ທະຫານຊາຍແດນ ແຂວງ ເທືອທຽນເຫວ້ ມອບຂອງຂວັນມີມູນຄ່າ 50 ລ້ານດົ່ງ ໃຫ້ປະຊາຊົນຢູ່ເຂດຊາຍແດນລາວ

16:47 | 03/03/2020

ຍສໝ - ຄ້າຍທະຫານຊາຍແດນ ຫົງວັນ, ແຂວງ ເທືອທຽນເຫວ້ ໄດ້ມອບຂອງຂວັນ ຈຳນວນ 60 ສ່ວນປະກອບມີເຄື່ອງທີ່ຈຳເປັນເຊັ່ນ: ເຂົ້າ, ນ້ຳມັນປຸງແຕ່ງ, ນ້ຳປາ, ເຄື່ອງນຸ່ງ ... ເຊິ່ງລວມມູນຄ່າທັງໝົດຫຼາຍກ່ວາ 50 ລ້ານດົ່ງ ໃຫ້ແກ່ປະຊາຊົນ ເມືອງສະໝ້ວຍ, ແຂວງສາລະວັນ, ປະເທດລາວ.

ເມື່ອບໍ່ດົນມານີ້, ພະນັກງານຂອງກອງບັນຊາການປ້ອງກັນຊາຍແດນ ຫົງວັນ, ແຂວງ ເທືອທຽນເຫວ້ ໄດ້ໂຄສະນາເຜີຍແຜ່ໃຫ້ປະຊາຊົນໃນເມືອງສະໝ້ວຍ, ແຂວງສາລະວັນ ເພື່ອຍົກສູງສະຕິ ໃນການປ້ອງກັນ ແລະ ຕ້ານ, ຄວບຄຸມການລະບາດຂອງ COVID-19 ສຳລັບຕົວເອງ ແລະ ຊຸມຊົນ. ພະນັກງານຂອງກອງບັນຊາການປ້ອງກັນຊາຍແດນຫົງວັນ ໄດ້ຮຽກຮ້ອງໃຫ້ປະຊາຊົນປະຕິບັດລະບຽບການກ່ຽວກັບການປ້ອງກັນຢ່າງເຂັ້ມງວດ. ຄຽງຂ້າງນັ້ນ, ພະນັກງານທະຫານ ກໍ່ໄດ້ຊີ້ນຳປະຊາຊົນກ່ຽວກັບສາຍເຫດຂອງພະຍາດ COVID-19, ເສັ້ນທາງສົ່ງຕໍ່, ອາການຂອງພະຍາດ ແລະ ການປ້ອງກັນ ແລະ ຄວບຄຸມຢ່າງມີປະສິດຕິຜົນ.

ທະຫານຊາຍແດນ  ແຂວງ ເທືອທຽນເຫວ້ ມອບຂອງຂວັນມີມູນຄ່າ 50 ລ້ານດົ່ງ ໃຫ້ປະຊາຊົນຢູ່ເຂດຊາຍແດນລາວ

ທະຫານຊາຍແດນ ແຂວງ ເທືອທຽນເຫວ້ ມອບຂອງຂວັນມີມູນຄ່າ 50 ລ້ານດົ່ງ ໃຫ້ປະຊາຊົນຢູ່ເຂດຊາຍແດນລາວ. (ພາບ: baobienphong)

ໃນໂອກາດນີ້, ກອງບັນຊາການທະຫານຊາຍແດນ ຫົງວັນ, ແຂວງ ເທືອທຽນເຫວ້ ໄດ້ປຸກລະດົມມອບຂອງຂວັນ 60 ສ່ວນປະກອບມີເຄື່ອງທີ່ຈຳເປັນເຊັ່ນ: ເຂົ້າ, ນ້ຳມັນປຸງແຕ່ງ, ນ້ຳປາ, ເຄື່ອງນຸ່ງ ... ເຊິ່ງລວມມູນຄ່າທັງໝົດຫຼາຍກ່ວາ 50 ລ້ານດົ່ງ ໃຫ້ແກ່ປະຊາຊົນ ເມືອງສະໝ້ວຍ, ແຂວງສາລະວັນ, ປະເທດລາວ.

ທ່ານພັນຕີ ໂຫ່ວັນດ້ຽບ, ຜູ້ຮັບຜິດຊອບການເມືອງ ຂອງຄ້າຍທະຫານຊາຍແດນ ຫົງວັນ, ໃຫ້ຮູ້ວ່າ: ຕໍ່ໜ້າບັນດາການຜັນແປທີ່ສັບສົນຂອງການລະບາດຂອງ COVID-19, ນອກເໜືອຈາກການເພີ່ມທະວີການຄວບຄຸມທີ່ເຂັ້ມງວດຢູ່ດ່ານຊາຍແດນ, ຄ້າຍທະຫານຊາຍແດນ ຫົງວັນ, ແຂວງ ເທືອທຽນເຫວ້ ໄດ້ປະຕິບັດຫຼາຍມາດຕະການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດ COVID-19.

(ຄຳຮຸ່ງ)

302 Found

Found

The document has moved here.