ປະທານສະພາແຫ່ງຊາດ ຫວຽດນາມ ຮັບຕ້ອນ ປະທານສະພາແຫ່ງຊາດ ລາຊະອານາຈັກ ກໍາປູເຈຍ

10:47 | 29/05/2019

ໃນວັນທີ 28 ພຶດສະພາ, ປະທານສະພາແຫ່ງຊາດ ຫງວຽນ ຖີ ກິມ ເງີນ ຮັບຕ້ອນ ຄະນະຜູ້ແທນສະພາແຫ່ງຊາດ ກໍາປູເຈຍ ນຳໂດຍ ທ່ານ Samdech Heng Samrin - ປະທານສະພາແຫ່ງຊາດ ລາຊະອານາຈັກ ກໍາປູເຈຍ.

ທີ່ການພົບປະເຈລະຈາ, ປະທານສະພາແຫ່ງຊາດ ຫງວຽນ ຖີ ກິມ ເງີນ ສະແດງຄວາມດີໃຈ ຕໍ່ການຮ່ວມມືອັນດີງາມ ລະຫວ່າງ ສະພາແຫ່ງຊາດຫວຽດນາມ ແລະ ສະພາແຫ່ງຊາດກໍາປູເຈຍ. ສອງຝ່າຍໄດ້ປະຕິບັດເປັນຢ່າງດີກ່ຽວກັບເນື້ອໃນຂອງສັນຍາການຮ່ວມມື ລະຫວ່າງ ສະພາແຫ່ງຊາດສອງປະເທດ ໃນເດືອນກໍລະກົດ ປີ 2012 ແລະ ໄດ້ການແລກປ່ຽນຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດ ແລະ ອົງການມິດຕະພາບສະພາແຫ່ງຊາດສອງປະເທດ.

ປະທານສະພາແຫ່ງຊາດ ຫວຽດນາມ ຮັບຕ້ອນ ປະທານສະພາແຫ່ງຊາດ ລາຊະອານາຈັກ ກໍາປູເຈຍ

ປະທານສະພາແຫ່ງຊາດ ຫງວຽນ ຖີ້ກິມເງີນ ໃນການພົບປະເຈລະຈາ. (ພາບ: quochoi.vn)

ທີ່ການເຮັດວຽກສອງຝ່າຍເຫັນດີເປັນເອກກະພາບວ່າ: ອົງການວິຊາການຂອງສອງສະພາແຫ່ງຊາດ ຈະເພີ່ມທະວີການປະສານງານໃນການຕິດຕາມກວດກາສັນຍາການຮ່ວມມື ທີ່ໄດ້ລົງນາມ ລະຫວ່າງສອງປະເທດ, ໂດຍສະເພາະໃນດ້ານການສຶກສາ, ອົບຮົມໃຫ້ພະນັກງານ ດ້ານເຕັກໂນໂລຢີ, ຂໍ້ມູນຂ່າວສານ. ສອງຝ່າຍ ຈະປະສານນຳກັນໃນການຈັດຕັ້ງກອງປະຊຸມສາກົນໃນສອງປະເທດເຊັ່ນ: ລັດຖະສະພາການຕ່າງປະເທດອາຊຽນ , ກອງປະຊຸມເປີດກວ້າງ ຜູ້ແທນສະມາຊິກອາຊີປາຊີຟິກ, ໂຄງການແລກປ່ຽນນັກຮຽນອາຊີ,…

ປະທານສະພາແຫ່ງຊາດ ຫວຽດນາມ ຮັບຕ້ອນ ປະທານສະພາແຫ່ງຊາດ ລາຊະອານາຈັກ ກໍາປູເຈຍ

ທ່ານນາງ ຫງວຽນ ຖີ້ກິມເງີນ ແລະ ທ່ານ Samdech Heng Samrin ໄດ້ລົງນາມໃນຂໍ້ຕົກລົງຮ່ວມມືລະຫວ່າງສອງຝ່າຍ. (ພາບ: quochoi.vn)

ພາຍຫຼັງການເຈລະຈາ, ປະທານສະພາແຫ່ງຊາດ ຫງວຽນ ຖີ ກິມ ເງີນ ແລະ ປະທານສະພາແຫ່ງຊາດ ກໍາປູເຈຍ ທ່ານ Samdech Heng Samrin ໄດ້ລົງນາມໃນຂໍ້ຕົກລົງຮ່ວມມື ລະຫວ່າງສະພາແຫ່ງຊາດຫວຽດນາມ ແລະ ສະພາແຫ່ງຊາດກໍາປູເຈຍ ກ່ຽວກັບ ໄຂຊຸດຮຽນ, ອົບຮົມ ດ້ານການແປພາສາ ຂະເໝນ - ຫວຽດນາມ ແລະ ເຕັກໂນໂລຢີຂໍ້ມູນຂ່າວສານ ໃຫ້ແກ່ພະນັກງານ ຄະນະເລຂານຸການສະພາແຫ່ງຊາດກໍາປູເຈຍ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.