ຫວຽດນາມ - ລາວ - ກຳປູເຈຍ ເພີ່ມທະວີການຮ່ວມມືໃນຂົງເຂດຕຸລາການ

16:46 | 15/12/2018

ວັນທີ 14 ທັນວາ, ທີ່ນະຄອນຫລວງ ພະນົມເປັນ, ສານສູງສຸດ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ ໄດ້ຈັດຕັ້ງກອງປະຊຸມສານບັນດາແຂວງຊາຍແດນຄັ້ງທີ 5 ກ່ຽວກັບການເຄື່ອນໄຫວຕ້ານອາດຊະຍາກຳ ແລະ ແກ້ໄຂບັນດາຄະດີແພ່ງຂ້າມຊາຍແດນ.

ຫວຽດນາມ - ລາວ - ກຳປູເຈຍ ເພີ່ມທະວີການຮ່ວມມືໃນຂົງເຂດຕຸລາການ

ກອງປະຊຸມສານບັນດາແຂວງຊາຍແດນຄັ້ງທີ 5 ກ່ຽວກັບການເຄື່ອນໄຫວຕ້ານອາດຊະຍາກຳ ແລະ ແກ້ໄຂບັນດາຄະດີແພ່ງຂ້າມຊາຍແດນ.

ນັບແຕ່ພາຍຫລັງກອງປະຊຸມສານບັນດາແຂວງຊາຍແດນ 3 ປະເທດຄັ້ງທີ 1 ປີ 2010 ໄດ້ຈັດຕັ້ງຢູ່ ຫວຽດນາມ, ບັນດາການເຄື່ອນໄຫວຮ່ວມມືຂອງສານ 3 ປະເທດຢູ່ຂັ້ນສານສູງສຸດ ແລະ ຂັ້ນແຂວງ, ພິເສດແມ່ນບັນດາແຂວງຊາຍແດນ ນັບມື້ນັບບັນລຸໄດ້ໝາກຜົນທີ່ມີຄວາມໝາຍໃຫຍ່ຫລວງ ແລະ ຕັ້ງໜ້າ, ແຕ່ການຮ່ວມມືໃນຂົງເຂດອາຍາຕະຫລອດຮອດການແກ້ໄຂບັນດາຄະດີແພ່ງ, ໄດ້ປະກອບສ່ວນປົກປັກຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ສະຖຽນລະພາບຢູ່ແຕ່ລະປະເທດເວົ້າສະເພາະ ແລະ ຂອງພາກພື້ນເວົ້າລວມ; ສົ່ງຜົນກະທົບຕັ້ງໜ້າຕໍ່ວິວັດທະນາການເຊື່ອມໂຍງເຂົ້າກັບສາກົນຂອງແຕ່ລະປະເທດ. ທີ່ກອງປະຊຸມຄັ້ງນີ້, 3 ປະເທດສືບຕໍ່ປຶກສາຫາລືບົດຮຽນ ແລະ ບັນດາກົນໄກ ແນໃສ່ໜູນຊ່ວຍເຊິ່ງກັນ ແລະ ກັນໃນການຕໍ່ສູ້ຕ້ານອາດຊະຍາກຳຂ້າມຊາຍແດນ, ວິທີການແກ້ໄຂບັນດາຄະດີແພ່ງຂ້າມຊາຍແດນ.

(ແຫຼ່ງ​ຂໍ້​ມູນ​: VOVWORLD)

ເຫດການ
302 Found

Found

The document has moved here.