ໄວໜຸ່ມກັບສິລະປະຍຸກປັດຈຸບັນ

21:00 | 09/09/2024

ຍສໝ - ປັດຈຸບັນມີໄວໜຸ່ມນັບມື້ນັບຫຼາຍຄົນ ໄດ້ເລືອກເອົາວຽກງານໃຫ້ແກ່ການເຄື່ອນໄຫວອະນຸລັກ ແລະ ເສີມຂະຫຍາຍມໍລະດົກ. ເຂົາເຈົ້ານັບມື້ນັບຕັ້ງໜ້າເຄື່ອນໄຫວທາງດ້ານວັດທະນະທຳຊຸມຊົນ ເປັນຕົ້ນແມ່ນບັນດາທ່າອ່ຽງຄົ້ນຫາວັດທະນະທຳ ໃນນັ້ນມີການມຸ່ງໄປສູ່ຄຸນຄ່າເກົ່າ ໂດຍຜ່ານຮູບແບບສິລະປະໃໝ່. ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍ ນຳມາຊຶ່ງຫຼາຍໂອກາດພັດທະນາອາຊີບ ແລະ ສ້າງຂີດໝາຍໄວໜຸ່ມໃນວົງຄະນາຍາດ.

ການຮ່ວມມື ຫວຽດນາມ - ລາວ ສືບຕໍ່ພັດທະນາຢ່າງເຂັ້ມແຂງໃນຫຼາຍຂົງເຂດ
ສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ ຢູ່ ຈີນ ແລະ ລາວ

ໃນໄລຍະທີ່ຜ່ານມາ ຫງວຽນກວັກຮວ່າງແອັງ ຜູ້ອຳນວຍການ ນັກສ້າງພື້ນຖານວັດທະນະທຳສິລະປະ “ເລນງ່ານ” ໄດ້ຮັບຄວາມຊົມຊອບຈາກມວນຊົນ ພິເສດແມ່ນບັນດາເພື່ອນໜຸ່ມ. ດ້ວຍຈິນຕະນະການສິລະປະປະດິດຄິດສ້າງ, ຮວ່າງແອັງ ໄດ້ນຳສິ່ງທີ່ໃໝ່ອ່ຽມຂອງ ຮິບຮົບ, ດົນຕີເອເລັກໂຕນິກເຂົ້າໃນສິລະປະຂັບຕວງ, ຂັບແຈວ, ຂັບກາຈູ. ລາວໄດ້ປະສົບຜົນສຳເລັດ ເມື່ອເຮັດໃຫ້ຜູ້ອາຍຸສູງກັບຄືນສູ່ຄວາມຊົງຈຳເມື່ອກ່ອນນີ້, ສ່ວນໄວໜຸ່ມຮູ້ສຶກຖືກດຶງດູດໃຈ ໂດຍສິລະປະພື້ນເມືອງ. ຫງວຽນກວັກຮວ່າງແອັງ ເວົ້າວ່າ

ໄວໜຸ່ມກັບສິລະປະຍຸກປັດຈຸບັນ
ກຸ່ມ “ເລນງ່ານ” ເຄີຍມີການເຄື່ອນໄຫວຢ່າງເປັນປະຈຳ

“ເພື່ອສາມາດກ້າວໄປໄກ, ມີບ່ອນອີງ, ມີຄວາມເຊື່ອໝັ້ນ, ພວກເຮົາພຽງກ້າວເດີນດ້ວຍວັດທະນະທຳ ດ້ວຍສິ່ງທີ່ໃກ້ຊິດຕິດແທດທີ່ສຸດກັບຕົນເອງ. ເຮົາໄດ້ເລືອກເອົາບັນຫາທີ່ເຮົາສົນໃຈ, ບັນດາເລື່ອລາວກ່ຽວກັບເວທີແດງປະເພນີ, ກ່ຽວກັບດົນຕີພື້ນເມືອງ ກ່ຽວກັບປາກົດການສ່ວນຕົວ ຫຼື ລັກສະນະສັງຄົມຂອງສິລະປະຍຸກປັດຈຸບັນທີ່ສາມາດນຳມາໃຫ້”.

