ຫວຽດນາມເລີ່ມມອບອຸປະກອນ ແລະ ເຄື່ອງໃຊ້ໃຫ້ ຈີນ ເພື່ອປະເຊີນໜ້າກັບໄວຣັດ Corona

11:30 | 11/02/2020

ຍສໝ - ທ່ານລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ໂຕແອັງຢູ໋ງ ໃນວັນທີ 9-2 ໄດ້ມອບໃຫ້ ທ່ານເອກອັກຄະລັດຖະທູດ ຈີນ Xiong Bo ຈຳນວນໜຶ່ງເຄື່ອງໃຊ້, ວັດຖຸດ້ານການແພດປະກອບມີ ເຄື່ອງຫາຍໃຈ, ເຄື່ອງນຸ່ງຢາຂ້າເຊື້ອໂລກ, ຖົງມື ແລະ ໜ້າກາກດ້ານການແພດ, ທີ່ມີມູນຄ່າທັງໝົດ 500.000 ໂດລາສະຫະລັດ.

ຕາມແຜນການ, ໃນຕອນແລງຂອງວັນທີ 9 ກຸມພາ, ເຮືອບິນຂອງການບິນແຫ່ງຊາດ ຫວຽດນາມ ຈະໂອນອຸປະກອນ ແລະ ວັດຖຸດ້ານການແພດ ໄປເມືອງ Wuhan ເພື່ອຊ່ວຍເຫຼືອຈີນ, ສົມທົບກັບການ ນຳເອົາພົນລະເມືອງຈີນ 11 ຄົນຢູ່ຫວຽດນາມໄດ້ກັບຄືນສູ່ Wuhan, ແລະ ໄດ້ນຳເອົາພົນລະເມືອງຫວຽດນາມ ຈຳນວນໜຶ່ງຈາກແຂວງ Hubei ມາຫວຽດນາມ.

ຫວຽດນາມເລີ່ມມອບອຸປະກອນ ແລະ ເຄື່ອງໃຊ້ໃຫ້ ຈີນ ເພື່ອປະເຊີນໜ້າກັບໄວຣັດ Corona

ຫວຽດນາມມອບເຄື່ອງອຸປະກອນ, ວັດຖຸດ້ານການແພດຊ່ວຍເຫຼືອຈີນ ປ້ອງກັນ, ຕ້ານເຊື້ອພະຍາດ nCoV. (ພາບ: baoquocte.vn)

ກ່າວຄຳເຫັນທີ່ພິທີທີ່ພິທີ, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ໂຕແອັງຢຸງ ໄດ້ຢືນຢັນ ຂອງຂວັນດັ່ງກ່າວສະແດງໃຫ້ເຫັນຄວາມເປັນອ້າຍນ້ອງສາມັກຄີ, ຄວາມເອົາໃຈໃສ່ ແລະ ຄວາມປາດຖະໜາ ຂອງພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ ທີ່ຈະແບ່ງປັນຄວາມຫຍຸ້ງຍາກເຊິ່ງ ຈີນ ກຳລັງປະເຊີນຍ້ອນພະຍາດ.

ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ໂຕແອັງຢຸງ ໄດ້ມອບເຄື່ອງອຸປະກອນ, ວັດຖຸດ້ານການແພດຈຳນວນໜຶ່ງໃຫ້ທ່ານເອກອັກຄະລັດຖະທູດຈີນ ຊຸງປົວ ລວມມີ ເຄື່ອງຊ່ວຍຫາຍໃຈ, ຊຸດປ້ອງກັນເຊື້ອພະຍາດ, ຖົງມື ແລະ ຜ້າອັດປາກ ລວມມູນຄ່າ 500.000 USD, ເຊິ່ງແມ່ນຂອງຂວັນຂອງພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ ມອບໃຫ້ພັກ, ລັດຖະບານ ແລະ ປະຊາຊົນຈີນ.

ເນື່ອງໃນໂອກາດນີ້, ສະພາກາແດງ ຫວຽດນາມ ໄດ້ລະດົມບັນດາອົງການ, ສ່ວນບຸກຄົນ ໄດ້ບໍລິຈາກເງິນ ເພື່ອສະໜັບສະໜູນປະຊາຊົນຈີນດ້ວຍອຸປະກອນການແພດມູນຄ່າ 100,000 ໂດລາສະຫະລັດ, ສ່ວນໜຶ່ງຈະໄດ້ໂອນໄປໃຫ້ WuHan ກ່ອນໜ້າ, ເພື່ອຮັບໃຊ້ວຽກງານຕ້ານການລະບາດໄວຣັດ Corona.

(ຄຳຮຸ່ງ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.