ຍສໝ - ວັນທີ 30 ມິຖຸນາ 2026, ຢູ່ທີ່ໂຮງລະຄອນ Opera Ballet ແຫ່ງຊາດ ຢູ່ໃຈກາງນະຄອນຫຼວງ Skopje, ສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ບູນກາຣີ ທັງຮັບຜິດຊອບ ມາກີໂດນີເໜືອ ໄດ້ສົມທົບກັບ ສະມາຄົມທ່ອງທ່ຽວວັດທະນະທຳ ຫວຽດນາມ ຢູ່ ເອີຣົ, ສູນວັດທະນະທຳ ຫວຽດນາມ ປະຈຳ ຝຣັ່ງ ແລະ ຄະນະຈັດຕັ້ງງານບຸນລະດູຮ້ອນ ສະໂກບປີ ຈັດຕັ້ງເຫດການ "ວັນ ຫວຽດນາມ ຢູ່ ສະໂກບປີ 2026" ຂຶ້ນຢ່າງປະສົບຜົນສຳເລັດ.
ຍສໝ - ວຽກງານການທູດປະຊາຊົນ ຈຳເປັນຕ້ອງຫັນປ່ຽນຢ່າງແຂງແຮງຈາກການພົບປະແລກປ່ຽນມິດຕະພາບ ໄປສູ່ການເຊື່ອມຕໍ່ແຫຼ່ງພະລັງງານ, ຕິດພັນຢ່າງສະໜິດແໜ້ນກັບບັນດາເປົ້າໝາຍການຂະຫຍາຍຕົວຂອງນະຄອນຫຼວງ ແລະ ປະເທດຊາດ. ນີ້ແມ່ນທິດທາງທີ່ໄດ້ຮັບການເນັ້ນໜັກຈາກການນຳສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ແລະ ຜູ້ຕາງໜ້າກະຊວງການຕ່າງປະເທດ ແນໃສ່ຍົກສູງປະສິດທິຜົນວຽກງານການທູດປະຊາຊົນ, ປະກອບສ່ວນປະຕິບັດບັນດາເປົ້າໝາຍການຂະຫຍາຍຕົວຂອງນະຄອນຫຼວງ ພາຍໃນໄລຍະໃໝ່.
ຍສໝ - ວັນທີ 1 ກໍລະກົດ, ຢູ່ທີ່ນະຄອນ ດ່ານັງ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ຈັດຕັ້ງພິທີຕ້ອນຮັບ ຄະນະຜູ້ແທນຄູອາຈານ ແລະ ນັກຮຽນດີເດັ່ນ ຂອງໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ (ນະຄອນຫຼວງວຽງຈັນ, ສປປ ລາວ) ໃນໂອກາດເດີນທາງມາຢ້ຽມຢາມ ນັບຕັ້ງແຕ່ວັນທີ 29 ມິຖຸນາ ຫາ ວັນທີ 3 ກໍລະກົດ.
ຍສໝ - ພາຍໃຕ້ຄຳເຊີນຂອງກະຊວງການຕ່າງປະເທດ Nigeria, ນັບຕັ້ງແຕ່ວັນທີ 29-30 ມິຖຸນາ, ທ່ານ ເລແອງຕວນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ມີການເດີນທາງໄປຢ້ຽມຢາມ ແລະ ເຮັດວຽກ ຢູ່ທີ່ນະຄອນຫຼວງ Abuja ຂອງ ປະເທດ Nigeria.
ຍສໝ - ໃນຕອນບ່າຍວັນທີ 30 ມິຖຸນາ, ທ່ານ ດົ່ງວັນແທັງ , ກຳມະການຄະນະບໍລິຫານງານສູນກາງພັກ, ຮອງເລຂາປະຈຳການຄະນະພັກນະຄອນ, ປະທານສະພາປະຊາຊົນນະຄອນ ເກີນເທີ ພ້ອມດ້ວຍບັນດາຮອງປະທານສະພາປະຊາຊົນນະຄອນ ໄດ້ຕ້ອນຮັບຄະນະຜູ້ແທນສະພາປະຊາຊົນແຂວງ ຈຳປາສັກ (ລາວ) ໂດຍແມ່ນທ່ານ ອາລຸນໄຊ ສູນນະລາດ, ກຳມະການຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ເລຂາຄະນະພັກແວງ, ປະທານສະພາປະຊາຊົນແວງ ຈຳປາສັກ ເປັນຫົວໜ້າຄະນະ ເຂົ້າຢ້ຽມຢາມ ແລະ ເຮັດວຽກຢູ່ທີ່ນະຄອນ ເຈິ່ນເທີ.
