ລາວ ຮຽກຮ້ອງໃຫ້ຄູ່ຮ່ວມພັດທະນາ ຊ່ວຍເຫຼືອເຄື່ອງມືການແພດກວດວິເຄາະຫາເຊື້ອພະຍາດ

14:17 | 06/02/2020

ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ຈັດ​ກອງ​ປະ­ຊຸມ​ຂໍ​ການ​ສະ­ໜັບ­ສະ­ໜູນ​ຈາກ​ຄູ່​ຮ່ວມ​ພັດ­ທະ­ນາ​ສາ­ກົນ​ຂຶ້ນ ວັນ​ທີ 4 ກຸມ­ພາ 2020 ຢູ່​ກະ­ຊວງ​ດັ່ງ­ກ່າວ ເປັນ​ປະ­ທານ​ຮ່ວມ​ຂອງ​ທ່ານ ບຸນ​ກອງ ສີ​ຫາ​ວົງ ລັດ­ຖະ­ມົນ­ຕີ ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ແລະ ທ່ານ Mark JACOBS ຜູ້­ຕາງ­ໜ້າ​ອົງ­ການ​ອະ­ນາ­ໄມ​ໂລກ ປະ­ຈຳ ສປປ ລາວ ມີ​ບັນ­ດາ​ທ່ານ​ທູດ​ຕ່າງ­ປະ­ເທດ ປະ­ຈຳ ສປປ ລາວ ແລະ ຄູ່​ຮ່ວມ​ພັດ­ທະ­ນາ ເຂົ້າ​ຮ່ວມ.

ລາວ ຮຽກຮ້ອງໃຫ້ຄູ່ຮ່ວມພັດທະນາ ຊ່ວຍເຫຼືອເຄື່ອງມືການແພດກວດວິເຄາະຫາເຊື້ອພະຍາດ

ກອງ​ປະ­ຊຸມ​ຂໍ​ການ​ສະ­ໜັບ­ສະ­ໜູນ​ຈາກ​ຄູ່​ຮ່ວມ​ພັດ­ທະ­ນາ​ສາ­ກົນ​.(ພາບ:vientianemai.net)

ກອງ​ປະ­ຊຸມ​ຄັ້ງ​ນີ້ ໄດ້​ຮັບ​ຟັງ​ການ​ລາຍ​ງານ​ສະ­ພາບ​ການ​ເກີດ​ພະ­ຍາດ​ປອດ​ອັກ­ເສບ​ສາຍ​ພັນ​ໃໝ່ ໄວ​ຣັສ ໂຄ​ໂຣ​ນາ (Novel Corona virus-NCOV) ຢູ່​ທົ່ວ​ໂລກ ແລະ ສະ­ພາບ​ການ​ຢູ່​ໃນ ສປປ ລາວ ພ້ອມ​ທັງ​ໄດ້​ນຳ​ສະ­ເໜີ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ມາດ​ຕະ­ການ​ຕ່າງໆ ທີ່​ກະ­ຊວງ​ສາ­ທາ­ລະ­ນະ​ສຸກ​ໄດ້​ວາງ​ອອກ ເພື່ອ​ກັນ ແລະ ຄວບ​ຄຸມ­ພະ​ຍາດ​ດັ່ງ­ກ່າວ ເຊັ່ນ: ວຽກ​ງານ​ຈຸດ​ຜ່ານ​ແດນ ແລະ ກັກ​ກັນ ການ​ເຝົ້າ​ລະ­ວັງ ແລະ ການ​ວິ­ເຄາະ​ຫາ​ເຊື້ອ​ພະ­ຍາດ ການ​ປ້ອງ​ກັນ​ການ​ຕິດ­ເຊື້ອ ແລະ ການ​ຄຸ້ມ​ຄອງ​ກໍ­ລະ­ນີ​ຄົນ​ເຈັບ ການ​ສື່­ສານ​ເພື່ອ​ຫຼຸດ­ຜ່ອນ​ຄວາມ​ສ່ຽງ ວຽກ​ພາ­ລາ​ທິ​ການ ແຜນ­ການ ແລະ ການ​ເງິນ.

