ຫວຽດນາມ - ອາເມລິກາ ຮ່ວມມືກັນເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ: ການສ້າງສາ ແລະ ການປັບປຸງຄວາມໄວ້ເນື້ອເຊື່ອໃຈລະຫວ່າງ ຫວຽດນາມ - ອາເມລິກາ

00:54 | 15/05/2019

ຍສໝ - ວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມເປັນວຽກງານທີ່ໄດ້ຮັບຄວາມບູລິມະສິດທີສຸດໃນການຮ່ວມມືລະຫວ່າງສອງປະເທດ.

ຫວຽດນາມ - ອາເມລິກາ ຮ່ວມມືກັນເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ: ການສ້າງສາ ແລະ ການປັບປຸງຄວາມໄວ້ເນື້ອເຊື່ອໃຈລະຫວ່າງ ຫວຽດນາມ - ອາເມລິກາ

ຫວຽດນາມ - ອາເມລິກາ ຮ່ວມມືກັນເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ

ກອງປະຊຸມສໍາມະນາ “ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ: ໄລຍະທາງແຫ່ງການໄກ່ເກ່ຍ ແລະ ການຮ່ວມມືໃນອະນາຄົດລະຫວ່າງຫວຽດນາມ ແລະ ອາເມລິກາ” ທີ່ໄດ້ໄຂຂຶ້ນໃນວັນທີ 26 ມີນາ ຢູ່ນະຄອນຫຼວງ ວໍຊິງຕັນ, ອາເມລິກາ.

ເກືອບຮອດ 44 ປີ ນັບຕັ້ງແຕ່ເມື່ອສິ້ນສຸດສົງຄາມເປັນຕົ້ນມາ ແລະ 25 ປີ ແຫ່ງວັນສ້າງຕັ້ງການພົວພັນລະຫວ່າງຫວຽດນາມ ແລະ ອາເມລິກາ ເປັນປົກກະຕິ ໄດ້ບັນລຸໝາກຜົນຫຼາຍຢ່າງອັນຕັ້ງໜ້າໃນການຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມຢູ່ຫວຽດນາມ ແລະ ເຫດການຄັ້ງນີ້ ອີກຄັ້ງໜຶ່ງກໍ່ໄດ້ຢັ້ງຢືນຄວາມພະຍາຍາມຈາກສອງຝ່າຍເພື່ອສ້າງສາຄວາມໄວ້ເນື້ອເຊື່ອໃຈ, ສືບຕໍ່ກໍ່ສ້າງສາຍພົວພັນອັນດີງາມລະຫວ່າງຫວຽດນາມ ແລະ ອາເມລິກາ.

ນັບແຕ່ເມື່ອສິ້ນສຸດສົງຄາມຫວຽດນາມເປັນຕົ້ນມາ, ຫວຽດນາມໄດ້ມອບສົ່ງອັດຖິຂອງທະຫານ ອາເມລິກາ ທີ່ຖືກຫາຍສາບສູນ ປະມານ 150 ຊຸດ ໃຫ້ແກ່ ອາເມລິກາ. ກົງກັນຂ້າມ, ລັດຖະບານ ອາເມລິກາ, ບັນດາອົງການຈັດຕັ້ງອະດີດນັກຮົບ, ກໍ່ໄດ້ປະສານສົມທົບຢ່າງໃກ້ຊິດກັບ ຫວຽດນາມ ເພື່ອສະໜອງຂໍ້ມູນກ່ຽວກັບທະຫານຫວຽດນາມ ທີ່ຫາຍສາບສູນ. ນີ້ແມ່ນພະຍານຫຼັກຖານສໍາລັບການຮ່ວມມືອັນໃກ້ຊິດ ລະຫວ່າງບັນດາກໍາລັງຂອງສອງປະເທດໃນຄວາມພະຍາຍາມຢ່າງບໍ່ຮູ້ອິດບໍ່ຮູ້ເມື່ອຍ ເພື່ອແນໃສ່ຮໍາບາດແຜ ແລະ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ ແລະ ປະກອບສ່ວນສ້າງຄວາມໄວ້ເນື້ອເຊື່ອໃຈລະຫວ່າງສອງປະເທດ.

ການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ ແມ່ນເນື້ອໃນຈຸດສຸມໃນການຮ່ວມມືດ້ານປ້ອງກັນຊາດລະຫວ່າງຫວຽດນາມ ແລະ ອາເມລິກາ ໃນປັດຈຸບັນ. ທັງຫວຽດນາມ ແລະ ອາເມລິກາ ລ້ວນແຕ່ມີທັດສະນະເປັນເອກະພາບກັນວ່າ ນີ້ແມ່ນເນື້ອໃນຂອງຮ່ວມມື ທີ່ນໍາຜົນປະໂຫຍດມາໃຫ້ແກ່ສອງຝ່າຍ ພ້ອມທັງບັນດາບຸລິມະສິດອື່ນໆ ເປັນຕົ້ນຄືດ້ານການຄ້າ, ການຮ່ວມມືທາງດ້ານປ້ອງກັນຄວາມສະຫງົບ, ບັນດາບັນຫາກ່ຽວກັບສິ່ງແວດລ້ອມ, ການປ່ຽນແປງຂອງດິນຟ້າອາກາດ...

(ໄຊພອນ)

ເຫດການ
302 Found

Found

The document has moved here.