ອີຢູຖືເປັນສຳຄັນຕໍ່ບົດບາດ, ທີ່ຕັ້ງ ແລະ ຄວາມສາມາດບົ່ມຊ້ອນການພັດທະນາຂອງຫວຽດນາມ

11:25 | 02/04/2020

ຍສໝ -  ເລື່ອງສະພາເອີຣົບ (ອີຢູ) ຮັບຮອງເອົາຂໍ້ຕົກລົງຂອງລັດຖະສະພາເອີຣົບທີ່ໃຫ້ສັດຕະຍາບັນສັນຍາການຄ້າເສລີກັບ ຫວຽດນາມ (EVFTA) ໄດ້ສ້າງຂີດໝາຍຕໍ່ການສ້າງສຳເລັດວິວັດການໃຫ້ສັດຕະຍາບັນສັນຍາ EVFTA ກັບຝ່າຍ ເອີຣົບຢ່າງຄົບຊຸດ. 

ອ ຢ ຖ ເປ ນສຳຄ ນຕ ບ ດບາດ ທ ຕ ງ ແລະ ຄວາມສາມາດບ ມຊ ອນການພ ດທະນາຂອງຫວຽດນາມ ສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA): ຊຸກຍູ້ການເຕີບໂຕຂອງ ຫວຽດນາມ
ອ ຢ ຖ ເປ ນສຳຄ ນຕ ບ ດບາດ ທ ຕ ງ ແລະ ຄວາມສາມາດບ ມຊ ອນການພ ດທະນາຂອງຫວຽດນາມ ຍູ້ແຮງບັນດາການເຄື່ອນໄຫວໂຄສະນາເຜີຍແຜ່ກ່ຽວກັບສັນຍາການຄ້າເສລີ ລະຫວ່າງຫວຽດນາມ - ສະຫະພາບເອີຣົບ (EVFTA) ໃຫ້ແກ່ວິສາຫະກິດ
ອ ຢ ຖ ເປ ນສຳຄ ນຕ ບ ດບາດ ທ ຕ ງ ແລະ ຄວາມສາມາດບ ມຊ ອນການພ ດທະນາຂອງຫວຽດນາມ
ອີຢູ ຖືເປັນສຳຄັນຕໍ່ບົດບາດ, ທີ່ຕັ້ງ ແລະ ຄວາມສາມາດບົ່ມຊ້ອນການພັດທະນາຂອງ ຫວຽດນາມ. (ພາບປະກອບ)

ເລື່ອງ ອີຢູ ສ້າງວິວັດການໃຫ້ສັດຕະຍາບັນ EVFTA ສຳເລັດຢ່າງຄົບຊຸດນັ້ນ ບໍ່ພຽງແຕ່ເປັນການຢັ້ງຢືນສານຂອງ ອີຢູ ຢ່າງແຮງ ແລະ ບັນດາປະເທດສະມາຊິກ ຈະສືບຕໍ່ນຳໜ້າໃນການຊຸກຍູ້ການຮ່ວມມື, ຮ່ວມສຳພັນດ້ານເສດຖະກິດເທົ່ານັ້ນ ຫາກຍັງສະແດງໃຫ້ເຫັນທີ່ຕັ້ງບົດບາດ, ຄວາມສາມາດບົ່ມຊ້ອນການພັດທະນາ ແລະ ຄວາມມານະພະຍາຍາມຂອງ ຫວຽດນາມ ໃນການແລກປ່ຽນກັບ ອີຢູ ກ່ຽວກັບບັນດາບັນຫາເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.

ທ່ານ Gordan Grlic Radman, ລັດຖະມົນຕີກະຊວງການຕ່າງປະເທດ Croatia, ເຊິ່ງແມ່ນປະເທດເປັນປະທານໝູນວຽນຂອງ ອີຢູ, ເນັ້ນໜັກວ່າ EVFTA ແມ່ນຂໍ້ຕົກລົງການຄ້າເສລີ ມີຄວາມມັກໃຫຍ່ໄຝ່ສູງທີ່ສຸດຂອງ ອີຢູ ເຊິ່ງໄດ້ເຊັນກັບປະເທດໜຶ່ງພວມພັດທະນາ. ຫລາຍປະເທດສະມາຊິກ ອີຢູ, ພິເສດແມ່ນ ໂຮນລັງ, ແອັດສະປາຍ, ແບນຊິກ…ໄດ້ອອກຖະແຫຼງການ ຊົມເຊີຍຂໍ້ຕົກລົງດັ່ງກ່າວຂອງ ອີຢູ, ເນັ້ນໜັກເຖິງຄວາມໝາຍສຳຄັນຂອງສັນຍາ, ເປັນຕົ້ນແມ່ນໃນສະພາບການເຕີບໂຕເສດຖະກິດ, ການຄ້າ, ການລົງທຶນທົ່ວໂລກ ພວມຖືກຜົນກະທົບຢ່າງຮ້າຍແຮງຈາກໂລກລະບາດໂຄສິດ 19.

