ນາຍົກລັດຖະມົນຕີ ສສ. ຫວຽດນາມ: ຮຽກຮ້ອງໃຫ້ປະຊາຊົນຢູ່ກັບເຮືອນ

14:52 | 31/03/2020

ຍສໝ - ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຮຽກຮ້ອງໃຫ້ທຸກຄົນຕ້ອງປະຕິບັດການແຍກຕົວພາຍໃນ 15 ວັນນັບແຕ່ເວລາ 1:00 ໂມງຂອງວັນທີ 1/4 ຕາມຫຼັກການແຍກຕົວ ຄອບຄົວ ຈາກ ຄອບຄົວ ແລະ ຕາແສງ ຈາກ ຕາແສງ.

ວັນທີ 31 ມີນາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການປະກາດໃຊ້ຄຳສັ່ງເລກທີ 16 ກ່ຽວກັບການປະຕິບັດບັນດາມາດຕະການຮີບດ່ວນເພື່ອປ້ອງກັນ, ຄວບຄຸມ Covid-19. ນີ້ແມ່ນ ຄຳສັ່ງສະບັບທີ 6 ທີ່ລຽນຕິດກັນ ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ນັບແຕ່ການລະບາດຂອງ Covid-19 ເກີດຂື້ນຢູ່ຫວຽດນາມ.

ນາຍົກລັດຖະມົນຕີ ສສ. ຫວຽດນາມ:   ຮຽກຮ້ອງໃຫ້ປະຊາຊົນຢູ່ກັບເຮືອນ

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ (ພາບ: VGP)

ຮຽກຮ້ອງໃຫ້ປະຊາຊົນຢູ່ກັບເຮືອນ

ປະຕິບັດ ຕາມຄຳຮຽກຮ້ອງຂອງ ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຟູຈ້ອງ, ດ້ວຍຈິດໃຈເອົາໃຈໃສ່ເຖິງສຸຂະພາບຂອງປະຊາຊົນ, ເພື່ອເປັນເຈົ້າການໃນການສືບຕໍ່ການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດ, ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການຕ່າງໆ, ບັນດາອົງການທີ່ຂຶ້ນກັບລັດຖະບານ, ຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນທີ່ຂຶ້ນກັບສູນກາງຕ້ອງສຸມໃສ່ປະຕິບັດບັນດາມາດຕະການປ້ອງກັນການລະບາດຂອງພະຍາດ.

ກ່ອນອື່ນໝົດ ແມ່ນການປິຕິບັດການແຍກຕົວໃນສັງຄົມພາຍໃນ 15 ວັນນັບແຕ່ເວລາ 1:00 ໂມງຂອງວັນທີ 1/4 ທົ່ວປະເທດກ່ຽວກັບຫຼັກການຄອບຄົວທີ່ແຍກຕົວຈາກຄອບຄົວ ແລະ ໝູ່ບ້ານທີ່ແຍກຕົວຈາກ ໝູ່ບ້ານ. ຕາແສງທີ່ແຍກຕົວຈາກຕາແສງ ແລະ ເມືອງທີ່ແຍກຕົວຈາກເມືອງ, ແຂວງທີ່ແຍກຕົວຈາກແຂວງ, ການດໍາເນີນເຄື່ອນໄຫວຂອງໂຮງງານຕ້ອງຮັບປະກັນດ້່ານຄວາມປອດໄພ, ຕ້ອງໃສ່ຜ້າອັດປາກ, ຂ້າເຊື້ອແມ່ພະຍາດຕາມລະບຽບການ.

ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ປະຊາຊົນທຸກຄົນຢູ່ກັບເຮືອນ, ພຽງແຕ່ອອກໄປໃນກໍລະນີທີ່ມີຄວາມ ຈຳເປັນເຊັ່ນ: ຊື້ອາຫານການກິນ, ຢາປົວພະຍາດ, ສຸກເສີນ, ການບໍລິການທີ່ຈໍາເປັນ... ພ້ອມກັນນັ້ນ, ກໍ່ຕ້ອງປະຕິບັດຢ່າງເຂັ້ມງວດໃນການຮັກສາໄລຍະຫ່າງຕໍ່າສຸດແມ່ນ 2 ແມັດເມື່ອສື່ສານ; ຫ້າມເຕົ້າໂຮມຫຼາຍກ່ວາ 2 ຄົນໃນບ່ອນສາທາລະນະ.

ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ປະຊາຊົນທຸກຄົນສະໝັກໃຈໃນການປະຕິບັດຕາມຄຳຮຽກຮ້ອງ ແລະ ມາດຕະການຕ່າງໆໃນການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດ, ເຂົ້າຮ່ວມການປະກາດທາງການແພດແບບສະໝັກ ໃຈ, ປະຕິບັດທຸກມາດຕະການເພື່ອປົກປ້ອງຕົນເອງ, ຄອບຄົວ ແລະ ເຂົ້າຮ່ວມຢ່າງມີຄວາມຮັບຜິດຊອບຕໍ່ບັນດາກິດຈະກຳຕ່າງໆໃນການປ້ອງກັນ ແລະ ຄວບຄຸມ ການລະບາດຂອງພະຍາດ ຂອງອົງການທີ່ກ່ຽວຂ້ອງ ແລະ ຂອງຊຸມຊົນ.

ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ກະຊວງຕໍາຫຼວດສົມທົບກັບຂະແໜງສາທາລະນະສຸກ ເພື່ອຂຶ້ນບັນຊີລາຍຊື່ບຸກຄົນທີ່ມີສ່ວນຮ່ວມໃນການເຄື່ອນໄຫວຂອງບໍລິສັດເຈື່ອງຊີງທີ່ມີຄວາມສ່ຽງຕໍ່ການຕິດເຊື້ອເພື່ອໃຫ້ການເຝົ້າລະວັງທາງການແພດ, ການຕິດຕາມ, ການແຍກຕົວ, ການແກ້ໄຂຢ່າງໄວວາໃນການຕິດພະຍາດ. ຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນ ທີ່ກ່ຽວຂ້ອງ ຕ້ອງປະສານສົມທົບຢ່າງ ແໜ້ນແຟ້ນກັບບັນດາກະຊວງ, ສອງນະຄອນເພື່ອປະຕິບັດໜ້າທີ່ວຽກງານນີ້ໃຫ້ເປັນຢ່າງດີ.

ກະຊວງຕໍາຫຼວດ ແລະ ຄະນະກຳມະການປະຊາຊົນແຂວງ ສືບຕໍ່ດຳເນີນການກວດສຸຂະພາບຢ່າງຮີບດ່ວນ, ອັບເດດສະພາບສຸຂະພາບຂອງປະຊາຊົນຜູ້ທີ່ໄດ້ເຂົ້າເມືອງຕັ້ງແຕ່ວັນທີ 8 ມີນາ ນີ້ແຕ່ບໍ່ໄດ້ປະຕິບັດການແຍກຕົວ; ຂຶ້ນບັນຊີລາຍຊື່ຂອງຜູ້ທີ່ມີການຕິດຕໍ່ໂດຍກົງ ແລະ ໃກ້ຊິດກັບຜູ້ຕິດເຊື້ອພະຍາດເພື່ອຈັດປະເພດການຄັດເລືອກ, ນຳໃຊ້ມາດຕະການແຍກຕົວທີ່ເໝາະສົມ (ການແຍກຕົວລວມ, ຢູ່ເຮືອນ, ບ່ອນພັກເຊົາ).

ຢຸດການຂົນສົ່ງສາທາລະນະ, ຈຳກັດການເຄື່ອນໄຫວໄປມາ

ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ບັນດາອົງການ ແລະ ໜ່ວຍງານຂອງລັດຈັດແຈງພະນັກງານ, ລັດຖະກອນ ແລະ ພະນັກງານລັດນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານທີ່ເຮັດວຽກຢູ່ເຮືອນ; ມີແຕ່ກໍລະນີທີ່ມີຄວາມ ຈຳເປັນແທ້ໆເຊັ່ນ: ການຍາມຢູ່ຫ້ອງການ, ການສະໜອງສິນຄ້າ ແລະ ການບໍລິການທີ່ຈຳເປັນ, ການແກ້ໄຂເອກະສານທີ່ເປັນຄວາມລັບ ແລະ ວຽກງານອື່ນໆ ທີ່ຈຳ ເປັນຕາມຄວາມຕ້ອງການເຮັດວຽກຢູ່ ສຳນັກງານ.

ສໍາລັບກະຊວງສາທາລະນະສຸກ, ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ບັນດາໂຮງໝໍຕ້ອງປະຕິບັດບັນດາຂັ້ນຕອນ ແລະ ການຄຸ້ມຄອງຢ່າງເຂັ້ມງວດເພື່ອຫລີກລ້ຽງການຕິດເຊື້ອພະຍາດໃນໂຮງໝໍ; ຄວບຄຸມຢ່າງເຂັ້ມງວດ, ຮຽກຮ້ອງໃຫ້ມີການປະກາດທາງການແພດທີ່ ຈຳເປັນສຳລັບຄົນເຈັບ, ສະມາຊິກໃນຄອບຄົວ, ຜູ້ເບິ່ງແຍງດູແລ; ຢຸດເຊົາການໄປຢ້ຽມຢາມຄົນເຈັບຢູ່ສຸກສາລາ.