ທ່ານ ບຸນ​ກອງ ສີ​ຫາ​ວົງ ໄດ້​ຮຽກ­ຮ້ອງ​ໃຫ້​ຄູ່​ຮ່ວມ​ພັດ­ທະ­ນາ​ສາ­ກົນ ຈົ່ງ​ໃຫ້­ການ​ສະ­ໜັບ­ສະ­ໜູນ​ຊ່ວຍ­ເຫຼືອ​ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ໃນ​ສິ່ງ​ທີ່​ຈຳ­ເປັນ​ທາງ​ການ​ແພດ ເພື່ອ​ໃຊ້​ໃນ​ກໍ­ລະ­ນີ​ເກີດ​ການ​ລະ­ບາດ​ຂອງ​ພະ­ຍາດ​ປອດ​ອັກ­ເສບ​ສາຍ​ພັນ​ໃໝ່ ໄວ​ຣັສ​ໂຄ​ໂຣ​ນາ (Novel Corona virus-NCOV) ໃນ ສປປ ລາວ ໂດຍ​ສະ­ເພາະ​ເຄື່ອງ­ມື​ທາງ​ການ​ແພດ​ທີ່​ໃຊ້​ໃນ​ການ​ກວດ​ວິ­ເຄາະ​ຫາ​ເຊື້ອ​ພະ­ຍາດ ເພື່ອ​ສະ­ໜອງ​ໃຫ້​ບັນ­ດາ​ແຂວງ​ທີ່​ຍັງ​ບໍ່​ທັນ​ມີ​ເຄື່ອງ­ມື​ຄົບ​ຊຸດ.

ທ່ານ ສີ​ສະ­ຫວາດ ສຸດ​ທະ­ນີ​ລະ​ໄຊ ຮອງ​ຫົວ­ໜ້າ​ກົມ​ຄວບ​ຄຸມ­ພະ​ຍາດ​ຕິດ­ຕໍ່ ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ໄດ້​ຖະ­ແຫຼງ​ຂ່າວ​ກ່ຽວ​ກັບ​ພະ­ຍາດ​ອັກ­ເສບ​ປອດ​ທີ່​ເກີດ​ຈາກ​ເຊື້ອ​ຈຸ​ລະ​ໂລກ​ສາຍ​ພັນ​ໃໝ່ ຫຼື ເຊື້ອ​ໄວ​ຣັສ ໂຄ​ໂຣ​ນາ 2019 ວັນ​ທີ 4 ກຸມ­ພາ 2020 ຢູ່​ກະ­ຊວງ​ສາ­ທາ­ລະ­ນະ​ສຸ​ກວ່າ: ປັດ­ຈຸ­ບັນ ກະ­ຊວງ​ສາ­ທາ­ລະ­ນະ ສຸກ​ໄດ້​ເຝົ້າ​ລະ­ວັງ​ພະ­ຍາດ​ອັກ­ເສບ​ປອດ​ສາຍ​ພັນ​ໃໝ່ ຫຼື ເຊື້ອ​ໂຄ​ໂຣ​ນາ​ໄວ​ຣັສ​ຢ່າງ​ໃກ້­ຊິດ ໂດຍ​ກຳ­ນົດ​ຈຸດ ປະ­ສານ​ງານ​ໃນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ມາດ​ຕະ­ການ​ກະ­ກຽມ​ຄວາມ​ພ້ອມ ບັນ­ດາ​ດ່ານ​ສາ­ກົນ​ໄດ້​ມີ​ການ​ໃຫ້​ຂໍ້​ມູນ​ແກ່​ຜູ້­ໂດຍ­ສານ​ຂາ​ເຂົ້າ ແລະ ໄດ້​ມີ​ການ​ກະ­ກຽມ​ຄວາມ​ພ້ອມ ການ​ຄັດ​ກອງ​ຜູ້­ໂດຍ­ສານ​ທີ່​ເດີນ­ທາງ​ມາ​ຈາກ​ປະ­ເທດ​ທີ່​ມີ​ລາຍ​ງານ​ການ​ລະ­ບາດ ກຽມ­ພ້ອມ​ບັນ­ດາ​ໂຮງ­ໝໍ​ທີ່​ເປັນ­ຕາ​ໜ່າງ​ເຝົ້າ​ລະ­ວັງ ໃຫ້​ກຽມ​ຫ້ອງ​ແຍກ​ປ່ຽວ ອຸ­ປະ­ກອນ​ປ້ອງ​ກັນ​ຕົນ​ເອງ ແລະ ລົດ​ຮັບ​ສົ່ງ​ຄົນ​ເຈັບ ເຊິ່ງ​ຂໍ້​ມູນ​ເພີ່ມ​ເຕີມ ຫຼື ຖ້າ​ພົບ​ເຫັນ​ຄົນ​ທີ່​ມີ​ອາ­ການ ສົງ­ໄສ​ເປັນ​ພະ­ຍາດ​ນີ້ ແລະ ຕ້ອງ­ການ​ຄວາມ​ຊ່ວຍ­ເຫຼືອ ຕິດ­ຕໍ່​ທີ່​ເບີ 020 54066777 ຫຼື ສາຍ​ດ່ວນ 166.

