ປົກ​ປ້ອງ​ພົນ​ລະ​ເມືອງ​ຫວຽດນາມ ຖືກຕິດຄ້າງຢູ່ຕາມສະໜາມບິນສາກົນ

16:28 | 24/03/2020

ຍສໝ - ນີ້ແມ່ນການປະກາດໃໝ່ທີ່ສຸດຂອງກະຊວງການຕ່າງປະເທດ, ວ່າ: ພົນລະເມືອງ ຫວຽດນາມ ທີ່ຖືກຄ້າງໄວ້ໃນສະໜາມບິນສາກົນ ຍ້ອນສະພາບການເຄື່ອນໄຫວທີ່ສັບສົນຂອງການລະບາດ Covid-19.

ໃນສະພາບໂລກລະບາດ Covid – 19 ພວມມີການຜັນແປຢ່າງສັບສົນໃນທົ່ວໂລກ, ຫຼາຍປະເທດ ແລະ ເຂດແຄວ້ນໄດ້ຈໍາກັດການໄປ-ມາ ຫຼື ປິດປະຕູບັນດາສະໜາມບິນສາກົນ ພາໃຫ້ແຂກຜູ້ໂດຍສານຫຼາຍຄົນ ເຊິ່ງແມ່ນຊາວຫວຽດນາມ ຖືກຕິດຄ້າງຢູ່ຕາມສະໜາມບິນສາກົນ.

ຮັບມືກັບສະພາບການດັ່ງກ່າວ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ປັບປຸງຂໍ້ມູນຂ່າວສານຢ່າງຕໍ່ເນື່ອງ ແລະ ໃຫ້ຂໍ້ສະເໜີຕໍ່ພົນລະເມືອງ ຫວຽດນາມ ກ່ຽວກັບການເດີນທາງ. ຕໍ່ໜ້າສະພາບການດັ່ງກ່າວ, ກະຊວງການຕ່າງປະເທດຫວຽດນາມ ໄດ້ໃຫ້ຄໍາຕັກເຕືອນແກ່ພົນລະເມືອງຫວຽດນາມ ກ່ຽວກັບການໄປ - ມາ, ພິເສດແມ່ນຕັກເຕືອນໃຫ້ພົນລະເມືອງ ຈົ່ງຈໍາກັດການໄປ - ມາລະຫວ່າງບັນດາປະເທດ ແລະ ກັບຄືນຫວຽດນາມໃນຈຸດເວລາປັດຈຸບັນ, ປະຕິບັດຕາມມາດຕະການປ້ອງກັນ ແລະ ສະກັດກັ້ນໂລກລະບາດຢູ່ປະເທດປະຈໍາຖິ່ນ.

ປົກ​ປ້ອງ​ພົນ​ລະ​ເມືອງ​ຫວຽດນາມ ຖືກຕິດຄ້າງຢູ່ຕາມສະໜາມບິນສາກົນ

ຖ້ຽວບິນໄດ້ ນຳເອົາພົນລະເມືອງ ຫວຽດນາມ ຈາກຕ່າງປະເທດກັບບ້ານ ເນື່ອງຈາກສະຖານະການຂອງ Covid-19. (ພາບ: vnexpress)

ກະຊວງການຕ່າງປະເທດ ຫວຽດນາມ ຍັງໄດ້ຊີ້ນຳ ໃຫ້ຄະນະຜູ້ຕາງໜ້າຊາວຫວຽດນາມຢູ່ຕ່າງປະເທດ ຕິດຕາມ ແລະ ປະສານສົມທົບຢ່າງເປັນປະຈຳ ກັບບັນດາອົງການທີ່ມີໜ້າທີ່, ສະໜາມບິນສາກົນ ແລະ ສາຍການບິນຕ່າງປະເທດໃນຕ່າງປະເທດ ເພື່ອສະໜອງຂໍ້ມູນສະເພາະກ່ຽວກັບນະໂຍບາຍເຂົ້າເມືອງຫວຽດນາມ. ກໍລະນີທີ່ຕ້ອງການຮັບການຊ່ວຍໜູນ, ສະເໜີພົນລະເມືອງຫວຽດນາມ ຕິດຕໍ່ພົວພັນຕາມໂທລະສັບສາຍດ່ວນ ທີ່ຖືກລົງທາງເວັບໄຊຂອງບັນດາອົງການຕາງໜ້າທາງການທູດຂອງຫວຽດນາມ ປະຈໍາຕ່າງປະເທດ ຫຼື ໂທລະສັບເຖິງສູນປົກປ້ອງພົນລະເມືອງ - ສະຖານກົງສູນຄື: +84 981 848484.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.