ຫວຽດນາມ-ຄູ່ຮ່ວມມືດຳເນີນທຸລະກິດທີ່ໄວ້ເນື້ອເຊື່ອໃຈໃນສັງກາດດີຈີຕອນ

06:07 | 17/10/2019

“ຫວຽດນາມ-ຄູ່ຮ່ວມມືດຳເນີນທຸລະກິດທີ່ໄວ້ເນື້ອເຊື່ອໃຈໃນສັງກາດດີຈີຕອນ” ນີ້ແມ່ນສານ ແລະ ກໍແມ່ນຫົວຂໍ້ຂອງກອງປະຊຸມດຳເນີນທຸລະກິດຫວຽດນາມປີ 2019 (VBS 2019) ຊຶ່ງຖືກຈັດຂຶ້ນໃນວັນທີ 16 ຕຸລາ ຢູ່ຮ່າໂນ້ຍ ໂດຍມີຜູ້ເຂົ້າຮ່ວມກວ່າ 800 ຄົນທັງຢູ່ພາຍໃນ ແລະ ສາກົນ.

ຫວຽດນາມ-ຄູ່ຮ່ວມມືດຳເນີນທຸລະກິດທີ່ໄວ້ເນື້ອເຊື່ອໃຈໃນສັງກາດດີຈີຕອນ

ກອງປະຊຸມດຳເນີນທຸລະກິດຫວຽດນາມປີ 2019


ທີ່ກອງປະຊຸມ, ທ່ານປະທານຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ ວູ້ຕ້ຽນໂລກກ່າວວ່າ: “ພວກຂ້າພະເຈົ້າຊົມເຊີຍ ແລະຍິນດີຕ້ອນຮັບບັນດາບໍລິສັດສາກົນຈະມາເຄື່ອນໄຫວຮ່ວມມືຢູ່ຫວຽດນາມ ໃນໂຄງການຫັນປ່ຽນດີຈີຕອນ ແລະ ລົງທຶນບັນດາໂຄງການດຳເນີນທຸລະກິດໂດຍອີງໃສ່ພື້ນຖານເສດຖະກິດດີຈີຕອນຢູ່ຫວຽດນາມ ເພື່ອຊຸກຍູ້ການເລ່ີມຕົ້ນທຸລະກິດ, ປ່ຽນແປງໃໝ່ ປະດິດຄິດສ້າງ ເພື່ອປຸກລຸກກະແສຟອງລົງທຶນ FDI ທີ່ມີຄຸນນະພາບສູງ ຢູ່ຫວຽດນາມ”.

ທີ່ກອງປະຊຸມ, ທ່ານຮອງານຍົກລັດຖະມົນຕີ ຫວຽດນາມ ວູ້ດຶກດາມ ກ່າວວ່າ: “ຂ້າພະເຈົ້າຫວັງວ່າ ຜ່ານເວທີປາໄສນີ້, ຈະມີບັນດາໂອກາດທີ່ດີເພື່ອຮ່ວມມືໂດຍກົງລະຫວ່າງວິສາຫະກິດກັບວິສາຫະກິດ, ລະຫວ່າງວິສາຫະກິດກັບທ້ອງຖິ່ນ ແລະ ລະຫວ່າງຂະແໜງການດ້ວຍກັນ ເພື່ອເຮັດໃຫ້ພວກເຮົາທັງໝົດມີຄວາມເຊື່ອໝັ້ນຕໍ່ອະນາຄົດພັດທະນາຂອງຫວຽດນາມ ແລະ ຂອງວິສາຫະກິດເອງ”.

(ແຫຼ່ງ​ຂໍ້​ມູນ​: http://vovworld.vn)

ເຫດການ
302 Found

Found

The document has moved here.