ດ້ຽນບຽນ:ປິດຊົ່ວຄາວດ່ານທັງໝົດຢູ່ເຂດຊາຍແດນຫວຽດນາມ-ລາວ ເພື່ອຫຼຸດຜ່ອນຄວາມສ່ຽງຕິດແປດ ແລະສະກັດກັ້ນການແຜ່ລະບາດຂອງໂລກພະຍາດ COVID-19

20:58 | 25/03/2020

ຍສໝ - ເມື່ອບໍ່ດົນມານິ້, ຄະນະກໍາມະການປະຊາຊົນແຂວງດ້ຽນບຽນ ມີໜັງສືທາງການເລກທີ 789 ທີ່ແຈ້ງກ່ຽວກັບການປິດຊົ່ວຄາວດ່ານທັງໝົດຢູ່ເຂດຊາຍແດນ ຫວຽດນາມ-ລາວ ເພື່ອຫຼຸດຜ່ອນຄວາມສ່ຽງຕິດແປດ ແລະສະກັດກັ້ນການແຜ່ລະບາດຂອງໂລກພະຍາດ COVID-19.

ດ້ຽນບຽນ:ປິດຊົ່ວຄາວດ່ານທັງໝົດຢູ່ເຂດຊາຍແດນຫວຽດນາມ-ລາວ ເພື່ອຫຼຸດຜ່ອນຄວາມສ່ຽງຕິດແປດ ແລະສະກັດກັ້ນການແຜ່ລະບາດຂອງໂລກພະຍາດ COVID-19

ວັດແທກອຸນຫະພູມ ແລະກວດສຸຂະພາບໃຫ້ຜູ້ທີ່ກັບມາຈາກລາວ ຢູ່ເຂດແຍກປ່ຽວຂອງໂຮງຮຽນການທະຫານແຂວງດ້ຽນບຽນ. (ພາບ: ສໍານັກຂ່າວສານຫວຽດນາມ)

ຄະນະກໍາມະການປະຊາຊົນບັນດາເມືອງຕິດກັບເຂດຊາຍແດນຫວຽດນາມ-ລາວ ສົມທົບກັບກໍາລັງທະຫານຊາຍແດນ, ຕໍາຫຼວດ, ພະນັກງານການແພດປະຕິບັດວຽກງານໂຄສະນາໃຫ້ປະຊາຊົນປະຕິບັດບັນດາຂໍ້ກໍານົດກ່ຽວກັບການເຂົ້າ-ອອກເມືອງ ແລະການປ້ອງກັນ, ຕ້ານໂລກພະຍາດ COVID-19 ເປັນຢ່າງດີ.

ໃນວັນທີ 24 ມີນາ 2020 ຜ່ານມາ ໄດ້ຮັບຜົນກວດ 8 ກໍລະນີ ຈາກນະຄອນຫລວງວຽງຈັນ, ເຊິ່ງ 7 ກໍລະນີ ບໍ່ພົບຜູ້ຕິດເຊື້ອ ແຕ່ມີ 1 ກໍລະນີທີ່ພົບເຊື້ອ ຊື່ ທ້າວ ແຈມບອນ ອາຍຸ 26 ປີ ອາຊີບ ນັກທຸລະກິດ, ຢູ່ບ້ານ ຫ້ວຍຫ້ອມ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ, ເຊິ່ງໄດ້ມີການພົວພັນກັບ ທ້າວ ສີລິສັກ ຜູ້ຕິດເຊື້ອຢູ່ໂຮງແຮມ ຄຮາວພາຊາ. ປັດຈຸບັນ ມີຜູ້ຕິດເຊື້ອແລ້ວ 3 ຄົນ ແລະ ໄດ້ເຂົ້າຮັບການປິ່ນປົ່ວເປັນທີ່ຮຽບຮ້ອຍແລ້ວ. ນອກຈາກນີ້, ຍັງມີຜູ້ທີ່ໃກ້ຊິດ ແລະ ສຳຜັດ ກັບ 2 ຄົນທີ່ຕິດເຊື້ອມາກ່ອນໜ້ານີ້ ມີ 133 ຄົນ ແລະ ໄດ້ນໍາຕົວຢ່າງມາວິໄຈຈໍານວນ 13 ກໍລະນີ ແລະ ຍັງລໍຖ້າຜົນກວດຢູ່.

ຕອນຄ່ຳວັນທີ 24 ມີນາ, ກະຊວງສາທາລະນະສຸກໄດ້ປະກາດວ່າມີຜູ້ຕິດເຊື້ອພະຍາດ Covid – 19 ລາຍໃໝ່ຕື່ມອີກ 11 ຄົນ, ຍົກຍອດຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ຢູ່ຫວຽດນາມຂຶ້ນເຖິງ 134 ຄົນ.

(ໄຊພອນ)

ເຫດການ
302 Found

Found

The document has moved here.