ສະພາບການໂລກລະບາດ Covid-19 ຢູ່ ຫວຽດນາມ ຍັງຢູ່ໃນສະພາບທີ່ສາມາດ ຄວບຄຸມໄດ້ຢູ່

06:02 | 29/03/2020

ຍສໝ - ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ Covid-19 ຂອງ ຫວຽດນາມ ໄດ້ຢັ້ງຢືນວ່າ ສະພາບການໂລກລະບາດ Covid-19 ຢູ່ ຫວຽດນາມ ຍັງຢູ່ໃນສະພາບທີ່ສາມາດ ຄວບຄຸມໄດ້ຢູ່.

ສະພາບການໂລກລະບາດ Covid-19 ຢູ່ ຫວຽດນາມ ຍັງຢູ່ໃນສະພາບທີ່ສາມາດ ຄວບຄຸມໄດ້ຢູ່

ພາບປະກອບ

ກ່ຽວກັບບັນຫາການຈັດຕັ້ງແຍກຕົວລວມໝູ່ສຳລັບຜູ້ເຂົ້າເມືອງ, ພ້ອມກັບບັນດາຮາກຖານແຍກຕົວຂອງກອງທັບແລ້ວ, ໃນປັດຈຸບັນ ພວມຈັດຕັ້ງການແຍກຕົວລວມໝູ່ ຢູ່ຕາມຮາກຖານພົນລະເຮືອນຕ່າງໆ. ຄະນະຊີ້ນຳແຫ່ງຊາດຖືວ່າ: ວຽກງານນີ້ຄວນມອບໃຫ້ປະທານຄະນະກຳມະການປະຊາຊົນທຸກຂັ້ນຊີ້ນຳ, ອົງການ ຕຳຫລວດເປັນຫົວໜ່ວຍຮັບຜິດຊອບ, ເປັນຜູ້ບັນຊາສູງສຸດ, ຂະແໜງສາທາລະນະສຸກສົມທົບກັນ ແນະນຳກ່ຽວກັບດ້ານວິຊາການ. ກຳລັງຕຳຫລວດກໍ່ມີຄວາມຮັບຜິດຊອບຕົ້ນຕໍໃນການຄວບຄຸມບັນດາກໍລະນີແຍກຕົວຢູ່ເຮືອນສ່ວນຕົວ.

ໃນຕອນບ່າຍວັນທີ 27 ມີນາ, ທ່ານຫງວຽນດຶກຈູງ, ປະທານຄະນະກໍາມະການປະຊາຊົນນະຄອນຮ່າໂນ້ຍ ເນັ້ນໜັກວ່າ ນະຄອນຮ່າໂນ້ຍຕ້ອງເປັນເຈົ້າການໃນການຄົ້ນພົບກໍລະນີຕິດເຊື້ອ ແລະຈັດຕັ້ງການແຍກຕົວໃຫ້ໄດ້ຢ່າງທັນການ; ຮຽກຮ້ອງໃຫ້ບັນດາໜ່ວຍງານຕ່າງໆຈົ່ງຍູ້ໄວວຽກງານເກັບເອົາຕົວຢ່າງມາວິໄຈ; ການນໍາເມືອງ, ຕາແສງຕ່າງໆກຽມພ້ອມປະຕິບັດໜ້າທີ່ເມື່ອມີຄວາມຮຽກຮ້ອງຕ້ອງການ. ພ້ອມທັງສະເໜີໃຫ້ປະຊາຊົນນະຄອນຈົ່ງມີຄວາມອຸ່ນອ່ຽນ, ທຸ່ນທ່ຽງ ແລະສືບຕໍ່ເຊື້ອໝັ້ນຕໍ່ບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ເຊິ່ງລັດຖະບານ ແລະນະຄອນກໍາລັງຜັນຂະຫຍາຍ.

ນາຍົກລັດຖະມົນຕີຫວຽດນາມ ໄດ້ອອກຄຳສັ່ງກ່ຽວກັບເລື່ອງເດັດຂາດປະຕິບັດການປ້ອງກັນ, ຄວບຄຸມໂລກລະບາດໂຄວິດ-19. ໃນຄຳສັ່ງ, ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງວ່າ: ທຸກຂັ້ນ, ທຸກຂະແໜງການ, ທ້ອງຖິ່ນຕ່າງໆ ແລະ ປະຊາຊົນທຸກຄົນ ຈົ່ງສືບຕໍ່ຊາບຊຶມຈິດໃຈ “ຕ້ານໂລກລະບາດຄືດັ່ງຕ້ານສັດຕູ”, ຍອມຮັບຄວາມເສຍຫາຍທາງດ້ານເສດຖະກິດເພື່ອປ້ອງກັນ, ຄວບຄຸມໂລກລະບາດ; ການປົກປ້ອງສຸຂະພາບ, ຊີວິດຂອງປະຊາຊົນແມ່ນເປົ້າໝາຍສູງສຸດ, ເພີ່ມທະວີການປະຕິບັດບັນດາມາດຕະການກວດພົບແຫຼ່ງແຜ່ເຊື້ອ, ຕິດແປດ, ແຍກຕົວຢ່າງທັນການ, ປິດລ້ອມເຂດຢ່າງວ່ອງໄວເພື່ອດັບມອດໂລກລະບາດໃຫ້ເຖິງຖອງ.

ປະທານຄະນະກຳມະການປະຊາຊົນຂັ້ນແຂວງ ຊີ້ນຳການນຳໃຊ້ບັນດາມາດຕະການສະກັດກັ້ນການເຕົ້າໂຮມກັນຫຼາຍຄົນ ນັບແຕ່ເວລາ 00 ໂມງຂອງວັນທີ 28 ມີນາ ຮອດວັນທີ 15 ເມສາ 2020: ຢຸດຕິບັນດາການເຄື່ອນໄຫວປະຊຸມ, ບັນດາພິທີທາງສາສະໜາ, ການເຄື່ອນໄຫວເຕົ້າໂຮມກັນ ນັບແຕ່ 20 ຄົນຂຶ້ນໄປ… ຈຳກັດການໄປມາຂອງປະຊາຊົນ, ໂດຍສະເພາະແມ່ນຢູ່ບັນດາແຂວງ, ນະຄອນທີ່ເກີດໂລກລະບາດໄປຍັງບັນດາທ້ອງຖິ່ນອື່ນໆ.

(ໄຊພອນ)

ເຫດການ
302 Found

Found

The document has moved here.