| ນັກຮຽນໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ ຢ້ຽມຢາມ ແລະ ທົດລອງຕົວຈິງດ້ານວັດທະນະທຳ, ປະຫວັດສາດ ຫວຽດນາມ ສະມາຄົມມິດຕະພາບ ລາວ - ຫວຽດນາມ ຊົມເຊີຍກອງປະຊຸມໃຫຍ່ສະຫະພັນບັນດາອົງການມິດຕະພາບຫວຽດນາມ |
ຕາມສະຖານກົງສຸນໃຫຍ່ຫວຽດນາມປະຈຳປາກເຊ, ໂຮງຮຽນມິດຕະພາບລາວ - ຫວຽດນາມ ແຂວງສາລະວັນ ໄດ້ຮັບທຶນສະໜັບສະໜູນການກໍ່ສ້າງຈາກນະຄອນ ດ່ານັງ, ໄດ້ເປີດນຳໃຊ້ໃນເດືອນ 4/2026 ແລະ ເລີ່ມເຄື່ອນໄຫວຢ່າງເປັນທາງການນັບແຕ່ສົກຮຽນ 2026-2027.
ທີ່ການເຮັດວຽກ, ທ່ານນາງ ຕະເຟືອງຢຸງ, ກົງສຸນໃຫຍ່ ໄດ້ຂອບໃຈອຳນາດການປົກຄອງ, ບັນດາພະແນກ, ຂະແໜງການຂອງແຂວງສາລະວັນ ແລະ ເມືອງຄົງເຊໂດນ ທີ່ໄດ້ສ້າງເງື່ອນໄຂໃຫ້ແກ່ການເຄື່ອນໄຫວຂອງສະມາຄົມຊາວຫວຽດນາມ ແລະ ໂຮງຮຽນມິດຕະພາບລາວ - ຫວຽດນາມ ແຂວງສາລະວັນ.
![]() |
| ຄະນະປະຕິບັດງານຂອງສະຖານກົງສຸນໃຫຍ່ຫວຽດນາມປະຈຳປາກເຊ ມອບຂອງຂວັນໃຫ້ນັກຮຽນໂຮງຮຽນມິດຕະພາບລາວ - ຫວຽດນາມ ແຂວງສາລະວັນ. |
ທ່ານນາງໄດ້ຕີລາຄາບັນດາຄວາມພະຍາຍາມຂອງຄະນະບໍລິຫານງານສະມາຄົມຊາວຫວຽດນາມ ແຂວງສາລະວັນ, ຄະນະອຳນວຍການ ແລະ ຖັນແຖວຄູອາຈານ ໃນການຈັດຕັ້ງການສອນ ແລະ ການຮຽນ; ພ້ອມທັງສະເໜີໃຫ້ອຳນາດການປົກຄອງທ້ອງຖິ່ນສືບຕໍ່ເອົາໃຈໃສ່, ໜູນຊ່ວຍໃຫ້ໂຮງຮຽນເຄື່ອນໄຫວຢ່າງມີປະສິດທິຜົນ.
ຄະນະປະຕິບັດງານຍັງໄດ້ແລກປ່ຽນກັບບັນດາພະແນກ, ຂະແໜງການ ແລະ ສະມາຄົມຊາວຫວຽດນາມ ກ່ຽວກັບບາງຂໍ້ສະເໜີເພື່ອປັບປຸງເງື່ອນໄຂການຮ່ຳຮຽນ ແລະ ການດຳລົງຊີວິດຂອງຄູອາຈານ ແລະ ນັກຮຽນ.
