ຫວຽດນາມ ສັ່ງ ໂຈະຊົ່ວຄາວ ການນຳເຂົ້າ-ເພື່ອສົ່ງອອກ ໄມ້ທ່ອນຈາກລາວ ແລະ ກຳປູເຈຍ

16:17 | 19/11/2018

ຍສໝ - ກະຊວງ ອຸດສາຫະກຳ ແລະ ການຄ້າ ຫາກໍ່ປະກາດແຈ້ງການ ກ່ຽວກັບ ຂໍ້ຕົກລົງ ສະບັບເລກທີ 44/2018/ TT-BCT ຂໍ້ກຳນົດ ກ່ຽວກັບ ວຽກການ ໂຈະຊົ່ວຄາວ ທຸລະກິດການນຳເຂົ້າ, ເພື່ອສົ່ງອອກໄມ້ທ່ອນ, ໄມ້ຕັບຈາກປ່າທຳມະຊາດ ມາຈາກລາວ ແລະ ກຳປູເຈຍ.

ຫວຽດນາມ ສັ່ງ ໂຈະຊົ່ວຄາວ ການນຳເຂົ້າ-ເພື່ອສົ່ງອອກ ໄມ້ທ່ອນຈາກລາວ ແລະ ກຳປູເຈຍ

(ພາບປະກອບ: Thanhnien.vn)

ຂໍ້ຕົກລົງ ເລກທີ ສະບັບເລກທີ 44/2018/ TT-BCT ຂໍ້ BCT ຂໍ້ກຳນົດ ກ່ຽວກັບ ວຽກການ ໂຈະຊົ່ວຄາວ ທຸລະກິດການນຳເຂົ້າໄມ້ທ່ອນ, ເພື່ອສົ່ງອອກໄປປະເທດທີ່ສາມໄມ້ທ່ອນ, ໄມ້ຕັບຈາກປ່າທຳມະຊາດ ຢູ່ໃນກຸ່ມ HS 44.03 ແລະ ກຸ່ມ 44.07 ຕາມລາຍການສິນຄ້າສົ່ງອອກ,ນຳເຂົ້າຫວຽດນາມ ປະກາດນຳໃຊ້ພ້ອມກັນ ກັບ ຂໍ້ຕົກລົງເລກທີ 65/2017/ TT-BTC ລົງວັນທີ 27 ມິຖຸນາ 2017 ຂອງກະຊວງ ການເງິນ.

ຂໍ້ຕົກລົງນີ້ນຳໃຊ້ຕໍ່ກັບ: (i) ນັກທຸລະກິດ ການເຄື່ອນໄຫວດຳເນີນທຸລະກິດ ນຳເຂົ້າໄມ້ທ່ອນ ເພື່ອສົ່ງອອກ, ໄມ້ຕັບ ແລະ ໄມ້ແປຮູບ ຈາກປະເທດລາວ ແລະ ກຳປູເຈຍ; (ii) ບັນດາຫ້ອງການ,​ອົງການຈັດຕັ້ງຄຸ້ມຄອງ ການເຄື່ອນໄຫວດຳເນີນທຸລະກິດ ນຳເຂົ້າໄມ້ທ່ອນ,ໄມ້ຕັບ ແລະ ໄມ້ແປຮູບ ຈາກປະເທດລາວ ແລະ ກຳປູເຈຍ; (iii) ບັນດາຫ້ອງການ, ອົງການຈັດຕັ້ງ, ພາກສ່ວນເອກະຊົນອື່ນໆ ທີ່ກ່ຽວຂ້ອງ ກັບ ການເຄື່ອນໄຫວດຳເນີນ ທຸລະກິດ ນຳເຂົ້າໄມ້ທ່ອນ,ໄມ້ຕັບ ແລະ ໄມ້ແປຮູບເພື່ອສົ່ງອອກ ຈາກປະເທດລາວ ແລະ ກຳປູເຈຍ.

ຂໍ້ຕົກລົງສະບັບນີ້ມີົຜົນສັກສິດນັບຕັ້ງແຕ່ວັນທີ 01​ມັງກອນ 2019 ຫາວັນທີ 31 ທັນວາ 2023 ແລະ ປ່ຽນແທນຂໍ້ຕົກລົງ ເລກທີ 37/2014/ TT-BTC ຂອງກະຊວນອຸດສາຫະກຳ ແລະ ການຄ້າ ຂໍ້ກຳນົດ ຢັບຢັ້ງຊົ່ວຄາວ ການດຳເນີນທຸລະກິດ ການນຳເຂົ້າໄມ້ທ່ອນ, ໄມ້ແປຮູບ ແລະ ໄມ້ເລື່ອຍ ເພື່ອສົ່ງອອກ ຈາກປະເທດລາວ ແລະ ກຳປູເຈຍ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.