ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ກົງສຸນໃຫຍ່ ຄົນໃໝ່ ແຫ່ງ ສສ ຫວຽດນາມ ປະຈຳ ແຂວງ ຫລວງພະບາງ

13:25 | 09/01/2020

ໃນວັນທີ 06 ມັງກອນ 2020 ທີ່ ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ແລະ ຍື່ນຂໍ້ຕົກລົງແຕ່ງຕັ້ງຂອງ ທ່ານ ຫງວຽນ ດັງ ຮຸ່ງ ເພື່ອມາດຳລົງຕຳແໜ່ງເປັນ ກົງສຸນໃຫຍ່ ຄົນໃໝ່ ແຫ່ງ ສສ.ຫວຽດນາມ ປະຈໍາແຂວງຫລວງພະບາງ ສປປ ລາວ.

ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ກົງສຸນໃຫຍ່ ຄົນໃໝ່ ແຫ່ງ ສສ ຫວຽດນາມ ປະຈຳ ແຂວງ ຫລວງພະບາງ

ທ່ານ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມ ເຊີຍຕໍ່ ທ່ານ ຫງວຽນ ດັງ ຮຸ່ງ

ໃນໂອກາດນີ້, ທ່ານ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມ ເຊີຍຕໍ່ ທ່ານ ຫງວຽນ ດັງ ຮຸ່ງ ທີ່ໄດ້ຮັບການແຕ່ງຕັ້ງ ໃຫ້ມາດຳລົງຕຳແໜ່ງ ເປັນກົງສຸນໃຫຍ່ ຄົນໃໝ່ ແຫ່ງ ສສ.ຫວຽດນາມ ປະຈຳ ແຂວງຫລວງພະບາງ ຂອງ ສປປ ລາວ ແລະ ຮັບຜິດຊອບ 8 ແຂວງພາກເໜືອຂອງລາວ, ຊຶ່ງຈະເປັນການປະກອບສ່ວນອັນສຳຄັນໃນການພັດທະນາ ແລະ ຮັດແໜ້ນການພົວພັນຮ່ວມມື ລະຫວ່າງບັນດາແຂວງ ພາກເໜືອຂອງລາວ ກັບບັນດາແຂວງຂອງ ສສ.ຫວຽດນາມ ໃຫ້ນັບມື້ນັບແໜ້ນແຟ້ນຍິ່ງຂຶ້ນ. ພ້ອມດຽວກັນນີ້, ທ່ານຮອງລັດຖະມົນຕີ ກໍ່ສະແດງຄວາມຂອບໃຈ ແລະ ຕີລາຄາສູງ ຕໍ່ການຊ່ວຍເຫລືອອັນລໍ້າຄ່າ ຂອງພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ໃຫ້ແກ່ ພັກ, ລັດ ແລະ ປະຊາຊົນລາວ ຕະຫລອດໄລຍະຜ່ານມາ ແລະ ສະເໜີໃຫ້ມີການສືບຕໍ່ຊຸກຍູ້ ບັນດາແຂວງຂອງຫວຽດນາມ ໃຫ້ການຮ່ວມມື ແລະ ສະໜັບສະໜູນ ໃນລະດັບທ້ອງຖິ່ນຂອງ ສປປ ລາວ, ໂດຍສະເພາະແມ່ນບັນດາແຂວງຂອງຫວຽດນາມ ທີ່ເປັນແຂວງແຮກສ່ຽວ ກັບແຂວງຫລວງພະບາງ (ແຂວງກວ່າງນິງ, ແຂວງຖາຍຫງວຽນ, ແຂວງເຊີນລາ ແລະ ນະຄອນໂຮ່ຈິມິງ). ສອງຝ່າຍ ຍັງໄດ້ຕີລາຄາສູງ ຕໍ່ຜົນສຳເລັດຂອງກອງປະຊຸມ ປຶກສາຫາລື ດ້ານການເມືອງ ປະຈຳປີ 2019 ລະຫວ່າງ ສອງກະຊວງການຕ່າງປະເທດ ແລະ ກອງປະຊຸມຄະນະກຳມະການຮ່ວມມືທະວີພາຄີ ລະຫວ່າງ ສອງລັດຖະບານ ລາວ-ຫວຽດນາມ ຄັ້ງທີ 42 ຊຶ່ງເປັນເຫດການທີ່ພົ້ນເດັ່ນ ພ້ອມທັງເປັນການເປີດສັງກາດ ໃໝ່ໃຫ້ແກ່ການຮ່ວມມືສອງຝ່າຍໃນຕໍ່ໜ້າ. ພ້ອມນີ້, ທ່ານ ທອງສະຫວັນ ພົມວິຫານ ຍັງໄດ້ສະແດງຄວາມເຊື່ອໝັ້ນວ່າ ທ່ານ ຫງວຽນ ດັງ ຮຸ່ງ ຈະສືບຕໍ່ເອົາໃຈໃສ່ເຕົ້າໂຮມຄວາມສາມັກຄີ ຊາວຫວຽດ ນາມ ທີ່ກຳລັງດຳລົງຊີວິດ ແລະ ທຳມາຫາກິນຢູ່ບັນດາ ແຂວງພາກເໜືອຂອງລາວ ໂດຍສະເພາະແມ່ນຢູ່ແຂວງຫລວງພະບາງ ໃຫ້ສືບຕໍ່ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ກໍ່ຄື ການຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ-ລັດ, ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ນັບມື້ນັບໄດ້ຮັບການພັດທະນາຂຶ້ນສູ່ບາດກ້າວອັນໃໝ່. ໃນໂອກາດ​ດຽວ​ກັນ​,​ ທ່ານ ຫງວຽນ ດັງ ຮຸ່ງ ກໍ່​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ການ​ຕ້ອນຮັບ​ອົບ​ອຸ່ນ​ຂອງ ທ່ານ ​ ທອງສະຫວັນ ພົມວິຫານ ແລະ ສະ​ແດງ​ຄວາມ​ຂອບ​ໃຈ​ມາ​ຍັງ​ລັດຖະບານ ​ແຫ່ງ ສປ ປ ລາວ ທີ່​ໄດ້​ອະນຸມັດ​ໃຫ້​ທ່ານ ມາ​ປະຕິບັດ​ໜ້າ​ທີ່ຢູ່ ສປປ ລາວ, ພ້ອມທັງຢືນຢັນຈະ​ສືບ​ຕໍ່ເພີ່ມ​ທະວີຊຸກຍູ້ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະ ຫວ່າງສອງປະເທດ ລາວ-ຫວຽດນາມ ໃຫ້ນັບມື້ຈະເລີນ ງອກງາມຂຶ້ນເລື້ອຍໆ.

(ແຫຼ່ງ​ຂໍ້​ມູນ​: ຂປລ)

ເຫດການ
302 Found

Found

The document has moved here.