ແຂວງກຽນຢາງ ແລະ ນະຄອນວຽງຈັນ ຍູ້ແຮງການຮ່ວມມືພັດທະນາການທ່ອງທ່ຽວ ແລະ ບໍລິການການຄ້າ

16:09 | 13/06/2019

ຍສໝ - ວັນທີ 12 ມິຖຸນາ ຢູ່ເມືອງເກາະ ຟູ໋ກວກ, ຄະນະພະນັກງານນະຄອນວຽງຈັນ ໂດຍ ທ່ານ ສີລະວົງ ຄຸດໄພທູນ ກຳມະການກົມການເມືອງ, ເລຂາພັກນະຄອນ, ເຈົ້າຄອງນະຄອນຫຼວງວຽງຈັນ ເປັນຫົວໜ້າຄະນະ ໄປຢ້ຽມຢາມ ແລະ ເຮັດວຽກ ກັບ ການນຳແຂວງກຽນຢາງ ແລະ ຊອກຫາໂອກາດໃນການຮ່ວມມືພັດທະນາ.

ສະຫາຍ ຟ້າມ ຫວູ໋ ຮົ່ງ, ປະທານຄະນະກໍາມະການປະຊາຊົນແຂວງ ກຽນຢາງ ໄດ້ສະແດງຄວາມຍິນດີຕ້ອນຮັບຄະນະຜູ້ແທນນະຄອນຫຼວງວຽງຈັນ. ສະຫາຍ ຟ້າມ ຫວູ໋ ຮົ່ງ ເນັ້ນຫນັກວ່າ: ຫວຽດນາມ ແລະ ລາວແມ່ນສອງຊາດທີ່ມີມິດຕະພາບອັນໃກ້ຊິດ, ໄດ້ຮັບການປູກຝັງ ແລະ ເສີມສ້າງໂດຍຜູ້ນໍາ ແລະ ປະຊາຊົນຂອງສອງປະເທດ ໂດຍຜ່ານຫຼາຍໄລຍະ. ຫວຽດນາມ - ລາວ ເຄີຍຮ່ວມສາມັກຄີ, ຮ່ວມກັນຕໍ່ສູ້ກັບສັດຕູຕົວດຽງກັນ, ຮ່ວມມືກັນ ແລະ ຊ່ວຍເຫຼືອກັນ ໃນການກໍ່ສ້າງພັດທະນາປະເທດ.

ໃນປີ 2016, ແຂວງ ກຽນຢາງ ຍັງໄດ້ເຊັນສັນຍາການຮ່ວມມືກັບແຂວງ ສາລະວັນ ໃນຂະແຫນງກະສິກໍາ. ນີ້ແມ່ນຈຸດເລີ່ມຕົ້ນຂອງການຮ່ວມມືລະຫວ່າງ ແຂວງ ກຽນຢາງ ກັບບັນດາແຂວງ ແລະ ນະຄອນ ຂອງ ສປປ ລາວ.

ແຂວງກຽນຢາງ ແລະ ນະຄອນວຽງຈັນ ຍູ້ແຮງການຮ່ວມມືພັດທະນາການທ່ອງທ່ຽວ ແລະ ບໍລິການການຄ້າ

ທ່ານ ຟ້າມ ຫວູ໋ ຮົ່ງ (ຂວາ) - ຮອງເລຂາພັກແຂວງ, ປະທານຄະນະກໍາມະການປະຊາຊົນແຂວງ ກຽງຢາງ ມອບຂອງທີ່ລະນຶກໃຫ້ແກ່ ທ່ານ ສີລະວົງ ຄຸດໄພທູນ ກຳມະການກົມການເມືອງ, ເລຂາພັກນະຄອນ, ເຈົ້າຄອງນະຄອນຫຼວງວຽງຈັນ .

ສະຫາຍ ຟ້າມ ຫວູ໋ ຮົ່ງ ໄດ້ແຈ້ງໃຫ້ຮູ້ກ່ຽວກັບສະຖານະການພັດທະນາຂອງ ແຂວງກຽນຢາງ ວ່າ: ອັດຕາການຈະເລີນເຕີບໂຕ ເສດຖະກິດຂອງແຂວງ ໃນປີ 2018 ບັນລຸ 7,58%, ໂຄງປະກອບເສດຖະກິດ ມີການປ່ຽນແປງຢ່າງຕັ້ງໜ້າຕາມທິດທາງ ຂອງການຫຼຸດອັດຕາສ່ວນຂອງຂະແໜງກະສິກໍາ, ເພີ່ມອັດຕາສ່ວນຂອງຂະແໜງອຸດສາຫະກໍາ, ຂແໜງກໍ່ສ້າງ ແລະ ການບໍລິການ. ຈໍານວນນັກທ່ອງທ່ຽວມາທ່ຽວແຂວງກຽນຢາງ ໃນປີ 2018 ບັນລຸ 7,62 ລ້ານເທື່ອຄົນ, ລາຍຮັບໄດ້ບັນລຸ 6,373 ຕື້ດົ່ງ. ລາຍໄຮັບສະເລ່ຍຕໍ່ຫົວຄົນໃນປີ 2018 ຂອງແຂວງ ບັນລຸໄດ້ 2.094 ໂດລາສະຫະລັດສະຫະລັດ, ອັດຕາຄອບຄົວທຸກຍາກ ຫຼຸດລົງຍັງເຫຼືອພຽງ 4,14% ... ສະຫາຍ ຟ້າມ ຫວູ໋ ຮົ່ງ ກ່າວວ່າ: ພາຍໃຕ້ເງື່ອນໄຂໃນປັດຈຸບັນ, ແຂວງ ກຽງຢາງ ແລະ ນະຄອນຫຼວງວຽງຈັນ ມີ ສາມາດຄົ້ນຄ້ວາ ແລະ ສົ່ງເສີມການຮ່ວມມືໃນຂົງເຂດການທ່ອງທ່ຽວ ແລະ ການຄ້າ, ຍ້ອນວ່ານີ້ແມ່ນຂົງເຂດທີ່ມີທ່າແຮງທີ່ສຸດຂອງສອງທ້ອງຖິ່ນ.

