ນັກສຶກສາຫວຽດນາມຢູ່ລາວປະຕິບັດບັນດາມາດຕະການເພື່ອຮັບມືກັບພະຍາດໂຄວິດ-19

06:30 | 03/04/2020

ຍສໝ​ - ເພື່ອຮັບປະກັນຄວາມປອດໄພໃຫ້ແກ່ບັນດານັກສຶກສາຫວຽດນາມ ຢູ່ລາວ, ຄະນະນັກສຶກສາຫວຽດນາມ ໄດ້ຮັກສາບັນດາການເຄື່ອນໄຫວພາຍໃນຫໍພັກ, ບໍ່ສຳຜັດກັບຄົນແປກໜ້າ, ປະຕິບັດບັນດາມາດຕະການສະກັດກັ້ນພະຍາດຕາມການແນະນໍາຂອງສະຖານທູດຫວຽດນາມ ປະຈໍາລາວ ແລະໂຮງຮຽນ.

ນ ກສ ກສາຫວຽດນາມຢ ລາວປະຕ ບ ດບ ນດາມາດຕະການເພ ອຮ ບມ ກ ບພະຍາດໂຄວ ດ 19 ສາຂາຂອງບໍລິສັດໄຟຟ້າຫວຽດນາມ-ລາວ ໄດ້ມອບເງິນ 3 ໝື່ນ USD ເພື່ອຊ່ວຍລັດຖະບານລາວ ສະກັດກັ້ນໂລກລະບາດໂຄວິດ -19
ນ ກສ ກສາຫວຽດນາມຢ ລາວປະຕ ບ ດບ ນດາມາດຕະການເພ ອຮ ບມ ກ ບພະຍາດໂຄວ ດ 19 ສູນກາງຄະນະຊາວໜຸ່ມ ຫວຽດນາມໄດ້ມອບສົ່ງອຸປະກອນປ້ອງກັນ, ສະກັດກັ້ນໂລກລະບາດ Covid-19 ໃຫ້ແກ່ສູນກາງຄະນະຊາວໜຸ່ມປະຊາຊົນປະຕິວັດ ລາວ
ນ ກສ ກສາຫວຽດນາມຢ ລາວປະຕ ບ ດບ ນດາມາດຕະການເພ ອຮ ບມ ກ ບພະຍາດໂຄວ ດ 19
ນັກສຶກສາຫວຽດນາມ ຢູ່ ລາວ ມີຄວາມທຸ່ນທ່ຽງໃຈໃນການຮັບມືກັບພະຍາດໂຄວິດ-19.

ໂດຍໄດ້ຮັບການຊີ້ນໍາ ແລະແນະນໍາຈາກສະຖານທູດຫວຽດນາມ ປະຈໍາ ສປປ ລາວ, ຄະນະພະນັກງານຄະນະນັກສຶກສາຫວຽດນາມ ຢູ່ມະຫາວິທະຍາໄລແຫ່ງຊາດລາວ ຍາມໃດກໍລະດົມກໍາລັງໃຈ, ຮຽກຮ້ອງບັນດານັກສຶກສາຫວຽດນາມ ໃຫ້ມີຄວາມທຸ່ນທ່ຽງໃຈ, ສືບຕໍ່ຕິດຕາມສະພາບການ, ພ້ອມທັງປະຕິບັດຕາມຄໍາແນະນໍາກ່ຽວກັບການປ້ອງກັນ ແລະ ສະກັດກັ້ນພະຍາດໂຄວິດ-19 ຂອງກະຊວງສາທາລະນະສຸກຫວຽດນາມ ກໍຄືຂອງກະຊວງສາທາລະນະສຸກລາວ ຢ່າງເຂັ້ມງວດ.

ພາຍຫຼັງລັດຖະບານລາວ ອອກແຈ້ງການໃຫ້ນັກຮຽນທຸກຊັ້ນພັກຮຽນແຕ່ວັນທີ 19 ມີນາ 2020 ເປັນຕົ້ນໄປ, ເພື່ອຮັບປະກັນຄວາມປອດໄພໃຫ້ແກ່ບັນດານັກສຶກສາຫວຽດນາມ ຢູ່ລາວ, ຄະນະນັກສຶກສາຫວຽດນາມ ໄດ້ຮັກສາບັນດາການເຄື່ອນໄຫວພາຍໃນຫໍພັກ, ບໍ່ສຳຜັດກັບຄົນແປກໜ້າ, ປະຕິບັດບັນດາມາດຕະການສະກັດກັ້ນພະຍາດຕາມການແນະນໍາຂອງສະຖານທູດຫວຽດນາມ ປະຈໍາລາວ ແລະໂຮງຮຽນ.

ລັດຖະບານແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ໄດ້ອອກຄຳສັ່ງສະບັບເລກທີ 06/ນຍ, ລົງວັນທີ 29 ມີນາ 2020 ວ່າດ້ວຍການເພີ່ມທະວີ ມາດຕະການສະກັດກັ້ນ, ກັນການລະບາດ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ-19 (COVID-19)ຍ້ອນເຫັນໄດ້ຄວາມອັນຕະລາຍຮ້າຍແຮງ ສະພາບການແຜ່ລະບາດ ຂອງເຊື້ອພະຍາດດັ່ງກ່າວ ທີ່ຍັງສືບຕໍ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ ກວມເອົາທຸກປະເທດໃນໂລກ, ຈໍານວນຜູ້ຕິດເຊື້ອແລະ ຜູ້ເສຍຊີວິດຈາກພະຍາດ ດັ່ງກ່າວກໍ່ເພີ່ມຂຶ້ນທຸກມື້.

ທ່ານ ລັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກໄດຢືນຢັນ ໃນວັນທີ 2 ເມສາ 2020 ນີ້ວ່າ: ມາຮອດວັນທີ 2 ເມສາ ນີ້, ສປປ ລາວ ບໍ່ພົບກໍລະນີ ຜູ້ຕິດເຊື້ອໄວຣັດໂຄວິດ-19 ເພີ່ມ, ຕົວເລກຜູ້ຕິດເຊື້ອຍັງຢູ່ 10 ຄົນຄືເກົ່າ ເຊິ່ງໃນວັນທີ 1 ເມສາ ໄດ້ມີກໍລະນີສົງໄສ ເກັບຕົວຢ່າງມາກວດ 61 ຄົນ ໃນນັ້ນ ນະຄອນຫລວງວຽງຈັນ 46 ຄົນ, ແຂວງບໍລິຄຳໄຊ, ຄຳມ່ວນ ແລະ ຫລວງພະບາງ ແຂວງລະ 4 ຄົນ, ແຂວງອັດຕະປື 4 ຄົນ ແລະ ແຂວງຈຳປາສັກ 1 ຄົນ ແລະ ຜົນກວດເປັນລົບທັງໝົດ ຖືວ່າມື້ນີ້ບໍ່ມີກໍລະນີໃໝ່. ສ່ວນຜູ້ຕິດເຊື້ອ ຈຳນວນ 10 ຄົນນັ້ນ, ມີ 2 ກໍລະນີ ອາການດີຂຶ້ນເລື້ອຍໆ ແລະ ຄາດວ່າຈະໄດ້ອອກໂຮງໝໍໃນໄວໆນີ້.

​ໃນ​ວັນ​ທີ 2 ​ເມສາ​ນີ້, ຕາມ​ຂໍ້​ມູນ​ຈາກ​ໜ່ວຍ​ງານ ດ້ານ​ສາທາລະນະ​ສຸກ​ໂລກ ລະບຸ​ວ່າ: ຍອດ​ຜູ້​ຕິດ​ເຊື້ອ​ ພະຍາດ​ໂຄ​ວິດ-19 ທົ່ວ​ໂລກ ​ເພີ່ມ​ຂຶ້ນຈຳນວນ 910.323 ຄົນ ​ແລະ ​ເສຍ​ຊີວິດ​ແລ້ວ ຈຳນວນ 45.496 ຄົນ.​ໃນ​ນີ້ ສ.ອາ​ເມ​ລິ​ກາ ມີ​ຍອດຜູ້ຕິດ​ເຊື້ອ ​ຫລາຍ​ທີ່​ສຸດ​ໃນ​ໂລກ ຈຳນວນ 203.848 ຄົນ, ຮອງ​ລົງ​ມາ ອີ​ຕາ​ລີ ຈຳນວນ110.574 ຄົນ, ​ແອັດ​ສະ​ປາຍ ຈຳນວນ 102.136 ຄົນ, ຝຣັ່ງ ຈຳນວນ 3.523 ຄົນ, ຈີນ ຈຳນວນ 3.312 ຄົນ ​ແລະ ອີຣານ ມີ​ຜູ້​ຕິດ​ເຊື້ອ​ ໂຄ​ວິດ-19 ຈຳນວນ 3.036 ຄົນ. ກ່ອນ​ໜ້ານີ້ ທ່ານ ​ໂດ​ນັນ ທຣຳ, ປະທານາທິບໍດີ ສ.ອາ​ເມ​ລິ​ກາ ​ແລະ ​ເຈົ້າໜ້າ​ທີ່​ລະດັບ​ສູງ ດ້ານ​ສາທາ​ລະນະສຸກ ກ່າວ​ວ່າ: ອາດ​ມີ​ຜູ້​ຕິດ​ເຊື້ອ ​ດັ່ງກ່າວ ​ຫລາຍ​ລ້ານ​ຄົນ ​ແລະ ອາດ​ຈະເສຍຊີວິດ ​ໃນ​ລະດັບ 100.000-240.000 ຄົນ ຫາກ​ຊາວ​ອາ​ເມ​ລິ​ກາ ບໍ່​ປະຕິບັດ ຕາມ​ມາດ​ຕະການ ​ເວັ້ນ​ໄລຍະ​ຫ່າງ ​ທາງ​ສັງຄົມ ຢ່າງ​ເຂັ້ມງວດ.