ຍສໝ - ແຕ່ວັນທີ 27-28 ມິຖຸນາ 2026, ສະຖານກົງສຸນໃຫຍ່ ຫວຽດນາມ ປະຈຳ ປາກເຊ ໄດ້ສົມທົບກັບ ສະມາຄົມຊາວຫວຽດນາມ ແຂວງ ເຊກອງ, ໂຮງຮຽນ ມັດທະຍົມຕອນປາຍພອນສະຫວັນ ຈຳປາສັກ-ລຳດົ່ງ (ແຂວງ ຈຳປາສັກ) ແລະ ໂຮງຮຽນມິດຕະພາບ ລາວ-ຫວຽດນາມ ແຂວງ ເຊກອງ ຈັດຕັ້ງໂຄງການຝຶກອົບຮົມ STEM Robotics ໃຫ້ແກ່ຄູອາຈານ ແລະ ນັກຮຽນ ຈຳນວນ 30 ຄົນ ຂອງໂຮງຮຽນມິດຕະພາບ ລາວ-ຫວຽດນາມ ແຂວງ ເຊກອງ.
ຍສໝ - ປະທານສະພາແຫ່ງຊາດ ອານເຊຣີ ໄດ້ສະແດງຄວາມມຸ່ງມາດປາດຖະໜາ ຢາກຊຸກຍູ້ສາຍພົວພັນກັບ ສະພາແຫ່ງຊາດ ຫວຽດນາມ ໃຫ້ແໜ້ນແຟ້ນຍິ່ງຂຶ້ນກວ່າເກົ່າ, ເພື່ອແນໃສ່ເພີ່ມທະວີປະສິດທິຜົນ ຂອງສາຍພົວພັນຄູ່ຮ່ວມມືຍຸດທະສາດ.
ຍສໝ - ພະນັກງານ, ຄູອາຈານ ແລະ ນັກຮຽນດີເດັ່ນ 80 ທ່ານ ທີ່ມາຈາກ 4 ແຂວງພາກໃຕ້ຂອງລາວ ລວມມີ ຈຳປາສັກ, ອັດຕະປື, ສາລະວັນ ແລະ ເຊກອງ ຫາກໍ່ໄດ້ເຂົ້າຮ່ວມໂຄງການແລກປ່ຽນ, ຢ້ຽມຢາມບັນດາປູຊະນີຍະສະຖານປະຫວັດສາດ, ວັດທະນະທຳ ຢູ່ທີ່ແຂວງ ກວາງຈິ.
ຍສໝ - ວັນທີ 28 ມິຖຸນາ, ຢູ່ທີ່ຫໍພັກນັກສຶກສາ ລາວ - ກຳປູເຈຍ (ນະຄອນ ໂຮ່ຈີມິນ), ຄະນະປະຈຳຄະນະຊາວໜຸ່ມນະຄອນ ໂຮ່ຈີມິນ ສົມທົບຮ່ວມກັບ ຄະນະອຳນວຍການຫໍພັກ ຈັດຕັ້ງງານບຸນ "ຄອບຄົວ ຫວຽດນາມ - ລາວ - ກຳປູເຈຍ" ປະຈຳປີ 2026.
ຍສໝ - ຕອນບ່າຍວັນທີ 29 ມິຖຸນາ, ຢູ່ທີ່ ຮ່າໂນ້ຍ, ພົນເອກ ຟານວັນຢາງ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຊາດ ໄດ້ຕ້ອນຮັບພົນຕີ Ibrahim Nasser Mohammed Al Alawi, ທຸຕິຍະລັດຖະມົນຕີກະຊວງປ້ອງກັນຊາດ ບັນດາປະເທດ ເອມິເລດ ອາຣັບ ເອກະພາບ (UAE) ທີ່ພວມມາຢ້ຽມຢາມ ແລະ ເຮັດວຽກ ຢູ່ທີ່ ຫວຽດນາມ.