ການ​ປະ­ຕິ­ບັດ​ມາດ​ຕະ­ການ​ດັ່ງ­ກ່າວ ໃນ​ໄລ­ຍະ​ຜ່ານ​ມາ​ສາ­ມາດ​ສັງ​ລວມ​ໄດ້​ກໍ­ລະ­ນີ​ທີ່​ເຂົ້າ​ກັບ​ນິ​ຍາມ ຫຼື ກໍ­ລະ­ນີ​ສົງ­ໄສ​ມີ 14 ກໍ­ລະ­ນີ ໃນ​ນີ້ ເປັນ​ຄົນ​ລາວ 10 ກໍ­ລະ­ນີ ຄົນ​ຈີນ 4 ກໍ­ລະ­ນີ ໂດຍ​ໄດ້​ເກັບ​ຕົວ­ຢ່າງ​ມາ ກວດ 14 ຕົວ­ຢ່າງ ເຊິ່ງ​ໄດ້­ຜົນ​ກວດ 13 ຕົວ­ຢ່າງ​ໃຫ້​ຜົນ​ລົບ ໝາ­ຍວ່າ​ບໍ່​ພົບ​ການ​ຕິດ­ເຊື້ອ​ພະ­ຍາດ​ນີ້ ແລະ ຍັງ 1 ຕົວ­ຢ່າງ ກຳ­ລັງ​ລໍ­ຖ້າ​ຜົນ​ກວດ​ວິ­ເຄາະ ນອກ​ນີ້ ຍັງ​ໄດ້​ສືບ­ຕໍ່​ຕິດ­ຕາມ​ຜູ້​ທີ່­ຢູ່​ໃກ້­ຊິດ​ກັບ​ນັກ​ທ່ອງ​ທ່ຽວ​ຈີນ​ທີ່​ເຂົ້າ​ມາ ສປປ ລາວ ແລ້ວ​ກັບ​ຄືນ​ໄປ ສປ ຈີນ ຈຶ່ງ​ມີ​ອາ­ການ​ໄຂ້ ໄອ ຫາຍ­ໃຈ​ຍາກ ແລະ ກວດ​ພົບ​ວ່າ ຕິດ­ເຊື້ອ​ໄວ​ຣັສ​ໂຄ​ໂຣ​ນາ ອີງ​ຕາມ​ຂໍ້​ມູນ​ເບື້ອງ​ຕົ້ນ​ມີ​ຜູ້​ທີ່​ສຳ­ຜັດ​ກັບ​ນັກ​ທ່ອງ​ທ່ຽວ​ຈີນ​ດັ່ງ­ກ່າວ 30 ຄົນ ໃນ​ນີ້ ເປັນ​ນັກ​ທ່ອງ​ທ່ຽວ​ທີ່​ມາ​ນຳ​ກັນ 26 ຄົນ ເຊິ່ງ​ໄດ້​ກັບ ສປ ຈີນ ແລ້ວ ສ່ວນ​ພະ­ນັກ­ງານ​ຂັບ​ລົດ 3 ຄົນ ຜູ້ ນຳ​ທ່ຽວ 1 ຄົນ ທີ່​ເປັນ​ຄົນ​ລາວ ພະ­ນັກ­ງານ​ສາ­ທາ­ລະ­ນະ​ສຸກ​ໄດ້​ເຝົ້າ​ລະ­ວັງ ຕິດ­ຕາມ​ອາ­ການ​ຢ່າງ​ໃກ້­ຊິດ ປັດ­ຈຸ­ບັນ​ມີ​ສຸ­ຂະ­ພາບ​ແຂງ­ແຮງ​ດີ ພ້ອມ​ທັງ​ແນະ­ນຳ​ວິ­ທີ​ການ​ສັງ­ເກດ​ອາ­ການ​ຂອງ​ພະ­ຍາດ ຖ້າ​ມີ​ອາ­ການ​ໃຫ້ ລາຍ​ງານ​ຕໍ່​ແພດ​ທັນ­ທີ.

(ໄຊພອນ)

ເຫດການ
302 Found

Found

The document has moved here.