ພາຍຫລັງໄດ້ຮັບການໃຫ້ສັດຕະຍາບັນຈາກສະພາແຫ່ງຊາດ ຫວຽດນາມ ແລະ ກ້າວເຂົ້າສູ່ການຜັນຂະຫຍາຍ, ຄາດວ່າ ຕົ້ນໄຕມາດທີ 3 ປີ 2020, EVFTA ຈະຊຸກຍູ້ການສົ່ງອອກຂອງ ຫວຽດນາມ ໄປຍັງຕະຫລາດ ອີຢູ, ປະກອບສ່ວນຫລຸດຜ່ອນຄວາມຫຍຸ້ງຍາກ ໃນຂະນະທີ່ພື້ນຖານເສດຖະກິດພວມຖືກຜົນກະທົບຢ່າງຮ້າຍແຮງຈາກໂລກລະບາດໂຄວິດ 19. ສະຫະພາບ ເອີຣົບ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືການຄ້າແຖວໜ້າຂອງ ຫວຽດນາມ ດ້ວຍວົງເງິນການຄ້າ 2 ສົ້ນປີ 2019 ບັນລຸກ່ວາ 56 ຕື້ USD.

EVFTA ແມ່ນກາລະໂອກາດເພື່ອໃຫ້ວິສາຫະກິດ ຫວຽດນາມ ຍູ້ແຮງການສົ່ງອອກໄປຍັງຕະຫລາດທີ່ມີຄວາມສາມາດບົ່ມຊ້ອນ ແລະ ນຳເຂົ້າອຸປະກອນ, ວັດຖຸດິບ ດ້ວຍລາຄາຕ່ຳ ແລະ ມີຄຸນນະພາບສູງ. EVFTA ໄດ້ນຳມາເຊິ່ງແງ່ຫວັງຫລາຍຢ່າງໃຫ້ແກ່ບັນດາວິສາຫະກິດຫວຽດນາມ ເມື່ອລົບລ້າງພາສີນຳເຂົ້າໃຫ້ຂຶ້ນເຖິງກວ່າ 90% ປະເພດພາສີ. ພິເສດ ພາຍຫລັງສັນຍາມີຜົນສັກສິດ, ມີສິນຄ້າຫລາຍປະເພດ ຈະບໍ່ໄດ້ເສຍພາສີ. ໃນນັ້ນ ກາລະໂອກາດສົ່ງອອກສຳລັບຫມວດຜະລິດຕະພັນກະເສດແມ່ນໃຫຍ່ຫລວງ ຄື: ສິນໃນນ້ຳ, ເຂົ້າສານ, ນ້ຳຕານ, ໝາກພິກໄທ, ໝາກມ່ວງຫິມະພານ, ນ້ຳເຜິ້ງ, ໝາກໄມ້ສົດ, ຜັກ, ແລະ ປຸງແຕ່ງນ້ຳໝາກໄມ້ສົດ.

ປະຈຸບັນ ອີຢູ ແມ່ນຕະຫລາດໃຫຍ່ແຫ່ງທີ 2 ດ້ວຍລະດັບເຕີບໂຕແຕ່ລະປີແມ່ນ 7-10% ພຽງຖັດຈາກ ອາເມລິກາ. ປີ 2018 ເຄື່ອງຕ່ຳແຜ່ນຕັດຫຍິບຫວຽດນາມ ໄດ້ສົ່ງອອກ ໄປຍັງອີຢູ ກວ່າ 4 ຕື້ USD. ຂະແຫນງຕ່ຳແຜ່ນຕັດຫຍິບຫວັງວ່າ ເມື່ອມີສັນຍາ EVFTA ການສົ່ງອອກຈະບັນລຸລະດັບ 40 ຕື້ USD.

ປີນີ້ປະລິມານການຜະລິດເຂົ້າຄາດວ່າ ຈະບັນລຸປະມານ 28 ລ້ານໂຕນ, ຮັບປະກັນການອຸປະໂພກຢູ່ພາຍໃນປະເທດ ແລະ ການສົ່ງອອກປະມານ 6,5 – 7 ລ້ານໂຕນ. ຜັກທຸກປະເພດປູກໃນເນື້ອທີ່ເກືອບ 1 ລ້ານ ເຮັກຕາ ຈະນຳມາເຊິ່ງປະລິມານການຜະລິດປະມານ 18,2 ລ້ານໂຕນ, ເພີ່ມຂຶ້ນ 5% ເມື່ອທຽບໃສ່ປີ 2019; ຕົ້ນໄມ້ກິນໝາກປູກໃນເນື້ອທີ່ປະມານ 1,1 ລ້ານເຮັກຕາ ແລະ ຈະນຳມາເຊິ່ງປະລິມານການຜະລິດປະມານ 13,3 ລ້ານໂຕນ, ເພີ່ມຂຶ້ນກວ່າ 6%. ການລ້ຽງສັດ ຄາດວ່າ ຈະຄວບຄຸມໂລກພະຍາດໄດ້ ສະນັ້ນ ການລ້ຽງໝູ ອາດຈະເພີ່ມຂຶ້ນຢ່າງວ່ອງໄວ. ຍອດປະລິມານຊີ້ນໝູຈາກການລ້ຽງສັດ ຈະບັນລຸປະມານ 5,8 ລ້ານໂຕນ, ເພີ່ມຂຶ້ນ 16%. ດ້ວຍປະລິມານຈາກການຜະລິດ, ການລ້ຽງສັດນີ້, ຢູ່ ພາຍໃນປະເທດ ຈະບໍ່ຂາດແຄນສະບຽງອາຫານ. ປະລິມານສິນໃນນ້ຳບັນລຸ 8,5 ລ້ານໂຕນ, ເພີ່ມຂຶ້ນ 4,4% ເມື່ອທຽບໃສ່ປີ 2019.