ຍສໝ - ຕອນບ່າຍວັນທີ 29 ມິຖຸນາ, ຢູ່ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ ໄດ້ຕ້ອນຮັບທ່ານ Jim Nickel ເອກອັກຄະລັດຖະທູດ ການາດາ ປະຈຳ ຫວຽດນາມ.
ຍສໝ - ໄລຍະຜ່ານມາ, ສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໂປໂລຍ ໄດ້ເປັນປະທານ, ສົມທົບຮ່ວມກັບ ສະມາຄົມວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ປະຈຳ ໂປໂລຍ ແລະ ສະມາຄົມວິສາຫະກິດ ຫວຽດນາມ ປະຈຳ ໂປໂລຍ ຈັດຕັ້ງກອງປະຊຸມສໍາມະນາ ພາຍໃຕ້ຫົວຂໍ້ "ປັນຍາຊົນ ຫວຽດນາມ ຢູ່ ໂປໂລຍ ກັບພາລະກິດການພັດທະນາວິທະຍາສາດເຕັກໂນໂລຊີ ຫວຽດນາມ".
ຍສໝ - ສືບຕໍ່ແຜນງານການເຄື່ອນໄຫວວຽກງານຢູ່ທີ່ ຊູແອັດ, ນັບຕັ້ງແຕ່ວັນທີ 25-27 ມິຖຸນາ, ຄະນະຜູ້ແທນກະຊວງຍຸຕິທຳ ຫວຽດນາມ ໂດຍທ່ານນາງ ຫງວຽນແທັງງອກ ຮອງລັດຖະມົນຕີກະຊວງຍຸຕິທຳ ເປັນຫົວໜ້າຄະນະ ໄດ້ເດິນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ທີ່ ບູນກາລີ.
ຍສໝ - ພາຍໃນແຜນງານຊຸກຍູ້ການລົງທຶນຢູ່ ຍີ່ປຸ່ນ, ວັນທີ 26 ມິຖຸນາ, ທ່ານ ເຈິ່ນຈີກວາງ ປະທານຄະນະກຳມະການປະຊາຊົນແຂວງ ວິງລອງ ໄດ້ສະເໜີໃຫ້ ສະຖານທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ສືບຕໍ່ຊ່ວຍເຫຼືອໃນການເຊື່ອມຕໍ່ວິສາຫະກິດ, ຂະຫຍາຍຕະຫຼາດສົ່ງອອກ, ປົກປ້ອງສິດ ແລະ ຜົນປະໂຫຍດຂອງແຮງງານ ຄຽງຄູ່ກັບການຮ່ວມເດີນທາງກັບທ້ອງຖິ່ນ ແນໃສ່ຊຸກຍູ້ການຮ່ວມມືກັບບັນດາຄູ່ຮ່ວມມື ຍີ່ປຸ່ນ ພາຍໃນຫຼາຍຂົງເຂດ.
ຍສໝ - ພາຍໃນຂອບເຂດການເດີນທາງໄປເຄື່ອນໄຫວວຽກງານຊຸກຍູ້ການລົງທຶນຢູ່ ຍີ່ປຸ່ນ, ຄະນະຜູ້ແທນແຂວງ ວິງລອງ ໂດຍແມ່ນທ່ານ ເຈິ່ນຈີກວາງ, ຮອງເລຂາຄະນະພັກແຂວງ, ປະທານຄະນະກຳມະການປະຊາຊົນແຂວງ ເປັນຫົວໜ້າຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຮ່ວມກັບ ບໍລິສັດ Esuhai ຈຳກັດ ແນໃສ່ຊຸກຍູ້ການຮ່ວມມືພາຍໃນຂົງເຂດແຮງງານ.
ຍສໝ - ຕາມຜູ້ສື່ຂ່າວສຳນັກຂ່າວສານຫວຽດນາມ ປະຈຳລາວ, ຕອບສະໜອງຕາມຄຳເຊື້ອເຊີນຂອງ ສະຫາຍ ວຽງທະວີສອນ ເທບພະຈັນ, ກໍາມະການສູນກາງພັກ, ປະທານອົງການກວດສອບແຫ່ງລັດລາວ, ສະຫາຍ ຫງວຽນຮືວເຫງີຍ, ກໍາມະການສູນກາງພັກ, ປະທານອົງການກວດສອບແຫ່ງລັດຫວຽດນາມ ໄດ້ນຳພາຄະນະຜູ້ແທນອົງການກວດສອບແຫ່ງລັດຫວຽດນາມ ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ລາວ ນັບຕັ້ງແຕ່ວັນທີ 25-26 ມິຖຸນາ.