ທ່ານ ວິໄລ ສີລາດວງໃຈ, ເລຂາຄະນະພັກເມືອງ, ປະທານສະພາປະຊາຊົນເມືອງຄົງເຊໂດນ ໄດ້ຂອບໃຈສະຖານກົງສຸນໃຫຍ່ຫວຽດນາມປະຈຳປາກເຊ ແລະ ບັນດາທ້ອງຖິ່ນຂອງຫວຽດນາມ ທີ່ໄດ້ໃຫ້ການໜູນຊ່ວຍແກ່ແຂວງສາລະວັນ ແລະ ເມືອງຄົງເຊໂດນ. ທ່ານຢືນຢັນວ່າ ອຳນາດການປົກຄອງເມືອງຈະສືບຕໍ່ປະສານສົມທົບກັບສະມາຄົມຊາວຫວຽດນາມ ແລະ ຄະນະອຳນວຍການ ໃນການຄຸ້ມຄອງ, ບໍລິຫານສິ່ງກໍ່ສ້າງໃຫ້ມີປະສິດທິຜົນ.
ໃນຂອບການເຮັດວຽກ, ຄະນະປະຕິບັດງານພ້ອມກັບການນຳແຂວງສາລະວັນ ໄດ້ໄປຢ້ຽມຊົມບັນດາຫ້ອງຮຽນ, ພົບປະຄູອາຈານ, ນັກຮຽນ ແລະ ຊອກຮູ້ເງື່ອນໄຂການກິນຢູ່, ການສິດສອນຂອງບັນດາຄູອາຈານທີ່ແຂວງ ກວາງຈິ ສົ່ງມາສອນພາສາຫວຽດນາມຢູ່ໂຮງຮຽນ ນັບແຕ່ສົກຮຽນ 2026-2027.
ໃນໂອກາດນີ້, ທ່ານນາງ ຕະເຟືອງຢຸງ, ກົງສຸນໃຫຍ່ ໄດ້ມອບເຄື່ອງໃຊ້ການຮຽນ, ປຶ້ມ, ປຶ້ມນິທານພາສາຫວຽດນາມ ເພື່ອຮັບໃຊ້ວຽກງານການສິດສອນ ແລະ ຂອງຂວັນບຸນໄຫວ້ພະຈັນໃຫ້ແກ່ນັກຮຽນ.
ໃນວັນດຽວກັນ, ຄະນະປະຕິບັດງານໄດ້ເຮັດວຽກກັບຄະນະບໍລິຫານງານສະມາຄົມຊາວຫວຽດນາມ ແຂວງສາລະວັນ, ແລກປ່ຽນກ່ຽວກັບທິດທາງການເຄື່ອນໄຫວຂອງສະມາຄົມໃນໄລຍະຕໍ່ໜ້າ.
ຍສໝ - ຕອນເຊົ້າວັນທີ 1 ຕຸລາ, ຢູ່ນະຄອນຫຼວງວຽງຈັນ ຂອງປະເທດລາວ, ໄດ້ຈັດພິທີມອບເງິນຊ່ວຍເຫຼືອໃຫ້ແກ່ຄູອາຈານໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ. ນີ້ແມ່ນປີທີ 4 ຕິດຕໍ່ກັນ ທີ່ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈີມິນ ໄດ້ມອບເງິນຊ່ວຍເຫຼືອນີ້. |
ຍສໝ - ໃນຕອນເຊົ້າວັນທີ 12 ເມສາ, ທ່ານຫງວຽນມິງເຕິມ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳລາວ ພ້ອມດ້ວຍຄະນະປະຕິບັດງານ, ຊາວຫວຽດນາມ ອາໄສຢູ່ລາວ ພ້ອມກັບຄະນະຜູ້ແທນສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ຫຼວງພະບາງ ແລະ ຜູ້ນຳແຂວງ ຊຽງຂວາງ ໄດ້ເຂົ້າວາງພວງມາລາ ແລະ ໄປຖະຫວາຍທູບທຽນ ເພື່ອອາໄລຫາບັນດາວິລະຊົນນັກຮົບເສຍສະຫຼະຊີວິດເພື່ອຊາດ ຫວຽດນາມ ແລະ ລາວ ຢູ່ອະນຸສາວະລີພັນທະພາບສູ້ຮົບຮ່ວມສຳພັນ ລາວ - ຫວຽດນາມ. |
ຄຳສີ
