WHO ຕີລາຄາສູງ ຕໍ່ການຮ່ວມມືຂອງປະຊາຊົນຫວຽດນາມໃນການປ້ອງກັນ,ຄວບຄຸມໂລກພະຍາດ Covid-19

16:30 | 15/03/2020

ຍສໝ - ທ່ານ Kidong Park, ຫົວໜ້າຜູ້ຕາງໜ້າອົງການອະນາໄມໂລກ (WHO) ປະຈໍາຫວຽດນາມ ໄດ້ຕີລາຄາສູງຕໍ່ການເຂົ້າຮ່ວມຂອງລັດຖະບານຫວຽດນາມ ດ້ວຍຈິດໃຈເປັນເຈົ້າການ, ເດັດດ່ຽວ ແລະ ຖືວ່າ, ຫວຽດນາມ ຍັງແມ່ນສະຖານທີ່ປອດໄພ.

WHO ຕີລາຄາສູງ ຕໍ່ການຮ່ວມມືຂອງປະຊາຊົນຫວຽດນາມໃນການປ້ອງກັນ,ຄວບຄຸມໂລກພະຍາດ Covid-19

ພາບປະກອບ

ທ່ານ Kidong Park ຕີລາຄາການເຂົ້າຮ່ວມຂອງລັດຖະບານຫວຽດນາມດ້ວຍຈິດໃຈເປັນເຈົ້າການ, ເດັດຂາດ. WHO ມີຄວາມປະທັບໃຈຕໍ່ການຮ່ວມມືຂອງປະຊາຊົນຫວຽດນາມ ໃນການປ້ອງກັນ, ຕ້ານເຊື້ອພະຍາດ Covid-19. ທ່ານກໍ່ສະແດງຄວາມປະທັບໃຈກ່ຽວກັບສອງຍຸດທະສາດ ເຊິ່ງລັດຖະບານ ແລະກະຊວງສາທາລະນະສຸກຫວຽດນາມ ພວມປະຕິບັດແມ່ນ 4 ຢູ່ກັບທີ່ ແລະຫຼັກການແຍກຕົວ. ກ່ຽວຂ້ອງເຖິງບັນຫາ ວັກຊິນ ປິ່ນປົວໂລກພະຍາດ Covid-19, WHO ຕີລາຄາສູງກຳລັງຄວາມສາມາດໃນການຜະລິດວັກຊິນຢູ່ຫວຽດນາມວ່າ ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການ.

ທ່ານ ຫງວຽນດຶກຈູງ, ປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ, ຫົວໜ້າຄະນະຊີ້ນຳການປ້ອງກັນ, ຄວບຄຸມໂລກພະຍາດ Covid-19 ນະຄອນ, ໄດ້ຮຽກຮ້ອງກວດກາຄືນ, ຮັບເອົາຂໍ້ມູນການເດີນທາງຂອງນັກທ່ອງທ່ຽວທຸກຄົນທີ່ມາຮ່າໂນ້ຍ ຈາກເຂດເກີດໂລກລະບາດນັບແຕ່ວັນທີ 01 ມີນາ ມາຮອດປະຈຸບັນ, ຖ້າຫາກມີອາການເປັນໄອ, ເປັນໄຂ້, ເມື່ອຍຕ້ອງກັກຕົວຢູ່ຮາກຖານສາທາລະນະສຸກ. ເປົ້າໝາຍຂອງນະຄອນຮ່າໂນ້ຍ ແມ່ນຈຳກັດຜູ້ຖືກຕິດແປດຢ່າງໜ້ອຍສຸດ, ບໍ່ປະໃຫ້ໂລກລະບາດລະເບີດຂຶ້ນໃນບໍລິເວນນະຄອນ; ຢຸດຕິໂດຍຊົ່ວຄາວການຮັບນັກທ່ອງທ່ຽວມາຢ້ຽມຢາມບັນດາສູນປູຊະນີຍະສະຖານປະຫວັດສາດ - ວັດທະນະທຳໃນບໍລິເວນນະຄອນຮອດທ້າຍເດືອນ ມີນາ 2020.

ຢູ່ແຂວງ ລາຍເຈົາ, ທ້ອງຖິ່ນທີ່ມີເສັ້ນຊາຍແດນຕິດກັບຈີນ ຍາວກວ່າ 260 ກມ , ທາງແຂວງໄດ້ເປັນເຈົ້າການໂຄສະນາໃຫ້ແກ່ປະຊາຊົນປະຕິບັດການແຈ້ງອາການສຸຂະພາບນັບແຕ່ຂັ້ນຮາກຖານ. ມາຮອດປະຈຸບັນ, ແຂວງ ລາຍເຈົ້າ ຍັງບໍ່ທັນກວດພົບກໍລະນີຕິດໂລກລະບາດຢູ່ບໍລິເວນແຂວງ. ຢູ່ແຂວງກວາງບິ່ງ, ຄະນະກຳມະການປະຊາຊົນແຂວງຕົກລົງຢຸດຕິການຕ້ອນຮັບນັກທ່ອງທ່ຽວມາຢ້ຽມຢາມບັນດາເຂດ, ສະຖານທີ່ທ່ອງທ່ຽວໃນບໍລິເວນແຂວງ ນັບແຕ່ວັນທີ 17 ມີນາ, ເພື່ອຮັບປະກັນສຸຂະພາບໃຫ້ນັກທ່ອງທ່ຽວ ແລະ ຄວາມອຸ່ນອຽນໃຈຂອງປະຊາຄົມ.

ໄລ່ຮອດວັນທີ 15 ມີນາ, ໂລກລະບາດ Covid-19 ໄດ້ປະກົດມີຢູ່ 151 ປະເທດ ແລະ ເຂດແຄ້ວນ, ເຮັດໃຫ້ມີຜູ້ຕິດເຊື້ອພະຍາດກ່ວາ 156.000 ຄົນ ແລະ 5821 ຄົນເສຍຊີວິດ. ໃນ 24 ຊົ່ວໂມງຜ່ານມາ, ຢູ່ໃນໂລກມີຜູ້ເສຍຊີວິດຕື່ມອີກ 392 ຄົນ, ສ່ວນຫຼາຍແມ່ນຢູ່ອີຣານ ແລະ ອີຕາລີ. ການນຳປະເທດຕ່າງໆ, ບັນດານັກການເມືອງກໍ່ຖືກຜົນກະທົບຈາກໂລກລະບາດດັ່ງກ່າວ ຊື່ງລວມມີ: ລັດຖະມົນຕີກະຊວງຄົມມະນາຄົມ Indonesia, ຮອງປະທານາທິບໍດີອີຣານ, ລັດຖະມົນຕີກະຊວງມໍລະດົກ ວັດທະນະທຳ ແລະ ການທ່ອງທ່ຽວ, ລັດຖະມົນຕີກະຊວງອຸດສາຫະກຳ, ຂຸດຄົ້ນບໍ່ແຫ່ ແລະ ວິສາຫະກິດອີຣານ, ລັດຖະມົນຕີກະຊວງສະເໝີພາບແອດສະປາຍ, ລັດຖະມົນຕີກະຊວງວັດທະນະທຳຝລັງ...

(ໄຊພອນ)

ເຫດການ
302 Found

Found

The document has moved here.