກະລັກວັດທະນະທຳເຂດແມ່ນ້ຳລຳເຊຂອງພາກຕາເວັນຕົກພາກໃຕ້ (ທົ່ງພຽງແມ່ນ້ຳຂອງ) ແລະ ຄາດວ່າຈະກາຍເປັນຈຸດເດັ່ນສຳຄັນຂອງການທ່ອງທ່ຽວນະຄອນໃນລະດູຮ້ອນປີນີ້.

ການມອບຫຼຽນກາທີ່ລະລຶກ “ເພື່ອພາລະກິດວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ” ໃຫ້ແກ່ ທ່ານເອກອັກຄະລັດຖະທູດ ຮົງກາລີ
ເລີມດົ່ງ ປລຸກຕື່ນຂຸມຄຳມໍລະດົກ ເພື່ອພັດທະນາເສດຖະກິດ, ດຶງດູດການທ່ອງທ່ຽວ
ສັບປະດາວັດທະນະທຳ - ການທ່ອງທ່ຽວ ເກິ່ນເທີ: ເຊື່ອມຕໍ່, ຮ່ວມມື ແລະ ພັດທະນາຜະລິດຕະພັນໃໝ່
ຄະນະປະຈຳພັກນະຄອນ ແລະ ຄະນະກຳມະການປະຊາຊົນນະຄອນ ມອບດອກໄມ້ໃຫ້ແກ່ບັນດາຫົວໜ່ວຍທີ່ຮ່ວມສະໜັບສະໜູນ.

ສັບປະດາວັດທະນະທຳ - ການທ່ອງທ່ຽວ ເກິ່ນເທີ ປະຈຳປີ 2026 ຈັດຂຶ້ນເປັນເວລາ 4 ວັນ, ແຕ່ວັນທີ 18 - 21 ມິຖຸນາ, ໂດຍມີກິດຈະກຳຫຼາກຫຼາຍ ເຊັ່ນ: ເຂດຈັດສະແດງໂຄສະນາ ແລະ ກະຕຸ້ນການທ່ອງທ່ຽວ ເກິ່ນເທີ 2026; ເຂດອາຫານການກິນ ແລະ ການສາທິດປຸງແຕ່ງອາຫານ; ງານວາງສະແດງພາບຖ່າຍ “ເກິ່ນເທີ ອັນຈົບງາມ”; ກອງສຳມະນາວິທະຍາສາດ ພ້ອມທັງການສະແດງສິລະປະດົນຕີພື້ນເມືອງ ດ່ອນກາຕາຍຕື້, ການຂັບລຳພື້ນເມືອງພາກໃຕ້ ແລະ ດົນຕີຕາມທ້ອງຖະໜົນ ເພື່ອຮັບໃຊ້ປະຊາຊົນ ແລະ ນັກທ່ອງທ່ຽວ. ງານປີນີ້ມຸ່ງເນັ້ນ 3 ເປົ້າໝາຍຫຼັກ ຄື: ໂຄສະນາເອກະລັກດ້ານວັດທະນະທຳ ແລະ ຜະລິດຕະພັນທຳມະຊາດທີ່ໂດດເດັ່ນຂອງ ເກິ່ນເທີ; ຊຸກຍູ້ການທ່ອງທ່ຽວລະດູຮ້ອນຂອງນະຄອນ ແລະ ບັນດາແຂວງໃນເຂດທົ່ງພຽງແມ່ນ້ຳຂອງ; ພ້ອມທັງສ້າງເວທີເຊື່ອມໂຍງທີ່ເປັນຮູບປະທຳລະຫວ່າງວິສາຫະກິດທ່ອງທ່ຽວ, ຊາວສວນ ແລະ ນັກທ່ອງທ່ຽວ.

ທ່ານນາງ ຫງວຽນ ທິ ກ່ຽວ ຢວຽນ, ຜູ້ນຳສູນສົ່ງເສີມການລົງທຶນ - ການຄ້າ ແລະ ການທ່ອງທ່ຽວ ນະຄອນ ເກິ່ນເທີ ໃຫ້ຮູ້ວ່າ ຜ່ານການຈັດສັບປະດາວັດທະນະທຳ - ການທ່ອງທ່ຽວຄັ້ງນີ້, ຄະນະຈັດງານປາຖະໜາທີ່ຈະນຳສະເໜີຄຸນຄ່າວັດທະນະທຳອັນເປັນເອກະລັກຂອງດິນແດນ ເກິ່ນເທີ, ພ້ອມທັງເຊີດຊູມໍລະດົກວັດທະນະທຳ, ສິລະປະພື້ນເມືອງ, ອາຫານການກິນ ແລະ ຜະລິດຕະພັນທ່ອງທ່ຽວ. ນອກຈາກນັ້ນ, ງານຍັງເປັນໂອກາດໃຫ້ບັນດາທ້ອງຖິ່ນ, ວິສາຫະກິດ, ນັກລົງທຶນ ແລະ ອົງການທີ່ດຳເນີນງານດ້ານການທ່ອງທ່ຽວ ໄດ້ຂະຫຍາຍການເຊື່ອມຕໍ່, ເພີ່ມທະວີການຮ່ວມມື ແລະ ພັດທະນາຜະລິດຕະພັນໃໝ່, ອັນເປັນການປະກອບສ່ວນຍົກລະດັບຄຸນນະພາບການບໍລິການ ແລະ ຄວາມສາມາດໃນການແຂ່ງຂັນຂອງຂະແໜງການທ່ອງທ່ຽວນະຄອນ.

