ສື່ມວນຊົນຕ່າງປະເທດ ຕີລາຄາສູງການກະທຳທີ່ວ່ອງໄວ ຂອງ ຫວຽດນາມ ໃນການສະກັດກັ້ນໂລກລະບາດ Covid-19

11:48 | 25/03/2020

ທ່ານ Kidong Park ຫົວໜ້າຜູ້ຕາງໜ້າອົງການອະນາໄມໂລກ (WHO) ປະຈຳ ຫວຽດນາມ ກໍ່ຕີລາຄາສູງ “ຄວາມເປັນເຈົ້າການໃນການແກ້ໄຂ ແລະ ຢຶດໝັ້ນໃນຕະຫລອດວິວັດການຮັບມືກັບໂລກລະບາດ” ຂອງລັດຖະບານ ຫວຽດນາມ.

ສື່ມວນຊົນຕ່າງປະເທດໄດ້ມີບົດຂຽນຫລາຍບົດທີ່ສ່ອງແສງລະອຽດ ແລະ ຕີລາຄາສູງບັນດາມາດຕະການຂອງລັດຖະບານ ຫວຽດນາມ ໃນການຄວບຄຸມ, ສະກັດກັ້ນການແຜ່ລະບາດຂອງໄວຣັດ SARS-CoV-2. ເວັບໄຊ Asia Times ໄດ້ຄັດສະເໜີບົດວິເຄາະຂອງນັກຂ່າວ David Hutts, ໃນນັ້ນໃຫ້ຂໍ້ສັງເກດວ່າ “ພັກກອມມູນິດ ຫວຽດນາມ ໄດ້ຮັບການຊົມເຊີຍ” ຢູ່ທັງພາຍໃນປະເທດ ແລະ ຕ່າງປະເທດ ເມື່ອມີບັນດາລັດຖະນະໂຍບາຍທີ່ວ່ອງໄວ, ມີປະສິດທິຜົນ ແລະ ກະຈ່າງແຈ້ງ ເພື່ອຄວບຄຸມ, ສະກັດກັ້ນໂລກລະບາດ Covid-19.

ສື່ມວນຊົນຕ່າງປະເທດ ຕີລາຄາສູງການກະທຳທີ່ວ່ອງໄວ ຂອງ ຫວຽດນາມ ໃນການສະກັດກັ້ນໂລກລະບາດ Covid-19

16 ກໍລະນີ ທຳອິດຂອງໂລກລະບາດ Covid 19 ຢູ່ຫວຽດນາມ ໄດ້ຮັບການປິ່ນປົວຮຽບຮ້ອຍ. (ພາບ: TTXVN)

ບັນດາມາດຕະການທີ່ຂ້ຽວຂາດຂອງ ຫວຽດນາມ ໄດ້ຮັບການປະຕິບັດດ້ວຍຄວາມຕັດສິນໃຈຢ່າງສູງ ແລະ ຄວາມຮ່ວມແຮງຮ່ວມໃຈຂອງປະຊາຊົນໃນທົ່ວປະເທດ. ທ່ານ Kidong Park ຫົວໜ້າຜູ້ຕາງໜ້າອົງການອະນາໄມໂລກ (WHO) ປະຈຳ ຫວຽດນາມ ກໍ່ຕີລາຄາສູງ “ຄວາມເປັນເຈົ້າການໃນການແກ້ໄຂ ແລະ ຢຶດໝັ້ນໃນຕະຫລອດວິວັດການຮັບມືກັບໂລກລະບາດ” ຂອງລັດຖະບານ ຫວຽດນາມ.

ໃນຂະນະນັ້ນ, ສຳນັກຂ່າວສານ Bloomberg ມີຄວາມສົນໃຈເຖິງມາດຕະການຂອງ ຫວຽດນາມ ໃນການເປີດກ້ວາງເນື້ອທີ່ແຍກຕົວ ເພື່ອຮັບໃຊ້ວຽກງານແຍກຕົວຊາວ ຫວຽດນາມ ທີ່ກັບເມືອ ຈາກບັນດາປະເທດອື່ນ.

ສື່ມວນຊົນຕ່າງປະເທດກໍ່ໃຫ້ຂ່າວກ່ຽວກັບທ່ານ Gareth Ward ເອກອັກຄະລັດຖະທູດ ອັງກິດ ປະຈຳ ຫວຽດນາມ ທີ່ໄດ້ສົ່ງຄຳຂອບໃຈເຖິງບັນດາແພດໝໍ ແລະ ລັດຖະບານ ຫວຽດນາມ ເຊິ່ງໄດ້ຊ່ວຍພົນລະເມືອງ ອັງກິດ ເມື່ອມາ ຫວຽດນາມ ເຊິ່ງກວດພົບໂລກພະຍາດ Covid-19.

(ແຫຼ່ງ​ຂໍ້​ມູນ​: VOV WORLD)

ເຫດການ
302 Found

Found

The document has moved here.