ໃນຂະນະທີ່ ມາຮອດເວລາ 24:00 ໂມງເຊົ້າ ຂອງວັນທີ 1 ເມສາ 2020, ທົ່ວໂລກມີລາຍງານກໍລະນີທັງໝົດ 203 ປະເທດ/ເຂດປົກຄອງພິເສດ ແລະ 2 ເຮືອສໍາລານ, ມີຜູ້ຕິດເຊື້ອ COVID-19 ທັງໝົດ 935.197 ກໍລະນີ, (ເພີ່ມຂຶ້ນ 76.872 ກໍລະນີ, ເສຍຊິວິດ 47.192 (ເພີ່ມຂຶ້ນ 4.890 ກໍລະນີ) ແລະ ປິ່ນປົວຫາຍດີ 193.989 ກໍລະນີ (ເພີ່ມຂຶ້ນ 16.058).
ນ ກສ ກສາຫວຽດນາມຢ ລາວປະຕ ບ ດບ ນດາມາດຕະການເພ ອຮ ບມ ກ ບພະຍາດໂຄວ ດ 19 ບັນດາຮູບພາບຂອງຊາວໜຸ່ມ, ນັກສຶກສາຫວຽດນາມ ທີ່ອາໄສຢູ່ຕ່າງປະເທດ 150 ຄົນ ຈາກ 29 ປະເທດ ເຂົ້າຮ່ວມຄ້າຍພັກແລ້ງຫວຽດນາມ 2019

ມີຊາວໜຸ່ມ, ນັກສຶກສາຫວຽດນາມ ທີ່ອາໄສຢູ່ຕ່າງປະເທດ 150 ຄົນ ຈາກ 29 ປະເທດ ມາເຂົ້າຮ່ວມຄ້າຍພັກແລ້ງຫວຽດນາມ 2019 ໃນລະຫວ່າງວັນທີ 10 – 26 ກໍລະກົດ 2019.

ນ ກສ ກສາຫວຽດນາມຢ ລາວປະຕ ບ ດບ ນດາມາດຕະການເພ ອຮ ບມ ກ ບພະຍາດໂຄວ ດ 19 ສະມາຄົມນັກສຶກສາຫວຽດນາມ ໄດ້ຮັບຫຼຽນໄຊເອກະລາດຊັ້ນ 1 (ຄັ້ງທີ 2) ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງ

ຍສໝ - ໃນວັນທີ 05 ມັງກອນ, ຢູ່ຮ່າໂນ້ຍ, ສູນກາງສະມາຄົມນັກສຶກສາຫວຽດນາມ ໄດ້ຈັດພິທີສະເຫຼີມສະຫຼອງ 70 ປີແຫ່ງວັນມູນເຊື້ອນັກຮຽນ, ນັກສຶກສາ ແລະ ສະມາຄົມນັກສຶກສາຫວຽດນາມ (09 ມັງກອນ 1950 – 09 ມັງກອນ 2020).

ນ ກສ ກສາຫວຽດນາມຢ ລາວປະຕ ບ ດບ ນດາມາດຕະການເພ ອຮ ບມ ກ ບພະຍາດໂຄວ ດ 19 ຫ້ອງຮຽນຢູ່ແຂວງຮ່າຕິງ ເຕັມໄປດ້ວຍນ້ຳໃຈແຫ່ງຄວາມສາມັກຄີລະຫວ່າງນັກສຶກສາຫວຽດນາມ-ລາວ

ບໍ່ມີຄວາມຫຍຸ້ງຍາກດ້ານພາສາ, ວັດທະນະທໍາ, ມີນັກສຶກສາລາວຮຽນຢູ່ໂຮງຮຽນວິທະຍາໄລເຕັກນິກຫວຽດດຶກ-ຮ່າຕິງ ກວ່າ 100 ຄົນໄດ້ເຊື່ອມຕົວເຂົ້າກັບສະພາບແວດລ້ອມຂອງການດໍາລົງຊີວິດຢູ່ນະຄອນຮ່າຕິງ ດ້ວຍການຕ້ອນຮັບ, ຊ່ວຍເຫຼືອຢ່າງສຸດຈິດສຸດໃຈຈາກຄະນະອຳນວຍການໂຮງຮຽນ ແລະບັນດາສະມາຊິກສະໂມສອນຫວຽດ-ລາວ.

ໄຊພອນ

302 Found

Found

The document has moved here.