ຄະນະຈັດງານຄາດຫວັງວ່າ ກິດຈະກຳຄັ້ງນີ້ຈະຊ່ວຍສ້າງແຮງກະຕຸ້ນໃຫ້ແກ່ການທ່ອງທ່ຽວລະດູຮ້ອນປີ 2026, ດຶງດູດນັກທ່ອງທ່ຽວຈຳນວນຫຼາຍໃຫ້ເດີນທາງມາຢ້ຽມຊົມ, ສຶກສາ ແລະ ສຳຜັດປະສົບການຕົວຈິງຢູ່ທ້ອງຖິ່ນ. ບັນດາກິດຈະກຳໃນສັບປະດາວັດທະນະທຳ - ການທ່ອງທ່ຽວ ຍັງມຸ່ງສົ່ງເສີມການແລກປ່ຽນວັດທະນະທຳ, ການອະນຸລັກ ແລະ ສືບທອດຄຸນຄ່າວັດທະນະທຳດັ້ງເດີມ ຄວບຄູ່ກັບການພັດທະນາການທ່ອງທ່ຽວຢ່າງຍືນຍົງໃນຍຸກໃໝ່. ຜ່ານນັ້ນ, ຄາດວ່າຈະຊ່ວຍໃຫ້ ເກິ່ນເທີ ກາຍເປັນຈຸດນັດພົບທີ່ມີສະເໜ່ສຳລັບນັກທ່ອງທ່ຽວ, ພ້ອມທັງສ້າງພາບລັກຂອງນະຄອນສູນກາງເຂດທົ່ງພຽງແມ່ນ້ຳຂອງ ໃຫ້ເປັນຈຸດໝາຍປາຍທາງທີ່ປອດໄພ, ເປັນມິດ, ທັນສະໄໝ ແລະ ອຸດົມໄປດ້ວຍເອກະລັກທາງວັດທະນະທຳ.

ດັກລັກ: ເຊື່ອມຕໍ່ການທ່ອງທ່ຽວ, ສ້າງກຳລັງຊຸກຍູ້ການພັດທະນາເສດຖະກິດ ດັກລັກ: ເຊື່ອມຕໍ່ການທ່ອງທ່ຽວ, ສ້າງກຳລັງຊຸກຍູ້ການພັດທະນາເສດຖະກິດ

ຍສໝ - ອຳນາດການປົກຄອງແຂວງ ດັກລັກ ພວມຈັດຕັ້ງກອງປະຊຸມ ເຊື່ອມຕໍ່ທົວທ່ຽວ ແລະ ພັດທະນາຈຸດໝາຍປາຍທາງການທ່ອງທ່ຽວ ຢູ່ໃນທ້ອງຖິ່ນ, ແນໃສ່ຊຸກຍູ້ຂະແໜງເສດຖະກິດປາຍແຫຼມການທ່ອງທ່ຽວຂອງທ້ອງຖິ່ນ ໃນສະພາບການໃໝ່.

ຂ່າວດີ: ການທ່ອງທ່ຽວຫວຽດນາມ ຕ້ອນຮັບຈຳນວນນັກທ່ອງທ່ຽວສາກົນຫຼາຍເປັນປະຫວັດການ ຂ່າວດີ: ການທ່ອງທ່ຽວຫວຽດນາມ ຕ້ອນຮັບຈຳນວນນັກທ່ອງທ່ຽວສາກົນຫຼາຍເປັນປະຫວັດການ

ຍສໝ - ຂະແໜງການທ່ອງທ່ຽວຫາກໍ່ຕ້ອນຮັບອີກໜຶ່ງສັນຍານອັນໜ້າຍິນດີ ເມື່ອຈຳນວນນັກທ່ອງທ່ຽວສາກົນມາ ຫວຽດນາມ ສືບຕໍ່ເຕີບໂຕຢ່າງແຂງແຮງໃນບັນດາເດືອນຕົ້ນປີ 2026. ຕົວເລກນີ້ສະແດງໃຫ້ເຫັນເຖິງສິ່ງໃດ?

ມີງດຶກ

ເບິ່ງເພີ່ມເຕີມໃນ: ທ່ອງທ່ຽວ

ເບິ່ງເພີ່ມເຕີມ