ປະຈຸບັນ, ວົງເງິນການຄ້າ 2 ສົ້ນລະຫວ່າງຫວຽດນາມ - ອີຢູ ໄດ້ເພີ່ມຂຶ້ນທົບ 10 ເທົ່າໃນໄລຍະເກືອບ 10 ປີຜ່ານມາ ແລະ ບັນລຸໄດ້ປະມານ 53 ຕື້ USD ໃນປີ 2018. ອີຢູ ແມ່ນຄູ່ຄ້າລາຍໃຫຍ່ຢືນອັນດັບທີ 3 ຂອງຫວຽດນາມ; ໃນຂະນະນັ້ນ ຫວຽດນາມ ແມ່ນຄູ່ຄ້າໃຫຍ່ຢືນອັນດັບທີ 19 ຂອງອີຢູ ໃນທົ່ວໂລກ ແລະ ແມ່ນຄູ່ຄ້າໃຫຍ່ອັນດັບທີ 2 ຂອງຫວຽດນາມ ໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້.

ອ ຢ ຖ ເປ ນສຳຄ ນຕ ບ ດບາດ ທ ຕ ງ ແລະ ຄວາມສາມາດບ ມຊ ອນການພ ດທະນາຂອງຫວຽດນາມ ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ: ອີຢູ ແລະ ອາເມລິກາ ຍັງບໍ່ທັນມີການຈຳກັດກ່ຽວກັບເລື່ອງຢຸດຕິການນຳເຂົ້າເຄື່ອງຕ່ຳແຜ່ນຕັດຫຍິບຂອງ ຫວຽດນາມ

ຍສໝ - ຄວາມສາມາດທີ່ເກີດຜົນສະທ້ອນກ່ຽວກັບການສົ່ງອອກຂອງ ຫວຽດນາມ ໄປຍັງບາງຕະຫລາດຄື ອາເມລິກາ ແລະ ອີຢູ ພາຍຫລັງບັນດາປະເທດເຫຼົ່ານີ້ ຖະແຫຼງປິດດ່ານຊາຍແດນ.

ອ ຢ ຖ ເປ ນສຳຄ ນຕ ບ ດບາດ ທ ຕ ງ ແລະ ຄວາມສາມາດບ ມຊ ອນການພ ດທະນາຂອງຫວຽດນາມ ອາຊຽນ ແລະ ອີຢູ ຢັ້ງຢືນການຮ່ວມມືຢ່າງປະສິດຕິຜົນໃນການປ້ອງກັນ ແລະ ຕ້ານໂລກລະບາດ Covid-19

ຍສໝ - ວັນທີ 20 ມີນາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ, ດ້ວຍບົດບາດເປັນປະທານ ອາຊຽນ 2020 ໄດ້ເຂົ້າຮ່ວມກອງປະຊຸມທາງອອນລາຍຂັ້ນລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ - ອີຢູ ກ່ຽວກັບການຮ່ວມມືຮັບມືກັບໂລກລະບາດ Covid-19.

ອ ຢ ຖ ເປ ນສຳຄ ນຕ ບ ດບາດ ທ ຕ ງ ແລະ ຄວາມສາມາດບ ມຊ ອນການພ ດທະນາຂອງຫວຽດນາມ ສັນຍາການຄ້າເສລີ ຫວຽດນາມ - ອີຢູ: ມາດ​ຕະການສໍາຄັນ ​ເພື່ອ​ບັນລຸ​ໄດ້​ບັນດາ​ຄາດໝາຍການ​ເຕີບ​ໂຕ

ຍສໝ - ວັນທີ 12 ມີນາ ຈະມາເຖິງ, ທາງຝ່າຍ ອີຢູ ຈະສໍາເລັດບັນດາລະບຽບການຢູ່ສະພາເອີຣົບ, ກຽມພ້ອມໃຫ້ແກ່ຂັ້ນຕອນຈັດຕັ້ງປະຕິບັດ. ອີຢູ ໄດ້ເປັນເຈົ້າການສ້າງຮ່າງເອກະສານສະບັບຕ່າງໆ ກ່ອນຈະຍື່ນສະເໜີຕໍ່ ລັດຖະສະພາເອີຣົບ. ສະນັ້ນ ອາດຈະສາມາດປະຕິບັດສັນຍາສະບັບນີ້ໄດ້ເລີຍ.

ໄຊພອນ

ເຫດການ
302 Found

Found

The document has moved here.