ເພື່ອນມິດສາກົນ ຄົ້ນຫາ ເອກະລັກວັດທະນະທຳ ຫວຽດນາມ ຢູ່ ນະຄອນຫຼວງ ຮ່າໂນ້ຍ

14:30 | 08/10/2026

ຍສໝ - ໂດຍຜ່ານບັນດາກິດຈະກຳປະສົບການຕົວຈິງ ແລະ ມີຊີວິດຊີວາ ຢູ່ ຮ່າໂນ້ຍ, ນັກທ່ອງທ່ຽວສາກົນ ໄດ້ມີໂອກາດ ຊອກຮູ້ຢ່າງເລິກເຊິ່ງກ່ຽວກັບ ພາບພົດວັດທະນະທຳອັນຫຼາກຫຼາຍ ຂອງ 54 ຊົນເຜົ່າອ້າຍນ້ອງ. ນີ້ແມ່ນຂົວຕໍ່ທີ່ສຳຄັນ ປະກອບສ່ວນຮັດແໜ້ນຄວາມສາມັກຄີ ແລະ ຊຸກຍູ້ການແລກປ່ຽນ ລະຫວ່າງ ບັນດາພື້ນຖານວັດທະນະທຳໃນທົ່ວໂລກ.

Fukuoka (ຍີ່ປຸ່ນ) ຈະໜູນຊ່ວຍນະຄອນຫຼວງ ຮ່າໂນ້ຍ ໃນການແກ້ໄຂບັນຫາທີ່ກຽວຂ້ອງກັບສິ່ງແວດລ້ອມ ຜັງເມືອງລວມນະຄອນຫຼວງ ຮ່າໂນ້ຍ ວິໄສທັດ 100 ປີ: ສຸມໃສ່ສ້າງຕັ້ງຮາກຖານການພັດທະນາຄັ້ງໃໝ່, ສ້າງຕັ້ງກຳລັງຂັບເຄື່ອນການເຕີບໂຕໃໝ່
ເພື່ອນມິດສາກົນ ຄົ້ນຫາ ເອກະລັກວັດທະນະທຳ ຫວຽດນາມ ຢູ່ ນະຄອນຫຼວງ ຮ່າໂນ້ຍ
ວັນທີ 2 ຕຸລາ, ໃນຂອບເຂດ ງານມະໂຫລານວັດທະນະທຳໂລກ ຄັ້ງທີສອງ ຢູ່ ຮ່າໂນ້ຍ, ບັນດາຜູ້ຕາງໜ້າສາກົນ ໄດ້ມາຢ້ຽມຊົມ, ແລກປ່ຽນ ຢູ່ທີ່ ໝູ່ບ້ານວັດທະນະທຳ - ທ່ອງທ່ຽວ ບັນດາຊົນເຜົ່າ ຫວຽດນາມ.ຄະນະ ໄດ້ສຳຜັດໂດຍກົງກັບ ຄວາມຫຼາກຫຼາຍທາງດ້ານເອກະລັກ ຂອງ 54 ຊົນເຜົ່າ ຜ່ານພື້ນທີ່ດົນຕີຄ້ອງ, ບົດຟ້ອນຂອງຊາວ ເໝືອງ, ເຕີຍງວຽນ , ອາຊີບຕ່ຳແຜ່ນ ແດ່ງ ແລະ ອາຫານການກິນດັ້ງເດີມ ຂອງຊາວ ຕາໂອຍ . ບັນດາຜູ້ຕາງໜ້າ ທີ່ມາຈາກ ເມັກຊິໂກ ແລະ ປາກິດສະຖານ ລ້ວນແຕ່ສະແດງຄວາມປະທັບໃຈຢ່າງເລິກເຊິ່ງ ຕໍ່ກັບທັດສະນີຍະພາບອັນສົດງາມ, ອາຫານການກິນທີ່ດຶງດູດໃຈ ແລະ ຄວາມມີນ້ຳໃຈຕ້ອນຮັບແຂກ ຂອງປະຊາຊົນ, ພ້ອມດຽວກັນນັ້ນ ກໍ່ສຳຜັດໄດ້ເຖິງຄວາມໃກ້ຊິດ, ຄວາມຄ້າຍຄືກັນ ລະຫວ່າງ ບັນດາພື້ນຖານວັດທະນະທຳ.ເຫດການ ໄດ້ປະກອບສ່ວນກະຈາຍ ພາບພົດ ຫວຽດນາມ ທີ່ອຸດົມສົມບູນໄປດ້ວຍມູນເຊື້ອ, ເປັນມິດ, ພ້ອມກັນນັ້ນ ກໍ່ຢືນຢັນວ່າ ຮ່າໂນ້ຍ ແມ່ນຈຸດໝາຍປາຍທາງທີ່ອຸດົມຄະຕິ ສຳລັບການເຊື່ອມໂຍງ ແລະ ການແລກປ່ຽນວັດທະນະທຳທົ່ວໂລກ.
ວັນປົດປ່ອຍນະຄອນຫຼວງ ຮ່າໂນ້ຍ 64ປີ ກ່ອນ ຜ່ານພາບຖ່າຍຂອງຊາວຕ່າງປະເທດ ວັນປົດປ່ອຍນະຄອນຫຼວງ ຮ່າໂນ້ຍ 64ປີ ກ່ອນ ຜ່ານພາບຖ່າຍຂອງຊາວຕ່າງປະເທດ
ຍສໝ - ນັກຖ່າຍພາບ ຂອງວາລະສານ Life ໄດ້ເກັບພາບຊ່ວງເວລາທີ່ມີຄວາມໝາຍດ້ານປະຫວັດສາດ ຂອງວັນປົດປ່ອຍນະຄອນຫຼວງຮ່າໂນ້ຍ 64ປີກ່ອນ.
UNESCO ສະເໜີໃຫ້ນະຄອນຫຼວງ ຮ່າໂນ້ຍ ເຂົ້າຮ່ວມ ໃນຕະໜ່າງ “ນະຄອນ ແຫ່ງແນວຄວາມຄິດປະດິດສ້າງ” UNESCO ສະເໜີໃຫ້ນະຄອນຫຼວງ ຮ່າໂນ້ຍ ເຂົ້າຮ່ວມ ໃນຕະໜ່າງ “ນະຄອນ ແຫ່ງແນວຄວາມຄິດປະດິດສ້າງ”
ຍສໝ - ຕອນບ່າຍວັນທີ 22 ຕຸລາ ຢູ່ ສຳນັກງານ ກະຊວງການຕ່າງປະເທດ, ທ່ານຮອງລັດຖະມົນຕີ ກະຊວງ ການຕ່າງປະເທດ ເລຮວ່າຍ ຈຸງ ໄດ້ຕ້ອນຮັບ ທ່ານ Michael Croft, ຕ່າງໜ້າ ຫວົໜ້າຫ້ອງການ UNESCO ປະຈຳຫວຽດນາມ, ຊົມເຊີຍແນວຄິດຂອງ UNESCO ຈະນຳ ຮ່າໂນ້ຍ ເຂົ້າຮ່ວມໃນເຄືອຂ່າຍ “ນະຄອນແຫ່ງແນວຄວາມຄິດປະດິດສ້າງ”.

ແທັງຮັ່ງ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