ໃນເດືອນ ສິງຫາ ທີ່ຜ່ານມາ ຜູ້ຊົມນະຄອນຫຼວງໄດ້ຮັບຊົມລາຍການສະແດງບົດລະຄອນຕວງ “ປະເຊີນໜ້າກັບທຸກສິ່ງ” ຂອງ ຫງວຽນກວັກຮວ່າງແອັງ. ນີ້ແມ່ນໂຄງການໂດຍກຸ່ມ “ເລນງ່ານ” ສົມທົບກັບໂຮງລະຄອນຕວງ ຫວຽດນາມ ປະຕິບັດ ເພື່ອດຶງດູດຜູ້ຊົມໄວໝຸ່ມ. ຮວ່າງແອັງ ໃຫ້ຮູ້ຕື່ມອີກວ່າ:

“ສິ່ງທີ່ປະທັບໃຈຂອງບົດລະຄອນ ແມ່ນການສົນທະນາລະຫວ່າງການຟ້ອນທັນສະໄໝຂອງຝ່າຍຕາເວັນຕົກ ແລະ ວາດຟ້ອນປະເພນີຂອງຊາວ ຫວຽດນາມ ພິເສດແມ່ນຂອງສິລະປະຂັບຕວງ. ໃນຖານະຕຳແໜ່ງເປັນຜູ້ອຳນວຍການຮັບຜິດຊອບຂົງເຂດສິລະປະກໍ່ຄືເປັນຜູ້ແຕ່ງບົດລະຄອນ, ຂ້າພະເຈົ້າຢາກສະແດງຄວາມເຄົາລົບຕໍ່ມໍລະດົກວັດທະນະທຳທ້ອງຖິ່ນລະອຽດແມ່ນສິລະປະຂັບຕວງ. ຂ້າພະເຈົ້າຢາກຈັດມັນທຽມເທົ່າພ້ອມກັບສິລະປະທັນສະໄໝຂອງຝ່າຍຕາເວັນຕົກ ລະອຽດແມ່ນຟ້ອນທັນສະໄໝ”.

ໃນແງ່ມູມສຳຜັດກັບວັດທະນະທຳອື່ນ, ການຫັນມໍລະດົກວັດທະນະທຳເປັນດີຈີຕອນ ພວມນັບມື້ນັບຢັ້ງຢືນເຖິງບົດບາດຂອງວິທີອະນຸລັກຮັກສາມໍລະດົກໃຫ້ແທດເໝາະໃນສັງຄົມດີຈີຕອນປັດຈຸບັນ ປະກອບສ່ວນສຳຄັນເຂົ້າໃນການຄຸ້ມຄອງສະໜອງຂໍ້ມູນຂ່າວສານຊ່ວຍວົງການສິລະປະໃຊ້ເປັນພື້ນຖານຄົ້ນຄວ້າປະຫວັດສາດ ຊ່ວຍໃຫ້ບັນດາຜູ້ຢູ້ຫ່າງໄກມີໂອກາດເຂົ້າເຖິງມໍລະດົກ ປຽບເໝືອນພວມຢ້ຽມຊົມທັດສະນະສຶກສາໂດຍກົງ.

“ສົນທະນາກັບປະເພນີ” ແມ່ນໂຄງການສື່ສານໃຫ້ແກ່ບັນດາໝູ່ບ້ານອາຊີບຫັດຖະກຳຢູ່ ຮ່າໂນ້ຍ ເຊິ່ງລວມມີໝູ່ບ້ານພາບຄັດມັນ ຮ່າຖາຍ, ໝູ່ບ້ານຕຸກກະຕານ້ຳ ດ່າວທຸກ, ໝູ່ບ້ານແພໄໝ ວ້ານຟຸກ… ຫຼີເຟຶອງມາຍ ນັກສຶກສາປີທີສີ່ ໂຮງຮຽນວິທະຍາສາດລະຫວ່າງຂະແໜງ ແລະ ສິລະປະຂຶ້ນກັບມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ ເປັນສະມາຊິກຮັບຜິດຊອບການສື່ສານຂອງໂຄງການໃຫ້ຮູ້ວ່າ:

“ຜ່ານໂຄງການ ພວກນ້ອງຢາກສ້າງໃຫ້ມີການສົນທະນາລະຫວ່າງທຸກລຸ້ນຄົນ ເພື່ອໃຫ້ບັນດານັກສິລະປະການ, ບັນດາຜູ້ຜະກອບອາຊີບຕ່າງໆໄດ້ແລກປ່ຽນ, ປຶກສາຫາລືກ່ຽວກັບການປ່ຽນແປງຈາກປະເພນີ ຕະຫຼອດຮອດທັນສະໄໝ. ພວກນ້ອງຢາກສ້າງທຸກສິ່ງທີ່ໃກ້ຊິດຕິດແທດຫຼາຍກວ່າ ດ້ວຍວິທີສ້າງສາງເອກະສານ ເພື່ອໃຫ້ບັນດານັກຊ່ຽວຊານ ບັນດາເພື່ອນໜຸ່ມ ແລະ ບັນດາຜູ້ສົນໃຈເຖິງວັດທະນະທຳໝູ່ບ້ານອາຊີບ ພ້ອມກັນໄດ້ຮັບຊາບ. ໂຄງການໄດ້ເລີ່ມຂຶ້ນໂດຍລາຍການ livestream ຢູ່ໝູ່ບ້ານອາຊີບ, ຮາກຖານຜະລິດ”.

ດ້ວນພື້ນຖານວັດທະນະທຳສິລະປະ “ເລນງ່ານ” ຫຼື ໂຄງການປະເພນີ “ສົນທະນາກັບປະເພນີ” ພຽງແຕ່ແມ່ນສອງໃນຈຳນວນຫຼາຍວິທີການເຊິ່ງໄວໜຸ່ມພວມປະຕິບັດ ເພື່ອປະກອບສ່ວນອະນຸລັກ ແລະ ເສີມຂະຫຍາຍບັນດາຄຸນຄ່າມໍລະດົກວັດທະນະທຳຂອງຊາດ. ດ້ວຍການປະດິດຄິດສ້າງ ແລະ ຄວາມສຸມຈິດສຸມໃຈ,ໄວໜຸ່ມໃນປັດຈຸບັນສາມາດເສີມຂະຫຍາຍມູນເຊື້ອຂອງຕົນດ້ວຍການປະດິດຄິດສ້າງໃໝ່.

ຖະຫວາຍທູບທຽນອາໄລຫາພົນເອກ ຫວໍງວຽນຢາບ ແລະນັກຮົບກອງທະຫານໂຄສະນາປົດປ່ອຍຫວຽດນາມ 34 ຄົນ ຖະຫວາຍທູບທຽນອາໄລຫາພົນເອກ ຫວໍງວຽນຢາບ ແລະນັກຮົບກອງທະຫານໂຄສະນາປົດປ່ອຍຫວຽດນາມ 34 ຄົນ

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີ ແຫ່ງວັນສ້າງຕັ້ງ ກອງທັບປະຊາຊົນຫວຽດນາມ, 35 ປີແຫ່ງວັນບຸນທົ່ວປວງຊົນປ້ອງກັນຊາດ, ຕອນເຊົ້າວັນທີ 11 ທັນວາ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ຈັດຕັ້ງການໄປຖະຫວາຍດອກໄມ້, ທູບທຽນອາໄລຫາພົນເອກ ຫວໍງວຽນຢາບ ແລະນັກຮົບກອງທະຫານໂຄສະນາປົດປ່ອຍຫວຽດນາມ 34 ຄົນ ຢູ່ເຂດປູສະນີຍະສະຖານແຫ່ງຊາດພິເສດປ່າເຈິ່ນຮືງດ້າວ, ຕາແສງ ຕາມກີມ, ເມືອງງວຽນບິ່ງ, ແຂວງກາວບັ່ງ. ...

ຫວຽດນາມ ຢືນອັນດັບທີ 2 ໃນຈຳນວນສະຖານທີ່ດຶງດູດການລົງທຶນສຳລັບວິສາຫະກິດຍີ່ປຸ່ນ ຫວຽດນາມ ຢືນອັນດັບທີ 2 ໃນຈຳນວນສະຖານທີ່ດຶງດູດການລົງທຶນສຳລັບວິສາຫະກິດຍີ່ປຸ່ນ

ຍສໝ - ວັນທີ 12 ທັນວາ, ທະນາຄານຮ່ວມມືສາກົນຍີ່ປຸ່ນ (JBIC) ໄດ້ປະກາດໝາກຜົນການສຳຫຼວດຊີ້ໃຫ້ເຫັນວ່າ, ຫວຽດນາມ ພວມຢືນຢູ່ອັນດັບທີ 2 ໃນຈຳນວນສະຖານທີ່ລົງທຶນຕ່າງປະເທດທີ່ດຶງດູດໃຈ ແລະມີແງ່ຫວັງທີ່ສຸດສຳລັບບັນດາວິສາຫະກິດຂອງປະເທດນີ້.

ມີງດຶກ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