ຍສໝ - ຫຼາຍກວ່າ 13 ຫົວຂໍ້ສະເພາະ ກ່ຽວກັບວຽກງານແນວຄິດ, ການໂຄສະນາເຜີຍແຜ່ ແລະ ວຽກງານພັກ, ວຽກງານການເມືອງ ແມ່ນໄດ້ຮັບການຖ່າຍທອດໃຫ້ແກ່ພະນັກງານກອງທັບປະຊາຊົນລາວພາຍໃນຊຸດອົບຮົມ ປີ 2026 ຢູ່ ຫວຽດນາມ.
ຍສໝ - ຕອນຄ່ຳວັນທີ 25 ມິຖຸນາ, ຢູ່ທີ່ຮ່າໂນ້ຍ, ສະຖານເອກອັກຄະລັດຖະທູດ ສາທາລະນະລັດ ເບລາຣຸດ ໄດ້ຈັດຕັ້ງງານລ້ຽງຮັບຮອງ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ເບລາຣຸດ ຄົບຮອບ 35 ປີ (3/7/1991 - 3/7/2026). ເຫດການດັ່ງກ່າວ ແມ່ນໂອກາດເພື່ອຢັ້ງຢືນຄວາມຕັດສິນໃຈຂອງສອງປະເທດ ພາຍໃນການສືບຕໍ່ເສີມຂະຫຍາຍມູນເຊື້ອມິດຕະພາບອັນດີງາມ, ນຳເອົາສາຍພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ເບລາຣຸດ ຂະຫຍາຍຕົວຢ່າງແຂງແຮງ, ຍືນຍົງ ແລະ ມີປະສິດທິຜົນ.
ຍສໝ - ຕອນເຊົ້າວັນທີ 25 ມິຖຸນາ, ຢູ່ທີ່ Brussels, ສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ Belgium ໄດ້ຈັດຕັ້ງພິທີມອບຂໍ້ຕົກລົງແຕ່ງຕັ້ງກົງສຸນກິດຕິມະສັກ ຫວຽດນາມ ປະຈຳ Antwerp ໃຫ້ແກ່ທ່ານ Philip Yvonne J. Van Gestel ເຊິ່ງເປັນນັກທຸລະກິດທີ່ເຄື່ອນໄຫວພາຍໃນຂົງເຂດທຸລະກິດ ແລະ ການເດີນເຮືອຢູ່ ແບນຊິກ.
ຍສໝ - ວັນທີ 25 ມິຖຸນາ, ພາຍໃນງານຖະແຫຼງຂ່າວປະຈຳຂອງກະຊວງການຕ່າງປະເທດ, ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ໃຫ້ຮູ້ວ່າ ຫວຽດນາມ ໄດ້ສົ່ງຄຳຢ້ຽມຢາມຖາມຂ່າວເຖິງ ລັດຖະບານ ແລະ ປະຊາຊົນ ເວເນຊູເອລາ ພາຍຫຼັງເຫດການແຜ່ນດິນໄຫວຢ່າງຮ້າຍແຮງ, ໃນຂະນະດຽວກັນກໍຢັ້ງຢືນວ່າ ພ້ອມແລ້ວທີ່ຈະມີບັນດາຮູບແບບການໜູນຊ່ວຍທີ່ເໝາະສົມ ເພື່ອຊ່ວຍປະເທດເພື່ອນມິດແກ້ໄຂຜົນສະທ້ອນຈາກໄພທຳມະຊາດ.