ສະຫາຍ ຟ້າມ ຫວູ໋ ຮົ່ງ ຍັງເວົ້າອີກວ່າ: ເພື່ອເຮັດໃຫ້ການທ່ອງທ່ຽວຢູ່ແຂວງ ກຽນຢາງ ແລະ ນະຄອນວຽງຈັນ ມີເງື່ອນໄຂໃນການຮ່ວມມືທີ່ດີຂື້ນ, ອໍານາດການປົກຄອງຂອງສອງທ້ອງຖິ່ນຕ້ອງໄດ້ສຶກສາ, ນຳສະເຫນີ ແລະ ສົ່ງເສີມວິສາຫະກິດ ເປີດສາຍການບິນ ເຊື່ອມຕໍ່ ວຽງຈັນ - ຟູ໋ກວກ, ສ້າງແຮງຈູງໃຈໃຫ້ແກ່ການຮ່ວມມືພັດທະນາ.

ທ່ານ ສີລະວົງ ຄຸດໄພທູນ ໃນນາມຕ່າງໜ້າຄະນະຜູ້ແທນ ນະຄອນຫຼວງວຽງຈັນ ໄດ້ສະແດງຄວາມຂອບໃຈຕໍ່ການຮັບອັນອົບອຸ່ນຂອງການນໍາ ແຂວງ ກຽງຢາງ. ທ່ານ ທ່ານ ສີລະວົງ ຄຸດໄພທູນ ສະແດງຄວາມພາກພູມໃຈ ຕໍ່ກັບ ມູນເຊື້ອອັນຮັດແໜ້ນ ລະຫວ່າງ ອຳນາດການປົກຄອງ ແລະ ປະຊາຊົນສອງປະເທດຫວຽດນາມ-ລາວ. ພ້ອມດຽວກັນນັ້ນ, ກໍ່ສະແດງຄວາມຊົມເຊີຍ ແຂວງ ກຽນຢາງ ທີ່ບັນລຸໄດ້ໝາກຜົນກໍ່ຄືຜົນສໍາເລັດໃນການພັດທະນາເສດຖະກິດ - ສັງຄົມໃນໄລຍະຜ່ານມາ. ທ່ານ ສີລະວົງ ຄຸດໄພທູນ ກ່າວວ່າ: ນີ້ແມ່ນບົດຮຽນທີ່ມີຄຸນຄ່າສໍາລັບນະຄອນຫຼວງວຽງຈັນໃນການພັດທະນາເສດຖະກິດ - ສັງຄົມ ຕໍ່ໄປ.

ທ່ານ ສີລະວົງ ຄຸດໄພທູນ ປະທັບໃຈ ທີ່ໄດ້ເຫັນ ຜະລິດຕະພັນນ້ໍາປາຟູ໋ກວກແບບພື້ນເມືອງ ແລະການລ້ຽງໄຂ່ມຸກ ແລະ ຜລິດຢູ່ ເກົາອັນດາມັນ. ເຖິງວ່າຈະເປັນປະເທດທີ່ບໍ່ມີທາງໃດຕິດກັບທະເລເລີຍ, ທ່ານ ສີລະວົງ ຄຸດໄພທູນ ຍັງຫວັງວ່າຈະໄດ້ຮຽນຮູ້ປະສົບການຂອງແຂວງ ກຽນຢາງ ໃນດ້ານການຜະລິດນ້ໍາປາ ແລະ ການປູກໄຂ່ມຸກນ້ໍາຈືດ. ນອກຈາກນັ້ນທ່ານ ສີລະວົງ ຄຸດໄພທູນໄດ້ເວົ້າຕື່ມວ່າ: ເຖິງວ່ານະຄອນຫຼວງວຽງຈັນ ເວົ້າສະເພາະ, ສປປ ລາວ ເວົ້າລວມບໍ່ມີທະເລ, ບໍ່ໄດ້ພັດທະນາການທ່ອງທ່ຽວທາງທະເລ ຄືກັບ ແຂວງກຽງຢາງ, ແຕ່ວ່າ ສປປ ລາວ ມີພູມສັນຖານພູເຂົາທີ່ສວຍງາມ ແລະ ອາກາດສົດຊື່ນບໍ່ມີມົນລະພິດ. ທ່ານ ສີລະວົງ ຄຸດໄພທູນ ໄດ້ເຊື້ອເຊີນບັນດາການນໍາແຂວງກຽນ ໄປຢ້ຽມຢາມ ແລະ ທ່ອງທ່ຽວ, ຄົ້ນຄວ້າ ແລະ ແລກປ່ຽນການຮ່ວມມື ກັບ ນະຄອນຫຼວງວຽງຈັນ ເວົ້າສະເພາະ ແລະ ໃນຂົງເຂດອື່ນໆຂອງ ສປປ ລາວ ເວົ້າລວມ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.