ລັດຖະບານຫວຽດນາມ ຖືການປ້ອງກັນ, ຕ້ານ ແລະຄວບຄຸມເຊື້ອພະຍາດ Covid-19 ເປັນບູລິມະສິດສູງສຸດໃນປະຈຸບັນ

16:15 | 29/03/2020

ຍສໝ - ທ່ານ ບຸ່ຍແທັງເຊີນ ຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດຫວຽດນາມ ຢັ້ງຢືນວ່າ ລັດຖະບານຫວຽດນາມ ຖືການປ້ອງກັນ, ຕ້ານ ແລະຄວບຄຸມເຊື້ອພະຍາດເປັນບູລິມະສິດສູງສຸດໃນປະຈຸບັນ.

ລັດຖະບານຫວຽດນາມ ຖືການປ້ອງກັນ, ຕ້ານ ແລະຄວບຄຸມເຊື້ອພະຍາດ Covid-19 ເປັນບູລິມະສິດສູງສຸດໃນປະຈຸບັນ

ທ່ານ ບຸ່ຍແທັງເຊີນ ຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດຫວຽດນາມ. (ພາບ: daidoanket.vn)

ເມື່ອບໍ່ດົນມານີ້, ທ່ານ ບຸ່ຍແທັງເຊີນ ຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທຫວຽດນາມ ໄດ້ມີການສົນທະນໂອ້ລົມທາງໂທລະສັບ ຄັ້ງທີສອງ ກັບການນໍາກະຊວງການຕ່າງປະເທດບັນດາປະເທດ: ອາເມລິກາ, ຍີ່ປຸ່ນ, ສ. ເກົາຫຼີ, ອິນເດຍ, ອົດສະຕາລີ ແລະນິວຊີແລນ ກ່ຽວກັບສະພາບການຂອງເຊື້ອພະຍາດ Covid-19.

ທ່ານ ບຸ່ຍແທັງເຊີນ ເນັ້ນໜັກວ່າ ຫວຽດນາມ ພວມສົມທົບກັບບັນດາປະເທດອາຊຽນ ຊຸກຍູ້ບັນດາມາດຕະການຢ່າງແໜ້ນແຟ້ນເພື່ອແນໃສ່ເພີ່ມທະວີການກຽມພ້ອມ ແລະເປັນເຈົ້າການຮັບມືຂອງອາຊຽນ ໃນການຕໍ່ສູ້ຕ້ານເຊື້ອພະຍາດ; ສະແດງຄວາມໄວ້ເນື້ອເຊື່ອໃຈຕໍ່ການຮ່ວມມືຢ່າງແໜ້ນແຟ້ນຂອງປະຊາຄົມສາກົນ, ເຊື້ອພະຍາດຈະໄດ້ຮັບການຍູ້ຖອຍຢ່າງໄວວາ.

ທ່ານ ບຸ່ຍແທັງເຊີນ ກໍ່ສະເໜີໃຫ້ຮັກສາການເຄື່ອນໄຫວຂົນສົ່ງທາງອາກາດຢູ່ໃນລະດັບຕໍ່າສຸດເພື່ອທັງຕອບສະໜອງຄວາມຕ້ອງການໄປມາຢ່າງຊອບທຳທັງຮັບປະກັນບັນດາມາດຕະການທີ່ປອດໄພໃນການປ້ອງກັນ, ຕ້ານເຊື້ອພະຍາດ; ສະເໜີໃຫ້ບັນດາປະເທດສ້າງເງື່ອນໄຂໃຫ້ເຊິ່ງກັນ ແລະກັນໃນວຽກງານປົກປ້ອງພົນລະເມືອງ.

ຕໍ່ໜ້າສະພາບການໂລກລະບາດມີການຜັນແປຢ່າງສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້ແລະອາດຈະແກ່ຍາວ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ໄດ້ຮຽກຮ້ອງໃຫ້ທ່ານໝໍ, ພະນັກງານ, ພາລະກອນທາງການແພດທຸກໆຄົນໃນທົ່ວປະເທດຕ້ອງມີຄວາມຕັດສິນໃຈຢ່າງສູງກ່ວາອີກ, ມີຄວາມຮັບຜິດຊອບກ່ວາອີກພ້ອມກັບບັນດາກຳລັງແລະປະຊາຊົນຄວບຄຸມໂລກລະບາດຢູ່ພາຍໃນປະເທດໃຫ້ໄດ້ໂດຍໄວ. ທ່ານນາຍົກລັດລັດຖະມົນຕີຫວຽດນາມ ກໍ່ສະເໜີໃຫ້ພໍ່ແມ່ປະຊາຊົນ, ທົ່ວປະເທດສືບຕໍ່ລະດົມກຳລັງໃຈ, ແບ່ງປັນ, ຮ່ວມແຮງຮ່ວມໃຈສະໜັບສະໜູນບັນດານັກຮົບເສື້ອຂາວໃນບັ້ນຕໍ່ສູ້ກັບໂລກລະບາດ Covid – 19.

ປະຈຸບັນ, ໂລກລະບາດໂຄວິດ-19 ໄດ້ແຜ່ລະບາດອອກສູ່ 199 ປະເທດ ແລະ ເຂດແຄ້ວນໃນທົ່ວໂລກ. ໃນທົ່ວໂລກໄດ້ມີຜູ້ຕິດໂລກລະບາດໂຄວິດ-19 123.390 ຄົນໄດ້ຮັບການປິ່ນປົວຫາຍດີ. ປະຈຸບັນ, ເອີລົບ ຍັງແມ່ນຈຸດຮ້ອນເຮັ່ງຂອງໂລກລະບາດໂຄວິດ-19. ໃນນັ້ນ, ອີຕາລີ ມີຈຳນວນຜູ້ເສຍຊີວິດຍ້ອນຕິດໂລກລະບາດໂຄວິດ 19 ຫຼາຍກວ່າໝູ່ໃນໂລກດ້ວຍ 8.215 ຄົນ, ຈຳນວນຜູ້ຕິດໂລກລະບາດນີ້ແມ່ນ 80.589 ຄົນ. ແອັດສະປາຍ ແມ່ນປະເທດມີຜູ້ເສຍຊີວີດຫຼາຍທີ 2 ໃນໂລກ, ດ້ວຍຜູ້ເສຍຊີວິດແມ່ນ 4.365 ຄົນ ແລະ ຜູ້ຕິດໂລກລະບາດແມ່ນ 57.786 ຄົນ.

(ໄຊພອນ)

ເຫດການ
302 Found

Found

The document has moved here.