ຍສໝ - ພາຍໃນຂອບເຂດການເດີນທາງໄປປະຕິບັດງານເພື່ອເລັ່ງລັດການລົງທຶນຢູ່ ຍີ່ປຸ່ນ (Japan), ຄະນະປະຕິບັດງານຈັງຫວັດ ວິງລອງ ໂດຍມີທ່ານປະທານຄະນະກຳມະການປະຊາຊົນຈັງຫວັດ ເຈີນຈີກວາງ ເປັນຜູ້ນຳໜ້າ ໄດ້ເຂົ້າຢ້ຽມຄຳນັບການນຳຈັງຫວັດ Niigata. ທັງສອງຝ່າຍໄດ້ມີຄວາມເປັນເອກະພາບກັນທີ່ຈະສືບຕໍ່ເຮັດໃຫ້ສາຍພົວພັນການຮ່ວມມືພາຍໃນຫຼາຍຂົງເຂດມີຄວາມເລິກເຊິ່ງຍິ່ງໆຂຶ້ນ, ໃນຂະນະດຽວກັນກໍຂະຫຍາຍໄປສູ່ເສດຖະກິດຂຽວ, logistics, ອຸດສາຫະກຳປຸງແຕ່ງ ແລະ ການພັດທະນາແບບຍືນຍົງ.
ຍສໝ - “ຍັງມີຊ່ອງວ່າງຫຼາຍຢ່າງ ເພື່ອໃຫ້ ເກິ່ນເທີ ແລະ ອິນເດຍ ຂະຫຍາຍການຮ່ວມມື ບົນພື້ນຖານການນຳໃຊ້ບັນດາຈຸດແຂງຂອງກັນແລະກັນ” - ນີ້ແມ່ນຄຳກ່າວປາໄສຂອງທ່ານເລຂາຄະນະພັກນະຄອນ ເກິ່ນເທີ ເລກວາງຕຸ່ງ ພາຍໃດການຮ່ວມເຮັດວຽກກັບຄະນະປະຕິບັດງານ ອິນເດຍ ໂດຍມີທ່ານເອກອັກຄະລັດຖະທູດຜູ້ມີອຳນາດເຕັມ Tshering Wangchuk Sherpa ເປັນຜູ້ນຳໜ້າ.
ຍສໝ - ພາຍໃນຂອບເຂດການຢ້ຽມຢາມຢ່າງເປັນທາງການ ແຫ່ງ ສາທາລະນະລັດ ໂບລີວາ ເວເນຊູເອລາ, ໃນວັນທີ 24 ມິຖຸນາ, ທ່ານກຳມະການກົມການເມືອງ, ລັດຖະມົນຕີກະຊວງການຕ່າງປະເທດ ເລຮວ່າຍຈຸງ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ເດີນທາງໄປວາງຊໍ່ດອກໄມ້ ຢູ່ທີ່ອານຸສາວະລີ ປະທານ ໂຮ່ຈີມິນ ຕັ້ງຢູ່ເທິງເສັ້ນທາງຫຼັກ Bolívar ຢູ່ພາຍໃນນະຄອນຫຼວງ Caracas.
ຍສໝ - ນັບຕັ້ງແຕ່ວັນທີ 23-24 ມິຖຸນາ, ສະຫາຍ ເລຮວ່າຍຈຸງ, ກຳມະການກົມການເມືອງ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ມີການຢ້ຽມຢາມຢ່າງເປັນທາງການ ຢູ່ທີ່ ປະເທດເວເນຊູເອລາ.
ຍສໝ - ໃນຕອນເຊົ້າວັນທີ 24 ມິຖຸນາ, ທ່ານກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີປະຈຳການ ຟ້າມຢາຕຸກ ໄດ້ເປັນປະທານກອງປະຊຸມຄະນະກຳມະການຮ່ວມມື ຫວຽດນາມ - ລາວ (ຂຶ້ນກັບຄະນະກຳມະການຮ່ວມລັດຖະບານ ຫວຽດນາມ - ລາວ), ແນໃສ່ກວດກາຄືນສະພາບການຈັດຕັ້ງປະຕິບັດບັນດາໜ້າທີ່, ແຜນການ, ແຜນງານການຮ່ວມມືລະຫວ່າງສອງປະເທດ ພາຍໃດໄລຍະ 6 ເດືອນຕົ້ນປີ 2026 ແລະ ຜັນຂະຫຍາຍບັນດາໜ້າທີ່ຈຸດສຸມພາຍໃດໄລຍະຕໍ່ໜ້າ.