ນອກຈາກນັ້ນ, ຕ້ອງສືບຕໍ່ການຈັດຕັ້ງປະຕິບັດການກວດ ແລະ ປິ່ນປົວພະຍາດຢູ່ໂຮງໝໍ ແບກມາຍ (ຮ່າໂນ້ຍ), ຮັບປະກັນຄວາມປອດໄພໃຫ້ພະນັກງານ, ພະນັກງານສາທາລະນະສຸກ ແລະ ປະຊາຊົນຕາມຂໍ້ສະເໜີຂອງຄະນະຊີ້ນຳ ແລະ ກະຊວງສາທາລະນະສຸກ. ພິຈາລະນາ ແລະ ແກ້ໄຂບັນດາຂໍ້ສະເໜີແນະຂອງນະຄອນຮ່າໂນ້ຍ, ສະໜັບສະໜູນ ແລະ ສ້າງເງື່ອນໄຂອັນສະດວກໃຫ້ນະຄອນຮ່າໂນ້ຍໃນການຄວບຄຸມໂລກລະບາດຢູ່ຮ່າໂນ້ຍ.

ປິດຊາຍແດນທາງຊາຍແດນລາວ ແລະ ກຳ ປູເຈຍ

ດ້ວຍສະພາບການທີ່ສັບສົນ ຂອງການລະບາດພະຍາດ,ໃນມື້ນີ້ ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ມີການປິດປະຕູຊາຍແດນຕົ້ນຕໍ ແລະ ສໍາຮອງ ຢ່າງຊົ່ວຄາວ ສຳລັບຜູ້ສັນຈອນໄປມາຕັ້ງແຕ່ເວລາ 1:00 ຂອງວັນທີ 1 ເມສາ ທີ່ເສັ້ນຊາຍແດນຕິດກັບລາວ ແລະ ກຳ ປູເຈຍ.

ພ້ອມດຽວກັນນັ້ນ, ຄວບຄຸມການເຂົ້າເມືອງຜ່ານດ່ານຊາຍແດນສາກົນຢ່າງເຂັ້ມງວດຕາມເສັ້ນທາງຊາຍແດນທາງບົກ; ຄົນເຂົ້າເມືອງຈາກລາວ ແລະ ກຳປູເຈຍຕ້ອງປະຕິບັດການແຍກຕົວເປັນເວລາ 14 ວັນ.

ກະຊວງປ້ອງກັນປະເທດ ປະຕິບັດການຊີ້ນຳ, ຈັດຕັ້ງ ແລະ ເປີດກວ້າງຮາກຖານການແຍກຕົວລວມ, ເພີ່ມທະວີການຄຸ້ມຄອງເສັ້ນທາງຊາຍແດນ. ກະຊວງຕໍາຫຼວດ ເພີ່ມທະວີການຊີ້ນຳກ່ຽວກັບການຮັບປະກັນດ້ານຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມເພື່ອປ້ອງກັນອາດຊະຍາກຳ, ໂດຍສະເພາະຢູ່ເຂດຊົນນະບົດ.

ກະຊວງການເງິນຊີ້ນຳກົມໃຫຍ່ພາສີເພື່ອແກ້ໄຂຄວາມຫຍຸ້ງຍາກໃນການສົ່ງອອກຜ້າອັດປາກ; ຮຽກຮ້ອງໃຫ້ນັກທຸລະກິດປະກັນໄພບໍ່ແນະນຳ ແລະ ນຳໃຊ້ຊຸດປະກັນໄພທີ່ກ່ຽວຂ້ອງກັບພະຍາດ Covid-19.

ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ບັນດາສຳນັກຂ່າວ ສືບຕໍ່ການໂຄສະນາເຜີຍແຜ່ຂ່າວສານ ແລະ ສະໜັບສະໜູນ ນະໂຍບາຍປົກປ້ອງສຸຂະພາບຂອງປະຊາຊົນ, ແກ້ໄຂຫົວຂໍ້ຂ່າວທີ່ສ້າງຄວາມວິຕົກກັງວົນຕໍ່ປະຊາຊົນ. ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ຄະນະກຳມະການປະຊາຊົນບັນດາທ້ອງຖິ່ນມີໜ້າທີ່ຮັບປະກັນດ້ານສິນຄ້າ, ອາຫານການກິນທີ່ຈຳເປັນຂອງປະຊາຊົນ.

(ໄຊພອນ)

ເຫດການ
302 Found

Found

The document has moved here.