ຍສໝ - ຕາມການລາຍງານຂອງນັກຂ່າວສຳນັກຂ່າວສານຫວຽດນາມ (TTXVN) ປະຈຳ ລາວ, ໃນວັນທີ 24 ມິຖຸນາ, ຢູ່ທີ່ນະຄອນຫຼວງວຽງຈັນ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ລາວ ໄດ້ຈັດກອງປະຊຸມສຳມະນາວິທະຍາສາດລະດັບຊາດ ສົມທົບກັບກອງປະຊຸມເຜີຍແຜ່, ກຳແໜ້ນການນຳໃຊ້ບົດນິພົນ "ໂຮ່ຈີມິນ ຄົບຊຸດ" ໃຫ້ແກ່ພະນັກງານ, ຄູອາຈານ ແລະ ນັກສຶກສາຂອງສະຖາບັນ. ນີ້ແມ່ນເຫດການທີ່ມີຄວາມໝາຍ ເພື່ອມຸ່ງໄປສູ່ບັນດາວັນສະເຫຼີມສະຫຼອງໃຫຍ່ຂອງສອງປະເທດ ເຊັ່ນ: ວັນຄ້າຍວັນເກີດຂອງປະທານ ໂຮ່ຈີມິນ ຄົບຮອບ 136 ປີ, ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ ຄົບຮອບ 49 ປີ ...
ຍສໝ - ໃນຕອນບ່າຍວັນທີ 23 ມິຖຸນາ, ຢູ່ທີ່ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ຮອງສາດສະດາຈານ, ປອ ເລຫາຍບິ່ງ, ກຳມະການຄະນະບໍລິຫານງານສູນກາງພັກ, ຮອງຜູ້ນຳນວຍການປະຈຳການສະຖາບັນ ໄດ້ມີພິທີຕ້ອນຮັບ ແລະ ເຮັດວຽກຮ່ວມກັບ ທ່ານນາງ Deirdre Ní Fhallúin, ເອກອັກຄະລັດຖະທູດ ແຫ່ງສາທາລະນະລັດ ອຽກລັງ ປະຈຳ ຫວຽດນາມ ເພື່ອກວດກາຄືນບັນດາໝາກຜົນແຫ່ງການຮ່ວມມືທວິພາຄີ ແລະ ສົນທະນາກ່ຽວກັບບັນດາທິດທາງການຮ່ວມມືຈຸດສຸມ ພາຍໃດໄລຍະແຫ່ງການພັດທະນາໃໝ່.
ຍສໝ - ວັນທີ 23 ມິຖຸນາ, ຢູ່ທີ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ເຈີ່ນແທງເໝີນ ໄດ້ຕ້ອນຮັບທ່ານ Saadi Salama, ເອກອັກຄະລັດຖະທູດ ແຫ່ງລັດປາເລດສະຕິນ ເຂົ້າຢ້ຽມອຳລາ ເນື່ອງໃນໂອກາດສິ້ນສຸດອາຍຸການທູດ ປະຈຳຢູ່ ຫວຽດນາມ.
ຍສໝ - ພາຍໃດຂອບເຂດການໄປເຄື່ອນໄຫວວຽກງານ ຢູ່ທີ່ນະຄອນຫຼວງບໍລິຫານ Dodoma, ທ່ານນາງເອກອັກຄະລັດຖະທູດຫວຽດນາມ ປະຈຳ Tanzania ຫວູ ແທັງຮວຽນ ໄດ້ເຂົ້າຮ່ວມພິທີເປີດນຳໃຊ້ ແລະ ມອບຫ້ອງຄອມພິວເຕີອັດສະລິຍະ (Smart Computer Lab) ໃຫ້ແກ່ໂຮງຮຽນ Kiwanja cha Ndege Dodoma CC.
ຍສໝ - ວັນທີ 23 ມິຖຸນາ, ທ່ານເລຂາຄະນະພັກແຂວງ, ຫົວໜ້າຄະນະຜູ້ແທນສະພາແຫ່ງຊາດແຂວງ ກວາງນິງ ກວ່ານມິງເກືອງ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງທ່ານ Takebe Tsutomu, ທີ່ປຶກສາພິເສດພັນທະມິດສະມາຊິກສະພາແຫ່ງຊາດມິດຕະພາບ ຍີ່ປຸ່ນ - ຫວຽດນາມ, ທີ່ປຶກສາພິເສດຂອງມະຫາວິທະຍາໄລ ຮ້າລອງ.